WOW With 35 Celebrity Of Love : Khamphao Make To Order
Updated: Aug 2, 2019

1. Mr. Khamphao Bouaphanh
2. Ms. Pamy Bouaphanh
3. Ms. Cherry Bouaphanh
4. Mr. Kelly Bouaphanh
ຄະຕິປະຈໍາໃຈໃນການດໍາເນີນຊີວິດຂອງຄໍາເພົ້າສັ່ງໄດ້ກໍຄື ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງຕົວເຮົາ ລ້ວນແຕ່ເປັນບົດຮຽນທີ່ດີ ແລະ ບໍ່ດີປົນເປກັນໄປ ທຸກມື້ ທຸກເວລາຕ້ອງເຮັດມື້ນີ້ໃຫ້ດີທີ່ສຸດ ນັ້ນຄືປະສົບການຊີວິດທີ່ມີຄ່າທີ່ສຸດໃນການດໍາເນີນຊີວິດ ແລະ ສໍາຫຼັບຄອບຄົວເປັນສິ່ງທີ່ສໍາຄັນທີ່ສຸດຂອງຊີວິດຄໍາເພົ້າສັ່ງໄດ້ເຊັ່ນກັນ ຍ້ອນວ່າລູກໆກັບພັນລະຍາ ທີ່ເປັນກໍາລັງໃຈທຸກຢ່າງໃຫ້ຄໍາເພົ້າຜ່ານຜ່າອຸປະສັກທຸກຢ່າງມາໄດ້ ດັ່ງນັ້ນ ຄໍາເພົ້າສັ່ງໄດ້ ຈຶ່ງສະແດງຄວາມຮັກກັບຄອບຄົວ ລ້ຽງລູກແບບໝູ່ສະໜິດທີ່ຫຼິ້ນນໍາກັນ ປຶກສາກັນທຸກເລື່ອງທີ່ລູກ ແລະ ພັນລະຍາຢາກຮູ້ ຢາກເຫັນ ຢາກໄປ ຢາກກິນ ຄໍາເພົ້າສັ່ງໄດ້ກໍຈະຕອບສະໜອງຕາມຄວາມຕ້ອງການຂອງຄອບຄົວ

