Exclusive Interview : KHANTHONG SISANADY

“ວັງລາວ ດາວຄໍາ”
ເປີດໃຈມຸມມອງ ແລະ ວິໄສທັດຈາກຜູ້ຊົງອິດທິພົນລະດັບປະເທດໃນ ສປປ.ລາວ
ນັບເປັນໂອກາດແສນພິເສດທີ່ WOW Magazine Society ຈະພາທ່ານຜູ້ອ່ານໄປຮູ້ຈັກຜູ້ຊາຍນັກຄິດ, ນັກວາງແຜນ, ນັກບໍລິຫານ ແລະ ນັກສູ້ຊີວິດຄົນນີ້ ຜູ້ຊົງອິດທິພົນແຫ່ງສະຖານບັນເທີງຄົບວົງຈອນຊື່ດັງ ແລະ ທຸລະກິດອະສັງຫາລິມະຊັບທີ່ປະສົບຄວາມສຳເລັດໃນ ສປປ ລາວ ຈົນມາເປັນ “ວັງລາວ ດາວຄໍາ” ອັກຄະລະສະຖານບັນເທີງ ແລະ ເປັນທີ່ສະແດງເຜີຍແພ່ມໍລະດົກທາງສີລະປະວັດທະນະທໍາ ແລະ ປະເພນີທີ່ງົດງາມຂອງ ສປປ ລາວ ທີ່ຍິ່ງໃຫຍ່ທີ່ສຸດ
เปิดใจมุมมอง และวิสัยทัศน์จากผู้ทรงอิทธิพลระดับประเทศใน สปป.ลาว
นับเป็นโอกาสแสนพิเศษที่ WOW Magazine Society จะพาคุณผู้อ่านไปรู้จักผู้ชายนักคิด, นักวางแผน, นักบริหาร และนักสู้ชีวิตคนนี้ ผู้ทรงอิทธิพลแห่งสถานบันเทิงครบวงจรชื่อดัง และธุรกิจอสังหาริมทรัพย์ที่ประสบความสำเร็จใน สปป.ลาว จนมาเป็น “วังลาว ดาวคำ” อัครสถานบันเทิง และเป็นที่แสดงเผยแพร่มรดกทางศิลปวัฒนธรรม และประเพณีที่งดงามของ สปป.ลาว ที่ใหญ่ที่สุด
ກັບເລື່ອງລາວຄວາມຊົງຈໍາໃນຊ່ວງໄວເດັກ
ຂ້າພະເຈົ້າເປັນຄົນພາກໃຕ້ ແຂວງຈໍາປາສັກ ຢູ່ໃນຄອບຄົວທີ່ມີພໍ່ແລະແມ່ເປັນລັດຖະກອນ ເປັນທ່ານໝໍທັງ 2 ທ່ານ ເປີດຮ້ານຂາຍຢາຄວບຄູ່ກັນໄປພ້ອມ ໃນຄວາມຊົງໃນໄວເດັກ ພ່ໍແມ່ເປັນຄົນທີ່ມີນໍ້າໃຈມັກຊ່ວຍເຫຼືອຄົນທຸກຍາກ ສອນໃຫ້ຂ້າພະເຈົ້າ ມີນໍ້າໃຈກັບຄົນອື່ນ ມີຄວາມຊື່ສັດ ແລະ ໃຫ້ມີຄວາມອົດທົນເປັນທີ່ຕັ້ງ ໄດ້ເຫັນແບບຢ່າງທີ່ດີຈາກພໍ່ແມ່ມາຕະຫຼອດ ທ່ານເປັນຄົນສະຫຼາດສາມາດເຮັດວຽກໄດ້ຫຼາຍໆຢ່າງ ແລະ ທຸກຄົນໄວ້ວາງໃຈທ່ານ ຂ້າພະເຈົ້າສຶກສາຂັ້ນພື້ນຖານທີ່ແຂວງຈໍາປາສັກ ແລະ ສົນໃຈຮຽນດ້ານພາສາອັງກິດ, ພາສາຝຣັ່ງ ແລະ ພາສາລັດເຊຍ ເມື່ອຮຽນຈົບຂ້າພະເຈົ້າກໍຂຶ້ນມາຢູ່ທີ່ນະຄອນຫຼວງວຽງຈັນ ແຕ່ພໍ່ກັບແມ່ຢາກໃຫ້ຊ່ວຍງານທ່ານຫຼາຍກວ່າ ແຕ່ຂ້າພະເຈົ້າກໍຢາກລອງໃຊ້ຄວາມສາມາດຂອງຕົນເອງ ກໍເລີຍຕັດສິນໃຈຂຶ້ນມາທີ່ນະຄອນຫຼວງວຽງຈັນ ຂ້າພະເຈົ້າມາເຮັດວຽກໂດຍທີ່ບໍ່ໄດ້ໃຊ້ເງິນຂອງພໍ່ກັບແມ່ເລີຍ ເປັນເວລາ 2 ປີ ຂ້າພະເຈົ້າສາມາດເກັບເງິນໄດ້ກ້ອນໜຶ່ງ ຕອນນັ້ນຍັງອາຍຸ 18 ປີ ຂ້າພະເຈົ້າໄດ້ເອົາເງິນໄປປ່ອຍເງິນກູ້ ເຮັດມາໄດ້ຈົນອາຍຸ 20 ປີ ຂ້າພະເຈົ້າປຸກເຮືອນໄດ້ 1 ຫຼັງ ໃນນະຄອນຫຼວງວຽງຈັນດ້ວຍຕົວເອງ ເມື່ອອາຍຸ 22 ປີ ຂ້າພະເຈົ້າເລີ່ມຊື້ດິນ ເມື່ອມີທຶນກໍເລີ່ມເຮັດທຸລະກິດຫວຍກັບລັດຖະບານ ຄວບຄູ່ໄປກັບການປ່ອຍເງິນກູ້ ພໍ່ແມ່ດີໃຈຫຼາຍໆ ທີ່ຂ້າພະເຈົ້າຢືນດ້ວຍຕົວເອງ ຂ້າພະເຈົ້າເຮັດມາເລື້ອຍໆ ແລະ ເກັບເງິນໄດ້ປົກກະຕິເປັນຄົນມັກທ່ຽວ ມັກສຶກສາຄົນທີ່ເຮັດວຽກ ຄົນທີ່ປະສົບຄວາມສໍາເລັດ ແລະ ຂ້າພະເຈົ້າໂຊກດີທີ່ໄດ້ຄົນມາຮ່ວມງານທີ່ຊື່ສັດ ຕໍ່ມາຂ້າພະເຈົ້າສົນໃຈທີ່ຈະຊື້ດິນ (ທີ່ຕັ້ງຂອງໂຮງແຮມດາວຄໍາໃນປັດຈຸບັນ) ພະຍາຍາມເກັບເງິນຈົນສາມາດຊື້ດິນບ່ອນນີ້ໄດ້ສໍາເລັດ ແລະ ຂ້າພະເຈົ້າກໍເກັບເງິນຈົນສາມາດຊື້ດິນບ່ອນນີ້ໄດ້ທັງໝົດ ຂ້າພະເຈົ້າບໍ່ເຄີຍຢ້ານ ແລະ ລຸຍຕໍ່ດ້ວຍຕົວເອງຄົນດຽວ ຈຶ່ງເປັນທີ່ມາຂອງໂຮງແຮມດາວຄໍາ ມີຮ້ານອາຫານໃນພື້ນທີ່ກວ່າ 2 ໄຮ່ ມີຄາລາໂອເກະ ມີຫ້ອງຈັດລ້ຽງໄວ້ຄອຍຮອງຮັບລູກຄ້າ ຂ້າພະເຈົ້າຮູ້ສຶກໄດ້ເລີຍວ່າລູກຄ້າທີ່ມາໃຊ້ບໍລິການຍອມຮັບ ພຶງພໍໃຈຄອຍສະໜັບສະໜູນເຮົາມາຕະຫຼອດ ຈາກວັນນັ້ນຈົນເຖິງວັນນີ້ 9 ປີແລ້ວ
กับเรื่องราวความทรงจำในช่วงวัยเด็ก
ผมเป็นคนภาคใต้แขวงจำปาศักดิ์ อยู่ในครอบครัวที่มีคุณพ่อ และคุณแม่รับราชการเป็นหมอทั้ง 2 ท่าน เปิดร้านขายยาควบคู่กันไปด้วย ในความทรงจำในวัยเด็กคุณพ่อคุณแม่เป็นคนที่มีน้ำใจชอบช่วยเหลือคนยากไร้ สอนให้ผม มีน้ำใจกับผู้อื่น มีความซื่อสัตย์ และให้มีความอดทนเป็นที่ตั้ง ได้เห็นแบบอย่างที่ดีจากคุณพ่อคุณแม่มาตลอด ท่านเป็นคนฉลาดสามารถทำงานได้หลายๆ อย่าง และทุกคนไว้วางใจท่าน ผมศึกษาขั้นพื้นฐานที่จำปาศักดิ์ ผมสนใจเรียนด้านภาษาอังกฤษ, ภาษาฝรั่งเศส และภาษารัสเซีย พอเรียนจบผมก็มาอยู่ที่เวียงจันทน์ แต่คุณพ่อคุณแม่อยากให้ช่วยงานท่านมากกว่า แต่ผมก็อยากลองใช้ความสามารถของตัวเอง ก็เลยตัดสินใจมาอยู่ที่เวียงจันทน์ ผมมาทำงานโดยที่ไม่ได้ใช้เงินของคุณพ่อคุณแม่เลยเป็นเวลา 2 ปี ผมเก็บเงินได้ก้อนหนึ่ง ตอนนั้นผมอายุ 18 ปี ผมเอาเงินไปปล่อยเงินกู้ทำมาจนอายุได้ 20 ปี ผมสร้างบ้านได้ 1 หลังในนครหลวงเวียงจันทน์ด้วยตัวเอง พออายุ 22 ปี ผมเริ่มซื้อที่ดิน พอมีทุนผมก็เริ่มทำธุรกิจหวยกับรัฐบาลควบคู่ไปกับการปล่อยเงินกู้ คุณพ่อคุณแม่ดีใจมากๆ ที่ผมยืนได้ด้วยตัวเอง ผมทำงานมาเรื่อยๆ และเก็บเงินได้ ปกติเป็นคนชอบเที่ยว ชอบศึกษาคนที่ทำงาน คนที่ประสบความสำเร็จ และผมโชคดีที่ได้คนมาร่วมงานที่ซื่อสัตย์ ต่อมาผมสนใจที่จะซื้อที่ดิน (ที่ตั้งโรงแรมดาวคำ ในปัจจุบัน) พยายามเก็บเงินจนสามารถซื้อที่ดินตรงนี้ได้สำเร็จ และผมก็เก็บเงินจนสามารถซื้อที่ดินตรงนี้ได้ทั้งหมด ผมไม่เคยกลัวผมลุยต่อเลยด้วยตัวเองคนเดียว จึงเป็นที่มาของโรงแรมดาวคำ มีร้านอาหารในพื้นที่กว่า 2 ไร่ มีคาราโอเกะ, มีห้องจัดเลี้ยงไว้คอยรองรับลูกค้า ผมรู้สึกได้เลยว่าลูกค้าที่มาใช้บริการยอมรับ พึงพอใจคอยสนับสนุนเรามาตลอด จากวันนั้นจนถึงวันนี้ 9 ปีแล้วครับ
ເປັນຫຍັງເຖິງຊື່ດາວຄໍາ
ເລີ່ມຈາກທີ່ມາເຮົາມີຮ້ານອາຫານຊື່ “ 3 ດາວ ” ກໍຄືມີ 3 ຮ້ານ ແລະ ເປັນດິນຂອງນ້າຄໍາ ພໍໄດ້ທີ່ດິນຕົງນີ້ທີ່ຢູ່ໃນເຂດນາຄໍາ ຂ້າພະເຈົ້າເລີຍຕັ້ງຊື່ໂຮງແຮມໃຫ້ສອດຄ້ອງກັບພື້ນທີ່ຈຸດນີ້ ເລີຍເປັນທີ່ມາຂອງ “ໂຮງແຮມດາວຄໍາ”
ทำไมถึงชื่อดาวคำ?
