top of page

A paradise of Tourists, Rockclimbers and Skiers


ເຮົາໄດ້ໄປຢ້ຽມຢາມທີ່ເມືອງ Cortina d' Ampezzo ລະຫວ່າງທາງຜ່ານທະເລສາບອັນງົດງາມ ຈົນຕ້ອງຈອດລົດເພື່ອແວ່ຖ່າຍຮູບ lake Landroທີ່ເປັນທະເລສາບທີ່ສວຍງາມ ນໍ້າສະອາດ ໃສຈົນເຫັນເງົາສະທ້ອນຂອງ Cristallo mountain ເທິງໜ້ານໍ້າ


เราได้ไปยังเมือง Cortina d' Ampezzoระหว่างทางผ่านทะเลสาปอันงดงามจนต้องหยุดรถเพื่อแวะถ่ายรูป lake Landroทะเลสาปท่าสวยงาม น้ำสะอาด ใสแจ๋วจนเห็นเงาสะท้อนของ Cristallo mountain บนพื้นน้ำ

ເມື່ອເຖິງເມືອງຄໍຕີນ່າ ເຮົາກໍໄປຂຶ້ນກະເຊົ້າໂທຟານ່າ (Tofana di messo cable car) ມຸ້ງໜ້າສູ່ຍອດເຂົາທີ່ເກືອບສູງທີ່ສຸດຂອງໂດໂລມິຕິດ້ວຍຄວາມສູງ 3,244 ແມັດ ແນ່ນອນວ່າຕ້ອງປ່ຽນລົດກະເຊົ້າໄຟຟ້າເຖິງ 3 ສະຖານີ ກວ່າຈະຮອດຈອມພູເຂົາ ເຊິ່ງສູງທຽບຂີ້ເຝື້ອເໝືອນກັບຢູ່ເທິງສະຫວັນ ພູເຂົາຮູບຊົງຕ່າງໆຢູ່ເບື້ອງໜ້າ ແຕ່ບາງສ່ວນພັດຖືກປິດບັງດ້ວຍໝອກຕຶບໜາ ເບິ່ງລົງມາດ້ານລຸ່ມເຫັນເມືອງຄໍຕີນ່າທ່າມກາງພູເຂົາ ມີບ້ານເຮືອນ ໂບດ ແລະ ຖະໜົນຫົນທາງເຊິ່ງເຮົາເຫັນເປັນພຽງຈຸດນ້ອຍໆ ແລະ ບໍ່ນໍ້າຂະໜາດໃຫຍ່ຮູບຫົວໃຈຊ່າງງົດງາມເກີນບັນຍາຍ


เมื่อถึงเมืองคอร์ติน่า เราก็ควรไปขึ้นกระเช้าโทฟาน่า (Tofana di messo cable car) มุ่งสู่ยอดเขาที่เกือบสูงที่สุดของโดโลมิติด้วยความสูง 3,244 เมตร แน่นอนว่าต้องเปลี่ยนรถกระเช้าไฟฟ้าถึง 3 สถานี!!! กว่าจะถึงยอดเขา ซึ่งสูงเทียมเมฆราวกับอยู่บนสวรรค์ ภูเขารูปทรงต่างๆอยู่เบื้องหน้า แต่บางส่วนกลับถูกบดบังด้วยหมอกหนาทึบ มองลงมาด้านล่างเห็นเมือง Cortina ท่ามกลางหุบเขา มีบ้านเรือนโบสถ์ และถนนหนทางซึ่งเราเห็นเป็นเพียงจุดเล็กๆและบ่อน้ำขนาดใหญ่รูปหัวใจช่างงดงามเกินบรรยายได้ภายในหน้ากระดาษ

