top of page

ເປີດຕົວຢ່າງເປັນທາງການ ສະມາດໂຟນສຸດສະຫຼາດລຸ້ນໃໝ່ແຫ່ງປີ 2018 Huawei Mate 20 ແລະ Huawei Mate 20 Pro



ໃນວັນທີ 23 ຕຸລາ 2018 ທີ່ຜ່ານມາ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ ລາວ ຈຳກັດແຕ່ພຽງຜູ້ດຽວ ໄດ້ຈັດງານຖະແຫຼງຂ່າວ ເປີດຕົວສະມາດໂຟນ ລຸ້ນແຟຼກຊິບ ໃໝ່ລ່າສຸດ Huawei Mate 20 ແລະ Huawei Mate 20 Pro ສຸດຍອດຄວາມສະຫຼາດ ດ້ວຍ AI ທີ່ເໜືອກວ່າ ທີ່ຜູ້ໃຊ້ສະມາດໂຟນຕ້ອງຕື່ນເຕັ້ນກັນແນ່ນອນ ເພາະທຸກລຸ້ນມາພ້ອມກ້ອງຫຼັງ 3 ຕົວໃໝ່ ຈາກ LEICA ຮຽງກັນເປັນຮູບຊົງ 4 ຫຼ່ຽມ (ລວມ Flash-Light) ພ້ອມກັບເລນໃໝ່ Ultra-Wide Angle ເພື່ອໃຫ້ການເກັບພາບໃນມຸມກວ້າງໄດ້ຢ່າງສວຍງາມ, AI Cinema ລູກຫຼິ້ນໃໝ່ຖ່າຍວິດີໂອ Blackground ເປັນພາບຂາວດຳ ໂດຍທີ່ຕົວນັກສະແດງເປັນພາບສີ ແລະ ມີຕົວຊ່ວຍ HDR ເຮັດໃຫ້ວິດີໂອຄົມຊັດແຈ້ງຍິ່ງຂຶ້ນ. ໃນສ່ວນຂອງ Battery Huawei ໄດ້ຍົກລະດັບເປັນ 4,000 ແລະ 4,200 mAh ພ້ອມກັບເຕັກໂນໂລຊີ Super Charge ກຳລັງໄຟ 40 ວັດ ເຮັດໃຫ້ສາກໄວຂຶ້ນ ແລະ ໄວກວ່າຍີ່ຫໍ້ອື່ນໆເຖິງ 440% ແລະ ສາກໄຮ້ສາຍໄວກວ່າຍີ່ຫໍ້ອື່ນໆເຖິງ 77% ແລະ ສິ່ງທີ່ໜ້າຕື່ນເຕັ້ນທີ່ເປັນຄັ້ງທໍາອິດຂອງວົງການສະມາດໂຟນນັ້ນກໍຄືລະບົບ Reverse Charging ສາມາດແບ່ງ Battery ໄປຍັງເຄື່ອງອື່ນໄດ້ (ເຄື່ອງທີ່ຮອງຮັບ Wireless Charging ) ງ່າຍໆພຽງແຕ່ນໍາດ້ານຫຼັງຕົວເຄື່ອງແປະໃສ່ກັນ. ນອກຈາກນີ້ Huawei Mate 20 ແລະ Huawei Mate 20 Pro ໄດ້ຖືກອອກແບບ Memory Card ຮູບແບບໃໝ່ ເຊິ່ງເປັນແບບ Nano Memory Card (NM Card) ຮອງຮັບຄວາມຈຸ 256 GB ເຊິ່ງມີຂະໜາດນ້ອຍກວ່າ Micro SD Card ເຖິງ 45% ແລະ ມີຄວາມໄວເຖິງ 90Mb/s


ສໍາຫຼັບ Huawei Mate 20 ລາຄາ 5,690,000 ກີບ ມີ 2 ສີເຊັ່ນ: ສີແສງເໜືອ Twilight ແລະ ສີຟ້າ Midnight Blue

ສ່ວນ Huawei Mate 20 Pro ລາຄາ 7,690,000 ກີບ ມີ 2 ສີເຊັ່ນ: ຂຽວມໍລະກົດ (Emerald Green), ສີດຳ (Classic Black)


ໂດຍເປີດໃຫ້ລູກຄ້າສັ່ງຈອງໄດ້ແລ້ວຕັ້ງແຕ່ວັນທີ 20 ຕຸລາ - 8 ພະຈິກ 2018 ໄດ້ຮັບເຄື່ອງໃນວັນທີ 11 ພະຈິກ 2018 ສຳລັບລູກຄ້າທີ່ສັ່ງຈອງຈະໄດ້ຮັບຂອງຂວັນລວມມູນຄ່າກວ່າ 2,000,000 ກີບ


14 views0 comments
bottom of page