
ລູກຊາຍ ກິດາວເພັດ ຜູ້ສືບທອດສຽງເພງແທນພໍ່ກຽມອອກຜົນງານເພງໃໝ່ໄວໆນີ້
ໜຸ່ມນ້ອຍ ບິກ ວີລະຍຸດ ໜູຫ່ວງ ລູກຊາຍຂອງ ກິດາວເພັດ ໜູຫ່ວງ ນັກຮ້ອງໃນຕຳນານໜຸ່ມໂກສິນທີ່ຫາກໍ່ລ່ວງລັບໄປ ຫວ່າງທ້າຍເດືອນເມສາຜ່ານມານັ້ນ ຮູ້ສຶກວ່າລູກຊາຍຄົນນີ້ຈະບໍ່ໄດ້ສະເພາະຮູບໂສມຂອງພໍ່ແຕ່ວິຊາຂອງກິດາວເພັດກໍ່ມາເຕັມ ຫຼ້າສຸດນີ້ກຽມຈະມີຜົນງານມາໃຫ້ຊົມອີກແລ້ວ

ເພຈຂອງວົງດົນຕີດັງໜຸ່ມໂກສິນ ໄດ້ປະກາດຫວ່າງໝໍ່ໆນີ້ວ່າ ອີກບໍ່ດົນຈະໃດ້ຟັງຜົນງານເພງໃໝ່ຂອງນ້ອງບິກແລ້ວເດີ້ ຝາກຕິດຕາມແດ່

ງານນີ້ແມ່ຍົກທັງເໜືອເຖິງໃຕ້ໃຫ້ກຳລັງໃຈເຕັມ ຕ່າງກໍ່ສົ່ງກຳລັງໃຈຫາໜຸ່ມນ້ອຍໃຫ້ຕັ້ງໃຈສ້າງສັນຜົນງານ ນຳຮອຍພໍ່ ແລະ ອະນາຄົດໃຫ້ໄດ້ອອກຄອນເສີດສືບທອດຕຳນານໜຸ່ມໂກສິນໄປແຂວງອື່ນໆເໝືອນດັ່ງທີ່ເຄີຍເປັນຜ່ານມາທີ່ພໍ່ຍັງມີຊີວິດຢູ່
