top of page

ສຳພາດຜູ້ອຳນວຍການບໍລິຫານ ບໍລິສັດ foodpanda laos

Updated: Nov 25, 2020

ຜູ້ອຳນວຍການບໍລິຫານ, foodpanda Laos

"ແມ່ຍິງທີ່ມີຫົວໃຈສີບົວ ຈາກຄວາມມັກໃນການເລີ່ມຕົ້ນ

ກ້າວເຖິງເຈົ້າຂອງຕະຫຼາດ ການຈັດສົ່ງສິນຄ້າຂອງສປປລາວ "







1. ເສັ້ນທາງວຽກງານຂອງທ່ານແມ່ນຫຍັງກ່ອນທີ່ທ່ານຈະນຳພາກອງທັບເປັນຜູ້ອຳນວຍການຂອງ foodpandaປະເທດລາວ?

ໂດຍສ່ວນຕົວ ຂ້າພະເຈົ້າ ແມ່ນມີຄວາມມັກຮັກຕໍ່ເຕັກໂນໂລຢີຢູ່ແລ້ວ, ເມື່ອເລືອກຮຽນຕໍ່ຈຶ່ງເລືອກທາງດ້ານ IT. ຂ້າພະເຈົ້າຈົບປະລິນຍາຕີສາຂາ ວິທະຍາສາດຄອມພິວເຕີຈາກ University of Technology Sydney, ທີ່ປະເທດອົດສະຕາລີ ດ້ວຍທຶນການສຶກສາຈາກ AusAID, ແລະ ຈົບປະລິນຍາໂທຈາກ University of Illinois at Chicago ທີ່ປະເທດອາເມລິກາ, ໃນສາຂາການຈັດການລະບົບຂໍ້ມູນຂ່າວສານ (Management Information System) ດ້ວຍທຶນການສຶກສາ Fulbright.

ດ້ານວຽກງານ ກໍ່ເປັນຄົນໜື່ງທີ່ມີໂອກາດໄດ້ໄປເຮັດວຽກກັບຫຼາຍບໍລິສັດສາກົນທີ່ກໍ່ຕັ້ງໃຫມ່ໃນລາວ, ເປັນຕົ້ນການເປັນ ພະນັກງານ ໄອທີ ຄົນທໍາອິດທີ່ບໍລິສັດເບຍແຫ່ງໜື່ງ. ຕໍ່ມາກໍ່ເປັນ ວິສະວະກອນວິເຄາະຂໍ້ມູນ (Business Intelligence) ຄົນທໍາອິດເຮັດວຽກໃນຂະແໜງການ ໂທລະຄົມ ໃຫ້ບໍລິສັດ ໂທລະຄົມມະນາຄົມແຫ່ງໜື່ງ. ຈາກນັ້ນ ກໍ່ໄດ້ມີໂອກາດມາເຮັດວຽກໃຫ້ກັບພາກລັດໃນສາຂາ ນະໂຍບາຍ, ການພົວພັນຮ່ວມມືຕ່າງປະເທດ, ການສົ່ງເສີມການນໍາໃຊ້ເຕັກໂນໂລຢີ້ ແລະ ຫຼາຍໂຄງການເຕັກນິກໃນຂະແໜງການບໍລິຫານຈັດການຂໍ້ມູນຂ່າວສານ ແລະ ໂທລະຄົມທີ່ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ. ເອີ້ນໄດ້ວ່າສັ່ງສົມ ປະສົບການເຮັດວຽກທັງພາກເອກະຊົນ ແລະ ພາກລັກ ຫຼາຍກວ່າ 10 ປີ. ນອກນັ້ນ, ຕະຫຼອດໄລຍະນັ້ນກໍ່ຍັງເຮັດວຽກໂຄງການໄລຍະສັ້ນຫຼາຍຢ່າງ ເຊັ່ນການເປັນອາຈານສອນ parttime ໃຫ້ນັກສຶກສາວິທະຍາໄລ, ການສ້າງທຸລະກິດສ່ວນຕົວ ແລະ ການຊ່ວຍທຸລະກິດຄ້າຂາຍຂອງຄອບຄົວ. ຈົນທ້າຍປີ 2018 ແມ່ນການເປັນຜູ້ປະກອບການໃຫມ່ ແລະ ສ້າງແອັບຂອງຕົນເອງ.

