top of page

ພະທາດຫຼວງວຽງຈັນ (พระธาตฺหลวงเวียงจันทน์)


" ສະບາຍດີ " ແລະ ຂໍສະບາຍດີປີໃໝ່ພ້ອມກັບຍິນດີຕ້ອນຮັບທ່ານຜູ້ອ່ານທຸກທ່ານເຂົ້າສູ່ປີທ່ອງທ່ຽວລາວ 2018 ເຊິ່ງເຮົາຂໍເປີດສັກກະລາດໃໝ່ດ້ວຍສະຖານທີ່ທ່ອງທ່ຽວທີ່ຖືວ່າເປັນສູນລວມໃຈຂອງປະຊາຊົນລາວທັງປະເທດນັ້ນແມ່ນ “ ພະທາດຫຼວງ ” ຫຼືອີກຊື່ໜຶ່ງວ່າ “ເຈດີໂລກະຈູລະມະນີ ” ເຊິ່ງເປັນປູຊະນີຍະສະຖານອັນສັກສິດຄູ່ບ້ານຄູ່ເມືອງ ເປັນມໍລະດົກທາງວັດທະນະທໍາອັນຫຼໍ້າຄ່າທີ່ເນລະມິດຂຶ້ນມາຈາກສີໄມ້ລາຍມືຂອງຊ່າງສີລະປະບູຮານລາວດັ້ງເດີມຢ່າງປານີດ ລະອຽດອ່ອນທີ່ມີປະຫວັດການກໍ່ສ້າງມານັບພັນປີ. ອົງພະທາດຫຼວງມີສີຄໍາເຫຼືອງອາລາມສະຫວາດສະເຫວີຍປະທັບຜືນແຜ່ນດິນລ້ານຊ້າງ ຖືເປັນສະຖາປັດຕະຍະກໍາຂອງຊາວລາວທີ່ຮຸ່ງເຮື່ອງໄປດ້ວຍອາລະຍະທໍາ ແລະ ຊ່າງສີມືສຸດຍອດຂອງຄວາມເປັນສີລະປະໂດຍແທ້.


" สะบายดี " และขอสวัสดีปีใหม่พร้อมกับยินดีต้อนรับผู้อ่านทุกท่าน สู่ปีท่องเที่ยวลาว 2018 ซึ่งเราขอเปิดศักราชใหม่ด้วยสถานที่ท่องเที่ยวที่ถือว่าเป็นศูนย์รวมใจของชาว สปป ลาวทั้งประเทศ นั่นก็คือ “พระธาตฺหลวง”หรืออีกชื่อหนึ่งว่า “ พระเจดีย์โลกะจุฬามณี ”ชึ่งเป็นปูชนียสถานอันศักดิ์สิทธิ์คู่บ้านคู่เมือง เป็นมรดกทางวัฒธรรมอันล้ำค่าที่เนรมิตขึ้นมาจากฝีไม้ลายมือของช่างศิลปะโบราณลาวดั้งเดิมอย่างปราณีต ละเอียดอ่อน ที่มีประวัติการก่อสร้างมานับพันปีองค์พระธาตุหลวงมีสีทองคำเหลืองอร่ามมลังเมลือง น่าเกรงขามยิ่งนัก นับเป็นสถาปัตยกรรมของชาวลาว ดินแดนล้านช้างที่รุ่งเรืองไปด้วยอารยธรรมและช่างฝีมือสุดยอดของความเป็นศิลปะโดยแท้


ພະທາດຫຼວງວຽງຈັນ ນອກຈາກຈະເປັນມິ່ງຂວັນຂອງປະຊາຊົນ ສປປ ລາວ ທັງຊາດແລ້ວ ຍັງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາທີ່ມີຊື່ສຽງ ມົນສະເໜ່ຂອງພະທາດຫຼວງສາມາດດຶງດູດນັກທ່ອງທ່ຽວຈາກທົ່ວທຸກມູມໂລກໃຫ້ຫຼັ່ງໄຫຼກັນມາທ່ອງທ່ຽວຢ່າງບໍ່ຂາດສາຍ.


พระธาตฺหลวงเวียงจันทน์นอกจากจะเป็นมิ่งขวัญของชาว สปป ลาว ทั้งชาติแล้วยังเป็นแหล่งท่องเที่ยวทางประวัติศาสตร์ และวัฒธรรมที่มีชื่อเสียง มนต์เสน่ห์ของพระธาตุหลวงสามารถดึงดูดนักท่องเที่ยวจากทั่วทุกมุมโลกให้หลั่งไหลกันมาเที่ยวชมอย่างไม่ขาดสาย

