top of page

Executive Interview: ທ່ານ ສົມສະໜຸກ ມີໄຊ


ທ່ານ ສົມສະໜຸກ ມີໄຊ

ท่านสมสนุก มีชัย


ນໍ້າສຽງທີ່ດັງ ແລະ ຍິ່ງໃຫຍ່ຈົນສ້າງປາກົດການຄວາມປ່ຽນແປງໃຫ້ສັງຄົມ ປະເທດຊາດ ຫຼື ໂລກ ບໍ່ໄດ້ເກີດຈາກຄວາມດັງຈາກການເປັ່ງຜ່ານກ່ອງສຽງໃນຮ່າງກາຍ ແຕ່ກໍຄືສຽງທີ່ໜັກແໜ້ນ ໝັ້ນຄົງ ແລະ ເປັ່ງອອກມາຢ່າງຕໍ່ເນື່ອງຜ່ານໄລຍະເວລາດົນນານນັບສິບໆປີ ດ້ວຍຈິດໃຈອັນເສຍສະຫຼະທີ່ຕັ້ງໝັ້ນຢູ່ໃນອຸດົມການ ສັດທາ ແລະ ສຽງປະເພດນີ້ຈະມີຄວາມສັກສິດໄດ້ໂດຍ “ການກະທໍາ” ວາລະສານ WOW Magazine Society (WMS) ມີຄວາມພາກພູມໃຈສູງສຸດອີກໜຶ່ງວາລະ ໃນໂອກາດທີ່ໄດ້ມາໃນເຄຫາສະຖານທີ່ສ່ວນຕົວ ແລະ ສໍາພາດ ເຈົ້າຂອງ “ສຽງ” ທີ່ໄດ້ຮັບໃຊ້ປະຊາຊົນລາວຢ່າງຕໍ່ເນື່ອງມາຈົນເຖິງ 4 ທົດສະວັດ.


เสียงที่ดัง และยิ่งใหญ่จนสร้างปรากฏการณ์ความเปลี่ยนแปลงให้สังคม ประเทศชาติ หรือโลก มิได้เกิดจากความดังจากการเปล่งผ่านกล่องเสียงในร่างกาย แต่คือเสียงที่หนักแน่น มั่นคง และเปล่งออกมาอย่างต่อเนื่องผ่านระยะเวลายาวนานนับสิบๆ ปี ด้วยจิตใจอันเสียสละที่ตั้งมั่นอยู่ในอุดมการณ์ ศรัทธา และเสียงประเภทนี้จะมีความศักดิ์สิทธิ์ได้ด้วย ‘การกระทำ’ นิตยสาร Wow Magazine Society (WMS) มีความภาคภูมิใจสูงสุดอีกวาระ ในโอกาสที่ได้มาในเคหสถานส่วนตัว และสัมภาษณ์ รัฐบุรุษ เจ้าของ ‘เสียง’ ที่ได้รับใช้ประชาชนลาวอย่างต่อเนื่องมาถึง 4 ทศวรรษ


WMS: ປັດຈຸບັນທ່ານດໍາລົງຕໍາແໜ່ງຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ຕອນນີ້ທາງສະມາຄົມມີວິໄສທັດ ແລະ ນະໂຍບາຍທີ່ສຳຄັນໃນການພັດທະນາສື່ມວນຊົນແນວໃດແດ່? ເພື່ອໃຫ້ສອດຄ່ອງກັບການທີ່ ສປປ ລາວ ກໍາລັງເປັນທີ່ສົນໃຈຈາກກຸ່ມປະເທດໃນ AEC ແລະ ທະວີບເອີຣົບ ອາເມຣິກາ


WMS : ปัจจุบันท่านดำรงตำแหน่งรองประธานสมาคมนักข่าว แห่ง สปป ลาว ตอนนี้ทางสมาคมมีวิสัยทัศน์และนโยบายสำคัญในการพัฒนาสื่อมวลชนอย่างไรบ้าง เพื่อให้สอดคล้องกับการที่ สปป ลาว กำลังเป็นที่สนใจจากกลุ่มประเทศใน AEC และทวีปยุโรป อเมริกา