2. ຕົ້ນກຳເນີດຂອງ foodpanda ປະເທດລາວແມ່ນຫຍັງ?

ຂ້າພະເຈົ້າໄດ້ມີໂອກາດໄປສຶກສາ ແລະ ດໍາລົງຊີວິດຢູ່ຕ່າງປະເທດໄລຍະໜື່ງ ແລະ ໄດ້ມີໂອກາດເຫັນຫຼາຍໆ​ການບໍລິການທີ່ນໍາໃຊ້ ໄອຊີທີ ເຊັ່ນເວັບໄຊ້ ແລະ ແອັບພີເຄຊັນມືຖືເຂົ້າມາອໍານວຍຄວາມສະດວກ. ເມື່ອກັບມາໃຊ້ຊີວິດ ແລະ ເຮັດວຽກຢູ່ບ້ານເຮົາກໍ່ຮູ້ສຶກວ່າ ບ້ານເຮົາຍັງມີຫຼາຍຂະແໜງການທີ່ສາມາດນໍາໃຊ້ເຄື່ອງມືດ້ານ ໄອຊິທີ ເຂົ້າມາຊ່ວຍແຕ່ຍັງມີໜ້ອຍ. ສີ່ງທີ່ຂ້າພະເຈົ້າຄິດວ່າຈະເປັນຂະແໜງການທີ່ມີທ່າແຮງຂະຫຍາຍຕົວແມ່ນດ້ານ last-mile logistic ຫຼື ການແຈກຢາຍພັດສະດຸເຖິງມືຜູ້ຊົມໃຊ້. ຂະແໜງການນີ້ຖືເປັນໂຄງລ່າງໃຫ້ກັບຫຼາຍການບໍລິການ ບໍ່ວ່າຈະແມ່ນດ້ານການຄ້າຂາຍອອນລາຍ ຫຼື ການສົ່ງປະເພດອາຫານ, ເຄື່ອງອຸປະໂພກບໍລິໂພກທົ່ວໄປ ທີ່ເປັນທີ່ນິຍົມຊົມໃຊ້ໃນປະຈຸບັນ. ຂ້າພະເຈົ້າ ຈີ່ງຕັດສິນໃຈຕັ້ງໃຈສຶກສາຄວາມເປັນໄປໄດ້ຂອງຕະຫຼາດ ແລະ ເລີ່ມເຮັດສະຕາດອັບ (startup) ສ້າງແອັບພີເຄຊັນ ທີ່ກ່ຽວຂ້ອງກັບການສົ່ງອາຫານ ແລະ ພັດສະດຸ ເຊີ່ງກໍ່ເປັນຈຸດລິເລີ່ມ ທີ່ນໍາພາໄປສູ່ການສະແຫວງຫາທຶນຮອນມາລົງທຶນຈາກຕ່າງປະເທດ ແລະ ໄດ້ມີໂອກາດເຊື່ອມໂຍງກັບບໍລິສັດ ເດລິເວີຣີ ຮີໂຣ ເຈົ້າຂອງບໍລິສັດ ຟູດແພນດ້າ, ແລະ ຜ່ານການເຮັດວຽກຮ່ວມກັນເປັນໄລຍະດົນສົມຄວນ ກໍ່ສາມາດຈູງໃຈໃຫ້ ບໍລິສັດດັ່ງກ່າວເຂົົ້າມາລົງທຶນ ແລະ ແຕ່ງຕັ້ງໃຫ້ເປັນຜູ້ບໍລິຫານ ຟູດແພນດ້າ ປະຈໍາລາວ.



3. ທັດສະນະການຄຸ້ມຄອງ ແລະ ຕຳແໜ່ງ ຂອງ foodpanda Laos ແມ່ນຫຍັງ?


