top of page

Executive Interview: Manosy Syphoxay



Manosy Syphoxay


Aek Phoxay Silk ຫ້ອງເສື້ອລະດັບແນວນ້າທີ່ເຄີຍຝາກຄວາມປະທັບໃຈລະດັບ Hi-Light ໃນງານ WOW Fashion Week 2017 ດ້ວຍເອກະລັກຂອງການນໍາຜ້າໄໝລາວມາປະສົມປະສານກັບແນວຄິດຮ່ວມສະໄໝ ສ້າງສັນເປັນຊຸດອັນງົດງາມສໍາລັບພົມແດງທັ້ງໃນປະເທດ ແລະ ຕ່າງປະເທດ ສະທ້ອນໃຫ້ເຫັນເຖິງພອນສະຫວັນອັນໂດດເດັ່ນຂອງຜູ້ກໍ່ຕັ້ງ ທ່ານນາງ ມະໂນສີ ສີໂພໄຊ ຫຼື ທ່ານນາງ ໂນະ. ບໍ່ມີທ່ານໃດເຊື່ອວ່າ ລາວບໍ່ເຄີຍຮໍ່າຮຽນມາຈາກສະຖາບັນ Fashion ແຫ່ງໃດໃນໂລກ ທັງໝົດນີ້ແມ່ນສິ່ງທີ່ລາວສ້າງ ແລະ ເລີ່ມຕົ້ນດ້ວຍຕົວເອງ.


Aek phoxay Silk ห้องเสื้อระดับแนวหน้าที่เคยฝากความประทับใจระดับ Hi-Light ในงาน WOW Fashion Week 2017 ด้วยเอกลักษณ์ของการนำผ้าไหมลาวมาผสมผสานกับแนวคิดร่วมสมัย สร้างสรรค์เป็นชุดสวยสำหรับงานพรมแดงทั้งในประเทศและต่างประเทศ สะท้อนให้เห็นถึงพรสวรรค์อันโดดเด่นของผู้ก่อตั้ง คือคุณโนะ-มโนศรี ศรีโพธิ์ชัย ไม่มีใครเชื่อว่าเธอไม่เคยร่ำเรียนมาจากสถาบันแฟชั่นแห่งไหนในโลก ทั้งหมดคือสิ่งที่เธอสร้าง และเริ่มต้นด้วยตัวเอง


“ Aek Phoxay Silk ເລີ່ມຕົ້ນຈາກຄວາມຮັກໃນຜ້າໄໝລາວມາຕັ້ງແຕ່ເດັກ ທີ່ມັກກໍເພາະວ່າ ເມື່ອກ່ອນໄດ້ເຫັນໝູ່ເຮັດຮ້ານຂາຍຜ້າໄໝທົ່ວໄປ ແຕ່ຈະບໍ່ໄດ້ຮັບຕັດ ເຮົາກໍຈະໄປຕັ້ງໃຈຢູ່ກັບມັນເລື້ອຍໆ ຍິ່ງໃກ້ຊິດ ກໍຍິ່ງມັກ ແລະ ຮັກ ນອກຈາກຮ້ານຂາຍ ກໍຈະມີຮ້ານຕັດຫຍິບທີ່ເປັນທຸລະກິດທີ່ຄວບຄູ່ກັນໄປ ເຊິ່ງໃນສະໄໝກ່ອນສ່ວນຫຼາຍຮ້ານທີ່ ສປປ ລາວ ຈະບໍ່ຄ່ອຍອອກແບບເອງມີແຕ່ຮັບແບບຈາກລູກຄ້າແລ້ວມາຕັດຂຶ້ນຮູບ ເຊິ່ງເຮົາຈະໄດ້ເຫັນຕະຫຼອດວ່າ ລູກຄ້າຢາກຈະໄດ້ຄວາມສ້າງສັນ ແລະ ຄວາມສະດວກໃນການສັ່ງຕັດຊຸດທີ່ມີການອອກແບບສະເພາະຂອງພວກເຂົາ ກໍເລີຍເລີ່ມລອງເອົາຜ້າໄໝມາຂາຍພ້ອມແບບທີ່ Design ໄວ້ ເຊິ່ງໃນຕອນນັ້ນເປັນແນວຄິດໃໝ່ທີ່ແຫວກຕະຫຼາດ ພໍລອງມາເຮັດໃນ Set ທໍາອິດກໍໄດ້ຮັບຜົນຕອບຮັບທີ່ດີຫຼາຍ ກໍເລີຍເລີ່ມສ້າງ Design ນໍາສະເໜີຜ້າໄໝລາວອອກມາຈົນເປັນເອກະລັກຂອງທາງຮ້ານຈົນມາເຖິງທຸກວັນນີ້”


