top of page

Executive Interview: NITTHANIT CHAROENRATTANASAKUL


“Beautiful skin begins with exceptional skin care” ແນ່ນອນວ່າ ຜີວຈະງາມກໍຕ້ອງເລີ່ມຈາກການຮັກສາຜີວທີ່ດີ ເຮົາອາດຈະໄດ້ຍິນປະໂຫຍກທີ່ວ່າ “ຜີວດີມີໄຊໄປກວ່າເຄິ່ງ” ບໍ່ວ່າຈະເຜີຍຜີວໜ້າສົດ ຫຼື ຜີວໜ້າທີ່ຕົບແຕ່ງດ້ວຍເຄື່ອງສຳອາງໜາໆ ຜີວຂອງເຮົາກໍຈະບົ່ງບອກເຖິງຄວາມໝາຍຫຼາຍໆຢ່າງກ່ຽວກັບເຈົ້າຂອງຜີວວ່າເຮົາເປັນຄົນທີ່ລະອຽດອ່ອນ ມີຄວາມຮັບຜິດຊອບດູແລກະທັ່ງຜີວຂອງເຮົາໄດ້ດີເທົ່າໃດ.


“Beautiful skin begins with exceptional skin care” แน่นอนว่า ผิวจะสวยก็ต้องเริ่มจากการดูแลผิวที่ดี เราคงเคยได้ยินว่า “ผิวดีมีชัยไปกว่าครึ่ง” เพราะไม่ว่าจะโชว์ผิวหน้าสด หรือผิวหน้าที่แต่งด้วยเครื่องสำอางแน่น ๆ ผิวของเราก็จะบ่งบอกความนัยหลาย ๆ อย่างเกี่ยวกับเจ้าของผิวว่าเราเป็นคนที่ละเอียดอ่อน มีความรับผิดชอบ ดูแลแม้กระทั่งผิวของเราได้ดีแค่ไหน


WOW Magazine Society ສະບັບນີ້ຂໍພາທຸກທ່ານໄປຮູ້ຈັກກັບ ທ່ານນາງ ນິດຖານິດ ຈະເລີນຣັດຕະນະສະກຸນ ຫຼື ທ່ານນາງ ເບົ໊າ CEO ສາວງາມຄົນເກັ່ງ Brand B&L ຜູ້ທີ່ຮັກຄວາມສວຍຄວາມງາມ ເຖິງຂັ້ນສຶກສາຄົ້ນຄວ້າ Key ingredients ຈາກທົ່ວມຸມໂລກ ມາຢູ່ໃນຜະລິດຕະພັນບຳລຸງຜີວໜ້າທີ່ມີຊື່ວ່າ DIAMOND BRIGHTENING & FIRM UP SERUM ຫຼືທີ່ເຮົາຄຸ້ນເຄີຍເອີ້ນຈົນຕິດປາກຈາກຜູ້ໃຊ້ວ່າ: Serum ເພັດ


Wow Magazine Society ฉบับนี้ขอนำทุกท่านไปรู้จักกับคุณเบ๊าท์ นิษฐานิษฐ์ เจริญรัตนสกุล CEO สาวสวยคนเก่ง แห่งแบรนด์ B&L ผู้ที่รักความสวยความงาม ถึงขั้นศึกษาค้นคว้า Key ingredients จากทั่วทุกมุมโลกมาอยู่ในผลิตภัณฑ์บำรุงผิวหน้าที่มีชื่อว่า DIAMOND BRIGHTENING & FIRM UP SERUM หรือที่เราคุ้นเคยเรียกกันติดปากจากผู้ใช้ว่า เซรั่มเพชร


Q: ສິ່ງທີ່ເປັນແຮງບັນດານໃຈທີ່ເຮັດໃຫ້ທ່ານຕັດສິນໃຈຜະລິດ DIAMOND BRIGHTENING & FIRM UP SERUM A: ຕ້ອງບອກກ່ອນວ່າເບົ້າເປັນຄົນຮັກສວຍຮັກງາມ ແລະ ເຮັດທຸລະກິດມາ 14 ປີ ທໍາອິດເລີ່ມຈາກເຮັດສະບູກ່ອນ ຖ້າຫາກທ່ານໃດທີ່ຮູ້ຈັກເຮົາ ກໍຈະຮູ້ວ່າໃນຂະບວນການຜະລິດຂອງ B&L ກໍຍັງມີຈໍາພວກຄຣີມຕ່າງໆຫຼາຍຢ່າງ ແຕ່ DIAMOND BRIGHTENING & FIRM UP SERUM ໂຕນີ້ຖືເປັນນະວັດຕະກຳໃໝ່ຂອງເຮົາ ທີ່ເກີດຈາກຄວາມຄິດຂອງເຮົາທີ່ວ່າຢາກມີສ່ວນປະສົມທີ່ມີຄຸນະພາບສູງ ແລະ ດີຕໍ່ຜີວຢ່າງແທ້ຈິງ ເອົາມາລວມກັນທັງໝົດຢູ່ໃນຂວດດຽວ ແລະ ເປັນຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ B&L COSMETIC THAILAND