ສິ່ງທີ່ຂ້າພະເຈົ້າສື່ສານກັບພະນັກງານ ຕະຫຼອດເວລາແມ່ນ ບໍລິສັດ foodpandaແມ່ນທຸລະກິດທີ່ອີງໃສ່ພື້ນຖານໂຄງລ່າງດ້ານການຈັດສົ່ງກໍ່ຈິງ ແຕ່ວ່າຄວາມແຕກຕ່າງຂອງການບໍລິຫານພວກເຮົາແມ່ນມີຄວາມທ້າທາຍຫຼາຍ, ເພາະວ່າເຮົາມີຫຼາຍພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າຈະເປັນຮ້ານຄ້າຮ້ານອາຫານ, ພະນັກງານຂົນສົ່ງ (ໄຣເດີ້) ແລະ ລູກຄ້າທີ່ໃຊ້ບໍລິການ. ການບໍລິຫານຈັດການຂອງທັງ 3 ພາກສ່ວນພວກເຮົາບໍ່ອາດຈະຖືເບົາຢ່າງໃດຢ່າງໜຶ່ງໄດ້ ເພາະວ່າທຸກຢ່າງແມ່ນມີຄວາມສໍາພັນກັນ ແລະ ມີຄວາມສໍາຄັນທີ່ເທົ່າທຽມກັນ. ຕົວຢ່າງ, ເຖິງວ່າຈະມີລະບົບການຂົນສົ່ງທີ່ດີ, ມີພະນັກງານຂົນສົ່ງຫຼາຍຄົນ, ແຕ່ຖ້າຜູ້ໃຊ້ບໍລິການບໍ່ສັ່ງອໍເດີ້ ຫຼື ວ່າບໍ່ມີຮ້ານພຽງພໍເຂົ້າຮ່ວມທຸລະກິດກັບພວກເຮົາ, ແນ່ນອນບໍລິສັດຈະບໍ່ປະສົບຜົນສຳເລັດໄດ້. ສະນັ້ນ, ປັດໃຈຫຼັກໃນການດຳເນີນທຸລະກິດຂອງພວກເຮົາແມ່ນ ພວກເຮົາຕ້ອງສ້າງຄວາມສົມດຸນໃນການຂະຫຍາຍຕົວທັງ 3 ພາກສ່ວນ ນີ້ໃຫ້ໄດ້ພ້ອມພ້ອມກັນ ແລະ ນັ້ນແມ່ນສິ່ງທີ່ຍາກທີ່ສຸດ ເຊີ່ງຮຽກຮ້ອງໃຫ້ພະນັກງານທຸກຄົນຕ້ອງເຮັດວຽກຮ່ວມກັນແບບເປັນທີມ ແລະ ເນັ້ນການສື່ສານແລກປ່ຽນລະຫວ່າງພະແນກຕ່າງໆ ຕະຫຼອດເວລາ ແລະ ນີ້ແມ່ນທັດສະນະຄະຕິຂອງພວກເຮົາທີ່ພວກເຮົາໄດ້ເອົາໃຈໃສ່ ແລະ ເຮັດວຽກໜັກເພື່ອພັດທະນາ.



4. ຍຸດທະສາດຂອງ foodpanda ປະເທດລາວແມ່ນຫຍັງ?

ເຖິງ foodpanda ຈະເປັນແອັບພີເຄຊັນທີ່ມາຈາກຕ່າງປະທດ ແຕ່ຈຸດພິເສດຂອງ foodpanda ປະເທດລາວ ແມ່ນຄວາມພະຍາຍາມທີ່ຈະປັບປ່ຽນໃຫ້ເຂົ້າກັບຄວາມຕ້ອງການຂອງຜູ້ຊົມໃຊ້ຄົນລາວຫຼາຍທີ່ສຸດ. foodpanda ຈະແຕກຕ່າງຈາກ ແອັບພີເຄຊັນອື່ນໆຢູ່ບ່ອນວ່າ ນອກຈາກຈະນໍາໃຊ້ເຕັກໂນໂລຢີ້ທີ່ທັນສະໄໝແລ້ວພວກເຮົາບໍ່ເຄີຍທີ່ຈະຢຸດການພັດທະນາ; ທ່ານຈະສັງເກດເຫັນວ່າທຸກໆເດືອນພວກເຮົາຈະມີການປັບປຸງໃດໜື່ງຢູ່ໃນລະບົບບໍ່ວ່າຈະເປັນ ຄຸນລັກສະນະໃໝ່, ຮູບໂສມໃໝ່ ຫຼື ບໍລິການໃໝ່ໆມາສະເໝີ, ນີ້ກໍ່ເພື່ອພັດທະນາ ປະສົບການຜູ້ຊົມໃຊ້ໃຫ້ມີຄວາມສະດວກສະບາຍ ແລະ ງ່າຍຕໍ່ການນຳໃຊ້ຂື້ນທຸກມື້. ນອກຈາກນັ້ນ, ພວກເຮົາຍັງເນັ້ນໜັກໃສ່ ການບໍລິການທີ່ວ່ອງໄວທັນໃຈ, ລາຄາຖືກກວ່າ ແລະ ມີອາຫານ, ​ເຄື່ອງດື່ມ ສິນຄ້າຫຼາກຫຼາຍປະເພດ ໃຫ້ຜູ້ຊົມໃຊ້ໄດ້ເລືອກໄດ້ລອງ. ນີ້ແມ່ນຈຸດຢືນຂອງພວກເຮົາ, ທີ່ຊີ້ໃຫ້ເຫັນວ່າເຮົາຈະບໍ່ຢຸດສ້າງສິ່ງທີ່ດີທີ່ສຸດສຳລັບຜູ້ຊົມໃຊ້ທຸກຄົນ.



