top of page

10 ອັນດັບຄຣີມໜ້າຂາວທີ່ດີ ແລະ ແພງທີ່ສຸດໃນໂລກ !

ຄຣີມໜ້າຂາວໃສລົດສິວປອດໄພສຳລັບຮູບລັກໃບໜ້າ ເປັນອະໄວຍະວະຢ່າງແລກທີ່ສຳຄັນທີ່ຈະສະກົດທຸກສາຍຕາຂອງໜຸ່ມໆ ລວມເຖິງການຢູ່ຕາມສະຖານທີ່ຕ່າງໆທ້ງໃນໂລກ social ທີ່ເຮັດໃຫ້ໜ້າຕາເປັນສ່ວນໜຶ່ງທີ່ໜ້າສົນໃຈໃຫ້ກັບເຮົາຫລາຍທີ່ສຸດ


ເອົາເປັນວ່າມື້ນີ້ສາວໆບໍ່ຕ້ອງເສຍເວລາຄົ້ນຫາຂໍ້ມູນໃນ Internet ເພາະຕອນນີ້ WOW magazine ໄດ້ມາອັບເດດສຸດຍອດຄຣີມໜ້າຂາວໃສເພື່ອພາໃຫ້ສາວໆມາຮູ້ຈັກກັບສຸດຍອດຂອງ 10 ຄຣີມໜ້າຂາວນຽນໃສທີ່ຈະເຂົ້າມາຊ່ວຍເຮັດໃຫ້ປັນຫາທຸກຢ່າງທີ່ສາວໆກັງວົນໄດ້ໝົດໄປ ແລະ ເຖິງວ່າລາຄາຄຣີມຈະມີລາຄາສູງແນ່ແຕ່ກໍ່ເຕັມໄປດ້ວຍຄຸຸນນະພາບທີ່ຈະເຮັດໃຫ້ສາວໆຫຼາຍໆຄົນບໍ່ຜິດຫວັງກັນແນ່ນອນ


ອັນດັບທີ1 ຄຣີືມໜ້າຂາວ Estee Lauder Resilience Lift Firming/Sculpting Face and Neck Creme ເປັນຄຣີມບຳລຸງຜິວຊ່ວຍລົດເລືອນຮອງຮອຍເລິກໃຫ້ຕື້ນຂື້ນຜິວກະຊັບກະຈາງໃສພ້ອມການບຳລຸງທີ່ເຂັ້ມຂົ້ນຈາກນະວັດຕະກຳ Photo-Activated ແລະ Complex Nocturnal Lift Complex ເອກະສິດສະເພາະຂອງ Estee ເສີມການສ້າງຄໍລາເຈນ ແລະ ອີລາສຕິນຕາມກົນໄກທຳມະຊາດຂອງຜິວໜ້າຊ່ວຍໃຫ້ໄດ້ຮັບຄວາມຊຸ່ມຊື່ນຍາວນານຮ່ອງຮອຍຈາງລົງຮ່ອງເລິກຕື້ນຂື້ນຜຶວກະຊັບເປັ່ງປັ່ງພ້ອມ SPF15 ຊ່ວຍປົກປ້ອງຜິວໜ້າຈາກລັງສີ UV ລະຫວ່າງວັນອີກດ້ວຍ

ອັນດັບທີ 2 ຄຣີມໜ້າຂາວ Shiseido ເປັນອີກຄຣີມມາໜ້າຂາວທີ່ສາມາດໃຊ້ໄດ້ຢ່າງລຽບນຽນອ່ອນນຸ້ມສາມາດທາຄຣີມກ່ອນທີ່ຈະໃຊ້ແປ້ງພະສົມຮອງພື້ນເຮັດໃຫ້ການແຕ່ງໜ້າເປັນໄປໄດ້ຢ່າງສົມບູນແບບເປັນຄຣີມບຳລຸງຜິວຂາວທີ່ດີເຖິງວ່າຈະເປັນພະລິດຕະພັນລາຄາແພງແຕ່ກໍ່ມີຄູນນະພາບຫຼາຍເປັນຄຣີມທີ່ມີຄວາມອ່ອນໂຍນສູງບໍ່ວ່າຜິວຈະແພ້ງ່າຍກໍ່ຕາມ ເນື້ອຄຣີມມີຄວາມໜາເໝາະສຳລັບຜິວແຫ້ງດ້ວຍເຊັ່ນກັນເປັນຄຮີມທີ່ມີກິ່ນຫອມບໍ່ໜຽວເມື່ອທ່ານລອງໃຊ້ຄຣີມນີ້ຮັບຮອງເລີຍວ່າທ່ານຈະຫຼົງຮັກມັນທັນທີເພາະມັນເຮັດໃຫ້ໃບໜ້າຂອງທ່ານສວຍງາມ ແລະ ສົດໃສຢ່າງເຫັນໄດ້ຊັດເຈນ

