Executive Interview: ທ່ານ ພູວົງ ພະມີສິດ



THE GOLD HEART’S LEGEND

“ສັດຈະບູລຸດ” ຫົວໃຈແຫ່ງຄໍາ....ທ່ານ ພູວົງ ພະມີສິດ ‘สัจจะบุรุษ’หัวใจทอง…ท่าน ภูวงศ์ พะมีสิทธิ์


ກ່າວກັນວ່າ ຫົວໃຈ ເປັນແນວໃດກໍຈະສ້າງຜົນງານໄດ້ແບບນັ້ນ ເຮົາປະຈັກໄດ້ເຖິງຄວາມຈິງຂໍ້ນີ້ຢ່າງເລິກເຊິ່ງເມື່ອໄດ້ມາພົບກັບໜຶ່ງໃນບຸກຄົນຜູ້ເປັນຕໍານານລະດັບປະເທດຂອງ ສປປ ລາວ ຄວາມສໍາເລັດສູງສຸດໃນການສ້າງ “ຮ້ານຄຳ ພູວົງ” ໃນຖານະຍີ່ຫໍ້ຄໍາອັນດັບ 1 ຂອງຄົນລາວທີ່ຢູ່ມານັບ 10 ປີຈົນເຖິງປັດຈຸບັນ ແລະ ຈະມີອານາຄົດທີ່ຮຸ່ງເຮືອງໄປອີກດົນ ລ້ວນແລ້ວແມ່ນເກີດຂຶ້ນໄດ້ຍ້ອນ ຫົວໃຈແຫ່ງຄໍາ ຂອງທ່ານ ພູວົງ ພະມີສິດ ໂດຍແທ້ຈິງ. ສີຄໍາໃນຫົວໃຈຂອງທ່ານຜູ້ກໍ່ຕັ້ງຈະເປັນແນວໃດ ຫາຄໍາຕອບໄດ້ຈາກບົດສໍາພາດອັນເປັນຕໍານານຊົງກຽດທີ່ WOW Magazine Society (WMS) ພາກພູມໃຈນໍາສະເໜີ


กล่าวกันว่า หัวใจ เป็นอย่างไร ก็สะสร้างผลงานได้แบบนั้น เราประจักษ์ได้ถึงความจริงข้อนี้อย่างลึกซึ้งเมื่อได้มาพบกับหนึ่งในบุคคลผู้เป็นตำนานระดับประเทศ ของ สปป ลาว ความสำเร็จสูงสุดในการสร้าง ‘ภูวงศ์’ ในฐานะแบรนด์ทองคำอันดับ 1 ของคนลาวที่ยืนพื้นมานับ 10 ปี จนถึงปัจจุบัน และจะมีอนาคตอันเรืองรองไปอีกนาน ล้วนเกิดได้เพราะ หัวใจทอง ของ ท่านภูวงศ์ พะมีสิทธิ์ โดยแท้ สีทองในหัวใจของท่านผู้ก่อตั้งเป็นเช่นไร หาคำตอบได้จากบทสัมภาษณ์อันเป็นตำนานทรงเกียรติที่ Wow Magazine Society (WMS) ภาคภูมิใจนำเสนอ


WMS: ຄວາມສໍາເລັດລະດັບສູງສຸດຂອງຮ້ານຄໍາພູວົງໃນທຸກມື້ນີ້ ແມ່ນເກີດຈາກປະນິທານຄວາມຝັນໃນໄວເດັກຂອງທ່ານທີ່ເລີ່ມຕົ້ນຈາກຕົ້ນທຶນຊີວິດທີ່ເປັນສູນ ແມ່ນແທ້ຫຼືບໍ່?


WMS: จริงไหม ที่ความสำเร็จนะดับสูงสุดของทองคำภูวงศ์ในวันนี้ เกิดจากปณิธานความฝันในวัยเด็กของท่าน ที่เริ่มจากต้นทุนชีวิตที่เป็นศูนย์


