ບ້ານລາວມົງຄຸນ ສູນລວມສິນຄ້າແບຣນລາວ
ຫຼືໂຄງການບ້ານລາວມົງຄຸນ ແມ່ນສ້າງຕັ້ງຂື້ນໂດນທ່ານ ນາງ ມຸກດາວັນ ແກ້ວວິໄລ ເຈົ້າຂອງໂຄງການປະທານຜູ້ບໍລິຫານບ້ານລາວມົງຄຸນ ເພື່ອສົ່ງເສີມສິນຄ້າແບຣນລາວ ພ້ອມກັນນັ້ນກໍ່ເພື່ອຮັກສາວັດທະນະທຳຮີດຄອງປະເພນີຂອງຊາດລາວ ໃຫ້ຄົງໄວ້ສູ່ລູກ ສູ່ຫຼານຕະຫຼອດໄປ
ບ້ານລາວມົງຄຸນນອກຈາກຈະເປັນເຮືອນລາວເດີມທີ່ງົດງາມແລ້ວພາຍໃນບ້ານຍັງມີຮ້ານກາເຟ ສຳລັບນັກທຸລະກິດ, ນັກທ່ອງທ່ຽວໄດ້ມາຈິບກາເຟ ເພື່ອປຶກສາຫາລືວຽກງານ ຫຼທ ສົນທະນາແບບຜ່ອນຄາຍດ້ວຍກາເຟລາວ ທີ່ເມັດກາເຟປູກໃນລາວເຮົາ ເຊິ່ງນຳມາປຸງແຕ່ງປະຍຸກໃຫ້ເຂົ້າກັບຍຸກປະຈຸບັນ ພ້ອມດຽວກັນນັ້ນເຮົາກໍ່ມີຮ້ານອາຫານທີ່ເປັນອາຫານລາວໄວ້ບໍລິການທຸກທ່ານ ມີເສີບແບບຂັນໂຕກ ແລະ ແບບໂຕະອາຫານ ບໍ່ວ່າທ່ານຈະນັ່ງຢູ່ໃສຮັບຮອງວ່າລົດຊາດອາຫານດີເປັນພິເສດບວກກັບກິ່ນຫອມຂອງກາເຟລາວ ແລະ ບັນຍາກາດດີໆເປັນກັນເອງຟັງເພງດົນຕຣີພື້ນເມືອງລາວເບົາໆ ສ່ວນອາຫານມີທັງຂາຍເປັນເຊັດ ແລະ ຂາຍເປັນຈານ.
ພິເສດ ສະມາຊິກທຸກທ່ານທີ່ເຂົ້າຮ່ວມໂຄງການ ບ້ານລາວມົງຄຸນແມ່ນຈະບໍ່ໄດ້ເສຍຄ່າເຊົ່າພຽງແຕ່ທ່ານເປີດຈອງພື້ນທີ່ເສຍຄ່າແລກເຂົ້າກໍ່ນຳສິນຄ້າມາຂາຍທີ່ບ້ານລາວມົງຄຸນໄດ້ເລີຍ ແລ້ວທາງບ້ານຈຶ່ງຕັດເປີເຊັນເຂົ້າບ້ານທຸກໆສອງອາທິດເພື່ອໄວ້ເປັນຄ່າບໍລິຫານບູລະນະບຳລຸງຮັກສາບ້ານລາວມົງຄຸນໃຫ້ຄົງສະພາບງົດງາມຕະຫຼອດໄປ.