Q: อะไรเป็นแรงบันดาลใจที่ทำให้เราตัดสินใจผลิต DIAMOND BRIGHTENING & FIRM UP SERUM A: คือต้องบอกก่อนว่า เบ๊าท์เป็นคนรักสวยรักงาม และทำธุรกิจมา 14 ปี เริ่มจากสบู่ก่อน หากท่านที่รู้จักเราจะทราบว่าในสายการผลิตของ B&L ก็ยังมีครีมอะไรต่างๆ มากมาย แต่ DIAMOND BRIGHTENING & FIRM UP SERUM เซรั่มตัวนี้ถือเป็นนวัตกรรมใหม่ของเรา ที่เกิดจากความคิดที่ว่าเราอยากมีส่วนผสมที่มีคุณภาพสูงและดีกับผิวอย่างแท้จริงให้รวมเบ็ดเสร็จอยู่ในขวดเดียวและเป็นผลิตภัณฑ์ที่เป็น Signature ของ B&L COSMETIC THAILAND

Q: ທ່ານໃຊ້ເວລາຄົ້ນຄວ້າຫາ Key Ingredients ທີ່ເປັນ Grade Premium ເຫຼົ່ານີ້ດົນປານໃດ ມີຫຍັງແດ່ ແລະ ຈະຊ່ວຍໃນເລື່ອງໃດແດ່?

A: ຖ້າຫາກຈະນັບແທ້ໆ ກໍເປັນເວລາປີກວ່າ ສະເພາະການຫາ ແລະ ການຄັດເລືອກສ່ວນປະສົມເຊິ່ງສ່ວນປະສົມເຫຼົ່ານີ້ລ້ວນແລ້ວແຕ່ພິເສດຫຼາຍເຊັ່ນ: ໄຮຢາຣູໂລນິກ (Hyaluronic) ທີ່ເປັນໂມເລກຸນຂະໜາດນ້ອຍລະດັບນາໂນ ມີສານສະກັດຈາກເພັດທີ່ໃຊ້ສະເພາະໃນເຄື່ອງສໍາອາງເຊິ່ງເປັນໂມເລກຸນທີ່ນ້ອຍຫຼາຍ ນ້ອຍຈົນເຖິງຂັ້ນສາມາດລະລາຍໃນນໍ້າໄດ້, ມີ Growth Factor ທີ່ຈະເຮັດໃຫ້ອ່ອນໄວ, ມີ Peptide ສາຍພັນ 8 ເຊິ່ງສາຍພັນນີ້ແມ່ນສາຍພັນທີ່ດີທີ່ສຸດ ແລະ ຍັງມີງານວິໄຈຈາກຍີ່ປຸ່ນວ່າ Peptide ສາຍພັນນີ້ຈະໃຫ້ຜົນຄ້າຍຄືກັບ Botox ແລະ ກໍຍັງມີພິດເຜິ້ງ ຫຼື Bee Venom ເຊິ່ງສານສະກັດເຫຼົ່ານີ້ ຈະເຮັດໃຫ້ຜີວໜ້າກະຈ່າງໃສຂຶ້ນຢ່າງເປັນທໍາມະຊາດ ຫຼຸດຮີ້ວຮອຍ, ຮ່ອງແກ້ມ, ຕີນກາ, ຖົງກ້ອງຕາ, ຊ່ວຍໃຫ້ຜີວກະຊັບຂຶ້ນ, ຫຼຸດຄວາມຢ່ອນຍານ ຫຼື ທີ່ສາວໆເອີ້ນວ່າເກັບໜຽງນີ້ແລະ ຜີວຈະຟູຂຶ້ນ ເພາະໄດ້ຮັບການເຕີມສິ່ງທີ່ມີປະໂຫຍດກັບຜີວຈາກຂ້າງໃນຜີວກໍຈະຊຸ່ມຊື່ນຂຶ້ນ ແຂງແຮງຂຶ້ນ ເພາະກັກເກັບນໍ້າຫຼໍ່ລ້ຽງໃຫ້ຜີວໄດ້ຫຼາຍເຖິງ 1,000 ເທົ່າ


Q: ใช้เวลาค้นคว้าหา Key Ingredients ที่เป็นเกรด Premium เหล่านี้นานแค่ไหน มีอะไรบ้างและจะช่วยเรื่องอะไรบ้าง?

