ຕົ້ນຕານ ອະນຸໄຊ ຫຼວງລາດ “ໜຸ່ມນ້ອຍ ໜ້າໜ້າຮັກ ສົດໃສ”
Updated: Nov 28, 2020

ຊື່ ອະນຸໄຊ ຫຼວງລາດ ຊື່ຫຼີ້ນ ຕົ້ນຕານ,ອາຍຸ 22ປີ, ສູງ 181cm, ນ້ຳໜັກ 65ກິໂລ,ປະຈຸບັນເຮັດວຽກເປັນ ພະນັກງານບັນຊີຢູ່ຮ້ານອາຫານວັງລາວດາວຄຳ,ເວລາຫ່ວາງມັກຫຼີ້ນກີຕ້າ,ກີລາທີ່ມັກແມ່ນເຕະບານ,ຕີບານ,ຕີປິ່ງປ໋ອງ,ສະນຸກເກີ້... ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນມີລຸ້ນອ້າຍແນະນຳມາປະກວດ Lao supper model 2019 (ຕິດທ໊ອບ10ຄົນ),ຫຼັງຈາກນັ້ນກໍ່ໄດ້ເຂົ້າມາເປັນນາຍແບບແລະນັກສະແດງຢູ່ສັງກັດ Lao supper model. ມັກວຽກດ້ານການສະແດງແລະການເດີນແບບ. ຄວາມຝັນສູງສຸດຂອງການເຮັດວຽກໃນວົງການຢາກເປັນພີເຊັນເຕີ້,ເປັນນັກສະແດງທີ່ມີຜົນງານດີເດັ່ນ.
ຄາເລັກເຕີ້ “ໜຸ່ມນ້ອຍ ໜ້າໜ້າຮັກ ສົດໃສ”