“Aek phoxay Silk เริ่มต้นจากความรักในผ้าไหมลาวมาตั้งแต่เด็ก ที่ชอบก็เพราะว่า เมื่อก่อนได้เห็นเพื่อนทำร้านขายผ้าไหมทั่วไปแต่จะไม่รับตัด เราก็จะไปคลุกคลีบ่อยยิ่งใกล้ชิดก็ยิ่งชอบ และรัก นอกจากร้านขาย ก็จะมีร้านตัดเย็บที่เป็นธุรกิจที่ควบคู่กัน ซึ่งในสมัยก่อน ส่วนมากร้านที่ สปป ลาว จะไม่ค่อยดีไชน์เองมีแค่รับแบบจากลูกค้าแล้วมาตัดขึ้นรูป ซึ่งเราเห็นบ่อยๆ ว่าลูกค้าอยากจะได้ความสร้างสรรค์ และความสะดวกในการสั่งตัดชุดที่มีการออกแบบเฉพาะเขาด้วย ก็เลยเริ่มลองเอาผ้าไหมมาขายพร้อมแบบร่าง ซึ่งในตอนนั้นเป็นแนวคิดใหม่ที่แหวกตลาด พอลองทำในเซตแรกก็ได้รับผลตอบรับดีมาก ก็เลยเริ่มสร้างดีไซน์นำเสนอผ้าไหมลาวออกมาจนเป็นเอกลักษณ์ของร้านจนถึงทุกวันนี้”


“ຄວາມພິເສດຂອງຜ້າໄໝລາວ ມີຄວາມແໜ້ນ, ໜຽວຕະຫຼອດເວລາ ມີຄວາມຄົງຮູບໃນເວລາສ່ວມໃສ່, ແພບໍ່ຍະ ບໍ່ຫຼຸ້ຍ ເພາະຕໍ່າດ້ວຍມືຈຶ່ງມີຄວາມທົນທານ. Style ຂອງຮ້ານຈະເນັ້ນງານອອກແບບທີ່ຮັບຮູບຊົງຂອງແຕ່ລະຄົນໃນ Look ລຽບຫຼູ ມີລະດັບ ສາມາດອອກງານລະດັບປະເທດໄດ້ ໂດຍສ້າງສັນຈາກແນວຄິດປະສົມປະສານຄວາມເປັນລາວ - ສາກົນ ຕັ້ງແຕ່ການຄັດສັນຜ້າໄໝລາວທີ່ມີສີທໍາມະຊາດ ແລະ ລາບຕ່າງໆທີ່ປານີດ ຮ່ວມກັບເອກະລັກງານປັກ ໂດຍສະເພາະງານປັກແບບລາຍຫຼວງພະບາງລົງເທິງຜືນຜ້າ ເຊິ່ງເປັນເຕັກນິກບູຮານທີ່ບໍ່ມີຮ້ານໃດສາມາດເຮັດໄດ້ ເຮົາອ່ານໃຈ ຮູ້ຄວາມຕ້ອງການຂອງລູກຄ້າການຕັດຫຍິບໃຊ້ເວລາວ່ອງໄວ ສາມາດເຮັດສໍາເລັດພາຍໃນ 1 ວັນ. ເຮົາຍັງໄດ້ປຽບທີ່ອອກແບບຕັດຫຍິບໄດ້ຫຼາກຫຼາຍ Style ທີ່ຜ່ານມາ ຜົນຕອບຮັບຈາກລູກຄ້າດີຫຼາຍ ທັງທີເປັນນັກທຸລະກິດ ແມ່ຄ້າ ແລະ ຄົນທີ່ມີຊື່ສຽງ ການສະແດງຜົນງານໃນ WOW Fashion Week 2016 ຍິ່ງຊ່ວຍໃຫ້ເຮົາເປັນທີ່ຮູ້ຈັກໃນລະດັບປະເທດ ແລະ ກຸ່ມ Celebrity ໃນອານາຄົດ ເຮົາກໍາລັງຈະກ້າວສູ່ຕະຫຼາດຕ່າງປະເທດ ດ້ວຍການນໍາຜ້າໄໝລາວ ແລະ ເອກະລັກການນຸ່ງສີ້ນ ມາສ້າງສັນ Collection ໃໝ່ໃນແບບທີ່ຫລູຫລາຫຼາຍຂຶ້ນ ສາມາດສ່ວມໃສ່ໃນວາລະສໍາຄັນ ລະດັບງານພົມແດງທັງໃນປະເທດ ແລະ ຕ່າງປະເທດໄດ້ຢ່າງໂດດເດັ່ນ ນອກຈາກໃນແຫງ່ທຸລະກິດແລ້ວ ເຮົາຍັງຢາກເຜີຍແຜ່ວັດທະນະທໍາ ແລະ ສ້າງຄວາມພາກພູມໃຈໃຫ້ຄົນລາວ”

