top of page

ປິດ​ສາກ​ຮັກ​ເຈົ້າ​ແມ່​ນາ​ຄີ ໃນ​ຊີ​ວິດ​ຈິງ ແຕ໋ວ ເລີກ​ກັບ​ແຟນ​ແລ້ວ

ຊ໊ອກວົງການ! ນາງເອກດັງໄທ “ແຕ້ວ ນັດຕະພອນ” (ເຈົ້າແມ່ນາຄີ) ຈົບເສັ້ນທາງຮັກກັບແຟນຫນຸ່ມນອກວົງການທີ່ຄົບກັນນານເຖິງ14 ປີ…

ແຕ້ວ ນັດຕະພອນ ເປັນດາລາ-ນັກສະແດງດັງ ແຖວໜ້າຂອງປະເທດໄທ ແຕ້ວ ເລີ່ມເຂົ້າສູ່ວົງການບັນເທິງໂດຍເລີ່ມຈາກງານຖ່າຍໂຄສະນາ, ສະແດງເອັມວີເພງ ຕໍ່ມາກໍໄດ້ເລີ່ມມາສະແດງຮູບເງົາເລື່ອງທໍາອິດຄື ເດັກຫໍ ແລະ ກໍໄດ້ມາເປັນຜູ້ປະກາດຂ່າວຊ່ອງ 7 ກ່ອນທີ່ຈະຕັດສິນໃຈມາເປັນນັກສະແດງຢູ່ຊ່ອງ 3 ດ້ວຍຜົນງານການສະແດງລະຄອນເລື່ອງທໍາອິດຂອງນາງເອກສາວຄົນນີ້ກໍຄືເລື່ອງ ດົງຜູ້ດີ

ເຊິ່ງໄດ້ແຈ້ງເກີດເປັນນາງເອກໜ້າໃໝ່ຂອງວົງການບັນເທິງໄທ ຈາກນັ້ນນາງເອກສາວ ກໍມີຜົນງານການສະແດງມາເລື້ອຍໆບໍ່ວ່າຈະປັນເລື່ອງ ສຸພາບບຸລຸດຈຸທາເທບ, ນາຄີ ເປັນອີກເລື່ອງທີ່ຫຼາຍໆຄົນຮູ້ຈັກໃນບົດບາດຂອງ ຄໍາແກ້ວ ຫຼື ເຈົ້າແມ່ນາຄີ ທີ່ໄດ້ສ້າງປະກົດການໂດ່ງດັງໄປທົ່ວທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະ ຢູ່ໃນປະເທດລາວເຮົາບໍ່ມີໃຜບໍ່ຮູ້ຈັກ ເຈົ້າແມ່ນາຄີ ເຊິ່ງກາຍເປັນລະຄອນແຫ່ງປີ 2559 ທີ່ກາລັນຕີດ້ວຍເຣດຕິ້ງທີ່ສູງ ແລະ ຄວ້າລາງວັນຈາກຫຼາຍເວທີ ເອີ້ນໄດ້ວ່າ ແຕ້ວ ເປັນນາງເອກອີກຄົນໜື່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມປ່ຽມໄປດ້ວຍຄວາມສາມາດ ແລະ ມື້ນີ້ຂວັນໃຈຈະພາທຸກຄົນມາເບິ່ງເສັ້ນທາງຮັກຂອງນາງເອກຄົນດັງທີ່ຫຼ້າສຸດມີຂ່າວອອກມາວ່າໄດ້ມີການເລິກລາກັບແຟນໜຸ່ມນອກວົງການທີ່ຄົບກັນມາເປັນເວລາດົນນານ…


ຫຼັງຈາກມີຂ່າວອອກມາເປັນໄລຍະວ່າຄວາມສໍາພັນຮັກຂອງນາງເອກດັງ “ແຕ້ວ ນັດຕະພອນ” ກັບແຟນໜຸ່ມ ຕົ້ນ ນັ້ນແຕກຫັກກັນ ແຕ່ ນາງເອກສາວຄົນດັງກໍປະຕິເສດມາໂດຍຕະຫຼອດ ແຕ່ກໍຍອມຮັບວ່າມີບັນຫາບາງເລັກນ້ອຍ ແລະ ປະຄັບປະຄອງມາຕະຫຼອດ ຈົນໃນທີ່ສຸດ ແຕ້ວ ກໍອອກມາຍອມຮັບແລ້ວວ່າ ຕອນນີ້ຄວາມສໍາພັນກັບໜຸ່ມຕົ້ນນັ້ນໄດ້ລົດສະຖານະຈາກແຟນມາເປັນເພື່ອນກັນແລ້ວ ທັ້ງຄູ່ໄດ້ຄົບກັນດົນຈົນຮອດ 14 ປີ…ເຊິ່ງສາເຫດທີ່ເລິກລາກັນນັ້ນ ນາງເອກສາວຂໍເກັບໄວ້ເປັນເລື່ອງຂອງຄົນສອງຄົນບໍ່ຂໍເປີດເຜີຍ…






17 views0 comments
bottom of page