ບິກ ແສງຕາວັນ ສຸວັນນະໄກສອນ “ໜຸ່ມຫຼໍ່ ຂີ້ຫຼີ້ນ ກວນໆ”
Updated: Nov 28, 2020

ຊື່ ແສງຕາວັນ ສຸວັນນະໄກສອນ ຊື່ຫຼີ້ນ ບິກ ອາຍຸ 20ປີ, ສູງ 174cm ນ້ຳໜັກ 63ກິໂລ,ກຳລັງສຶກສາ ສາຂາ ຄອມພິວເຕີ້ທຸລະກິດປີ3 ວິທະຍາໄລລາວທອບ, ເວລາຫ່ວາງມັກອອກໄປເຮັດກິດຈະກຳນອກບ້ານກັບໝູ່,ກີລາທີ່ມັກແມ່ນປິ່ງປ່ອງ,
ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນເດີນແບບລາວແຟຊັ້ນວິກ. ບິກມັກທຸກດ້ານໃນວົງການບັນເທີງບໍ່ວ່າຈະເປັນການສະແດງ, ການເດີນແບບ, ຖ່າຍໂຄສະນາ,ຖ່າຍເອັມວີ. ວົງການບັນເທີງເຮັດໃຫ້ມີຄວາມສຸກແລະຢາກພັດທະນາຕົນເອງໄປເລື້ອຍໆໃຫ້ປະສົບຜົນສຳເລັດ, ແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນຈຸດນີ້ແມ່ນຢາກເປັນນັກສະແດງແຖວໜ້າຂອງປະເທດ.
ຄາເລັກເຕີ້ “ໜຸ່ມຫຼໍ່ ຂີ້ຫຼີ້ນ ກວນໆ”