ການເດີນທາງມຸ້ງສູ່ PassoFalzarego ຕ້ອງຂັບລົດຂຶ້ນພູເຂົາດ້ວຍທາງທີ່ຄົດຄ້ຽວ ແຕ່ດ້ວຍທີວທັດຄວາມງົດງາມຂອງທາງສອງຟາກ ຈົນຕ້ອງເຮັດໃຫ້ຈອດລົງມາຖ່າຍຮູບເປັນໄລຍະໆ ທາງເທິງເປັນທົ່ງຫຍ້າກວ້າງໃຫຍ່ ເບື້ອງຫຼັງເປັນພູເຂົາອັນສວຍງາມ ຊ່ວງລົງຈາກພູເຂົາຕ້ອງຈອດລົດກັນອີກຄັ້ງ ເພື່ອຖ່າຍຮູບເມືອງຄໍຕີນ້າອີກມຸມມອງໜຶ່ງ


การเดินทางมุ่งสู่ PassoFalzaregoต้องขับรถขึ้นเขาบนทางที่คดเคี้ยวแต่วิวสองข้างทางช่างสวยงามจนต้องจอดถ่ายรูปเป็นระยะๆข้างบนเป็นทุ่งหญ้ากว้างใหญ่เบื้องหลังเป็นภูเขาอันสวยงาม ช่วงลงจากเขาต้องหยุดรถกันอีกครั้งเพื่อถ่ายรูปเมือง Cortina อีกมุมมองหนึ่ง

ຈົບທ້າຍດ້ວຍ Trip ນີ້ດ້ວຍທະເລສາບທີ່ມີຊື່ສຽງ ແລະ ໃຫຍ່ທີ່ສຸດໃນ Cadore ແມ່ນ Misurina Lake ທີ່ຢູ່ສູງກວ່າລະດັບນໍ້າທະເລເຖິງ 1,754 ແມັດ ແລະ ກວ້າງ 2,6 ກິໂລແມັດ ມີໂຮງແຮມກວ່າ 10 ແຫ່ງຢູ່ຮອບທະເລສາບ ອາກາດບໍລິສຸດຂອງຮອບທະເລສາບແຫ່ງນີ້ເຮັດໃຫ້ເໝາະສໍາລັບຄົນທີ່ເປັນໂລກທາງເດີນຫາຍໃຈ ຈຶ່ງມີສູນດູແລເດັກທີ່ເປັນໂລກຫອບຫືດຢູ່ໃກ້ໆທະເລສາບ


จบท้ายทริปนี้ด้วยทะเลสาปที่มีชื่อเสียงและใหญ่ที่สุดใน CadoreคือMisurina Lake อยู่สูงกว่าระดับน้ำทะเลถึง1,754 เมตรและกว้าง 2.6 กิโลเมตร.มีโรงแรมกว่า 10 แห่งอยู่รอบทะเลสาปอากาศบริสุทธิ์ของรอบทะเลสาปแห่งนี้ ทำให้เหมาะสำหรับคนที่เป็นโรคทางเดินหายใจจึงมีศูนย์ดูแลเด็กที่เป็นโรคหอบอยู่ใกล้ๆ ทะเลสาป (แหม! ช่างเป็นเมืองที่น่ารักจริง ๆ)