ທ່ານສົມສະໜຸກ : ນະໂຍບາຍທີ່ສຳຄັນຂອງທາງສະມາຄົມໃນຕອນນີ້ແມ່ນການເລັ່ງພັດທະນາຄຸນະພາບຂອງສື່ໃນທຸກໆດ້ານ ທັງໃນແຫງ່ຂອງການພັດທະນາບຸກຄະລາກອນ, ທັກສະໃນການລວບລວມຂໍ້ມູນເພື່ອວິເຄາະ ປະມວນນັກຂ່າວ ການກະຈາຍຂ່າວດ້ວຍຂໍ້ເທັດຈິງຢ່າງມີປະສິດທິພາບເພື່ອໃຫ້ສອດຄ່ອງກັບສື່ໃນສັງຄົມປັດຈຸບັນ ເຊິ່ງມີທັງປະເພດສື່ສິ່ງພິມ ແລະ ເຕັກໂນໂລຊີ ແລະ ຍັງເນັ້ນການສ້າງຄວາມຮ່ວມມືໃນລະດັບປະເທດ ທີ່ເຮົາໄດ້ຈັດຊຸດອົບຮົມໃຫ້ນັກຂ່າວ ເພື່ອຍົກລະດັບ, ບົດບາດຂອງນັກຂ່າວໃນການປະຕິສໍາພັນໃນລະດັບນາໆຊາດ ສະມາຄົມນັກຂ່າວເອງກໍຍັງໄດ້ມີການພົວພັນກັບສະມາພັນນັກຂ່າວແຫ່ງອາຊຽນ ແລະ ໄທ ເພື່ອແລກປ່ຽນທັງຄວາມຄິດ ຄວາມເຫັນທາງດ້ານວັດທະນະທໍາ ແລະ ດ້ານອື່ນໆ


ท่านสมสนุก : นโยบายสำคัญของทางสมาคมในตอนนี้คือการเร่งพัฒนาคุณภาพของสื่อในทุกๆ ด้าน ทั้งในแง่ของการพัฒนาบุคลากร ทักษะในการรวบรวมข้อมูลเพื่อวิเคราะห์ ประมวลข่าว กระจายข่าวด้วยข้อเท็จจริงอย่างมีประสิทธิภาพเพื่อให้สอดคล้องกับสื่อในสังคมปัจจุบันซึ่งมีทั้งสื่อประเภทสิ่งพิมพ์ และเทคโนโลยี และยังเน้นการสร้างความร่วมมือในระดับประเทศ ที่เราได้จัดชุดอบรมให้นักข่าว เพื่อยกระดับ บทบาทของนักข่าวในการปฏิสัมพันธ์ในระดับนานาชาติ สมาคมนักข่าวเองมีการจัดสัมพันธ์กับสมาพันธ์นักข่าวแห่งอาเซียน และไทย เพื่อแลกเปลี่ยนทั้งความคิดเห็นทางด้านวัฒนธรรมและด้านอื่นๆ


WMS: ຄວາມປ່ຽນແປງໃນດ້ານດີຂອງ ສປປ ລາວ ທີ່ເກີດຂຶ້ນໃນຮອບສິບປີຜ່ານມາ ໜຶ່ງໃນປັດໄຈທີ່ສໍາຄັນແມ່ນການສື່ສານມວນຊົນທຸກຂະແໜງການທີ່ຮ່ວມມືກັນສ້າງທັດສະນະຄະຕິ ແລະ ວິຖີຊີວິດໃນພາກປະຊາຊົນ ທີ່ຕ້ອງສອດຄ່ອງກັບວາລະແນວທາງນະໂຍບາຍຂອງລັດຖະບານ ເພື່ອບາດກ້າວຂອງປະເທດ ແມ່ນຫຍັງຄືສິ່ງທີ່ໃນພາກຂອງສື່ມວນຊົນ ແລະ ປະຊາຊົນຄວນນໍາພາປະເທດໄປໃນທິດທາງດຽວກັນ


WMS : ความเปลี่ยนแปลงที่ดีมากของ สปป ลาว ที่เกิดขึ้นในรอบสิบปีที่ผ่านมา หนึ่งในปัจจัยสำคัญคือการสื่อสารมวลชนทุกแขนงที่ร่วมมือกันสร้างทัศนคติ และวิถีชีวิตในภาคประชาชน ซึ่งต้องสอดคล้องกับวาระในเชิงนโยบายของรัฐบาล เพื่อการก้าวไปข้างหน้าของประเทศ ตอนนี้อะไรคือสิ่งที่ในภาคของสื่อมวลชน และประชาชน ควรขับเคลื่อนประเทศไปในทิศทางเดียวกัน