ທ່ານ ພູວົງ : ແມ່ນແລ້ວ! ຂ້າພະເຈົ້າເກີດຈາກຄອບຄົວທີ່ລຳບາກພໍສົມຄວນ ຄອບຄົວທີ່ມີແມ່ເປັນຜູ້ທໍາມາຫາລ້ຽງ ເພາະພໍ່ໄດ້ເສຍຊີວິດໄປຕັ້ງແຕ່ຄາວຍັງນ້ອຍ, ຢູ່ເຮືອນ ແມ່ເຮັດອາຊີບແມ່ຄ້າຂາຍປາ ພໍເລີ່ມໃຫຍ່ຂຶ້ນມາຂ້າພະເຈົ້າກໍຊ່ວຍແມ່ທຸກຢ່າງທັງຕຶກເບັດເອງແດ່, ເຮັດໄຮ່ເຮັດສວນ... ຄວາມຄິດທີ່ຈະຕັ້ງຕົ້ນທຸລະກິດຮ້ານຄໍາ ເກີດຂຶ້ນເມື່ອທີ່ຂ້າພະເຈົ້າໄດ້ໄປອາໄສຢູ່ກັບພີ່ນ້ອງເພື່ອຊ່ວຍລົດພາລະຂອງແມ່ ແລະ ສຶກສາຮໍ່າຮຽນທີ່ແຂວງໄຊຍະບູລີໃນຕອນນັ້ນ ອ້າຍໂດເພື່ອນບ້ານທີ່ສ້າງຕົວເອງຂຶ້ນມາຈາກຄວາມທຸກຍາກ ທີ່ມີຕົ້ນກໍາເນີດຄ້າຍໆກັບຂ້າພະເຈົ້າ ແຕ່ລາວກໍສາມາດກໍຕັ້ງຮ້ານຂາຍຄໍາຂະໜາດໃຫຍ່ໄດ້ ທັງໆທີ່ບໍ່ໄດ້ຮັບການສຶກສາໃນດ້ານນີ້ເລີຍ ຈຶ່ງເຮັດໃຫ້ຂ້່າພະເຈົ້າຈາກທີ່ໄດ້ຮໍ່າຮຽນ ແລະ ມີຄວາມຮູ້ເກີດຄວາມມຸ່ງມານະທີ່ຈະຕ້ອງສ້າງທຸລະກິດຮ້ານຂາຍຄໍາເປັນຂອງຕົວເອງ ດ້ວຍຄວາມເຊື່ອໝັ້ນທີ່ວ່າ ເຮົາຈະຕ້ອງເຮັດໃຫ້ໄດ້ດີກວ່າພວກເຂົາ. ພໍເມື່ອໄດ້ເຫັນເປົ້າໝາຍຂອງຊີວິດ ຫຼັງຈາກທີ່ຈົບມັດທະຍົມສຶກສາ ຈຶ່ງຕັດສິນໃຈເລືອກເຂົ້າມະຫາວິທະຍາໄລແຫ່ງຊາດ DongdokUniversity Of Laos ສາຂາ Mathematics & Physics ເມື່ອປີ ຄ.ສ 1978, ຂ້າພະເຈົ້າເຮັດສອງຢ່າງໄປຄວບຄູ່ກັນເພື່ອໃຫ້ໄປເຖິງເປົ້າໝາຍກໍຄື ຮຽນຕີເງິນ - ຕີຄໍາ ໂດຍການໄປຮັບຈ້າງເຂົ້າເຮັດວຽກ ພ້ອມກັບການຮໍ່າຮຽນຄວາມຮູ້ໃນແນວທາງທິດສະດີທີ່ມະຫາວິທະຍາໄລ ກໍໄດ້ແບ່ງເວລາຕອນເຊົ້າແມ່ນເຂົ້າຮຽນ ພໍເວລາວ່າງ ຫຼື ຕອນແລງກໍຈະໄປຮັບຈ້າງຕີເງິນ -ຕີຄໍາ


ท่านภูวงศ์ : ใช่ครับ ผมเกิดเป็นลูกชายคนที่สี่ในเจ็ดคนของครอบครัวที่มีแม่เป็นผู้หาเลี้ยง เพราะพ่อได้เสียชีวิตไปตั้งแต่ยังอายุน้อย ที่บ้าน แม่เป็นแม่ค้าขายปลา พอเริ่มโตขึ้นมาหน่อยก็ช่วยแม่ทุกอย่าง ทั้งตกปลาเองด้วย ความคิดที่จะตั้งต้นธุรกิจร้านทอง เกิดเมื่อได้ไปอยู่กับญาติเพื่อช่วยลดภาระของแม่ และเรียนหนังสือที่แขวงไชยบุรีในตอนนั้นพี่โดเพื่อนบ้านที่สร้างตัวเองขึ้นมาจากความยากจน จากต้นกำเนิดคล้ายๆ กัน เขาสามารถก่อตั้งร้านขายทองร้านใหญ่ได้ ทั้งๆที่ไม่ได้รับการศึกษาในด้านนี้เลย ทำให้ผมซึ่งได้เล่าเรียนและมีความรู้เกิดความมุมานะที่จะต้องสร้างธุรกิจร้านขายทองเป็นของตัวเอง ด้วยความเชื่อมั่นว่าเราน่าจะทำได้ดีกว่าเขา พอเจอเป้าหมายของชีวิตแล้ว หลังจากที่จบมัธยมศึกษา จึงเลือกศึกษาต่อในปี ค.ศ.1978 ที่มหาวิทยาลัยแห่งชาติลาว Dongdok National University Of Laos สาขา Mathematics & Physics ผมทำสองอย่างไปด้วยกันเพื่อให้ไปถึงเป้าหมายคือเรียนขึ้นรูปทองคำ เงิน ด้วยการไปรับจ้างเขาทำงาน พร้อมกับเรียนความรู้ในเชิงทฤษฎีในมหาวิทยาลัย ก็แบ่งเวลากลางวันเรียน พอว่าง หรือช่วงเย็นก็จะไปรับจ้างขึ้นทอง ขึ้นเงิน