5. ຄ່າ ສ່ວນແບ່ງລາຍຮັບ 30% ຂອງ foodpanda Laos ແມ່ນ ກຳໄລແທ້ໆ ສຳລັບບໍລິສັດບໍ່?

ຮ້ານອາຫານໂດຍທົ່ວໄປ ແມ່ນມີຕົ້ນທຶນຄົງທີ່ໃນແຕ່ລະເດືອນເພື່ອດຳເນີນທຸລະກິດ ເຊັ່ນຄ່າເຊົ່າ, ຄ່າອຸປະກອນ, ຄ່າພະນັກງານ, ຄ່ານໍ້າຄ່າໄຟທີ່ມີມູນຄ່າສູງ. ການຂາຍອອນລາຍກັບ foodpanda ຊ່ວຍໃຫ້ຮ້ານມີກໍາໄລຫຼາຍຂື້ນໂດຍການຫຼຸດຕົ້ນທຶນຄົງທີ່ເຫຼົ່ານັ້ນ. ເຮົາຢາກໃຫ້ນຶກພາບວ່າມັນປຽບດັ່ງການເປີດຮ້ານໃຫມ່ ທີ່ມີ foodpanda ເປັນຜູ້ລົງທຶນທັງໝົດບໍ່ວ່າຈະແມ່ນດ້ານລະບົບສັ່ງ, ດ້ານການຈັດສົ່ງ,​ ການຮັບປະກັນສິນຄ້າຕ່າງໆ, ການສະໜັບສະໜຸນຮ້ານຄ້າ ແລະ ທີ່ສໍາຄັນແມ່ນການຕະຫຼາດທີ່ຊ່ວຍເພີ່ມຍອດຂາຍເປັນຈໍານວນຫຼາຍໃຫ້ແກ່ຮ້ານ, ພວກເຮົາຊ່ວຍໃຫ້ຮ້ານຄ້າເພີ່ມຊ່ອງທາງການຂາຍ ແລະ ເຂົ້າເຖິງກຸ່ມລູກຄ້າທີ່ຫຼວງຫຼາຍຂອງ foodpanda. ໃນຄວາມເປັນຈິງສ່ວນແບ່ງລາຍຮັບ 30% ແມ່ນຈຳນວນທີ່ບໍ່ຫຼາຍເລີຍສໍາລັບສີ່ງທີ່ foodpanda ມອບໃຫ້ຮ້ານໃນການຮ່ວມທຸລະກິດກັບເຮົາ ແລະ ມັນເປັນເຫດຜົນວ່າ ເປັນຫຍັງທຸກມື້ນີ້ຜູ້ຄ້າຂາຍເຂົ້າຮ່ວມກັບພວກເຮົາ ຍັງຄົງຢູ່ກັບພວກເຮົາໄດ້ ແລະ ຂະຫຍາຍໂຕຂື້ນທຸກມື້, ແນ່ນອນວ່າ ມັນຈະບໍ່ເປັນແບບນັ້ນໄດ້ຖ້າຫາກວ່າພວກເຂົາຖືກເອົາປຽບ ຫຼື ບໍ່ມີກໍາໄລ. ພວກເຮົາ ເຊື່ອໃນການຮ່ວມທຸລະກິດກັນແບບຍືນຍາວ ໝັ້ນຄົງ ເຕີບໃຫຍ່ຂະຫຍາຍຕົວໄປພ້ອມກັນ.

