top of page

WOW With 35 Celebrity Of Love : Phouvong Phamisith

Updated: Aug 1, 2019



1. Mr. Phouvong Phamisith

2. Ms. Manivanh Phamisith


ຂ້າພະເຈົ້າ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ ແລະ ສວນພຶກສາ ຂ້າພະເຈົ້າກ່ອນຈະມີມາໄດ້ເຖິງທຸກວັນນີ້ກໍໄດ້ຜ່ານອຸປະສັກທັງເບົາ ແລະ ໜັກມານັບບໍ່ຖ້ວນ ແລະ ຂ້າພະເຈົ້າກໍໄດ້ມີຫຼັກການ ແນວທາງທີ່ຢຶດໝັ້ນໃນການດໍາເນີນຊີວິດມາໂດຍຕະຫຼອດ ສິ່ງທໍາອິດທີ່ເຮົາຄວນຕັ້ງໄວ້ກໍຄືເປົ້າໝາຍຂອງຊີວິດ ໃນຊີວິດນີ້ເຮົາຢາກເຮັດອາຊີບຫຍັງ ຕັ້ງເປົ້າໝາຍໃຫ້ສູງ ແລະ ເຮັດໄປຕາມຄວາມຝັນ ເພື່ອໃຫ້ເປົ້າໝາຍຂອງເຮົາປະສົບຄວາມສໍາເລັດໃຫ້ໄດ້ ເມື່ອລົງມືປະຕິບັດຕົວຈິງອາດຈະບໍ່ສວຍງາມດັ່ງທີ່ຄິດໄວ້ ອາດຈະພົບອຸປະສັກຕ່າງໆ ທີ່ເຮົາຕ້ອງໄດ້ແກ້ໄຂຢູ່ຕະຫຼອດເວລາ ເມື່ອຜ່ານບັນຫາຕ່າງໆມາໄດ້ ຈະເຮັດໃຫ້ເຮົາຮູ້ປະຫຍັດ ຮູ້ໃຊ້ ຮູ້ຈ່າຍ ຂ້າພະເຈົ້າເປັນຄົນທີ່ມັກຮໍ່າຮຽນນໍາເອົາສິ່ງໃໝ່ໆມາພັດທະນາຢູ່ສະເໝີ ແລະ ກ້າເຮັດໃນສິ່ງໃໝ່ໆອີກດ້ວຍ ເພື່ອສ້າງເອກະລັກ ແລະ ແບຣນເປັນຂອງຕົວເອງ ທີ່ສໍາຄັນການເຮັດທຸລະກິດຕ້ອງມີຄວາມຊື່ສັດຕໍ່ຕົນເອງ ຊື່ສັດຕໍ່ຄອບຄົວ ຊື່ສັດຕໍ່ລູກຄ້າ ເອົາໃຈໃສ່ໃນການບໍລິການໃຫ້ດີທີ່ສຸດດັ່ງຄໍາຂວັນທີ່ວ່າ ລູກຄ້າຄືພະເຈົ້າເງິນ ຄໍາ ເປັນສິ່ງທີ່ໃຜໆກໍຕ້ອງການ ແຕ່ເງິນເປັນພຽງສິ່ງທີ່ອໍານວຍຄວາມສະດວກໃຫ້ເຮົາມີຄວາມສຸກ ແຕ່ຄວາມສຸກທີ່ແທ້ຈິງກໍຄືມາຈາກຄວາມຮັກຂອງຄອບຄົວ ຄວາມອົບອຸ່ນ ຄວາມເອົາໃຈໃສ່ເຊິ່ງກັນ ແລະ ກັນ ດັ່ງນັ້ນຂ້າພະເຈົ້າໄດ້ເອົາໃຈໃສ່ຕໍ່ຄອບຄົວ ສ້າງຄອບຄົວໃຫ້ເຂັ້ມແຂງ ໃຫ້ລູກໆສາມາດສືບທອດທຸລະກິດຂອງຕົນເອງໄດ້ ແລະ ໃຫ້ພວກເຂົາພັດທະນາຂຶ້ນໄປເລື້ອຍໆ



478 views0 comments
bottom of page