A: หากจะนับกันจริงๆ ก็เป็นเวลาปีกว่า เฉพาะการหาและคัดเลือกส่วนผสมนะคะ ซึ่งส่วนผสมเหล่านี้ล้วนแล้วแต่พิเศษมาก เช่นไฮยารูลอนนิค ที่เป็นโมเลกุลที่เล็กในระดับนาโน มีสารสกัดจาก Diamond หรือเพชรที่ใช้ในเครื่องสำอาง ที่เป็นโมเลกุลเล็กมาก เล็กขนาดที่สามารถละลายน้ำได้ มี Growth Factor ที่จะทำให้ดูอ่อนเยาว์ มี Peptide สายพันธุ์ 8 ซึ่งสายพันธุ์นี้คือสายพันธุ์ที่ดีที่สุดและยังมีงานวิจัยจากญี่ปุ่นว่า Peptide สายพันธุ์นี้จะให้ผลเหมือนโบท๊อกซ์ และก็ยังมีพิษผึ้ง หรือที่เรียกว่า Bee Venom ซึ่งสารสกัดเหล่านี้ จะทำให้ผิวหน้ากระจ่างใสขึ้นอย่างเป็นธรรมชาติ ลดริ้วรอย ร่องแก้ม ตีนกา ถุงใต้ตา ช่วยให้ผิวกระชับขึ้น ลดความหย่อนคล้อย หรือที่สาวๆ เค้าเรียกกันว่าเก็บเหนียงนี่แหละค่ะ ผิวจะฟูขึ้นเพราะได้รับการเติมสิ่งที่มีประโยชน์กับผิวจากข้างใน ผิวก็จะชุ่มชื่นขึ้น แข็งแรงขึ้น เพราะกักเก็บน้ำหล่อเลี้ยงให้ผิวได้มากถึง1,000 เท่า


Q: ຮູ້ມາວ່ານອກຈາກຈະມີສານສະກັດຈາກເພັດທີ່ມີລາຄາສູງແລ້ວ ພິດເຜິ້ງ ຫຼື Bee Venom ນັ້ນມີລາຄາເຖິງກິໂລລະ 9,500,000 ບາດ ຫຼື ມູນຄ່າຫຼາຍກວ່າ 2 ຕື້ກີບ

A: ແມ່ນແລ້ວ ພິດເຜິ້ງລາຄາກິໂລລະເກົ້າລ້ານຫ້າແສນ (ເນັ້ນສຽງຊັດເຈນ) ເຊິ່ງເຮົາກໍເລືອກມາ ເພາະຢາກໃຫ້ລູກຄ້າຂອງເຮົາໄດ້ຂອງທີ່ດີທີ່ສຸດແທ້ໆ ຖາມວ່າເຮົາກໍາໄລຫຼາຍບໍ່ ບໍ່ເລີຍ ເຮົາເປັນຄົນເຮັດທຸລະກິດທີ່ບໍ່ໄດ້ເນັ້ນກໍາໄລຢ່າງດຽວ ເນັ້ນວ່າຢາກໃຫ້ລູກຄ້າເຫັນຜົນທີ່ແທ້ຈິງ B&L ນີ້ຫຍໍ້ມາຈາກເບົ໊າກັບເລັກ ເຊິ່ງທ່ານເລັກຜູ້ເປັນສາມີ ຈະບອກກັບເຮົາສະເໝີວ່າ “ ເຈົ້າຢ່າໄປຫວັງກໍາໄລຫຼາຍຕໍ່ອັນ ກໍາໄລຕໍ່ອັນໜຶ່ງບໍ່ຕ້ອງຫຼາຍດອກ ເອົາ Volume ດີກວ່າ ເຮັດໃຫ້ຂອງມັນດີແທ້ໆ ມີຄຸນະພາບແທ້ໆ ເມື່ອມີຄົນໃຊ້ຫຼາຍ Volume ຫຼາຍ ດຽວກໍາໄລກໍຈະມາເອງ ” ເຊິ່ງເບົ໊າກໍຕັ້ງໃຈເຮັດຫຼາຍທີ່ສຸດ ເຮົາພິຖີພິຖັນທຸກຂັ້ນຕອນຂອງການຜະລິດ ຜະລິດຕະພັນທຸກຢ່າງຂອງບໍລິສັດ B&L COSMETIC THAILAND ຜ່ານການທົດສອບຫຼາຍຂັ້ນເຊັ່ນ: ຄຣີມກັນແດດຂອງພວກເຮົາກໍມີສ່ວນປະສົມຂອງສານສະກັດຈາກຄໍາກັບໄຂ່ມຸກດໍາ ເຊິ່ງຂໍບອກເລີຍວ່າ ມີສານສະກັດທີ່ຕໍ່ຕ້ານອະນຸມູນອິດສະຫຼະໄດ້ຢ່າງສຸດຍອດທີ່ສຸດ ກັນນໍ້າໄດ້, ກັນແດດ ແລະ ຍັງມີສ່ວນປະສົມທີ່ຊ່ວຍເສີມເລື່ອງການບໍາລຸງຜີວໄດ້ສຸດຍອດ ບໍ່ແພ້Serum ເລີຍ


Q: ทราบมาว่านอกจากมีสารสกัดจากเพชรที่ว่าราคาสูงแล้ว พิษผึ้งหรือ Bee Venom นั้นมีราคาถึงกิโลกรัมละ 9,500,000 !!! (อ่านว่าเก้าล้านห้าแสนบาท)