ຕໍ່ກັບຄໍາຖາມວ່າເຮົາມີກໍາໄລບໍ່ນັ້ນ,​ ເຮົາຈະຂໍຕອບເປັນຕົວຢ່າງທີ່ຈັບຕ້ອງໄດ້ງ່າຍ. ຕົວຢ່າງ ອາຫານ 1 ຢ່າງລາຄາ 15,000 ກີບ, ພວກເຮົາໄດ້ຮັບສ່ວນແບ່ງ 4500 ກີບ, ແຕ່ວ່າພວກເຮົາຈ່າຍໃຫ້ພະນັກງານຂົນສົ່ງສະເລ່ຍ 7.000 ກີບ, ຄຳຖາມກໍ່ຄື ພວກເຮົາຈະໄດ້ກຳໄລໄດ້ແນວໃດ? ການດໍາເນີນທຸລະກິດຂອງເຮົາ ຈະສາມາດຍືນຍົງໄດ້ກໍ່ຕໍ່ເມື່ອ ພວກເຮົາມີຫຼາກຫຼາຍຮ້ານເຂົ້າຮ່ວມກັບພວກເຮົາ, ມີຄົນສັ່ງທີ່ຫຼວງຫຼາຍ, ຈີ່ງຈະສາມາດສ້າງຄວາມດຸ່ນດ່ຽງເຮັດໃຫ້ເກີດຜົນຕອບແທນໄດ້ໃນໄລຍະຍາວ. ສະນັ້ນ, ມັນແມ່ນຄຳຕອບທີ່ວ່າສ່ວນແບ່ງ 30%, ແມ່ນໄດ້ໃຊ້ໃນການສ້າງວຽກເຮັດງານທຳໃຫ້ໄຣເດີ້, ສ້າງໂອກາດ ແລະ ສ້າງຍອດຂາຍໃຫ້ຮ້ານຄ້າ ແລະ ອໍານວຍຄວາມສະດວກໃຫ້ຜູ້ຊົມໃຊ້, ພວກເຮົາເຫັນວ່າມັນເປັນຕົວເລກທີ່ສົມເຫດສົມຜົນ ແລະ ມີຄຸນຄ່າໃນຕົວມັນເອງ.


6. ໃນ 1 ປີທີ່ຜ່ານມາຂອງ foodpanda Laos ໄດ້ປະສົບຜົນສຳເລັດຫຼາຍປານໃດ?


ພວກເຮົາເປີດການບໍລິການໃນເດືອນ ພະຈິກ ປີ 2019, ໃນຕອນນັ້ນພວກເຮົາມີພະນັກງານພຽງແຕ່ 17 ຄົນເທົ່ານັ້ນ, ໄຣເດີໃນລະບົບ 50 ກວ່າຄົນ ແລະ ຮ້ານຄ້າພຽງ 300 ຮ້ານ. ເມື່ອມາເຖິງປະຈຸບັນ ເຮົາມີພະນັກງານຫຼາຍກວ່າ 100 ຄົນ, ໄຣເດີ້ໃນລະບົບ ເປັນພັນຄົນ, ຮ້ານອາຫານ ແລະ ຄູ່ຄ້າທຸລະກິດຈໍານວນຫຼວງຫຼາຍ ແລະ ໃຫ້ບໍລິການໃນ 8 ແຂວງທົ່ວປະເທດລາວ. ເວົ້າໄດ້ວ່າ ການເຕີບໂຕຂອງ foodpanda ໃນ 1 ປີທີ່ຜ່ານມາແມ່ນມາໄກຫຼາຍ. ໃນຖານະທີ່ເປັນຜູ້ບໍລິຫານ, ຂ້າະພະເຈົ້າເອງ ກໍ່ດີໃຈ ແລະ ພູມໃຈທີ່ມີທີມງານທີ່ດີທີ່ເຊື່ອໝັ້ນໃນວິໄສທັດຂອງຂ້າພະເຈົ້າ, ເຮົາເຊື່ອວ່າອົງກອນຈະເຕີບໃຫຍ່ຂະຫຍາຍຕົວໄດ້ກໍ່ຕໍ່ເມື່ອທຸກຄົນໃນອົງກອນເດີນຕາມທິດທາງອັນດຽວກັນ ແລະ ທີ່ພວກເຮົາສາມາດບັນລຸເຖິງຈຸດນີ້ໄດ້ແນ່ນອນບໍ່ແມ່ນຜົນງານຂອງໃຜພຽງແຕ່ຄົນດຽວແຕ່ມັນແມ່ນທີມງານທັງໝົດ. ຖ້າຖາມວ່າມື້ນີ້ດີໃຈກັບຈຸດນີ້ບໍ່, ກໍ່ຕ້ອງຕອບວ່າ ດີໃຈຫຼາຍ, ແຕ່ຂ້າພະເຈົ້າ ກໍ່ເຊື່ອວ່າພວກເຮົາຍັງ ສາມາດກ້າວໄປໜ້າໄດ້ໄກກວ່ານີ້ອີກ ແລະ ນັ້ນແມ່ນແຜນການສຳລັບອະນາຄົດທີ່ພວກເຮົາພ້ອມທີ່ຈະເຮັດວຽກໜັກ, ພັດທະນາ ແລະ ສ້າງສິ່ງທີ່ດີອອກມາຢ່າງຕໍ່ເນື່ອງ.