ພະທາດຫຼວງຖືກກໍ່ສ້າງຂຶ້ນເມື່ອປີ ຄ.ສ 1566 ໂດຍສົມເດັດພະເຈົ້າໄຊຍະເສດຖາທິລາດ ເຊິ່ງດໍາລົງຕໍາແໜ່ງເປັນກະສັດລ້ານຊ້າງອົງທີ 45 ໃນສ່ວນຂອງພະທາດຫຼວງມີຄວາມສູງຢູ່ 45 ແມັດ, ກວ້າງ 49 ແມັດ ແລະ ຍັງມີພະທາດນ້ອຍປາລະມີ 30 ລູກ ລຽນອ້ອມຮອບເປັນບໍລິວານຮອງຮັບດ້ວຍຖ້ານບັນລັງ ປະດັບດ້ວຍກີບດອກບົວຂະໜາດໃຫຍ່ ເປັນສູນລວມແຫ່ງຈິດໃຈຕັ້ງແຕ່ເໜືອເຖິງໃຕ້ ນັບວ່າເປັນສີລະປະທີ່ເປັນເລີດສາມາດເອກອ້າງທາງດ້ານເອກະລັກ ວັດທະນະທໍາຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


พระธาตฺหลวงถูกก่อสร้างขึ้นเมื่อปี ค.ศ. 1566 โดยสมเด็จพระเจ้าไชยเชษฐาธิราช ซึ่งดำรงตำแหน่งเป็นกษัตริย์ล้านช้าง องค์ที่ 45 ในส่วนขององค์พระธาตุแห่งนี้มีความสูงถึง 45 เมตร ความกว้าง 49 เมตร และยังมีพระธาตฺเล็กปารมี 30 ลูกเรียงรายล้อมรอบเป็นบริวารรองรับด้วยฐานบัลลังค์ ประดับกลีบดอกบัวขนาดใหญ่ เป็นศูนย์รวมแห่งจิตใจตั้งแต่เหนือจรดใต้ นับเป็นศิลปะอันเอกอุที่เป็นเอกอ้างทางด้านเอกลักษณ์ วัฒธรรมของสาธารณรัฐ ประชาธิปไตย ประชาชนลาว

ໃນທຸກໆປີ ຈະມີການຈັດເທສະການງານບຸນນະມັດສະການພະທາດຫຼວງວຽງຈັນ ໃນຕອນເຊົ່້າໆພຸດທະສາສະນິກະຊົນທົ່ວປະເທດຕ່າງກໍມາຮ່ວມຕັກບາດ ຖວາຍສັງຄະທານ ໃນຊ່ວງຕອນສວາຍໆ ກໍຈະມີຂະບວນແຮ່ປາສາດເຜິ້ງນໍາໂດຍພະພິຂຸສົງ, ພະເຖລະ ແລະ ມວນມະຫາຊົນຍ່າງອ້ອມພະທາດຫຼວງ 3 ຮອບ ຕາມດ້ວຍພິທີທາງສາສະໜາໄຫວ້ພະ ຮັບສິນຮັບພອນ ເທສະໜາຟັງທໍາຕາມຮີດຄອງປະເພນີ


ในทุก ๆ ปีจะมีการจัดเทศกาลงานบุญนมัสการพระธาตฺหลวงเวียงจันทน์ ในตอนเช้า ๆ พุทธศาสนิกชนทั่วประเทศต่างก็มาร่วมตักบาตร ถวายสังฆทานในช่วงบ่ายแก่ ๆ ก็จะมีขบวนแห่ปราสาทผึ้ง นำโดยพระภิกษุสงฆ์, พระเถระและมวลชนเดินรอบพระธาตุหลวง 3 รอบ ตามด้วยพิธีทางศาสนา, ไหว้พระรับศีลรับพรฟังธรรมเทศนาตามจารีตประเพณี

ໃນຍາມຄໍ່າຄືນ ພໍ່ແມ່ພີ່ນ້ອງຊາວລາວກໍຈະມີການວຽນທຽນ ຮອບອົງພະທາດຫຼວງອີກ 3 ຮອບ ພ້ອມຈູດທູບທຽນບູຊາຮອບພະທາດຫຼວງ, ຈູດບັ້ງໄຟເພື່ອສັກກະຫຼະບູຊາຕາມປະເພນີທີ່ສືບທອດກັນມາແຕ່ບູຮານນະການ


ในยามค่ำคืนพ่อแม่พี่น้องชาวลาวก็จะมีการเวียนเทียน รอบองค์พระธาตุหลวงอีก 3 รอบ พร้อมจุดธูปเทียนบูชารอบพระธาตุหลวง, จุดบั้งไฟเพื่อสักการะบูชาตามประเพณีที่สืบทอดกันมาเนิ่นนาน


ຂໍບອກເລີຍວ່າເປັນສະຖານທີ່ໆທ່ານບໍ່ຄວນພາດນາໆປະການທັງປວງ ເພາະຖ້າຫາກມາທ່ຽວ ສປປ ລາວ ແລ້ວຖ້າທ່ານບໍ່ໄດ້ມາກາບອົງພະທາດຫຼວງ ກໍປຽບເໝືອນວ່າ..ທ່ານຍັງບໍ່ໄດ້ມາ ຮອດ ສປປ ລາວ ຢ່າງແທ້ຈິງນັ້ນເອງ


ขอบอกเลยว่า เป็นสถานที่ ๆ คุณ ๆ ไม่ควรพลาดด้วยประการทั้งปวง เพราะหากมาเที่ยว สปป ลาว แล้วไม่ได้มากราบองค์พระธาตุหลวง ก็เปรียบเสมือนว่า…ยังมาไม่ถึงลาวอย่างแท้จริงนั่นเอง


85 views0 comments
bottom of page