A: ใช่ค่ะ พิษผึ้งราคากิโลละเก้าล้านห้า(เน้นเสียงชัดเจน) ซึ่งเราก็เลือกมา เพราะอยากให้ลูกค้าของเราได้ของที่ดีที่สุดจริง ๆ ถามว่าเรากำไรเยอะไหม ไม่เลย เราเป็นคนทำธุรกิจที่ไม่ได้เน้นกำไรอย่างเดียว เน้นว่าอยากให้ลูกค้าเห็นผลที่แท้จริงของมัน B&L นั้นย่อมาจากเบ๊าท์กับเล็ก ซึ่งคุณเล็กเป็นสามี จะบอกเราเสมอว่า “ คุณอย่าไปหวังกำไรต่อชิ้นเยอะ กำไรต่อชิ้นไม่ต้องเยอะหรอก เอาVolume ดีกว่า ทำให้ของมันดีจริงๆ มีคุณภาพจริงๆ เมื่อมีคนใช้เยอะ Volume เยอะเดี๋ยวกำไรมาเอง” ซึ่งเบ๊าท์ก็ตั้งใจทำมากๆ เราพิถีพิถันทุกขั้นตอนของการผลิต ผลิตภัณฑ์ทุกอย่างของบริษัท B&L COSMETIC THAILAND ผ่านการทดสอบมากมาย เช่นครีมกันแดดของเราก็มีส่วนผสมของสารสกัดทองคำกับไข่มุกดำ ซึ่งขอบอกเลยว่ามีสารสกัดที่ต่อต้านอนุมูลอิสระได้อย่างสุดยอดมากๆ กันน้ำได้ กันแดดและยังมีส่วนผสมที่ช่วยเสริมเรื่องการบำรุงผิวได้สุดยอดไม่แพ้เซรั่มเลย


Q: ເຮົາຕ້ອງໃຊ້ Serum ເພັດນີ້ ດົນປານໃດຈຶ່ງຈະເຫັນຜົນ

A: ຄວາມເປັນຈິງຫຼອດທໍາອິດກໍເຫັນຜົນແລ້ວ ຕອນນີ້ເຮົາໄດ້ເຮັດການກວດກາ ເຮົາຈະຫາຄົນທີ່ມີບັນຫາແທ້ໆ ກໍຄືເປັນຝ້າໜາໆ ຮີ້ວຮອຍຫຼາຍໆ ຍິ່ງຖ້າຄົນເຮົາຂາດການບໍາລຸງມາກ່ອນເລີຍໃນຊີວິດນີ້ ຈະສາມາດເຫັນຜົນໄດ້ຊັດຈະເຫັນເລີຍວ່າໜ້າດີຂຶ້ນ ອັນດັບທໍາອິດຮູ້ສຶກໄດ້ເຖິງຄວາມຊຸ່ມຊື່ນ ເພາະ Serum ຕົວນີ້ຈະຊຶມລົງສູ່ຊັ້ນຜີວ ບໍ່ແມ່ນການລະເຫີຍ ເຮັດໃຫ້ຜີວຍົກກະຊັບຂຶ້ນ ເພາະຜີວໄດ້ຮັບການບໍາລຸງຈາກພາຍໃນ ຜົນຕອບຮັບຈາກລູກຄ້າທີ່ກັບມາບອກຕົວແທນຂອງເຮົາທຸກຄົນນັ້ນແມ່ນ ຜີວຂອງພວກເຂົາດີຂຶ້ນຫຼາຍ ຮູຂຸມຂົນກະຊັບ ຮີ້ວຮອຍຈາງລົງ ຍິ່ງບັນຫາຝ້າຍິ່ງຊັດເຈນຫຼາຍ ເພາະມັນຈາງລົງ ແລ້ວຜູ້ຍິງເຮົາສ່ວນຫຼາຍຈະພົບເຫັນ. ຖ້າຫາກທ່ານໃດມີບັນຫາຝ້າ, ເມັນເທິງໃບໜ້ານີ້ ພວກເຂົາເຫຼົ່ານັ້ນຈະກັງວົນຫຼາຍ ເມື່ອໄດ້ມາລອງ Serum ເພັດຜ່ານໄປໄດ້ໜຶ່ງຫຼອດກໍຈະກັບມາໃຊ້ກັນຢ່າງຕໍ່ເນື່ອງ, ກັບມາຊື້ອີກເກືອບທຸກຄົນເລີຍ ບາງຢ່າງຂາວແທ້ໃສແທ້ແຕ່ຜີວຈະບາງ ເພາະນັ້ນແມ່ນການຕັດບັນຫາ ກົດບັນຫາບໍ່ໃຫ້ເກີດດ້ວຍສານທີ່ອັນຕະລາຍແລ້ວຄວາມຈິງແມ່ນ ສານພວກນັ້ນຈະໄປກັດຜີວໃຫ້ບາງລົງ ບໍ່ແມ່ນການຂັດຜີວ ແຕ່ເຮົາບໍ່ແມ່ນ ເຮົາເສີມຄວາມແຂງແຮງຈາກພາຍໃນຜີວ ຄ່ອຍໆໃຫ້ເກີດຂະບວນການຟື້ນຟູຢ່າງເປັນທໍາມະຊາດ ດ້ວຍສານສະກັດທີ່ດີແທ້ໆ ໃສແທ້ ບໍ່ມີສານອັນຕະລາຍໃດໆ, ບໍ່ມີສານກັນເສຍ, Steroid, Paraben, Alcohol ເຊິ່ງຜົນທີ່ໄດ້ກໍຄື ຜີວທີ່ສຸຂະພາບດີຂຶ້ນ ນີ້ແມ່ນສິ່ງທີ່ເຮົາໄດ້ຟັງຈາກຜູ້ທີ່ໄດ້ໃຊ້ Serum ເພັດທຸກຄົນ