7. ບາດກ້າວຕໍ່ໄປສຳລັບ foodpanda Laos ແມ່ນຫຍັງ?


ບາດກ້າວຕໍ່ໄປຂອງພວກເຮົາແມ່ນຈະຍັງສານຕໍ່ພັດທະນາຈາກມື້ນີ້ ແລະ ຈຸດສຸມຂອງເຮົາຍັງຄົງແມ່ນ ສົ່ງເສີມທັງສາມພາກສ່ວນທີ່ກ່ຽວຂ້ອງກັບທຸລະກິດຂອງພວກເຮົາຄື: ເພີ່ມຍອດຂາຍ ໃຫ້ຮ້ານອາຫານຄູ່ຄ້າທຸລະກິດ, ສ້າງວຽກເຮັດງານທໍາທີ່ເຂົ້າເຖິງງ່າຍ ແລະ ຄ່າຕອບແທນທີ່ດີ ໃຫ້ກັບພະນັກງານຂົນສົ່ງ (ໄຣເດີ້) ແລະ ພັດທະນາການບໍລິການລູກຄ້າຂອງເຮົາໃຫ້ດີຂື້ນ, ມີຫຼາກຫຼາຍຜະລິດຕະພັນ, ໃນລາຄາທີ່ຖືກກວ່າ ແລະ ສະດວກສະບາຍກວ່າ.

ໃນໄວໆນີ້ foodpanda ຈະເລີ່ມເປີດບໍລິການໃໝ່ຕື່ມນັ້ນແມ່ນກຽມພ້ອມທີ່ຈະຕອບສະໜອງຂົນສົ່ງເຄື່ອງໃຊ້ທຸກຢ່າງ ຈາກບັນດາຫ້າງຮ້ານຕ່າງໆທີ່ສະດວກສະບາຍ ໂດຍການໃຊ້ຊື່ບໍລິການ pandago, ຮູບແບບແມ່ນຄ້າຍຄືກັບຜູ້ຂົນສົ່ງສິນຄ້າຕາມຄວາມຕ້ອງການເຊິ່ງຜູ້ໃຊ້ສາມາດຈອງເວລາ ແລະ ສະຖານທີ່ຈັດສົ່ງໄດ້ງ່າຍ ແລະ ສະດວກວ່ອງໄວ.

8. ໃນຖານະທີ່ເປັນຜູ້ນຳແມ່ຍິງຂອງ foodpanda Laos, ທ່ານຈັດການກັບວຽກງານແລະເລື່ອງສ່ວນຕົວແນວໃດ?