ທ່ານ ສົມສະໜຸກ: ໃນອາດີດປະເທດຂອງພວກເຮົາຜ່ານສົງຄາມມາຫຼາຍປີບໍ່ວ່າຈະເປັນສົງຄາມຈາກອາເມຣິກາ ທີ່ມາຖິ້ມລະເບີດຫຼັງຈາກທີ່ຖືກທໍາລາຍ. 30 ປີຕໍ່ມາ ພວກເຮົາກໍພະຍາຍາມທີ່ຈະຟື້ນຟູສ້າງສາປະເທດຊາດມາໂດຍຕະຫຼອດ ຖ້າທຽບກັບຄົນທີ່ລົ້ມ ເອີ້ນໄດ້ວ່າມື້ນີ້ເຮົາໄດ້ລຸກຂຶ້ນແລ້ວ ແຕ່ອາດຈະຍັງຊົງຕົວໄດ້ບໍ່ປານໃດ. ສ່ວນການສຶກສາແມ່ນສໍາຄັນຫຼາຍ ຈະຊ່ວຍໃຫ້ເຮົາສາມາດມີຈຸດຢືນໄດ້ຢ່າງຢັ້ງຢືນດ້ວຍຕົວເຮົາເອງ ເປົ້າໝາຍຂອງສະມາຄົມສື່ມວນຊົນໃນຕອນນີ້ກໍຄື ການລົນນະລົງໃຫ້ສື່ຂະແໜງຕ່າງໆ ມີຄວາມເຂົ້າໃຈ ແລະ ສ້າງຄວາມຮ່ວມມືໃນພາກປະຊາຊົນໂດຍການສ້າງຈິດສໍານຶກ ແລະ ວິຖີຊີວິດໃນພາກປະຕິບັດໄປໃນແນວທາງຂອງນະໂຍບາຍລັດຖະບານຢ່າງເຄັ່ງຄັດໃນທຸກໆດ້ານ ແລະ ທີ່ເປັນຮູບປະທໍາທີ່ສໍາຄັນກໍຄື : ໃນໄລຍະນີ້ການປູກຕົ້ນໄມ້ ເປັນສິ່ງສໍາຄັນເພາະຕົ້ນໄມ້ແມ່ນຊັບພະຍາກອນທີ່ມີຄ່າຫຼາຍທີ່ສຸດຢ່າງໜຶ່ງຂອງປະເທດເຮົາ ທັງຍັງຊ່ວຍໃນດ້ານການກະສິກໍາ ສິ່ງແວດລ້ອມ ແລະ ຄວາມສົມດຸນທາງທໍາມະຊາດທີ່ຈະຊ່ວຍໃຫ້ເກີດຄວາມອຸດົມສົມບູນຢ່າງຢັ້ງຢືນໃນລະດັບບ້ານ ເຊິ່ງຈະເປັນພື້ນຖານທີ່ສໍາຄັນຕໍ່ຄວາມແຂງແກ່ນຂອງປະເທດໃນອານາຄົດ


ท่านสมสนุก : ในอดีตประเทศของพวกเราผ่านสงครามมาหลายปี ไม่ว่าจะสงครามเวียดนาม สงคราวอเมริกา ที่มาทิ้งระเบิด หลังจากถูกทำลาย 30 ปีต่อมา เราก็พยายามที่จะสร้างชาติ ฟื้นคืนประเทศมาโดยตลอด ถ้าเทียบกับคนล้ม ก็เรียกว่าวันนี้เรายืนได้แล้ว แต่อาจจะยังยืนได้ไม่นิ่งมาก การศึกษาสำคัญมาก จะช่วยให้เราสามารถยืนหยัดได้อย่างยั่งยืนด้วยตัวเราเอง เป้าหมายของสมาคมสื่อมวลชนในตอนนี้ก็คือ การรณรงค์ให้สื่อแขนงต่างๆ มีความเข้าใจ และสร้างความร่วมมือในภาคประชาชนด้วยการช่วยกันสร้างจิตสำนึก และวิถีชีวิตในภาคปฏิบัติไปในแนวทางนโยบายของรัฐบาลอย่างเคร่งคัดในทุกๆด้านและที่เป็นรูปธรรมที่สำคัญคือในระยะนี้การปลูกต้นไม้ เป็นสิ่งสำคัญเพราะต้นไม้คือทรัพยากรที่มีค่ามากที่สุดอย่างหนึ่งของประเทศเรา ทั้งยังช่วยในด้านการเกษตรกรรม สิ่งแวดล้อม และสมดุลทางธรรมชาติที่จะช่วยให้เกิดความอุดมสมบูรณ์อย่างยั่งยืนในระดับครัวเรือน ซึ่งจะเป็นพื้นฐานสำคัญต่อความแข็งแกร่งของประเทศในอนาคต