“ความพิเศษของผ้าไหมลาว มีความแน่น เหนียว เวลา มีความคงรูปในเวลาสวมใส่หรือตัดเย็บ เนื้อผ้าไม่แตก ยุ่ย เพราะทอด้วยมือจึงทนทานสไตล์ของร้านจะเน้นงานออกแบบที่รับรูปทรงของแต่ละคนใน LOOK เรียบหรู มีระดับสามารถออกงานระดับประเทศได้โดยสร้างสรรค์จากแนวคิดผสมผสานความเป็นลาว-สากล ตั้งแต่การคัดสรรผ้าไหมลาวที่มีสีธรรมชาติ และลายต่างๆ ที่ประณีต ร่วมกับเอกลักษณ์งานปัก โดยเฉพาะงานปักแบบลายหลวงพระบางลงบนผืนผ้าซึ่งเป็นเทคนิคโบราณที่ไม่มีร้านไหนทำได้ เราอ่านใจ รู้ความต้องการของลูกค้าการตัดเย็บใช้เวลารวดเร็ว สามารถทำเสร็จ ภายใน 1 วันเรายังได้เปรียบที่ออกแบบตัดเย็บได้หลากหลายสไตล์ ที่ผ่านมา ผลตอบรับจากลูกค้าดีมาก ทั้งที่เป็นนักธุรกิจ แม่ค้า

และคนที่มีชื่อเสียง การแสดงผลงานใน WOW Fashion Week 2016 ยิ่งช่วยให้เราเป็นที่รู้จักในระดับประเทศ และกลุ่ม Celebrity ในอนาคตเรากำลังจะก้าวสู่ตลาดต่างประเทศ ด้วยการนำผ้าไหมลาว และเอกลักษณ์การนุ่งซิ่น มาสร้างสรรค์ Collection ใหม่ในแบบที่หรูหรามากขึ้นสามารถสวมใส่ในวาระสำคัญระดับงานพรมแดงทั้งในประเทศ และต่างประเทศได้ อย่างโดดเด่นนอกจากในแง่ธุรกิจแล้ว เรายังอยากเผยแพร่วัฒนธรรม และสร้างความภาคภูมิใจให้คนลาว”


Collection ผ้าไหมลาวของ Aek phoxay Silk ใน WOW Fashion Week 2016 ได้กลายเป็นภาพลักษณ์ของห้องเสื้อชั้นสูงที่ทวีความนิยม และกำลังมีอนาคตสู่การก้าวสู่ตลาดในต่างประเทศ


Collection ຜ້າໄໝລາວຂອງຮ້ານ ເອກ ໂພໄຊ ຜ້າໄໝ ໃນ WOW Fashion week 2016 ໄດ້ກາຍເປັນພາບລັກຂອງຫ້ອງເສື້ອຊັ້ນສູງທີ່ທະວີຄວາມນິຍົມ ແລະ ກໍາລັງມີອານາຄົດສູ່ການກ້າວສູ່ຕະຫຼາດໃນຕ່າງປະເທດ


ຜ້າໄໝລາວ ແລະ ວັດທະນະທໍານຸ່ງສິ້ນ ເທິງພົມແດງໃນງານສໍາຄັນລະດັບສາກົນ ຈະຫຼູຫລາສະຫງ່າງາມຫຼາຍປານໃດ ຈາກສີມື ແລະ ຄວາມສ້າງສັນຂອງລາວ ໃນນາມ ເອກໂພໄຊ ຜ້າໄໝ ທ່ານຜູ້ອ່ານຄົງຈະໄດ້ເຫັນໃນອານາຄົດອັນໃກ້ນີ້


ผ้าไหมลาว และวัฒนธรรมนุ่งซิ่น บนพรมแดงในงานสำคัญระดับสากล จะหรูหราสง่างามแค่ไหน จากฝีมือ และความสร้างสรรค์ของเธอในนาม Akephoxay Silk เราคงได้เห็นในอนาคตอันใกล้นี้

18 views0 comments
bottom of page