ຕ້ອງຕອບດ້ວຍຄວາມຊື່ສັດວ່າມັນຍາກເຊັ່ນກັນໂດຍສະເພາະໃນບົດບາດຂອງແມ່ຍິງທີ່ເຮັດວຽກໃນຕຳແໜ່ງບໍລິຫານ ບໍລິສັດທີ່ຫາກໍ່ ກໍ່ຕັ້ງ, ເພາະເຮົາຕ້ອງໃສ່ໃຈ, ທຸ້ມເທເວລາ ແລະ ມັນສະໝອງທັງໝົດເຂົ້າໃນວຽກງານການສ້າງຕັ້ງ ແລະ ພັດທະນາອົງກອນ ແລະ ທຸລະກິດ. ດັ່ງນັ້ນ ຕະຫຼອດໄລຍະກວ່າ 1ປີ ທີ່ຜ່ານມາແມ່ນ ກະທົບຊີວິດສ່ວນຕົວ ແລະ ຄອບຄົວເລື່ອງເວລາຂ້ອນຂ້າງຫຼາຍ. ແຕ່ກໍ່ຖືວ່າຕົນໂຊກດີຫຼາຍທີ່ມີຄູ່ຄອງ ແລະ ຄອບຄົວທີ່ເຂົ້າໃຈ ແລະ ພ້ອມທີ່ຈະສະໜັບສະໜູນເຮົາ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າ ກໍ່ພະຍາຍາມມີການຈັດເວລາ ວັນພັກຜ່ອນແມ່ນມອບໃຫ້ຄອບຄົວຢ່າງເຕັມສ່ວນ, ພະຍາຍາມຈັດສົມດູນເວລາວຽກ ແລະ ສ່ວນຕົວໃຫ້ດີຂື້ນແຕ່ລະໄລຍະ.


9. ໃນໂອກາດຄົບຮອບ 1 ປີຂອງ foodpanda Laos, ເຈົ້າຢາກໃຫ້ຫຍັງ?

ໃນໂອກາດພິເສດໃນວັນຄົບຮອບ 1 ປີຂອງ foodpanda, ຂ້າພະເຈົ້າກໍ່ຢາກຂໍຂອບໃຈພະນັກງານທຸກຄົນ ເຊິ່ງຊ່ວຍໃຫ້ບໍລິສັດມາຮອດຈຸດນີ້ໄດ້ຢ່າງສວຍງາມ. ສຳລັບພະນັກງານໄຣເດີ້, ຂໍຂອບໃຈທຸກໆຄົນທີ່ເປັນກຳລັງແຮງທີ່ຢູ່ເບື້ອງຫລັງທຸລະກິດຂອງພວກເຮົາໃນການຂະຫຍາຍທຸລະກິດໃນຈຸດນີ້. ອີກພາກສ່ວນໜຶ່ງແມ່ນ ຮ້ານອາຫານຄູ່ຄ້າທຸລະກິດ ທີ່ເຂົ້າມາຮ່ວມກັບພວກເຮົາ, ຂ້າພະເຈົ້າຕ້ອງຂໍຂອບໃຈຢ່າງຈິງໃຈທີ່ໃຫ້ໂອກາດຂ້າພະເຈົ້າໃນການທົດລອງເຮັດທຸລະກິດໃໝ່ໄປນຳກັນກັບພວກເຮົາ, ແລະ ສຸດທ້າຍທີ່ຂາດບໍ່ໄດ້ ຂອບໃຈລູກຄ້າທຸກຄົນ ທີ່ເປີດໃຈທົດລອງໃຊ້ບໍລິການໃໝ່ ພ້ອມທັງໃຫ້ຄຳແນະນຳ ແລະ ວິຈານຕໍ່ພວກເຮົາຕະຫຼອດເວລາເພື່ອພວກເຮົາຈະສາມາດພັດທະນາຢ່າງຕໍ່ເນື່ອງ. ທີ່ foodpanda, ພວກເຮົາຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຍັງມີຜະລິດຕະພັນຫຼາຍຢ່າງທີ່ພ້ອມທີ່ຈະຕອບສະໜອງຄວາມສະດວກສະບາຍຂອງທຸກໆຄົນ. ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທຸກໆທ່ານຈົ່ງຢູ່ກັບພວກເຮົາເປັນເວລາດົນນານ ແລະ ກ້າວສູ່ປີທີ 2 ຂອງ foodpanda ຮ່ວມກັນ ........

"ຄວາມສຳເລັດຈະເກີດຂື້ນກັບທຸກໆຄົນ ທີ່ເອົາໃຈໃສ່, ມີຄວາມຮັກ ແລະ ເຊື່ອໃນສີ່ງທີ່ຕົນເອງເຮັດ”

Thanyalat Chaleunsouk

ຜູ້ອຳນວຍການບໍລິຫານ, foodpanda Laos






205 views0 comments
bottom of page