เริ่มจากที่มาเรามีร้านอาหารชื่อ “ 3 ดาว “ คือมี 3 ร้าน และเป็นที่ดินของน้าคำ พอได้ที่ดินตรงนี้ที่อยู่ในเขตนาคำ ผมเลยตั้งชื่อโรงแรมให้สอดคล้องกับพื้นที่ตรงนี้ เลยเป็นที่มาของ “โรงแรมดาวคำ”
ພໍໃຈກັບທຸລະກິດທີ່ສ້າງດ້ວຍຕົນເອງຫຼາຍເທົ່າໃດ?
ຂ້າພະເຈົ້າຮູ້ສຶກພໍໃຈກັບທຸລະກິດທີ່ເຮັດຢູ່ ແລະ ກ້າວສູ່ປີທີ 9 Daokham Group ຢ່າງໝັ້ນຄົງ ແລະ ຂ້າພະເຈົ້າຈະບໍ່ຢຸດສ້າງອານາຈັກດາວຄໍາພຽງເທົ່ານີ້ຢ່າງແນ່ນອນ ຂ້າພະເຈົ້າເຮັດທຸລະກິດໂຮງແຮມ, ຮ້ານອາຫານ ແລະ ສະຖານບັນເທີງຄົບວົງຈອນ ສິ່ງທີ່ສໍາຄັນກໍຄືການຈັດວາງລະບົບທີ່ດີ ລວມເຖິງການບໍລິການເພື່ອສ້າງຄວາມພຶງພໍໃຈໃຫ້ກັບລູກຄ້າ ດ້ວຍສະຖານທີ່ກວ້າງຂວາງໃຫ້ລູກຄ້າຮູ້ສຶກວ່າທີ່ນີ້ເປັນອານາຈັກຂອງຄວາມບັນເທີງຂອງທຸກໆຄົນ
พอใจกับธุรกิจที่สร้างด้วยตัวเองแค่ไหน?
ผมรู้สึกพอใจกับธุรกิจที่ทำอยู่ และก้าวสู่ปีที่ 9 Daokham Group อย่างมั่นคง และผมจะไม่หยุดสร้างอาณาจักรดาวคำเพียงแค่นี้อย่างแน่นอน ผมทำธุรกิจโรงแรม, ร้านอาหาร และสถานบันเทิงครบวงจร ถูกโฉลกกับผม สิ่งที่สำคัญก็คือการจัดวางระบบที่ดี รวมถึงการบริการเพื่อสร้างความพึงพอใจให้กับลูกค้า ด้วยสถานที่ตั้งดูโอ่อ่ากว้างขวาง ให้ลูกค้ารู้สึกว่าที่นี่คืออาณาจักรของความบันเทิงของทุกๆ คน
ກຸ່ມລູກຄ້າເປັນປະເພດໃດ?
ລູກຄ້າສ່ວນໃຫຍ່ກຸ່ມລະດັບກາງຂຶ້ນໄປດ້ວຍລາຄາທີ່ສົມເຫດສົມຜົນ
กลุ่มลูกค้าเป็นใคร?