WMS: ໃນຖານະທີ່ທ່ານເຄີຍໄດ້ໄປສຶກສາຢູ່ຕ່າງປະເທດໃນລະດັບອຸດົມການສຶກສາ ແລະ ເມື່ອມາເຮັດໜ້າທີ່ໃນຕໍາແໜ່ງນັກຂ່າວໜັງສືພິມ ໂດຍເປັນໜຶ່ງໃນຜູ້ບຸກເບີກການສື່ສານລະດັບນາໆຊາດໃນວົງການສື່ມວນຊົນຂອງ ສປປ ລາວ ລວມທັງການສ້າງສັນລາຍການ ພັດທະນາບຸກຄະລາກອນໃນແນວທາງທັກສະທາງດ້ານພາສາຕ່າງປະເທດຫຼາຍໆພາສາ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ໜຶ່ງໃນວາລະສໍາຄັນໃນການພັດທະນາບຸກຄະລາກອນທາງດ້ານສື່ມວນຊົນຂອງປະເທດ ແມ່ນການມີຄວາມຮູ້ພາສາຕ່າງປະເທດວິໄສທັດດັ່ງກ່າວນັ້ນຍັງມີຄວາມສໍາຄັນໜ້ອຍ, ຫຼາຍປານໃດໃນປັດຈຸບັນ ແລະ ທ່ານສັງເກດເຫັນການພັດທະນາທີ່ດີຂຶ້ນຈາກໃນອາດີດແນວໃດ?


WMS : ในฐานะที่ท่านได้ไปศึกษาอยู่ต่างประเทศในระดับอุดมศึกษา และเมื่อมาทำงานในตำแหน่งนักข่าวหนังสือพิมพ์ โดยเป็นหนึ่งในผู้บุกเบิกการสื่อสารระดับนานาชาติในวงการสื่อสารมวลชนของ สปป ลาว รวมทั้งการสร้างสรรค์รายการ พัฒนาบุคลากรในเชิงทักษะทางภาษาต่างประเทศหลายภาษา แสดงให้เห็นว่า หนึ่งในวาระสำคัญในการพัฒนาบุคลากรทางด้านสื่อมวลชนของประเทศคือการรอบรู้ภาษาต่างประเทศ วิสัยทัศน์ดังกล่าวยังมีความสำคัญมากน้อยเพียงใดในปัจจุบัน และท่านมองเห็นพัฒนาการที่ดีขึ้นจากในอดีตอย่างไร