Q: เราต้องใช้เซรั่มเพชรนี้นานแค่ไหนถึงจะเห็นผล

A: ความจริงขวดแรกก็เห็นแล้ว คือตอนที่เราทำการ Test เราจะหาคนที่มีปัญหาจริงๆ คือเป็นฝ้าหนาๆ ริ้วรอยเยอะ ๆ ยิ่งถ้าคนขาดการบำรุงมาก่อนเลยในชีวิตนี่ จะเห็นชัดในเช้าวันรุ่งขึ้นเลยว่าหน้าดีขึ้น คือจะรู้สึกได้อันดับแรกคือความชุ่มชื่น เพราะเซรั่มตัวนี้จะซึมลงสู่ชั้นผิวจริง ไม่ใช่การระเหย ผิวยกกระชับขึ้น เพราะผิวได้รับการบำรุงจากภายใน ผล Feedback จากลูกค้าที่กลับมาบอกตัวแทนของเราทุกคนคือ ผิวเค้าดีขึ้นมาก รูขุมขนละเอียด ริ้วรอยจางลง ยิ่งปัญหาฝ้าคือมันชัดเจนมากเพราะมันจางลง แล้วผู้หญิงเรานะคะ ส่วนมากที่เจอ ถ้าใครมีปัญหาฝ้า กระ บนใบหน้านี่ เค้าจะกังวลกันมากๆ พอได้ลองเซรั่มเพชร ผ่านไปได้หนึ่งขวด ก็จะใช้ต่อเนื่องกันยาว กลับมาซื้อซ้ำกันทุกคนเลยค่ะ คือบางอย่างขาวจริงใสจริงแต่ผิวจะบางนะ เพราะนั่นคือการตัดปัญหา กดปัญหาไม่ให้เกิดด้วยสารที่อันตราย แล้วความจริงคือสารพวกนั้นจะไปกัดผิวให้บางลง ไม่ใช่การผลัดผิว แต่เราไม่ใช่ เราเสริมความแข็งแรงจากภายในผิว ค่อยๆให้เกิดกระบวนการฟื้นฟูอย่างเป็นธรรมชาติ ด้วยสารสกัดที่ดีจริงๆ ใส่จริง ไม่มีสารอันตรายใดๆ เลย ไม่มีสารกันเสีย สเตียรอยด์ พาราเบน แอลกอฮอล์ ซึ่งผลที่ได้คือผิวที่สุขภาพดีขึ้น นี่คือสิ่งที่เราได้ฟังจากผู้ที่ได้ใช้เซรั่มเพชรทุกคนค่ะ

Q: ທ່ານມີຫຼັກການໃນການເຮັດທຸລະກິດແນວໃດ

A: ຕ້ອງມີຄວາມຈິງໃຈຕໍ່ລູກຄ້າ ເມື່ອຜະລິດຫຍັງອອກມາ ກໍຕ້ອງຊື່ສັດຕໍ່ຜູ້ບໍລິໂພກ ເຊິ່ງເຮົາຈະຕ້ອງຮູ້ວ່າພວກເຂົາຈະຕ້ອງໄດ້ຫຼາຍກວ່າເງິນທີ່ຈ່າຍໄປ ຫຼາຍຄັ້ງເມື່ອຜະລິດສິນຄ້າອອກມາ ເບົ໊າຈະເປັນຄົນໃຊ້ເອງຄົນທໍາອິດ ເອົາໜ້າຂອງເຮົານີ້ແລະເປັນສິ່ງທົດລອງ ຖ້າເຮັດອອກມາແລ້ວບໍ່ດີພຽງແຕ່ໜ້ອຍດຽວ ເບົ໊າກ້າຖິ້ມທັງໝົດເລີຍ ເຮົາບໍ່ຢ້ານຂາດທຶນ ເງິນເປັນພຽງສ່ວນປະກອບໜຶ່ງ ແຕ່ຈະຢ້ານຫຼາຍກວ່ານັ້ນກໍຄືຖ້າລູກຄ້າບໍ່ໂອເຄ ຊື່ສຽງທີ່ເຮົາສ້າງມາ ເຮົາບໍ່ແລກຢູ່ແລ້ວ ລູກຄ້າທີ່ເຊື່ອໝັ້ນ ແລະ ໄວ້ໃຈເຮົາ ເຮົາຈະບໍ່ເຮັດໃຫ້ພວກເຂົາຜິດຫວັງຢ່າງເດັດຂາດ ເບົ໊າໃສ່ສ່ວນປະສົມທີ່ດີຫຼາຍກວ່າ Counter Brand ບາງຊະນິດເສຍອີກ ແລະ ເຮົາກໍຮັກສາຄຸນະພາບ ແລະ ມາດຕະຖານຂອງເຮົາໄວ້ຢ່າງແນ່ນອນ. ກ່ອນໜ້ານີ້ຂ້າພະເຈົ້າເອງກໍເຄີຍຂາຍອາຫານນໍາ ບອກເລີຍວ່າເຮັດກິນແນວໃດ ກໍເຮັດຂາຍອອກມາແນວນັ້ນ ໃສ່ເຕັມທີ່ ເມື່ອໄດ້ມາເຮັດກ່ຽວກັບຄວາມສວຍຄວາມງາມ ເຮັດໃຊ້ແບບໃດກໍເຮັດຂາຍແບບນັ້ນເຊັ່ນກັນ ເຮັດຂອງບໍ່ດີຂາຍຄົນອື່ນນີ້ເຮັດບໍ່ໄດ້ເດັດຂາດ ບອກເລີຍວ່າຄຸນະພາບເຕັມຫຼອດແທ້ໆ