ມີນິທານທີ່ເລົ່າກ່ຽວກັບທະເລສາບນີ້ Misurina ເດັກສາວນິໄສຂີ້ດື້ ແລະ ເອົາແຕ່ໃຈຕົນເອງ ເປັນທິດາຂອງລາຊາຍັກຊື່ King Sorapissຜູ້ຮັກ ແລະ ຫວງແຫນທິດາສຸດຊີວິດ ທຸກໆມື້ກໍຈະເບິ່ງແຍງທິດາໃນອຸ້ງມືຕະຫຼອດເວລາ. ມື້ໜຶ່ງ Misurina ຢາກໄດ້ກະຈົກວິເສດຂອງເທບທິດາ Monte Cristallo ເທບທິດາກໍຍິນຍອມມອບກະຈົກວິເສດນັ້ນໃຫ້ ແຕ່ມີຂໍ້ຍົກເວັ່້ນຂໍ້ດຽວກໍຄື King Sorapiss ຕ້ອງປ່ຽນຮ່າງກາຍເປັນພູເຂົາ ເພື່ອເປັນການແລກປ່ຽນ ດ້ວຍຄວາມທີ່ຮັກລູກຈຶ່ງຍອມທຸກຢ່າງໃນຂະນະທີ່ King Sorapiss ຄ່ອຍໆປ່ຽນຮູບຮ່າງກາຍເປັນພູເຂົາ ຈຶ່ງເຮັດໃຫ້ບໍ່ສາມາດປະຄັບປະຄອງທິດາທີ່ຮັກໄວ້ໃນອຸ້ງມືໄດ້ Misurina ຈຶ່ງໄດ້ຕົກລົງສູ່ເບື້ອງລຸ່ມ ນໍ້າຕາແຫ່ງຄວາມສໍານຶກເສຍໃຈຂອງ Misurina ໄຫຼລວມສູ່ເບື່ອງລຸ່ມກາຍເປັນທະເລສາບ ແລະ ຕົວຂອງລາວຈຶ່ງຈົມລົງກ້ອງທະເລສາບພ້ອມກະຈົກວິເສດ ທຸກມື້ນີ້ King Sorapiss ຍັງຄົງເຝົ້າຄຸ້ມຄອງທິດາຂອງຕົນເອງຢູ່ເໜືອທະເລສາບ Misurina ທີ່ມີກະຈົກວິເສດເຊື່ອງຢູ່ກົ້ນທະເລສາບຕະຫຼອດໄປ


มีนิทานที่เล่าเกี่ยวกับทะเลสาปนี้ว่า....Misurinaเด็กสาวผู้ดื้อรั้นและเอาแต่ใจตัวเอง เป็นธิดาของราชายักษ์ชื่อ King Sorapissผู้รักและหวงแหนธิดายิ่งชีวิต ทุกวันจะคอยดูแลเธออยู่ในอุ้งมือตลอดเวลา วันหนึ่ง Misurinaอยากได้กระจกวิเศษของเทพธิดา Monte Cristalloเทพธิดาก็ยินยอมมอบกระจกให้แต่มีข้อแม้ข้อเดียว คือ King Sorapissต้องกลายร่างเป็นภูเขาเพื่อเป็นการแลกเปลี่ยน ด้วยความรักลูกจึงยอมทุกอย่าง ในขณะที่ King Sorapissค่อยๆกลายร่างเปลี่ยนเป็นภูเขานั้น ทำให้ไม่สามารถประคองธิดาที่รักไว้ในอุ้งมือได้ Misurinaจึงพลัดตกลงสู่เบื้องล่าง น้ำตาแห่งความสำนึกเสียใจของ Misurinaไหลรวมสู่เบื้องล่างกลายเป็นทะเลสาบ ตัวเธอเองจมลงใต้ทะเลสาบพร้อมกระจกวิเศษทุกวันนี้ King Sorapissยังคงเฝ้าคุ้มครองธิดาของตนอยู่เหนือทะเลสาบ Misurinaที่มีกระจกวิเศษซ่อนอยู่ก้นทะเลสาบตลอดไป…….



ແລະຂໍບອກກ່ອນອີກໜ້ອຍໜຶ່ງວ່າ ໃນປີ ຄ.ສ 1956 ທະເລສາບແຫ່ງນີ້ຍັງໃຊ້ເປັນທີ່ແຂ່ງຂັນ Speed skating Winter Olympics of Cortina d' Ampezzo ອີກດ້ວຍ ເປັນສະຫວັນທີ່ບໍ່ທໍາມະດາຂອງນັກທ່ອງທ່ຽວແທ້ໆ


และขอแอบกระซิบอีกนึงว่าในปีคศ.1956 ทะเลสาปแห่งนี้ยังใช้เป็นที่แข่งขัน Speed skating Winter Olympics of Cortina d' Ampezzo อีกด้วย เห็นไหมล่ะ บอกแล้วว่า เป็นสวรรค์ที่ไม่ธรรมดาของนักท่องเที่ยวจริง ๆ

7 views0 comments
bottom of page