
ເຮືອນຫໍ 9 ໄຮ່ ໜຸ່ມທັນ ຍົກໃຫ້ ຍຸ້ຍ ຈີລະນັນ ເຜີຍຄວາມສຳພັນຍາວນານ 11 ປີ
Updated: May 23, 2020
ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ສຳລັບຄ່ຳຄືນແຫ່ງຄວາມສຸກຂອງສອງພະນາງ ຍຸ້ຍ ຈີລະນນ ແລະ ທັນ ທະນາກອນ ດາລາໄທ


ຍຸ້ຍ ແລະ ທັນ ໄດ້ອອກມາເປີດໃຈກ່ຽວກັບເສັ້ນທາງຮັກຕະຫຼອດ 11 ປີ“ຂອບໃຈທີ່ເຮັດໃຫ້ໄດ້ຮູ້ຈັກຄຳວ່າຮັກດີໆ”
ທີ່ເຮົາທັງສອງສ້າງມານຳກັນ ກໍຄືເຮືອນຫໍຈາກນ້ຳເຫືອ່ແຮງ ທີ່ ຈັງຫວັດ ສະລະບູລີ ເຊິ່ງສ້າງເທິງດິນ 9 ໄຮ່ ທີ່ທັງຄູ່ຊື້ນຳກັນກ່ອນແຕ່ງ ຍຸ້ຍ ບອກວ່າ ທັງນຳມາສ້າງເຮືນ ເຮັດຮ້ານອາຫານ ເຮືອນຫໍຢູ່ຕາມຄວາມຕັ້ງໃຈ

ອອກແບບສະຕາຍໂມເດິ້ນ ລີສອດບັນຍາກາດອ້ອມໆສົດຊື່ນ,
ທັນບອກວ່າ ຊີວິດປ່ຽນໄປ ກໍຄືຄວາມຮັບພິຊອບຕ້ອງມາກ່ອນເປັນອັນດັບໜຶ່ງ ຕ້ອງເຕັມທີ່ ແລະ ຄິດເຖິງເຂົາໃຫ້ຫຼາຍໆ, ຢູ່ກັບເຂົາ ແລະ ເຮັດໃຫ້ເຂົາມີຄວາມສຸກທີ່ສຸດ ຮັກເຂົາຫຼາຍທີ່ສຸດ ມັນຄືການເອື້ອເຟື້ອເພື່ອແຜ່ໃຫ້ອາໄພກັນ

ບຸ້ຍບອກວ່າ “ຕັ້ງແຕ່ຄົບກັນມາ 11 ປີ ບໍ່ເຄີຍຂໍຄຳສັນຍາຫຍັງຈາກເຂົາເລີຍ
ເພາະຍຸ້ຍມີຄວາມຮູ້ສຶກວ່າຄົນເຮົາຮັກກັນແທ້ ຄຳສັນຍາບໍ່ມີຄວາມໝາຍຫຍັງ ເອົາການກະທຳທີ່ເຂົາສະແດງອອກມາໃຫ້ເຫັນໃນແຕ່ລະວັນດີກວ່າ

ເຮົາທັງສອງນິໄສຕ່າງກັນຫຼາຍ ເຂົາເປັນຄົນທີ່ຮຽບຮ້ອຍລະມຸນ ແຕ່ການໃຊ້ຊີວິດຄືກັນ ເຮົາເປັນຄົນບໍ່ຫວືຫວາ ບໍ່ຕ້ອງການຫຍັງຫຼາຍ
ແຄ່ນີ້ກໍມີຄວາມສຸກແລ້ວ ຢູ່ແບບລຽບງ່າຍ, ເປັນໝູ່ຄູ່ຊີວິດ ຮ່ວມທຸກຮ່ວມສຸກພຽງນີ້