ອັບດັບທີ 3 ຄຣີມໜ້າຂາວ Clinique Repairwe Sculpting Night Cream ຄຣີມບຳລຸງຜິວຍາມຄ່ຳຄືນເນື້ອສຳພັດສະບາຍຜິວຊຶມສູ່ຜິວໄດ້ໄວດ້ວຍເທັກໂນໂລຢີ້ດູແລຜິວລ້ຳສະໄໝ Collagen Web Technology™ ຊ່ວຍເສີມຂະບວນການຟື້ນຟູບຳລູງຜິວໜ້າໃນເວລາກາງຄືນໃຫ້ຜິວກະຊັບໄດ້ຮູບຜິວໜ້າ ແລະ ຄໍລຽບນຽນ

ອັນດັບທີ 4 ຄຣີມໜ້າຂາວ Christian Dior Diorsnow Brightening Refining Moist Cloud Creme ຄຣີມບຳລຸງຜິວໜ້າສຳລັບທຸກສະພາບຜິວກະຈ່າງໃສເນືຶ້ອສຳພັດບາງເບົາຊຶມຊັບໄວມອບຄວາມຊຸ່ມຊື່ນໃຫ້ຜິວຢ່າງລ້ຳເລິກປັບສົມດຸນໃຫ້ຜິວສະຫວ່າງສົດໃສຈຸດດ່າງດຳ ແລະ ປັນຫາສີຜິວຈາງລົງລົດການຜະລິດເມັດສີເມລານິນມອບຜິວທີ່ນຽນນຸ້ມເປັ່ງປັ່ງກະຈາງໃສຢ່າງເປັນທຳມະຊາດ

ອັນດັບທີ 5 ຄຣີມໜ້າຂາວ SK-II Miracle water ພະລິດຈະພັນທີ່ຖືກປ່ຽນເປັນ Miracle water ຖືເປັນເອກະລັກຂອງ SK-II ມີສ່ວນປະກອບຂອງ Pitera ຫຼາຍກວ່າ 90% ອຸດົມດ້ວຍວິຕາມິນ,ແຮ່ທາດ,ກົດອາມິໂນ ແລະ ເພື່ອໃຫ້ຜິວນ້າພ້ອມສຳລັບການບຳລຸງໃນຂັ້ນຕໍ່ໄປນອກຈາກນີ້ຍັງຊ່ວຍຄືນຄວາມສົມດຸນ ຄວາມເປັນກົດ-ດ່າງຂອງຜິວໜ້າ ແລະ ຄວາມມັນສ່ວນເກີນເຮັດໃຫ້ຜິວໜ້າບໍລິເວນທີ່ມັນ ແລະ ແຫ້ງມີຄວາມຊຸ່ມຊື່ນຢ່າງເໝາະສົມຖືເປັນຂັ້ນຕອນການປັບສົມດຸນຜິວໜ້າກ່ອນການບຳລຸງຢ່າງລ້ຳເລິກຕໍ່ໄປ

ອັນດັບທີ 6 ຄຣີມໜ້າຂາວ CHANAL SUBLIMAGE La Crème ທີ່ພະສົມພະສານຄູນຄ່າກວ່າ 12 ປະການເພື່ອຟື້ນຟູຄວາມແຂງແຮງໃຫ້ແກ່ຜິວໜ້າໃຫ້ມີຊີວິດຊີວາ ແລະ ງົດງາມຜິວຮູ້ສຶກຜ່ອນຄາຍແລະ ໄດ້ຮັບການປົກປ້ອງ, ຜິວເປັ່ງປະກາຍ ແລະ ສຸຂະພາບດີປັບໂຄງໜ້າໄດ້ຮູບຈຸດດ່າງດຳລົດເລືອນສີຜິວສະໝໍ່າສະເໝີຂື້ນ

