ດວງວັນພຸດທີ່ 25 ມີນາ ພສ 2563
Updated: Mar 31, 2020
ຄວາມຮັກສົມຫັວງ ສີທອງ, ສີເທົາ, ສີມຸກ ແລະ ສີຄັວນຢາສູບ
ສີການງານກ້າວໜ້າ ສີສົ້ມ, ສີນ້ຳເຜີ້ງ
ສີທີ່ໃຊ້ແລ້ວລຳລວຍ ສີກົມ, ສີຟ້າ ແລະ ສີນ້ຳທະເລ
ສີທີ່ໃຊ້ແລ້ວກີນແຫ້ວ ສີຊົມພູ ແລະ ສີໂອລົດ
ເລກເຮັງ 1, 6
ດວງໂດດເດັ່ນຄົນເກີດປີຂານງານທີ່ເຮັດຢູ່ຈະສຳເລັດແລ້ວໃນໄວໆນີ້ຄວນທຳຄວາມສະອາດບ້ານຢ່າໃຫ້ຮົກເພາະບ້ານຮົກຈະໝາຍເຖີງຄວາມອັບໂຊກມີອຸປະສັກທາງການງານ

ຄົນເກີດວັນອາທິດ
ຄວາມຮັກ ຄົນມີຄູ່ຄົນຮັກອາດເກີດອາການລະວາດລະແວງເພາະຊ່ວງນີ້ທ່ານສະເໜ່ແຮງຄົນໂສດມີສະເໜ່ມີແຕ່ຄົນມາຫຼົງຮັກ
ການງານ ກໍາລັງຈະມີການປຽນແປງເກີດຂື້ນເຊີ່ງເປັນການປ່ຽນແປງໄປທາງທີ່ດີ
ການເງີນ ແມ່ນວ່າຈະມີເລື່ອງໃຫ້ທ່ານຕ້ອງໃຊ້ຈ່າຍແຕ່ກໍບໍ່ເຮັດໃຫ້ການເງີນມີບັນຫາແຕ່ຢ່າງໃດ
ຄົນເກີດວັນຈັນ
ຄວາມຮັກ ຄົນມິຄູ່ມີແນວໂນ້ມທີ່ຈະຄອງຮັກກັນໄປອີກນານແສນນານຄົນໂສດມີເກນມີຄົນດີເຂົ້າມາໃນຊີວິດຫາກປ່ອຍໄປກໍເສຍດາຍ
ການງານ ດີຫຼາຍແຕ່ກໍເມື່ອຍຫຼາຍເຊັ່ນກັນ ຂໍແນະນໍາໃຫ້ທ່ານໄປເຮັດບຸນຖວາຍຫຼອດໄຟ 3 ຫຼອດ ເພື່ອ້ສີມດວງ
ການເງີນ ໝົດເງີນສ່ວນໃຫ່ຍໄປກັບພາສີສັງຄົມທີ່ບາງຄັ້ງບໍ່ສາມາດລ້ຽງໄດ້
ຄົນເກີດວັນອັງຄານ
ຄວາມຮັກ ຄົນມີຄູ່ຄົນຮັກຈະມີສ່ວນຊ່ວຍໃຫ້ທ່ານປະສົບຄວາມສຳເລັດໃນຊີວິດ ຄົນໂສດຢູ່ໆກໍຈະມີຄົນມາຮັກແຕ່ກໍຂື້ນຢູ່ກັບທ່ານວ່າຈະຮັບຮັກເຂົາຫຼືບໍ
ການງານ ການປ່ຽນແປງທີ່ກໍາລັງຈະເກີີດຂື້ນເຊີ່ງຈະເຮັດໃຫ້ຊີວິດຂອງທ່ານປ່ຽນແປງໄປແບບໜ້າມືເປັນຫຼັງມື
ການເງີນ ພະຍາຍາມຢ່າໄປກ່ຽວຂ້ອງເລື່ອງເງີນໆຄໍາໆ ກັບຄົນຮູ້ຈັກສະນັ້ນອາດຈະເສຍມິດຕະພາບໄດ້
ຄົນເກີດວັນພຸດ
ຄວາມຮັກ ຄົນມີຄູ່ໃນຊ່ວງນີ້ບໍ່ຄ່ອຍມີເວລາໃຫ້ຄົນຮັກເພາະມົວແຕ່ເຮັດວຽກສ້າງເນື້ອສ້າງຕົວຄົນໂສດຍັງບໍ່ມີເກນໄດ້ພົບຮັກແທ້
ການງານ ມີໂອກາດປະສົບຜົນສໍາເລັດແບບສຸດໆແຕ່ກໍຕ້ອງເມື່ອຍຫຼາຍທີ່ສຸດເຊັນກັນ
ການເງີນ ບໍ່ມີບັນຫາທີ່ໜ້າເປັນຫ່ວງເພາະຊ່ວງນີ້ການເງີນລາບລື່ນ
ຄົນເກີດວັນພະຫັດ
ຄວາມຮັກ ຄົນມີຄູ່ອາດມີການໃຊ້ອາລົມກັນບາງເວລາຄົນໂສດມີໂອກາດພົບຄົນທີ່ເຮັດໃຫ້ຫົວໃຈທ່ານຕື່ນເຕັ້ນແຮງ
ການງານ ກໍສລັງຈະໄດ້ຮັບຂ່າວດີໃນໄວໆນີ້ຂໍແນະນໍາໃຫ້ທ່ານໝັ່ນເຮັດບຸນສວດມົນໄຫ້ວພະເພື່ອເສີມດວງ
ການເງີນ ສີ່ງທີ່ຫັວງໄວ້ຈະຍັງບໍ່ສົມຫັວງໃນທັນທີ ຕ້ອງອົດໃຈລໍໄປອີກຈັກຊ່ວງກ່ອນ
ຄົນເກີດວັນສຸກ
ຄວາມຮັກ ຄົນມີຄູ່ລະວັງຄົນນອກຈະມາເຮັດໃຫ້ທ່ານຫວັນໄຫວຄົນໂສດມີເກນມີຄົນມາຮັກຫາກລອງເປີດໃຈກໍຈະມີໂອກາດໄດ້ພົບຮັກແທ້ຫຼາຍຂື້ນ
ການງານ ໃນໃຈທ່ານກໍາລັງຄິດ ແລະ ວາງແຜນຫັຍງບາງຢ່າງໂດຍທີ່ຄົນອື່ນບໍ່ຮູ້
ການເງີນ ກໍາລັງຈະມີລາຍໄດ້ຈາກຊ່ອງທາງໃໝ່ເກີດຂື້ນໃນໄວໆນີ້
ຄົນເກີດວັນເສົາ
ຄວາມຮັກ ຄົນມີຄູ່ໜັກເບົາກໍຕ້ອງອາໄພໃຫ້ກັນເພື່ອທີ່ຄວາມຮັກຈະໄດ້ຢືນຍົງຄົນໂສດຍັງຕ້ອງຄອງໂສດຕໍ່ໄປຈັກຊ່ວງ
ການງານ ຫາກຮູ້ຕົວວ່າໃຈຮ້ອນຕ້ອງທໍາໃຈເພາະຖ້າໃຈຮ້ອນໄປລະວັງສີ່ງທີ່ທ່ານລົງມືລົງແຮງເຮັດທັງໝົດຈະເສຍໄປລ້າໆ
ການເງີນ ເລີ່ມວາງແຜນເຮັດງານ ຫຼື ມອງຫາອາຊີບເສີມເພື່ອສ້າງຄວາມໝັ້ນຄົງໃນອານາຄົດ