ลูกค้าส่วนใหญ่กลุ่มระดับกลางขึ้นไปด้วยราคาที่สมเหตุสมผล
ວາງແຜນອະນາຄົດຕໍ່ໄປແນວໃດ ສໍາຫຼັບ Daokham Group
ໂຮງແຮມດາວຄໍາ ຂ້າພະເຈົ້າວາງແຜນໄວ້ແລ້ວຢາກໃຫ້ມີອາຄານເພີ່ມອີກ ສະຖານທີ່ຈອດລົດກວ້າງຂວາງ ຂ້າພະເຈົ້າຂະຫຍາຍພື້ນທີ່ອອກໄປອີກໃນອານາຄົດ ເພື່ອໃຫ້ລູກຄ້າພຶງພໍໃຈ ແລະ ພ້ອມທີ່ຈະກັບມາໃຊ້ບໍລິການແຫ່ງນີ້ອີກ ແລະ ຕອນນີ້ຂ້າພະເຈົ້າກໍກໍາລັງສ້າງອານາຈັກແຫ່ງໃໝ່ຊື່ “ວັງລາວ ດາວຄໍາ” ຂ້າພະເຈົ້າຕ້ອງການຂະຫຍາຍຈາກດາວຄໍາສູ່ “ວັງລາວ ດາວຄໍາ” ເປັນສະຖານບັນເທີງທີ່ຄົບວົງຈອນ ແລະ ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວອີກແຫຼ່ງໜຶ່ງທີ່ບໍ່ຄືກັບບ່ອນອື່ນ ເທິງພື້ນທີ່ກວ່າ 30 ໄຮ່ ມີຮ້ານອາຫານ, ມີຣີສອດ ຕອນນີ້ດໍາເນີນການໄປພ້ອມທີ່ຈະເປີດໃຫ້ບໍລິການແລ້ວປະມານຕົ້ນປີ 2020
วางแผนอนาคตต่อไปอย่างไร สำหรับ Daokham Group
โรงแรมดาวคำผมวางแผนไว้แล้วอยากให้มีอาคารเพิ่มอีก ที่จอดรถกว้างขวาง ผมจะขยายพื้นที่ออกไปอีกในอนาคต เพื่อให้ลูกค้าพึงพอใจ และพร้อมที่จะกลับมาใช้บริการที่นี่อีก และตอนนี้ผมก็กำลังสร้างอาณาจักรแห่งใหม่ชื่อ “วังลาว ดาวคำ” ผมต้องการขยายจากดาวคำสู่ “วังลาว ดาวคำ” เป็นสถานบันเทิงที่ครบวงจร และใหญ่ที่สุดในนครหลวงเวียงจันทน์ เป็นแหล่งท่องเที่ยวอีกแหล่งหนึ่งที่ไม่เหมือนที่อื่น บนพื้นที่กว่า 30 ไร่ มีร้านอาหาร, มีรีสอร์ท ตอนนี้ดำเนินการไปพร้อมที่จะเปิดให้บริการแล้วประมาณต้นปี 2020

ສິ່ງໃດທີ່ເປັນແຮງບັນດານໃຈທີ່ສົ່ງອິດທິພົນຕໍ່ຜົນງານການສ້າງອານາຈັກ “ວັງລາວ ດາວຄໍາ”
ຈາກລູກຄ້າທີ່ມາໃຊ້ບໍລິການເປັນປະຈໍາທີ່ດາວຄໍາ ມາໃຊ້ບໍລິການຕິດຕໍ່ກັນມາເລື້ອຍໆ ແລະ ຈໍານວນຫຼາຍຄົນ ກໍເລີຍເຮັດໃຫ້ຂ້າພະເຈົ້າຄິດທີ່ຈະນໍາສິ່ງໃໝ່ຂຶ້ນມາອີກ ເພື່ອໃຫ້ລູກຄ້າໃນ ສປປ ລາວ ແລະ ຕ່າງຊາດທົ່ວໂລກໄດ້ສໍາຜັດເຖິງສະຖານບັນເທີງທີ່ຄົບວົງຈອນໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບລູກຄ້າທົ່ວໂລກທີ່ເຂົ້າມາທ່ຽວຊົມ ແລະ ຕ້ອງເກີດຄວາມປະທັບໃຈກັບໄປແລ້ວຕ້ອງມາອີກ ຂ້າພະເຈົ້າໝັ້ນໃຈກັບສິ່ງທີ່ລົງທຶນສ້າງໃນຄັ້ງນີ້ ສິ່ງສໍາຄັນສໍາຫຼັບ “ວັງລາວ ດາວຄໍາ” ເປັນສະຖານບັນເທີງແຫ່ງທໍາອິດທີ່ເຜີຍແພ່ການສະແດງສັນຍາລັກແຫ່ງຄວາມເປັນລາວດ້ວຍມໍລະດົກທາງສີລະປະວັດທະນະທໍາ ແລະ ປະເພນີທີ່ງົດງາມຂອງລາວຢ່າງແທ້ຈິງ ເພື່ອໃຫ້ຊາວຕ່າງຊາດໄດ້ຮັບຮູ້ວ່າ ລາວກໍມີສີບະປະວັດທະນະທໍາບໍ່ແພ້ຊາດໃດໃນໂລກ ນີ້ເປັນຈຸດປະສົງສໍາຄັນທີ່ຂ້າພະເຈົ້າຕ້ອງການຈະເຮັດເພື່ອປະເທດຊາດ
อะไรคือแรงบันดาลใจที่ส่งอิทธิพลต่อผลงานการสร้างอาณาจักร “วังลาว ดาวคำ”