ທ່ານ ສົມສະໜຸກ: ການພັດທະນາທີ່ເປັນທິດທາງທີ່ດີ ກໍຕັ້ງແຕ່ເມື່ອທີ່ຂ້າພະເຈົ້າເລີ່ມຕົ້ນເຮັດໜ້າທີ່ຈາກການເປັນນັກຂ່າວໜັງສືພິມເມື່ອ 40 ປີກ່ອນ ເຊິ່ງຈາກການທີ່ໄດ້ໄປສຶກສາຢູ່ຕ່າງປະເທດ ແລະ ຍັງມີຄວາມສາມາດທາງດ້ານພາສາຕ່າງປະເທດອື່ນໆ ຊ່ວຍໃນເລື່ອງຂອງການຮັບ ແລະ ສົ່ງຂໍ້ມູນຂ່າວສານໃນພາສາຕ່າງປະເທດ ຂ້າພະເຈົ້າຍັງໄດ້ເຮັດລາຍການວິທະຍຸສາກົນພາສາຝຣັ່ງ, ພາສາອັງກິດ. ຕໍ່ມາກໍໄດ້ມີການເພີ່ມພາສາໄທ ແລະ ພາສາຫວຽດນາມ ແລະ ເລີ່ມຫັນມາເຮັດລາຍການໂທລະພາບທີ່ເປັນພາສາອັງກິດ ພາສາຝຣັ່ງ ເພື່ອຍົກລະດັບໃຫ້ທັງພາກສື່ມວນຊົນ ແລະ ປະຊາຊົນສາມາດຮັບຮູ້ຂໍ້ມູນຂ່າວສານຈາກຕ່າງປະເທດໄດ້ຫຼາຍ ແລະ ກວ້າງຂວາງຂຶ້ນ ທັງຍັງສາມາດນໍາສະເໜີຄວາມເປັນຈິງຂອງປະເທດໄດ້ຢ່າງຊັດເຈນ ສ້າງຄວາມເຂົ້າໃຈຕາມຂໍ້ເທັດຈິງໃນລະດັບສາກົນ ແລະ ເປັນພື້ນຖານໃຫ້ເຮົາໄດ້ເຂົ້າຮ່ວມໃນສະມາພັນນັກຂ່າວນາໆຊາດ ໃນກຸ່ມຕ່າງໆ ສໍາລັບປັດຈຸບັນນີ້ຂ້າພະເຈົ້າເຫັນວ່າພາສາອັງກິດແມ່ນສິ່ງທີ່ຢາກໃຫ້ບັນດາສື່ມວນຊົນຫັນມາໃສ່ໃຈພັດທະນາຢ່າງຮີບດ່ວນ ໂດຍສະເພາະໃນຍຸກນີ້ທີ່ປະເທດຂອງເຮົາມີການຕິດຕໍ່ພົວພັນກັນຢ່າງໃກ້ຊິດສະໜິດແໜ້ນກັບກຸ່ມປະເທດອາຊຽນ ເຊິ່ງມີຫຼາຍວັດທະນະທໍາ ຫຼາຍພາສາ ສະນັ້ນພາສາອັງກິດຈຶ່ງເປັນສື່ກາງທີ່ເຮັດໃຫ້ເຮົາໄດ້ເຂົ້າໃຈ ແລະ ມີປະໂຫຍດໃນແຫງ່ຂອງຄວາມຮູ້ ແລະ ວິທະຍາການ


ท่านสมสนุก : พัฒนาการที่เป็นทิศทางที่ดีตั้งแต่เมื่อข้าพเจ้าเริ่มทำงานจากการเป็นนักข่าวหนังสือพิมพ์ เมื่อ 40 ก่อน ซึ่งจากการที่ได้ไปศึกษาในต่างประเทศ และมีความสามารถในภาษาต่างประเทศอื่นๆ ช่วยในเรื่องของการรับและส่งข้อมูลข่าวสารในภาษาต่างประเทศ ข้าพเจ้ายังได้ทำรายการวิทยุภาษาสากล ภาษาฝรั่งเศส ภาษาอังกฦษ ต่อมาก็เพิ่มภาษาไทย ภาษาเวียดนาม และมาเริ่มทำรายการทีวีที่เป็นภาษาอังกฤษ ภาษาฝรั่งเศส เพื่อยกระดับให้ทั้งภาคสื่อมวลชน และประชาชนสามารถรับรู้ข้อมูลข่าวสารจากต่างประเทศได้มาก และกว้างขวางขึ้น ทั้งยังสามารถนำเสนอความเป็นจริงของประเทศได้อย่างชัดเจน สร้างความเข้าใจตามข้อเท็จจริงได้เที่ยงตรงในระดับสากล และเป็นพื้นฐานให้เราได้เข้าร่วมในสมาพันธ์นักข่าวนานาชาติ ในกลุ่มต่างๆ สำหรับปัจจุบันนี้ข้าพเจ้ามองว่าภาษาอังกฤษคือสิ่งที่อยากให้สื่อมวลชนหันมาสนใจพัฒนาอย่างเร่งด่วน โดยเฉพาะในยุคนี้ที่ประเทศของเรามีการติดต่อกันอย่างใกล้ชิดกับกลุ่มประเทศอาเซียน ซึ่งมีหลายวัฒนธรรมภาษา ภาษาอังกฤษเป็นสื่อกลางที่ทำให้เราได้เข้าใจและมีประโยชน์ในแง่องค์ความรู้ วิทยาการ



32 views0 comments
bottom of page