ສຽວຫຼົງ ອານຸສອນ ພູຄຳ “ໜຸ່ມເທ້ ດຶງໃຈສາວໆ”
Updated: Nov 28, 2020

ຊື່ ອານຸສອນ ພູຄຳ,ຊື່ຫຼີ້ນ ສຽວຫຼົງ ອາຍຸ 20ປີ, ສູງ 172cm,ນ້ຳໜັກ 65ກິໂລ,ກຳລັງສຶກສາຢູ່ປີ2 ວິທະຍາໄລ ປາກປະສັກ, ເວລາຫ່ວາງມັກເບິ່ງໜັງ,ຟັງເພງ,ຟິດເນັດ ແລະ ກີລາທີ່ມັກແມ່ນລອຍນໍ້າ. ເລີ່ມຕົ້ນເຂົ້າວົງການບັນເທີງແມ່ນປະກວດ Top To Idol 1017-2018 ໄດ້ຮັບຕຳແໜ່ງ The winner. ສະເພາະວຽກໃນວົງການບັນເທີງແມ່ນມັກໃນດ້ານການສະແດງ ແລະ ມີຄວາມໄຝ່ຝັນອັນສູງສຸດໃນວົງການບັນເທີງແມ່ນຢາກເປັນນັກສະແດງຄົນໜຶ່ງທີ່ມີຊື່ສຽງແລະມີຄວາມສາມາດໃນທຸກໆດ້ານ, ສ່ວນແຮງບັນດານໃຈທີ່ເຮັດໃຫ້ເຂົ້າມາຢູ່ໃນວົງການບັນເທີງແມ່ນຢາກໃຫ້ຄົນຮູ້ຈັກຫຼາຍຂື້ນແລະເປັນທີ່ຍອມຮັບໃນສັງຄົມ, ຢາກຊ່ວຍເຫຼືອສັງຄົມ
ຄາເລັກເຕີ້ “ໜຸ່ມເທ້ ດຶງໃຈສາວໆ”