ອັນດັບທີ 7 ຄຣີມໜ້າຂາວ Clarins Facial Lift Total Contouring Serum ເຊລ້ຳກະຊັບຜິວໜ້າທີ່ຂາວໃສກະຈ່າງ ແລະ ໄດ້ຮູບດ້ວຍຄຸນສົມບັດໃນການຍົກກະຊັບຜິວພ້ອມປົກປ້ອງຜິວຈາກຈຸດດ່າງດຳ ແລະ ຊ່ວຍໃຫ້ໃບໜ້າເປັ່ງປັ່ງ ແລະ ໃສກະຈ່າງດ້ວຍສານສະກັດຈາກນ້ຳຕານເຂົ້າໂອ໊ດພືດທຳມະຊາດທີ່ມີຄຸນສົມບັດພິເສດໃນການ “ຍົກ” ກະຊັບພ້ອມລົດຮ່ອງຮອຍມອບຄວາມຮູ້ສຶກສະບາຍຜິວຢ່າງນຸ້ມນວນແລະ ຜິວຊຸ່ມຊື່ນສຸຂະພາບດີຈາກຄວາມມະຫັດສະຈັນຂອງ Betaine ທີ່ມອບຄວາມຊຸ່ມຊື່ນຕາມທຳມະຊາດຂອງຜິວ

ອັນດັບທີ 8 ຄຣີມໜ້າຂາວ Lancome Paris ກໍ່ຕັ້ງຂຶ້ນເມື່ອປີ ຄ.ສ 1935 ໂດຍ Armand Petitjean ນັກບຸກເບີກຜູ້ມີວິໃສທັດທີ່ເນັ້ນເຜີຍແຜ່ຈິດວິນຍານ ແລະ ຄວາມນິຍົມຂອງຊາວຝຣັ່ງເສດໄປທົ່ວໂລກໂດຍຖືວ່າຄວາມງາມຂອງຜູ້ຍິງບໍ່ແມ່ນແຕ່ພາບລັກພາຍນອກ Lancome Absolue Precious Cells Advanced Regenerating And Repairing

Care ຄຣີມບຳລຸງຜິວໜ້າເນື້ອຄຣີມນຸ້ມນວນຊ່ວຍລົດເລືອນຮອງຮອຍຄືນຄວາມຍືດຍຸ່ນໃຫ້ຜິວກະຊັບພ້ອມປັບຜິວໃຫ້ລຽບນຽນກະຈ່າງໃສເປັ່ງປັ່ງ ແລະ ອ່ອນໂຍນ


ອັນດັບທີ 9 ຄຮີມໜ້າຂາວ L'OREAL White Perfect Laser Anti-Spot Derm White Essence

ເອສເຊັ້ນຈັດການຈຸດດ່າງດຳທີ່ລົບເລືອນຍາກ ເພື່ອຜິວກະຈ່າງໃສດູແລຮັກສາປັນຫາຈຸດດ່າງດຳທັງ3ມິຕິ (ສີ,ຂະໜາດ ແລະ ຈຳນວນ) ອັນຈະເຮັດໃຫ້ເກີດຈຸດດ່າງດຳທີ່ລົບເລືອນຍາກນະວັດຕະກຳບຳລຸງຜິວດ້ວຍເທັກໂນໂລຢີ້ DERM-WHITE TECHNOLOGY ຈາກຕະກູນ White Prefect Laser ມີສ່ວນປະກອບສານ Actyl-C ເຊິ່ງມີປະສິດທິພາບເໜືອກວ່າວິຕາມິນ CG ເຖິງ 2 ເທົ່າ ADENOSINE ຈັດການປັນຫາ (ສີ) ແລະ ຂະໜາດຂອງຈຸດດ່າງດຳທີ່ກຳເນີດໃນບໍລິເວນຜິວຊັ້ນນອກຫລັງໃຊ້ຕໍ່ເນືອງພຽງ 4 ອາທິດ


ອັນດັບທີ 10 ຄຣີມໜ້າຂາວ GARNIER Sakura White Day Cream ທີ່ມາພ້ອມກັບສານສະກັດຈາກຊາກູຣະ ເພື່ອໃຫ້ຜິວຂອງທ່ານກະຈ່າງໃສອົມບົວອ່ອນໆ ຄ້າຍໆກັບດອກຊາກູລະ ຈາກການໃຊ້ພຽງຄັ້ງທຳອິດ ກໍ່ສຳພັດໄດ້ເຖິງຄວາມອ່ອນນຸ້ມຂອງໃບໜ້າແລ້ວເພາະເນື້ອຄຣີມຊຶມຊັບໄວບໍ່ຖິ້ມຄາບໃຫ້ເປັນກັງວົນ ແລະ ເຫັນຜົນພາຍໃນ 4 ອາທິດເທົ່ານັ້ນ ເນື້ອຄຣີມຈະຊ່ວຍໃຫ້ຜິວໜ້າກະຈ່າງໃສຂຶ້ນ ຮູຂຸມຂົນນ້ອຍລົງເໝາະກັບທຸກສະພາບຜິວລວມເຖິງຜິວທີ່ມີແນວໂນ້ມແພ້ງ່າຍ


272 views0 comments
bottom of page