WMS: ຮູ້ມາວ່າຮ້ານທີ່ຕັ້ງຂຶ້ນຄັ້ງທໍາອິດກໍເກີດຄວາມລົ້ມເຫຼວເສຍເວລາໄປໜຶ່ງປີ ແຕ່ພໍມາປີທີສອງຈຶ່ງໄດ້ກໍ່ຕັ້ງຮ້ານຄໍາພູວົງ ແຕ່ກໍຍັງບໍ່ໄດ້ຮັບຄວາມນິຍົມເທົ່າທີ່ຄວນ ຕ້ອງໄດ້ໃຊ້ເວລາໃນການຢູ່ໃນທຸລະກິດຄໍາລວມສິບປີກວ່າທີ່ຈະປະຄັບປະຄອງເສົາຕົ້ນທໍາອິດຂອງຮ້ານຄໍາພູວົງໄດ້ສໍາເລັດໜຶ່ງໃນການຝ່າຝັນພົ້ນຈາກວິກິດມາໄດ້ກໍຄື ການປະຫຍັດມັດທະຍັດດ້ວຍຫົວໃຈອັນແຂງແກ່ນທີ່ຈະປະນິທານໃຫ້ສໍາເລັດ


WMS : ทราบมาว่าร้านที่ตั้งครั้งแรกก็ล้มเหลวเสียเวลาไปหนึ่งปี แต่พอปีที่สองจึงได้ก่อกำเนิดร้านทองคำภูวงศ์ แต่ก็ยังไม่ได้รับความนิยมเท่าที่ควร ต้องใช้เวลาในการอยู่ในธุรกิจทองร่วมสิบปีทีเดียวกว่าที่จะประคองเสาต้นแรกของทองคำภูวงศ์ได้สำเร็จ หนึ่งในการฝ่าฟันจนผ่านพ้นจากวิกฤติมาได้คือ การประหยัดมัธยัสถ์ ด้วยหัวใจอันแกร่งกล้าที่จะทำปณิธานให้สำเร็จ