จากลูกค้าที่มาใช้บริการเป็นประจำที่ ดาวคำ มาใช้บริการติดต่อกันมาเรื่อยๆ และจำนวนมากๆ ก็เลยทำให้ผมคิดที่จะทำสิ่งใหม่ขึ้นมาอีก เพื่อให้ลูกค้าใน สปป.ลาว และต่างชาติทั่วโลกได้สัมผัสถึงสถานบันเทิงที่ครบวงจรใหญ่ที่สุดในนครหลวงเวียงจันทน์ เพื่อต้อนรับลูกค้าทั่วโลกที่เข้ามาเที่ยวชม และต้องเกิดความประทับใจกลับไปแล้วต้องมาอีก ผมมั่นใจกับสิ่งที่ผมลงทุนสร้างในครั้งนี้ สิ่งสำคัญสำหรับ “วังลาว ดาวคำ” เป็นสถานบันเทิงแห่งแรกที่เผยแพร่การแสดงสัญลักษณ์แห่งความเป็นลาวด้วยมรดกทางศิลปวัฒนธรรม และประเพณีที่งดงามของลาวอย่างแท้จริง เพื่อให้ชาวต่างชาติได้รับรู้ว่า ลาวก็มีศิลปวัฒนธรรมไม่แพ้ชาติใดใดในโลก นี่คือจุดประสงค์สำคัญที่ผมต้องการจะทำเพื่อประเทศชาติของผม
ລັກສະນະພາບລວມ ແລະ ການອອກແບບຂອງ “ວັງລາວ ດາວຄໍາ”
ເປັນສະຖາປັດຕະຍະກໍາທີ່ສື່ຄວາມຄິດ ແລະ ສັນຍາລັກທາງວັດທະນະທໍາຂອງສັງຄົມລາວແທ້ໆ ຂ້າພະເຈົ້າມັກພື້ນທີ່ຈຸດນີ້ ເພາະມີຖະນົນທາງອອກຕັດໄດ້ 2 ທາງ ລວມທັງໝົດພື້ນທີ່ດິນຈຸດນີ້ 30 ໄຮ່ ຂ້າພະເຈົ້າມີການວາງແຜນທຸກຂັ້ນຕອນການອອກແບບທຸກຢ່າງ ຮູບແບບຂອງຫ້ອງພັກອາຄານທຸກຫ້ອງ ແລະ ຫ້ອງພັກຣີສອດຂ້າພະເຈົ້າຢາກໃຫ້ຊາວຕ່າງຊາດທີ່ມາເຍືອນລາວ ນຶກເຖິງ “ວັງລາວ ດາວຄໍາ” ທຸກຄັ້ງທີ່ມາລາວ ແລະ ຢາກໃຫ້ຊື່ສຽງຂອງ “ວັງລາວ ດາວຄໍາ” ອອກໄປສູ່ຊາວຕ່າງຊາດທຸກຊາດວ່າ ມາລາວແລ້ວຕ້ອງມາທີ່ “ວັງລາວ ດາວຄໍາ” ເປັນອີກໜຶ່ງສິ່ງທີ່ພາດບໍ່ໄດ້ສໍາຫຼັບຊາວຕ່າງຊາດ
สไตล์ภาพรวม และการออกแบบของ “วังลาว ดาวคำ”
เป็นสถาปัตยกรรมที่สื่อความคิด และสัญลักษณ์ทางวัฒนธรรมของสังคมลาวแท้ๆ ผมชอบที่ดินตรงนี้เพราะมีถนนทางออกตัดได้ 2 ทางรวมทั้งหมดพื้นที่ดินตรงนี้กว่า 30 ไร่ ผมมีการวางแผนทุกขั้นตอนการออกแบบทุกอย่าง สไตล์ของห้องอาคารทุกห้อง และสไตล์ของห้องพักรีสอร์ทผมอยากให้ชาวต่างชาติที่มาเยือนลาว นึกถึง “วังลาว ดาวคำ” ทุกครั้งที่มาลาว และอยากให้ชื่อเสียงของ “วังลาว ดาวคำ “ ออกไปสู่ชาวต่างชาติทุกชาติว่า มาลาวแล้วต้องมาที่ “วังลาว ดาวคำ” เป็นอีกหนึ่งสิ่งที่พลาดไม่ได้สำหรับชาวต่างชาติ
ສິ່ງທີ່ເປັນຈຸດແຂງຂອງ “ວັງລາວ ດາວຄໍາ”
ຈະເນັ້ນເລື່ອງການສະແດງສີລະປະວັດທະນະທໍາ ເພື່ອສະທ້ອນເອກະລັກຂອງຄົນລາວທີ່ມີມາຍາວນານ ລວມເຖິງອາຫານລົດຊາດຕ້ອງແຊບ ເນັ້ນອາຫານລາວແທ້ໆ ທົ່ວທຸກພາກ ແລະ ການບໍລິການຕ້ອງໃຫ້ຄວາມຈິງໃຈກັບລູກຄ້າທຸກທ່ານທີ່ເຂົ້າມາໃຊ້ບໍລິການ ພ້ອມດ້ວຍຮູບແບບການແຕ່ງຕົວຂອງທີມງານກໍຕ້ອງມີຄວາມເປັນລາວ
อะไรคือจุดแข็งของ “วังลาว ดาวคำ”
จะเน้นเรื่องการแสดงศิลปวัฒนธรรม เพื่อสะท้อนเอกลักษณ์ของคนลาวที่มีมายาวนาน รวมถึงอาหารรสชาติต้องอร่อย เน้นอาหารลาวแท้ๆ ทั่วทุกภาค และการบริการต้องให้ความจริงใจกับลูกค้าทุกท่านที่เข้ามาใช้บริการ พร้อมด้วยสไตล์การแต่งตัวของทีมงานก็ต้องมีความเป็นลาว
