ບຸນມະໂຫລານກາເຟລາວຄັ້ງທີ່ 2 ປະຈຳປີ 2018. LAO COFFEE FESTIVAL II 2018.

ພາຍໃນການສຳມະນາໃນ ງານບຸນມະໂຫລານກາເຟລາວ ຄັ້ງທີ 2 ນີ້
ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 06 ຫາ 08 ເມສາ 2018ທີ່ສວນເຈົ້າ ອານຸວົງ ນະຄອນຫຼວງວຽງຈັນ, ສ ປປ ລາວ
ພາຍໃນງານມີຫຼາກຫຼາຍລາຍການທີ່ໜ້າສົນໃຈເຊັ່ນ:
ການວາງສະແດງສິນຄ້າຕ່າງໆກ່ຽວຂ້ອງໃນຕ່ອງໂສ້
ກາເຟ, ນັບຈາກການປູກ, ການຜະລິດ. ການຈຳໜ່າຍ
ຈົນເຖິງການສົ່ງກາເຟ. ນອກຈາກນັ້ນກໍ່ມີການວາງ
ສະແດງສິນຄ້າ ການຮ່ວມມືພັດທະນາທີ່ກ່ຽວພັນກັບ
ກາເຟໃນພູມີພາກອາຊຽນ.
ການແຂ່ງຂັນທັກສະການຊົງກາເຟລະດັບປະເທດທີ່
ໄດ້ຈັດຂື້ນທຳອິດ ໃນປະຫວັດສາດວົງການກາເຟລາວ
ເພື່ອກຽມພ້ອມໃຫ້ແກ່ນັກຊົງກາເຟຂອງລາວກ້າວເຂົ້າ
ສູ່ເວທີ ສາກົນ, ລວມມີ 3 ປະເພດ:
1. ການແຂ່ງຂັນການຊົງກາເຟບາຣິສຕ້າ Barista
2. ການແຂ່ງຂັນການຊົງກາເຟຢອດ Brewers Cup
3. ການແຂ່ງຂັນລາເຕ້ອາດ Latte Art
ນອກຈາກນີ້ຍັງມີການສຳມະນາເຖິງຂັ້ນຕອນການຢື້ນຢັ້ນ
ຄຸນນະພາບກາເຟລາວເຊັ່ນ: ການຜະລິດກະສິກຳ ສະອາດ
ແລະການແປຮູບ ຕາມຫຼັກສູອານາໄມ.
ການຊີມລົດຊາດອັນເປັນເອກະຫຼັກພິເສດຂອງກາເຟລາວ
ແລະ ກາເຟທີ່ຫຼາກຫຼາຍລົດຊາດ ຈາກພູ ມີພາກອາຊຽນ.
ການປະຊາສຳພັນເຖິງຄຸນລັກສະນະພິເສດຂອງກາເຟລາວ
ລວມທັງວິທີການປູກ ແລະວິຖີຊີວິດຂອງຜູ້ຜະລິດ, ຜູ້ປະກອບ
ກິດຈະການຕັ້ງແຕ່ຜູ້ປູກ, ຜູ້ຜະລິດ, ຜູ້ຈຳໜ່າຍ ໄປຈົນເຖິງ
ຜູ້ບໍລິໂພກ ຈາກບັນດາປະເທດອາຊຽນ.
ນອກຈາກການສຳມະນາໃນຫົວຂໍ້ ການຜະລິດກະສິກຳສະອາດ ຫຼື Good Agricultural Practice (GAP) ແລ້ວ
ກໍຍັງມີການສຳມະນາໃນຫົວຂໍ້ ການແປຮູບຕາມຫຼັກສຸຂະອະນາໄມ ຫຼື Good Manufacturing Practice (GMP) ກໍຄື ລະບົບເພື່ອຮັບປະກັນວ່າ ຜະລິດຕະພັນແມ່ນ ຖືກຜະລິດ ແລະ ຄວບຄຸມ ໂດຍສອດຄ່ອງກັບມາດຕະຖານຄຸນນະພາບຫຼັກສຸຂະອານາໄມ ນັ້ນເອງ
ຖ້າທ່ານສົນໃຈ ຫຼື ຢາກຮູ້ເພີ່ມເຕີມກ່ຽວກັບຫົວຂໍ້ດັ່ງກ່າວວ່າຕິດພັນແບບໃດກ່ຽວກັບກາເຟລາວເຮົາ ຢ່າພາດໂອກາດດີໆ ທີ່ຈະໄດ້ຮຽນຮູ້ ແລະ ສຶກສາ ຂໍເຊີນບັນດາທ່ານມາເຂົ້າຮ່ວມການສຳມະນານຳພວກເຮົາພາຍໃນງານໄດ້ ໂດຍບໍ່ເສຍຄ່າໃຊ້ຈ່າຍ.
ສົນໃຈຕິຕໍ່ລົງທະບຽນກັບພວກເຮົາໄດ້ແຕ່ມື້ນີ້ເປັນຕົ້ນໄປ.
Besides from the Good Agricultural Practice or GAP, the seminar topic in the Lao National Coffee Festival 2017 will also mention about
The Good Manufacturing Practice (GMP) - a system for ensuring that products are consistently produced and controlled according to quality standards. It is designed to minimize the risks involved in any pharmaceutical production that cannot be eliminated through testing the final product.
Don't miss a chance to learn more about these interesting topic! Contact us to register for seats.
Photo credit:communitycoffee.com