top of page

ງາມທັງກາຍງາມທັງໃຈນາງຟ້າທີ່ສວຍງາມສາວເຈນນີ້ຕົ້ນຄຳMiss world laos 2017

ສຸກໃຈທີ່ໄດ້ໃຫ້! ເຈນນີ້ ໃຈບຸນ ແຈກຢາຍເຂົ້າກ່ອງ ເຈວລ້າງມື ແລະ ນໍ້າດື່ມ ຊ່ວຍເຫຼືອສັງຄົມງາມແລ້ວຍັງໃຈບຸນອີກ ສຳລັບ “ເຈນນີ້ ຕົ້ນຄຳ” Miss World Laos 2017 ທີ່ອຸທິດຕົນຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ແລະ ສືບຕໍ່ເຮັດຄວາມດີ ຍື່ນມືເຂົ້າຊ່ວຍຄົນລາວນຳກັນຢູ່ເລື້ອຍໆ, ໂດຍສະເພາະຍາມວິກິດໂຄວິດ-19 ທີ່ກຳລັງແພ່ລະບາດ ເຖິງວ່າປະເທດເຮົາຈະຢູ່ໃນທ່າອ່ຽງທີ່ເລີ່ມດີຂຶ້ນແລ້ວ ແຕ່ກໍຍັງມີຫຼາຍພາກສ່ວນ ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ເຈນນີ້ກໍເຫັນຄວາມສຳຄັນ ແລະ ຄວາມຈຳເປັນນັ້ນດີ.

ໃນວັນທີ 1 ພຶດສະພາ ທີ່ຜ່ານມາ, ເຈນນີ້ຈຶ່ງໄດ້ມອບເຂົ້າກ່ອງ 150 ກ່ອງ, ເຈວລ້າງມື 50 ຫຼອດ ແລະ ນໍ້າດື່ມ 1 ແກັດ ເຊິ່ງໄດ້ລົງມອບໃຫ້ກັບແພດໝໍທີ່ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊທານີ ດ້ວຍຕົນເອງ ພ້ອມທັງແຈກຢາຍໃຫ້ຜູ້ຄົນຢູ່ສາລາຄົນເຈັບ, ສູນສະຖານທີ່ເກັບໂຕຄົນທີ່ຕົກງານໃນໄລຍະໂຄວິດ ແລະ ຄົນທີ່ຂາດເຂີນ ເຊິ່ງທຸກຄົນໄດ້ຮັບເປັນທີ່ຮຽບຮ້ອຍແລ້ວ ທຸກຄົນມີຄວາມສຸກ ແລະ ຮູ້ສຶກຂອບໃຈ ໃນການແບ່ງປັນຄັ້ງນີ້, ນັບເປັນເລື່ອງທີ່ດີອີກເລື່ອງທີ່ເກີດຂຶ້ນໃນສັງຄົມບ້ານເຮົາ. ພວກເຮົາມີຄວາມສຸກທຸກໆຄັ້ງທີ່ເຫັນຄົນລາວຮັກແພງຊ່ວຍເຫຼືອກັນ ແລະ ຊົມເຊີຍ ເຈນນີ້ທີ່ປະກອບສ່ວນຊ່ວຍເຫຼືອສັງຄົມໃນຄັ້ງນີ້ ແລະ ຕະຫຼອດມາ



ນອກຈາກນັ້ນ ເຈນນີ້ຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວ ທີ່ມີເນື້ອໃນທີ່ວ່າ: ສຸກໃຈທີ່ໄດ້ໃຫ້ ສຳລັບມື້ນີ້ເຈນ ແລະ ອ້າຍໆເອື້ອຍໆ ມອບເຂົ້າກ່ອງ 150ກ່ອງ ,ເຈວລ້າງມື 50 ຫລອດ ແລະ ນ້ຳດື່ມ 10 ແກັດ ໃຫ້ກັບແພດຫມໍມະໂຫສົດ ແລະ ໂຮງຫມໍໄຊທານີ, ສາລາຄົນເຈັບ, ສູນສະຖານທີ່ເກັບຕົວ ຄົນຕົກງານໃນໄລຍະໂຄວິດ ແລະ ຄົນຂາດເຂີນ ຜົນບຸນໃນຄັ້ງນີ້ເຈນຂອບໃຈທຸກແຮງໃຈ ທຸກໆທ່ານ ກັບການສ້າງບຸນຮ່ວມກັນ ຄຳອວຍພອນທຸກໆຄຳທີ່ເຮົາໄດ້ຮັບມາ (ຕອນໄປແຈກເຂົ້າ) ຂໍໃຫ້ຜົນບຸນສົ່ງໄປຮອດໄປເຖິງໃຫ້ກັບຄົນໃຫ້ ທຸກໆທ່ານລ້ຳລວຍ ສຸຂະພາບແຂງແຮງ ມີແຕ່ຄວາມສຸກຕະຫລອດປີ ແລະ ຕະຫລອດໄປເດີ້ ເຮົາເປັນຜູ້ໃຫ້ກໍສຸກໃຈ ຄົນໄດ້ຮັບກໍມີກຳລັງໃຈ ມີຄວາມສຸກ.







17 views0 comments
bottom of page