ໃຫ້ຄວາມສໍາຄັນຫຼາຍໃນເລື່ອງບຸກຄະລາກອນ
ແມ່ນແລ້ວ ຂ້າພະເຈົ້າໃຫ້ຄວາມສໍາຄັນຫຼາຍທີ່ສຸດເລື່ອງບຸກຄະລາກອນ ຕ້ອງໃຫ້ໃຈພວກເຂົາກ່ອນ ເຮົາເປັນເຈົ້ານາຍຕ້ອງມີຄວາມເປັນກາງ ມີນໍ້າໃຈ ຕອນນີ້ຕ້ອງດູແລບຸກຄະລາກອນທີມງານທຸກສ່ວນ 500 ກວ່າຄົນ
ให้ความสำคัญเรื่องบุคลากรมากๆ
ใช่ครับผมให้ความสำคัญมากที่สุดเรื่อง บุคลากร ต้องให้ใจพวกเขาก่อน เราเป็นเจ้านายต้องมีความเป็นกลาง มีน้ำใจ ตอนนี้ต้องดูแลบุคลากรทีมงานทุกส่วน 500 กว่าคน
ທ່ານເຄີຍກ່າວວ່າການເຮັດວຽກເປັນທີມສໍາຄັນຫຼາຍ
ຂ້າພະເຈົ້າມັກການເຮັດວຽກເປັນທີມ ເພາະຍຸກສະໄໝທີ່ເຮັດວຽກຄົນດຽວມັນໝົດໄປແລ້ວ ທຸກວັນນີ້ເຮົາຕ່າງຕ້ອງເຮັດວຽກຮ່ວມກັນເປັນທີມ ມີຄົນທີ່ມີຄວາມສາມາດຫຼາກຫຼາຍ ເຂົ້າມາຊ່ວຍຈັດການດູແລການພັດທະນາໂປຣເຈັກໃໝ່ໆ ທີມການຕະຫຼາດ ແລະ ໂປຣໂມຊັ້ນຕ່າງໆ ຂ້າພະເຈົ້າມັກບອກກັບທີມວ່າ ຖ້າຜົນລັບອອກມາດີກໍແປວ່າເຮົາເຮັດດີແລ້ວ ແຕ່ຖ້າມັນອອກມາບໍ່ດີ ກໍແປວ່າເຮົາຕ້ອງມາລົມກັນ ເພື່ອເຮັດຄວາມເຂົ້າໃຈວ່າຈະເຮັດແນວໃດໃຫ້ມັນດີຍິ່ງຂຶ້ນ ເພາະສະນັ້ນຂ້າພະເຈົ້າວ່າການເຮັດວຽກເປັນທີມກໍໜ້າຈະດີກວ່າ
คุณเคยกล่าวว่าการทำงานเป็นทีมสำคัญมาก
ผมชอบทำงานเป็นทีม เพราะยุคสมัยทำงานคนเดียวมันหมดไปแล้วครับ ทุกวันนี้เราต่างต้องทำงานร่วมกันเป็นทีม มีคนที่มีความสามารถมากมาย เข้ามาช่วยจัดการดูแลการพัฒนาโปรเจ็คใหม่ๆ ทีมมาร์เก็ตติ้ง และโปรโมชั่นต่างๆ ผมมักบอกกับทีมผมว่า ถ้าผลลัพธ์ออกมาดีก็แปลว่าเราทำดีแล้ว แต่ถ้ามันออกมาไม่ดีก็แปลว่าเราต้องมาคุยกัน เพื่อทำความเข้าใจว่าจะทำอย่างไรให้มันดียิ่งขึ้น เพราะฉะนั้นผมว่าการทำงานเป็นทีมก็น่าจะดีกว่าครับ
ສິ່ງສໍາຄັນທີ່ເຮັດໃຫ້ປະສົບຄວາມສໍາເລັດ ເປັນນັກທຸລະກິດແຖວໜ້າຂອງ ສປປ ລາວ ແມ່ນຫຍັງ?
ເຮັດທຸກຢ່າງດ້ວຍຄວາມຕັ້ງໃຈ ມີຄວາມມຸ້ງໝັ້ນ ມີຄວາມມານະອົດທົນ ສິ່ງສໍາຄັນຕ້ອງມີຄວາມກະຕັນຍູຮູ້ບຸນຄຸນຄົນ ອີກຢ່າງໜຶ່ງກໍຄືກ່ອນທີ່ເຮົາຈະເຮັດຫຍັງເຮົາຕ້ອງຮູ້ຈັກວາງແຜນ ມີຄວາມຄິດທີ່ສະຫຼຽວສະຫຼາດ ຕ້ອງມີປະຕິພານໄຫວພິບດີ ເອົາຕົວລອດ ຮູ້ຄິດ ເບິ່ງການໄກເຖິງອານາຄົດ ທັງໝົດນີ້ເປັນສິ່ງສໍາຄັນຫຼາຍ ບໍ່ແມ່ນວ່າເຮົາຈະມີເງິນຢ່າງດຽວແລ້ວເຮັດໄດ້ ມັນຕ້ອງຂຶ້ນກັບປະສົບການ ແລະ ເວລາພ້ອມ ຖ້າລົ້ມແລ້ວກໍລຸກຍ່າງຕໍ່ໄປ ບໍ່ແມ່ນວ່າລົ້ມແລ້ວຈະລົ້ມເລີຍ ຄັ້ງນີ້ເຮົາພາດແລ້ວເປັນບົດຮຽນ ເຮົາບໍ່ຕ້ອງຢ້ານໃຫ້ເປັນບົດຮຽນຄັ້ງຕໍ່ໄປ ເຮົາຈະມີວິທີແກ້ບັນຫາຈະບໍ່ພາດອີກ
สิ่งสำคัญที่ทำให้ประสบความสำเร็จ เป็นนักธุรกิจแถวหน้าของ สปป.ลาว คืออะไร?