Q: หลักในการทำธุรกิจของเราคืออะไร

A: ต้องจริงใจต่อลูกค้า เมื่อผลิตอะไรมา ต้องซื่อสัตย์กับผู้บริโภค เราต้องรู้ว่าเขาจะได้มากกว่าเงินที่เขาจ่าย หลายครั้งเมื่อผลิตอะไรออกมา เบ๊าท์จะเป็นคนใช้เองคนแรกเลย เอาหน้าของเรานี่แหละเป็นตัวทดสอบ ถ้าทำออกมาแล้วไม่ดีแม้แต่นิดเดียว เบ๊าท์กล้าทิ้งทั้งล็อตเลย เราไม่กลัวขาดทุน เงินเป็นเพียงส่วนประกอบหนึ่ง แต่จะกลัวมากกว่าถ้าลูกค้าไม่โอเค ชื่อเสียงที่เราสร้างมา เราไม่แลกอยู่แล้ว ลูกค้าที่เชื่อและไว้ใจเรา เราจะไม่ทำให้เขาผิดหวังเป็นอันขาดเบ๊าท์ใส่ส่วนผสมที่ดีมากกว่า Counter Brand บางตัวซะอีกและเราก็จะรักษาคุณภาพและมาตรฐานของเราไว้อย่างแน่นอน แต่ก่อนนี้นานมาแล้วเคยขายอาหารด้วยนะคะ (หัวเราะ) บอกเลยทำกินอย่างไร ทำขายอย่างนั้น ใส่เต็มที่เมื่อมาทำเกี่ยวกับความสวยความงาม ทำใช้อย่างไรก็ทำขายอย่างนั้นเหมือนกันค่ะ ทำของไม่ดีขายคนอื่นนี่ทำไม่ได้เลยค่ะ บอกเลยว่าคุณภาพคับแก้วจริงๆ


Q: ເປັນຫຍັງຈຶ່ງຫັນມາທາງຕະຫຼາດ ສປປ ລາວ

A: ເນື່ອງຈາກເຮົາບໍ່ໄດ້ໂຄສະນາຫຍັງຫຼາຍ ເພາະກຸ່ມລູກຄ້າຂອງ B&L ແມ່ນກຸ່ມລູກຄ້າທີ່ໃຊ້ຈິງ ເຫັນຜົນຈິງ ເຊິ່ງເຮົາກໍຢູ່ໃນລະດັບທີ່ໜ້າພໍໃຈ ກ່ອນໜ້ານີ້ເຮົາມີສະບູ (ເຊິ່ງໃນຕອນນີ້ກໍຍັງມີຢູ່) ແລະ ຂໍບອກວ່າບໍ່ທໍາມະດາອີກດ້ວຍ ເພາະເຮົາໃຊ້ນໍ້າມັນຕົ້ນເຂົ້າ, Castor oil plant ທີ່ເປັນ Grade Premium ອີກແຕ່ບໍ່ແມ່ນນໍ້າມັນປາມ, ບໍ່ແມ່ນໄຂມັນຂົນສັດ, ບໍ່ມີໂຊດາໄຟ, ບໍ່ມີສານເຮັດຟອງ ແຕ່ມີ Key Ingredient ເດັດໆນັ້ນກໍຄື: “ເມືອກແມງກະພຸນ”


