ເຈແປນ ສິດທິເດດ ແກ້ວຈູມສີ “ໜຸ່ມນ້ອຍ ໜ້າຮັກ ສະຕາຍເກົາຫຼີ”
Updated: Nov 28, 2020

ຊື່ ສິດທິເດດ ແກ້ວຈູມສີ, ຊື່ຫຼີ້ນ ເຈແປນ,ອາຍຸ 19ປີ,ສູງ 178cm, ນ້ຳໜັກ 60ກິໂລ,ກຳລັງສຶກສາ ບໍລິຫານທຸລະກິດ ປີ2 ວິທະຍາໄລລາວທອບ
ເວລາຫ່ວາງແມ່ນຮຽນຊ້ອມເດີນແບບ,ຖ່າຍແບບ,ຊ້ອມການສະແດງ,ຫຼີ້ນກີຕ້າ
ກີລາທີ່ມັກແມ່ນບານບ້ວງ. ຈຸດເລີ່ມຕົ້ນໃນວົງການບັນເທີງແມ່ນສະແດງເອັມວີເພງ (ຄືນສຸດທ້າຍ),ວຽກໃນດ້ານວົງການບັນເທີງມັກຫຼາຍທີ່ສຸດແມ່ນການສະແດງເພາະວ່າການສະແດງໄດ້ໃຊ້ຮ່າງກາຍ,ຄວາມຮູ້ສຶກແລະຈິດວິນຍານໃນການເຮັດວຽກຈື່ງເຮັດໃຫ້ເຈແປນມີຄວາມສຸກກັບມັນ.ຄວາມຄາດຫວັງຢາກໄປໃຫ້ສຸດ,ຢາກໃຫ້ທຸກຄົນຮູ້ວ່ານີ້ແມ່ນເຈແປນ,ຢາກມີໜ້າຕາ,ມີຊື່ສຽງດັງເຖິງທີ່ສຸດ ແລະ ສ່ວນແຮງບັນດານໃຈຄືຕົນເອງຮັກແລະມັກໃນການສະແດງມັກທຸກຢ່າງໃນວົງການບັນເທີງ.
ເຈແປນຢາກຝາກເຖິງນ້ອງໆທີ່ຢາກເຂົ້າມາໃນວົງການບັນເທີງວ່າ: ຖ້າເຮົາຮັກ ແລະມັກໃນວົງການບັນເທີງຂໍໃຫ້ນ້ອງໆສູ້ບໍວ່າຈະເຈີອຸປະສັກຫຍັງກໍ່ຢ່າທໍ້, ເຮັດໃຫ້ໄດ້ ແລະ ໄປໃຫ້ສຸດເດີ ເຈແປນເປັນກຳລັງໃຈໃຫ້.
ຄາເລັກເຕີ້ “ໜຸ່ມນ້ອຍ ໜ້າຮັກ ສະຕາຍເກົາຫຼີ”