ทำทุกอย่างด้วยความตั้งใจ มีความมุ่งมั่น มีความมานะอดทน สิ่งสำคัญต้องมีความกตัญญูรู้บุญคุณคน อีกอย่างหนึ่งก็คือก่อนที่เราจะทำอะไรเราต้องรู้จักวางแผน มีความคิดที่เฉลียวฉลาด ต้องมีปฏิภาณไหวพริบดี เอาตัวรอด รู้คิดมองการณ์ไกลถึงอนาคต ทั้งหมดนี้เป็นสิ่งสำคัญมาก ไม่ใช่เราจะมีเงินอย่างเดียวแล้วทำได้ มันต้องขึ้นอยู่กับประสบการณ์ และเวลาด้วย ถ้าล้มแล้วก็ลุกเดินต่อไป ไม่ใช่ว่าล้มแล้วจะล้มเลย ครั้งนี้เราพลาดแล้วเป็นบทเรียน เราไม่ต้องกลัวให้เป็นบทเรียน ครั้งต่อไปเราจะมีวิธีแก้ปัญหาเราจะไม่พลาดอีก
ມີເຄັດລັບໃນການດູແລຄອບຄົວ ພັນລະຍາ ແລະ ລູກໆ ມີການວາງແຜນແນວໃດແດ່?
ກ່ຽວກັບຄອບຄົວເຮົາຕ້ອງແບ່ງເວລາ ແນວໃດກໍຄືຄອບຄົວຕ້ອງມາກ່ອນເປັນອັນດັບທໍາອິດ ເຮົາຕ້ອງຢູ່ຮ່ວມກັນບົນພື້ນຖານຂອງຄວາມເຂົ້າໃຈ ມີຄວາມອົດທົນໃຊ້ຫົວໃຈເປັນທີ່ຕັ້ງ ຕົວເຮົາຕ້ອງເປັນແບບຢ່າງທີ່ດີໃຫ້ກັບລູກໆ ຂ້າພະເຈົ້າວາງແຜນສ້າງຖານທີ່ໝັ້ນຄົງໃຫ້ລູກທັງ 3 ຄົນ ຂ້າພະເຈົ້າຈະສ້າງໂຮງແຮມໃຫຍ່ໆເພີ່ມຂຶ້ນອີກ ໃຫ້ລູກສານຕໍ່ທຸລະກິດໃນອານາຄົດ ລູກທັງ 3 ຄົນ ເຮົາຕ້ອງຈັດສັນໃຫ້ລົງຕົວທີ່ສຸດ ເຮັດທຸກຢ່າງກໍເພື່ອລູກໆເປັນຫຼັກ ຂ້າພະເຈົ້າຈະໃສ່ໃຈເບິ່ງແຍງລູກໆໃຫ້ເໝາະສົມກັບໄວອາຍຸຂອງພວກເຂົາ ສິ່ງສໍາຄັນຕ້ອງບອກຮັກກັນທຸກເວລາ ຕ້ອງເຂົ້າໃຈ ແລະ ປ່ອຍວາງບັນຫາເລັກໆນ້ອຍໆ ລູກທຸກຄົນຕ້ອງຮຽນໃຫ້ສູງໆໄວ້ກ່ອນ ໃຫ້ມີຄວາມຮູ້ ຄວາມສາມາດ ແລະ ໃຫ້ເຂົາຮູ້ຈັກການວາງຕົວໃນສັງຄົມ ຮູ້ຈັກກາລະເທສະ ມີຄວາມຊື່ສັດດ້ວຍ ຂ້າພະເຈົ້າຈະເນັ້ນເລື່ອງນີ້ເປັນຫຼັກ ເຊິ່ງເປັນສິ່ງທີ່ນັກທຸລະກິດຕ້ອງມີ ແລະ ຕ້ອງປະຕິບັດ ເຮົາຈະເຮັດສິ່ງໃດກໍຕ້ອງເປັນຄົນກົງໄປກົງມາ ຕ້ອງເບິ່ງຄົນໃຫ້ອອກ ຂ້າພະເຈົ້າຈະສອນລູກແບບນີ້ຕະຫຼອດ
มีเคล็ดลับในการดูแลครอบครัว ภรรยา และลูกๆ มีการวางแผนอย่างไรบ้าง?
เกี่ยวกับครอบครัวเราต้องแบ่งเวลา ยังไงก็ครอบครัวก็ต้องมาเป็นอันดับแรก เราต้องอยู่ด้วยกันบนพื้นฐานของความเข้าใจ มีความอดทน ใช้หัวใจเป็นที่ตั้ง ตัวเราต้องเป็นแบบอย่างที่ดีให้กับลูกๆ ผมวางแผนสร้างฐานที่มั่นคงให้ลูกทั้ง 3 คน ผมจะสร้างโรงแรมใหญ่ๆ เพิ่มขึ้นอีก ให้ลูกสานต่อธุรกิจในอนาคต ลูกทั้ง 3 คน เราต้องจัดสรรให้ลงตัวที่สุด ทำทุกอย่างก็เพื่อลูกๆ เป็นหลัก ผมจะใส่ใจดูแลลูกๆ ให้เหมาะสมกับวัย และอายุของพวกเขา สิ่งสำคัญต้องบอกรักกันทุกเวลา ต้องเข้าใจ และปล่อยวางปัญหาเล็กๆน้อยๆ ลูกทุกคนต้องเรียนให้สูงๆ ไว้ก่อน ให้มีความรู้ ความสามารถ และให้เขารู้จักการวางตัวในสังคม รู้จักกาลเทศะ มีความซื่อสัตย์ด้วย ผมจะเน้นเรื่องนี้เป็นหลัก ซึ่งเป็นสิ่งที่นักธุรกิจต้องมี และต้องทำ เราจะทำอะไรก็ต้องเป็นคนตรงไปตรงมา ต้องมองคนให้ออกผมจะสอนเค้าแบบนี้ตลอด
ໃນສະບັບນີ້ WOW ໄດ້ສ້າງໂຄງການສໍາຄັນ “WOW ສ້າງຄວາມຮັກ ຄວາມຜູກພັນ ສ້າງສະຖາບັນຄອບຄົວໃນ ສປປ ລາວ” ໃນຖານະທີ່ເປັນຄອບຄົວຕົວຢ່າງທີ່ປະສົບຄວາມສໍາເລັດດ້ານທຸລະກິດ ແລະ ຄອບຄົວ ມີຄວາມຄິດເຫັນແນວໃດແດ່?