ທ່ານ ພູວົງ: ໃນຊ່ວງນັ້ນຖືວ່າເປັນຊ່ວງທີ່ສະຖານະການຂອງຊີວິດທຸກຍາກລໍາບາກຫຼາຍພໍສົມຄວນ ກວ່າຈະມາເຖິງມື້ນີ້ໄດ້ ຂ້າພະເຈົ້າຕ້ອງໃຊ້ທັງແຮງກາຍ ແຮງໃຈ ແລະ ຕົ້ນທຶນທັງໝົດຂອງຊີວິດ ຕອນນັ້ນຫຼັງຈາກຈົບຈາກມະຫາວິທະຍາໄລໃນປີ ຄ.ສ 1982 ລວມກັບເວລາທີ່ຄົບຄ້າສະມາຄົມຢູ່ໃນວົງການມາແລ້ວ 5 ປິຕັ້ງແຕ່ປີ ຄ.ສ 1978 ກໍມາລອງຫາປະສົບການໃນການຕັ້ງຮ້ານຕີຄໍາ ເປັນເວລາ 1 ປີທີ່ນະຄອນຫຼວງວຽງຈັນກ່ອນ ແຕ່ບໍ່ປະສົບຜົນສໍາເລັດ ເສຍເວລາໄປປະມານໜຶ່ງປີເຕັມໆ ຈົນເມື່ອປີ ຄ.ສ 1983 ກໍເລີຍຕັດສິນໃຈກັບໄປທີ່ແຂວງໄຊຍະບູລີ ແລະ ເລີ່ມຕັ້ງຕົ້ນໃໝ່ນັບຈາກສູນອີກຄັ້ງໜຶ່ງ ຮູ້ສຶກໄດ້ວ່າຄວາມຝັນມັນຍັງໄກເກີນເອື້ອມທີ່ຈະໄປເຖິງ ຄິດວ່າຍາກຫຼາຍແຕ່ກໍຍັງຄົງມຸ່ງໝັ້ນທີ່ຈະເຮັດ ເລີ່ມຕັ້ງຮ້ານຄໍານ້ອຍໆແຫ່ງໜຶ່ງ ແລະ ຖືເອົາປີ ຄ.ສ 1983 ເປັນປີທີ່ຕັ້ງຮ້ານ ແລະ ໃສ່ຊື່ວ່າ: ຮ້ານຄໍາພູງວົງ. ຂ້າພະເຈົ້າສຸມໃສ່ໃນການເຮັດວຽກມື້ລະ 14 – 15 ຊົ່ວໂມງ ຕົ້ນທຶນຂອງຊີວິດແມ່ນການໃຊ້ແຮງງານຫຼາຍທີ່ສຸດ ເຮັດວຽກຫຼາຍທີ່ສຸດ ໃນຕອນເຊົ້າກໍຂາຍຄໍາປົກກະຕິ ສ່ວນຕອນຄໍ່າກໍໄປຕີເງິນ - ຕີຄໍາເພື່ອທີ່ຈະນໍາເອົາມາຈໍາໜ່າຍ ພະຍາຍາມນໍາທິດສະດີທີ່ຮໍ່າຮຽນມາໃຊ້ໃນການພັດທະນາເງິນຄໍາໃນແບບຂອງຕົວເອງ ເຮົາໄດ້ນໍາໃຊ້ການຄິດໄລ່ຄໍານວນສັດສ່ວນຂອງຄໍາໃຫ້ຂຶ້ນຮູບຮ່າງອອກມາໄດ້ສວຍງາມ ແລະ ມີຄວາມບໍລິສຸດຫຼາຍທີ່ສຸດທີ່ຈະຄົງຮູບຮ່າງ ດ້ວຍທຶນບໍ່ຫຼາຍກໍຜະລິດຜົນງານຂຶ້ນມາເປັນອັນນ້ອຍໆເສຍກ່ອນ ແລ້ວຄ່ອຍໆໃຊ້ງົບໜ້ອຍ ເນັ້ນຄຸນະພາບສູງ. ໃນການສ້າງສະສົມຖານລູກຄ້າ ແລະ ເງິນທຶນຫຼືຄະຕິວ່າ ອົດທົນສູງ ເຮັດວຽກໜັກ ແລະ ເປີດຮັບຄວາມຮູ້ຮອບຕົວໃຫ້ຫຼາຍໆ ພ້ອມກັບຕ້ອງປະຫຍັດໃຫ້ໄດ້ຫຼາຍທີ່ສຸດ ແລະ ກໍຍັງມີຄະຕິປະຈໍາໃຈອີກຢ່າງໜຶ່ງກໍຄື: “ເມື່ອເຮົາມີ 10 ເຮົາຄວນຈ່າຍໄປ 3 ສ່ວນແລ້ວເອົາເກັບໄວ້ 7 ສ່ວນ” ເຊິ່ງຈະແຕກຕ່າງຈາກຄົນທົ່ວໄປທີ່ໄດ້ມາ 10 ຈ່າຍໄປ 7 ສ່ວນທີ່ເຫຼືອເກັບໄວ້ 3 ສ່ວນ ເພາະມີຄວາມຝັນທີ່ຢາກຈະພັດທະນາຮ້ານໃຫ້ເປັນຮ້ານຂາຍຄໍາທີ່ຍິ່ງໃຫຍ່ ພ້ອມກັບພະຍາຍາມເປີດຮັບຄວາມຮູ້ຮອບຕົວຫຼາຍໆ. ຫຼັງຈາກນັ້ນ 2 ປີຕໍ່ມາຄືປີ ຄ.ສ 1985 ຂ້າພະເຈົ້າກໍໄດ້ສົມຣົດກັບພັນລະຍາຄູ່ຊີວິດສ້າງຄອບຄົວໄປນໍາກັນມີບຸດສາມຄົນ ລູກສາວ 2 ຄົນ ແລະ ລູກຊາຍ 1 ຄົນ. ທຸລະກິດກໍພໍທີ່ຈະກ້າວໄປໜ້າເລື້ອຍໆ ນັບເວລາຕັ້ງແຕ່ມາຕັ້ງຮ້ານຮັບຕີເງິນ - ຕີຄໍາ ແລະ ຜະລິດເຄື່ອງປະດັບຄໍາອັນນ້ອຍໆ ເຊິ່ງເອີ້ນໄດ້ວ່າເປັນຈຸດກໍາເນີດຂອງ “ຮ້ານຄໍາພູວົງ” ໃນປັດຈຸບັນ ເມື່ອປີ ຄ.ສ 1983 – 1990 ລວມເປັນ 7 ປີ. ພໍສະສົມເງິນທຶນໄດ້ຈຶ່ງກັບມາທີ່ນະຄອນຫຼວງວຽງຈັນອີກຄັ້ງ ເພື່ອເຊົ່າຮ້ານຄໍາທີ່ຕະຫຼາດເຊົ້າ


