
ແມັດທິວ,ລີເດຍຂໍເປັນຜູ້ໃຫ້ຫຼັງເຊົາໂຄວິດບໍລິຈາກພາສມ່າເພື່ອເປັນວັກຊີນສູ້ກັບພະຍາດໂຄວິດ-19ໃຫ້ກັບຄົນປ່ວຍ
ຫຼັງຈາກທີ່ຄູ່ຮັກ ລີເດຍ ແມັດທິວ ຫາຍເຊົາຈາກໂຄວິດ 19 ຂໍເປັນຜູ້ໃຫ້ແນ່ ດ້ວຍການບໍລິຈາກ ພາສມ່າ ຫຼືນ້ຳເລືອດ ໄດ້ຈາກການນຳເລືອດໄປປັ່ນ ແລະ ເຕີມສານປ້ອງກັນການແຂງໂຕ ເຮັດໃຫ້ແຍກເປັນເຊວເມັດເລືອດຂາວ ເກັດເລືອດ ແລະ ເຊວເມັດເລືອດແດງ ເພື່ອນຳໄປເປັນວັກຊີນສູ້ກັບພະຍາດ ແມັດທິວ ແລະ ລີເດຍໄປແບບຫງຽບໆ ທີ່ ຕະຖົວທຸ່ງ ຖ່າຍຮູບຮ່ວມກັນ.


ໝໍບອກວ່າ: ພາສມ່ານີ້ ສາມາດເກັບໄວ້ໄດ້ 1 ປີຜູ້ທີ່ເຊົາແລ້ວ ຈະມີພູມຕ້ານທານ ຫຼື ເອີ້ນວ່າ ແອັນຕີ້ບໍດີ້ຕໍ່ພະຍາດໂຄວິດ ປຽບຄືເຊລ້ຳທີ່ປົວພະຍາດໄດ້ໃນຜູ້ທີ່ເຊົາແລ້ວ 1 ຄົນ ສາມາດບໍລິຈາກໄດ້ສູງສຸດເຖິງ 6 ເທື່ອ ໂດຍທົ່ວໄປແອນຕີ້ບໍດີ້ຈະຄ່ອຍໆຫຼຸດລົງຈົນເຖິງ 6 ເດືອນ ຫຼັງຈາກມີອາການຂອງພະຍາດ