Q: ทำไมถึงมองตลาด สปป ลาว

A: คือเนื่องจากเราไม่ได้โปรโมทอะไรมากมาย กลุ่มลูกค้าของ B&L คือกลุ่มลูกค้าที่ใช้จริง เห็นผลจริง ซึ่งเราก็อยู่ได้ในระดับที่น่าพอใจ ก่อนหน้านี้เรามีสบู่ (ซึ่งตอนนี้ก็ยังมีอยู่) และขอบอกว่าไม่ธรรมดาอีกด้วยเพราะเราใช้น้ำมันรำข้าว น้ำมันละหุ่ง ที่เป็นเกรดพรีเมี่ยมอีก ไม่ใช้น้ำมันปาล์ม ไม่ใช้ไขมันสัตว์ ไม่มีโซดาไฟ ไม่มีสารทำฟอง แต่มี Key ingredient ตัวเด็ดมากคือเมือกแมงกะพรุน


Q: ເມືອກແມງກະພຸນ !! ກະດຽວວ່າປົກກະຕິຖ້າເຮົາຖືກແມງກະພຸນນີ້ມັນຈະຕ້ອງເຈັບທໍລະມານທີ່ສຸດ

A: ບໍ່ແມ່ນແມງກະພຸນໄຟເຈົ້າ (ສຽງຫົວ) ຈະເປັນແມງກະພຸນຊະນິດທີ່ບໍ່ມີພິດ ເມືອກແມງກະພຸນເມື່ອເຮົາສະກັດອອກມາແລ້ວ ຈະເຮັດໃຫ້ໜ້າໃສ ອ່ອນໄວ. ຖາມວ່າເປັນຫຍັງ B&L ຈຶ່ງຫັນສູ່ຕະຫຼາດ ສປປ ລາວ ກໍເພາະວ່າຕອນນີ້ໂລກຂອງເຮົາໝູນໄວຂຶ້ນ ເຮົາກ້າວສູ່ AEC ມີການແຂ່ງຂັນກັນທີ່ທ້າທາຍຫຼາຍຂຶ້ນ ເຮົາຢາກໃຫ້ຄົນທີ່ຮັກຜີວຮັກສຸຂະພາບ ລາຄາທີ່ທຸກທ່ານເອື້ອມເຖິງ ສະບູສໍາຫຼັບຜີວໜ້າກ້ອນໜຶ່ງລາຄາ 250 ບາດ ແລະ Serum ເພັດທີ່ມີສານສະກັດ Premium ໃນລະດັບນີ້ ແຕ່ລາຄາພຽງແຕ່ 450 ບາດ. ຕາມທີ່ຂ້າພະເຈົ້າໄດ້ກ່າວໄວ້ຂ້າງຕົ້ນວ່າ ເຮົາເນັ້ນ Volume ຂອງການຂາຍຫຼາຍກວ່າກໍາໄລ ເຮົາກໍຢາກຂະຫຍາຍຕະຫຼາດ ແລະ ເຈາະໄປຍັງຜູ້ທີ່ຮັກ ແລະ ຢາກຈະຮັກສາຜີວຢ່າງແທ້ຈິງ


Q: เมือกแมงกะพรุน !!! (เสียงสูง) คือปกติเวลาเราโดนแมงกะพรุนนี่จะต้องทรมานมากเลยนะ

A: ไม่ใช่แมงกะพรุนไฟสิคะ (หัวเราะยาว) แมงกะพรุนชนิดที่ไม่มีพิษค่ะ เมือกแมงกะพรุนเมื่อสกัดออกมาแล้ว จะทำให้หน้าใส อ่อนเยาว์ คือกลับมาที่ว่าทำไม B&L ถึงมองตลาด สปป ลาว ก็เพราะตอนนี้โลกหมุนเร็วขึ้น เราเข้าสู่ AEC มีการแข่งขันที่ท้าทายมากขึ้นเราอยากให้คนที่รักผิวรักสุขภาพ ราคาที่คุณเอื้อมถึง สบู่สำหรับผิวหน้าก้อนนึงราคา 250 บาทและเซรั่มเพชรที่มีสารสกัดพรีเมี่ยมในระดับนี้ แต่ราคาเพียงแค่ 450บาทอย่างที่บอกว่าเบ๊าท์เน้นVolume ของการขายมากกว่ากำไร เราก็อยากขยายตลาดและเจาะไปยังผู้ที่รักและอยากดูแลผิวจริง ๆ


Q: ແລ້ວຈະຫາຊື້ສະບູ ແລະ Serum ເພັດຂອງ B&L ໄດ້ຢູ່ໃສ?