ຮູ້ສຶກດີໃຈທີ່ WOW ເຫັນຄວາມສໍາຄັນຂອງຄອບຄົວຂ້າພະເຈົ້າ ແລະ ທຸກຄອບຄົວໃນ ສປປ ລາວ ກິດຈະກໍາທີ່ WOW ໄດ້ຈັດຂຶ້ນເປັນສິ່ງທີ່ໃໝ່ຫຼາຍ ຍັງບໍ່ເຄີຍມີໃນ ສປປ ລາວ ຂ້າພະເຈົ້າເຊື່ອວ່າໂຄງການນີ້ຈະເຮັດໃຫ້ແຕ່ລະຄອບຄົວໄດ້ຫັນມາເບິ່ງແຍງ ແລະ ໃຫ້ຄວາມຮັກເຊິ່ງກັນ ແລະ ກັນ ຫຼາຍຂຶ້ນກວ່າເກົ່າ ຂ້າພະເຈົ້າຂໍໃຫ້ WOW ຢູ່ຄູ່ກັບສັງຄົມລາວເພື່ອສ້າງສິ່ງດີໆກັບສັງຄົມລາວແບບນີ້ຕະຫຼອດໄປ
ในฉบับนี้ WOW ได้ทำโครงการสำคัญ “WOW สร้างความรัก ความผูกพันธ์ สร้างสถาบันครอบครัวใน สปป.ลาว” ในฐานะที่เป็นครอบครัวตัวอย่างที่ประสบความสำเร็จด้านธุรกิจ และครอบครัวมีความคิดเห็นอย่างไรบ้าง?
รู้สึกดีใจที่ WOW เห็นความสำคัญของครอบครัวผม และทุกครอบครัวใน สปป.ลาว กิจกรรมที่ WOW ได้จัดขึ้นเป็นสิ่งที่ใหม่มากยังไม่เคยมีใน สปป.ลาว ผมเชื่อว่าโครงการนี้จะทำให้แต่ละครอบครัว ได้หันมาดูแล และให้ความรักซึ่งกันและกันมากขึ้นกว่าเดิม ผมขอให้ WOW อยู่คู่กับสังคมลาวเพื่อสร้างสรรค์สิ่งดีๆ กับสังคมลาวแบบนี้ตลอดไป
ຢາກໃຫ້ຝາກເຖິງອານາຈັກ “ວັງລາວ ດາວຄໍາ” ທີ່ກໍາລັງຈະເປີດໄວໆນີ້
ຂ້າພະເຈົ້າຂໍຂອບໃຈໄມຕີຈິດທີ່ດີສະເໝີມາຂອງລູກຄ້າ ແລະ ທີມງານທຸກຄົນຕະຫຼອດໄລຍະເວລາ 9 ປີ ທີ່ເຮັດໃຫ້ຂ້າພະເຈົ້າມີທຸກວັນນີ້ໄດ້ ຂ້າພະເຈົ້າສ້າງທຸລະກິດດ້ວຍຫົວໃຈ ແລະ ຄວາມທຸ້ມເທຕ້ອງການໃຫ້ທີ່ນີ້ “ວັງລາວ ດາວຄໍາ” ເປັນປະຕູທໍາອິດໃຫ້ກັບ ສປປ ລາວ ເພື່ອຕ້ອນຮັບຊາວຕ່າງຊາດທົ່ວໂລກ ນັກທ່ອງທ່ຽວ ແລະ ຄົນລາວ ຮ່ວມສະໜັບສະໜູນສົ່ງເສີມພາບລັກທາງດ້ານສີລະປະວັດທະນະທໍາລາວຕະຫຼອດໄປ
อยากให้ฝากถึงอาณาจักร “วังลาว ดาวคำ” ที่กำลังจะเปิดเร็วๆนี้
ผมขอขอบคุณไมตรีจิตที่ดีเสมอมาของลูกค้า และทีมงานทุกคนตลอดระยะเวลา 9 ปี ที่ทำให้ผมมีทุกวันนี้ได้ ผมสร้างธุรกิจด้วยหัวใจ และความทุ่มเทต้องการให้ที่นี่ “วังลาว ดาวคำ” เป็นประตูแรกให้กับ สปป.ลาว เพื่อตอนรับชาวต่างชาติทั่วโลก นักท่องเที่ยว และคนลาวร่วมสนับสนุนส่งเสริมภาพลักษณ์ทางด้านศิลปวัฒนธรรมลาวตลอดไป
“ທຸກສິ່ງຈະປະສົບຄວາມສໍາເລັດໄດ້ນັ້ນ ເຮົາຕ້ອງທຸ້ມເທ ແລະ ເຮັດວຽກຢ່າງມີການວາງແຜນ ມີຂັ້ນຕອນ ແລະ ເຮັດດ້ວຍຫົວໃຈ”
“ทุกสิ่งจะประสบความสำเร็จได้นั้น เราต้องทุ่มเท และทำงานอย่างมีการวางแผน มีขั้นตอน ทำด้วยหัวใจ”