ท่านภูวงศ์ : ช่วงนั้นเป็นสถานการณ์ที่ลำบากมากของชีวิตเลย กว่าจะถึงวันนี้ได้ ผมต้องใช้ทั้งแรงกาย แรงใจ และต้นทุนทั้งหมดของชีวิต ตอนนั้นพอจบมหาวิทยาลัย ในปี ค.ศ.1982 รวมเวลาที่คลุกคลีอยู่ในวงการมาแล้ว 5 ปี ตั้งแต่ 1978 ก็มาลองหาประสบการณ์ในการตั้งร้านขึ้นรูปทอง 1 ปีที่เวียงจันทน์ก่อน แต่ก็ไม่ประสบผลสำเร็จ เสียเวลาไปหนึ่งปีเต็มๆจน ในปี 1983 ก็เลยกลับไปที่ไชยบุรี และเริ่มใหม่จากศูนย์อีกครั้งรู้สึกว่าความฝันมันไกลเกินเอื้อมที่จะไปถึง คิดว่ายากมากที่สุด แต่ก็ยังคงมุ่งมั่นที่จะทำ ก็เริ่มจากการตั้งร้านทองเล็กๆ ชื่อภูวงศ์วันหนึ่งๆ ทำงาน 14-15 ชม ต้นทุนคือการใช้แรงงานมากที่สุด ทำงานมากที่สุด ตอนเช้าก็ขายทองปกติ ส่วนตอนค่ำก็ไปทำเครื่องเงิน-เครื่องทองเพื่อที่จะเอามาขาย พยายามนำทฤษฎีที่ร่ำเรียนมาใช้ในการพัฒนาทองคำในแบบของตัวเอง เราได้ใช้การคำนวณสัดส่วนของทองคำให้ขึ้นรูปออกมาได้สวยงาม และมีความบริสุทธิ์มากที่สุดที่จะคงรูปด้วย ทุนยังไม่มากก็ผลิตงานมาชิ้นเล็กๆ ก่อน ค่อยๆ ใช้งบน้อย เน้นคุณภาพสูง ในการสร้างสะสมฐานลูกค้าและเงินทุน ถือคติว่า อดทนสูง ทำงานหนัก และเปิดรับความรู้รอบตัวมากๆ พร้อมกับต้องประหยัดให้มากที่สุด มีคติประจำใจอีกอย่างคือ เมื่อเรามี 10 เราควรจ่ายไป 3 ส่วนแล้วเอาเก็บไว้ 7 ส่วนซึ่งต่างจากคนทั่วไป ที่ได้มา 10 จ่ายไป 7 ส่วน เหลือเก็บ 3 ส่วน เพราะมีความฝันอยากจะพัฒนาร้านให้เป็นร้านค้าทองที่ยิ่งใหญ่ พร้อมกับพยายามเปิดรับความรู้รอบตัวมากๆหลังจากนั้นอีก 2 ปี คือในปี 1985 ก็สมรสกับภรรยาคู่ชีวิต สร้างครอบครัวไปด้วย มีบุตรสามคน เป็นลูกสาว 2 คน และลูกชาย 1 คนธุรกิจก็พอไปได้เรื่อยๆ นับเวลาตั้งแต่มาตั้งร้านรับขึ้นรูปทอง และผลิตเครื่องประดับทองคำชิ้นเล็กๆ ซึ่งเรียกได้ว่า เป็น จุดกำเนิดของ ร้านทองคำภูวงศ์ในปัจจุบัน เมื่อปี 1983 -1990 รวม 7 ปี พอสะสมเงินทุนได้จึงกลับมาที่เวียงจันทน์อีกครั้ง เพื่อซื้อร้านทองที่ตลาดเช้า</