A: ເຮົາມີຕົວແທນຈໍາໜ່າຍແຈກຢາຍຢູ່ທົ່ວປະເທດໄທ ສົມມຸດທ່ານຢູ່ທີ່ປະເທດໄທ ໂທມາທີ່ເບີ 085-3555444 ເຮົາຈະມີເຈົ້າໜ້າທີ່ສອບຖາມວ່າທ່ານຢູ່ຈຸດໃດ ຕົວແທນຈໍາໜ່າຍຂອງເຮົາທີ່ຢູ່ໃກ້ທ່ານທີ່ສຸດຈະຕິດຕໍ່ກັບໄປ ສ່ວນສໍາຫຼັບ ສປປ ລາວ ເຮົາກໍມີ Dealer ຢູ່ໃນຕອນນີ້

Q: แล้วจะหาซื้อสบู่และเซรั่มเพชรของ B&L ได้ที่ไหน

A: เรามีตัวแทนจำหน่ายกระจายอยู่ทั่วประเทศ สมมติคุณอยู่เมืองไทย โทรมาที่เบอร์กลาง 085-3555444 เราจะมีเจ้าหน้าที่ถามว่าคุณอยู่ตรงไหน ตัวแทนจำหน่ายของเราที่อยู่ใกล้คุณที่สุดก็จะติดต่อกลับไป สำหรับ สปป ลาวเราก็มี Dealer อยู่ค่ะในตอนนี้


Q: ຖ້າຫາກເຮົາຢາກເປັນຕົວແທນຈັດຈໍາໜ່າຍຕ້ອງເຮັດແນວໃດແດ່?

A: ທີ່ຈິງຂ້າພະເຈົ້າກໍຢາກໃຫ້ມີທົ່ວທຸກແຂວງ ທ່ານສາມາດຕິດຕໍ່ເຮົາມາໄດ້ເລີຍ


Q: แล้วถ้าหากเราอยากเป็นตัวแทนจัดจำหน่ายต้องทำอย่างไร

A: คือเราก็อยากให้แต่ละแขวงมีตัวแทนจัดจำหน่าย คุณสามารถติดต่อเรามาได้เลย


ສຸດທ້າຍຢາກຝາກຫຍັງແດ່ໃຫ້ກັບແຟນໆ WOW ທັງທີ່ໄທ ແລະ ສປປ ລາວ

ຂ້າພະເຈົ້າເອງກໍຢາກໃຫ້ທຸກທ່ານໄດ້ລອງ ຢາກໃຫ້ເປີດໃຈ ຂ້າພະເຈົ້າເຊື່ອວ່າດ່ານທໍາອິດ ກ່ອນເຮົາຈະບໍາລຸງຫຍັງທີ່ຜີວນ້າ ເຮົາຕ້ອງລ້າງໜ້າໃຫ້ສະອາດ ໃຊ້ຄຣີມ ແລະ Serum ທີ່ມີຄຸນະພາບດີ ຜີວກໍຍິ່ງເຜີຍຄວາມສົດໃສ ບາງຄົນອາດຈະຄິດວ່າ 450 ບາດນີ້ ຈະລາຄາຖືກໄປບໍ່ກັບຄຸນະພາບທີ່ເຮົາກ່າວມາທັງໝົດ ແຕ່ຂໍຢືນຢັນຈຸດນີ້ອີກເລີຍວ່າ ເຮົາເນັ້ນຄຸນະພາບທີ່ແທ້ຈິງ ແລະ ຍອດຂາຍທີ່ມາຈາກຄົນໃຊ້ຈິງ ຫຼາຍກວ່າກໍາໄລຕໍ່ອັນ ເຮົາບໍ່ໄດ້ເຮັດສິນຄ້າຄວາມງາມຕາມກະແສ ແຕ່ມັນແມ່ນຄວາມຕັ້ງໃຈທີ່ເຮົາພະຍາຍາມຄົ້ນຄວ້າ ຄົ້ນຫາສານສະກັດຕ່າງໆ ຈາກທົ່ວທຸກມຸມໂລກມາໃຫ້ທ່ານໃນລາຄາທີ່ທ່ານຈັບຕ້ອງໄດ້ ບໍ່ລອງບໍ່ຮູ້ ລອງເບິ່ງຈັກຄັ້ງ ແລ້ວຈະຕິດໃຈ


สุดท้ายอยากฝากอะไรให้กับแฟนๆ WOW ทั้งไทยและสปป ลาว

ก็อยากให้ทุกคนได้ลอง อยากให้เปิดใจ เบ๊าท์เชื่อว่าด่านแรกก่อนเราจะบำรุงอะไรที่ผิวหน้า เราต้องล้างหน้าให้สะอาด ใช้ครีมและเซรั่มที่คุณภาพดี ผิวก็ยิ่งเผยความสดใส บางคนอาจจะคิดว่า 450 บาท จะราคาเบาไปไหมกับคุณภาพที่เราเล่ามาทั้งหมด แต่ขอยืนยันตรงนี้อีกครั้งเลยค่ะว่า เราเน้นคุณภาพที่แท้จริงและยอดขายที่มาจากคนใช้จริง มากกว่ากำไรต่อชิ้น เราไม่ได้ทำสินค้าความงามตามกระแส แต่มันคือความตั้งใจที่เราพยายามค้นคว้า เสาะหาสารสกัดต่างๆ จากทั่วมุมโลกมาให้คุณ ในราคาที่คุณเอื้อมถึงและจับต้องได้ ไม่ลองไม่รู้ ลองดูสักครั้ง แล้วจะติดใจ !

35 views1 comment
bottom of page