top of page

Executive Interview: ທ່ານ ພູວົງ ພະມີສິດ



THE GOLD HEART’S LEGEND

“ສັດຈະບູລຸດ” ຫົວໃຈແຫ່ງຄໍາ....ທ່ານ ພູວົງ ພະມີສິດ ‘สัจจะบุรุษ’หัวใจทอง…ท่าน ภูวงศ์ พะมีสิทธิ์


ກ່າວກັນວ່າ ຫົວໃຈ ເປັນແນວໃດກໍຈະສ້າງຜົນງານໄດ້ແບບນັ້ນ ເຮົາປະຈັກໄດ້ເຖິງຄວາມຈິງຂໍ້ນີ້ຢ່າງເລິກເຊິ່ງເມື່ອໄດ້ມາພົບກັບໜຶ່ງໃນບຸກຄົນຜູ້ເປັນຕໍານານລະດັບປະເທດຂອງ ສປປ ລາວ ຄວາມສໍາເລັດສູງສຸດໃນການສ້າງ “ຮ້ານຄຳ ພູວົງ” ໃນຖານະຍີ່ຫໍ້ຄໍາອັນດັບ 1 ຂອງຄົນລາວທີ່ຢູ່ມານັບ 10 ປີຈົນເຖິງປັດຈຸບັນ ແລະ ຈະມີອານາຄົດທີ່ຮຸ່ງເຮືອງໄປອີກດົນ ລ້ວນແລ້ວແມ່ນເກີດຂຶ້ນໄດ້ຍ້ອນ ຫົວໃຈແຫ່ງຄໍາ ຂອງທ່ານ ພູວົງ ພະມີສິດ ໂດຍແທ້ຈິງ. ສີຄໍາໃນຫົວໃຈຂອງທ່ານຜູ້ກໍ່ຕັ້ງຈະເປັນແນວໃດ ຫາຄໍາຕອບໄດ້ຈາກບົດສໍາພາດອັນເປັນຕໍານານຊົງກຽດທີ່ WOW Magazine Society (WMS) ພາກພູມໃຈນໍາສະເໜີ


กล่าวกันว่า หัวใจ เป็นอย่างไร ก็สะสร้างผลงานได้แบบนั้น เราประจักษ์ได้ถึงความจริงข้อนี้อย่างลึกซึ้งเมื่อได้มาพบกับหนึ่งในบุคคลผู้เป็นตำนานระดับประเทศ ของ สปป ลาว ความสำเร็จสูงสุดในการสร้าง ‘ภูวงศ์’ ในฐานะแบรนด์ทองคำอันดับ 1 ของคนลาวที่ยืนพื้นมานับ 10 ปี จนถึงปัจจุบัน และจะมีอนาคตอันเรืองรองไปอีกนาน ล้วนเกิดได้เพราะ หัวใจทอง ของ ท่านภูวงศ์ พะมีสิทธิ์ โดยแท้ สีทองในหัวใจของท่านผู้ก่อตั้งเป็นเช่นไร หาคำตอบได้จากบทสัมภาษณ์อันเป็นตำนานทรงเกียรติที่ Wow Magazine Society (WMS) ภาคภูมิใจนำเสนอ


WMS: ຄວາມສໍາເລັດລະດັບສູງສຸດຂອງຮ້ານຄໍາພູວົງໃນທຸກມື້ນີ້ ແມ່ນເກີດຈາກປະນິທານຄວາມຝັນໃນໄວເດັກຂອງທ່ານທີ່ເລີ່ມຕົ້ນຈາກຕົ້ນທຶນຊີວິດທີ່ເປັນສູນ ແມ່ນແທ້ຫຼືບໍ່?


WMS: จริงไหม ที่ความสำเร็จนะดับสูงสุดของทองคำภูวงศ์ในวันนี้ เกิดจากปณิธานความฝันในวัยเด็กของท่าน ที่เริ่มจากต้นทุนชีวิตที่เป็นศูนย์


ທ່ານ ພູວົງ : ແມ່ນແລ້ວ! ຂ້າພະເຈົ້າເກີດຈາກຄອບຄົວທີ່ລຳບາກພໍສົມຄວນ ຄອບຄົວທີ່ມີແມ່ເປັນຜູ້ທໍາມາຫາລ້ຽງ ເພາະພໍ່ໄດ້ເສຍຊີວິດໄປຕັ້ງແຕ່ຄາວຍັງນ້ອຍ, ຢູ່ເຮືອນ ແມ່ເຮັດອາຊີບແມ່ຄ້າຂາຍປາ ພໍເລີ່ມໃຫຍ່ຂຶ້ນມາຂ້າພະເຈົ້າກໍຊ່ວຍແມ່ທຸກຢ່າງທັງຕຶກເບັດເອງແດ່, ເຮັດໄຮ່ເຮັດສວນ... ຄວາມຄິດທີ່ຈະຕັ້ງຕົ້ນທຸລະກິດຮ້ານຄໍາ ເກີດຂຶ້ນເມື່ອທີ່ຂ້າພະເຈົ້າໄດ້ໄປອາໄສຢູ່ກັບພີ່ນ້ອງເພື່ອຊ່ວຍລົດພາລະຂອງແມ່ ແລະ ສຶກສາຮໍ່າຮຽນທີ່ແຂວງໄຊຍະບູລີໃນຕອນນັ້ນ ອ້າຍໂດເພື່ອນບ້ານທີ່ສ້າງຕົວເອງຂຶ້ນມາຈາກຄວາມທຸກຍາກ ທີ່ມີຕົ້ນກໍາເນີດຄ້າຍໆກັບຂ້າພະເຈົ້າ ແຕ່ລາວກໍສາມາດກໍຕັ້ງຮ້ານຂາຍຄໍາຂະໜາດໃຫຍ່ໄດ້ ທັງໆທີ່ບໍ່ໄດ້ຮັບການສຶກສາໃນດ້ານນີ້ເລີຍ ຈຶ່ງເຮັດໃຫ້ຂ້່າພະເຈົ້າຈາກທີ່ໄດ້ຮໍ່າຮຽນ ແລະ ມີຄວາມຮູ້ເກີດຄວາມມຸ່ງມານະທີ່ຈະຕ້ອງສ້າງທຸລະກິດຮ້ານຂາຍຄໍາເປັນຂອງຕົວເອງ ດ້ວຍຄວາມເຊື່ອໝັ້ນທີ່ວ່າ ເຮົາຈະຕ້ອງເຮັດໃຫ້ໄດ້ດີກວ່າພວກເຂົາ. ພໍເມື່ອໄດ້ເຫັນເປົ້າໝາຍຂອງຊີວິດ ຫຼັງຈາກທີ່ຈົບມັດທະຍົມສຶກສາ ຈຶ່ງຕັດສິນໃຈເລືອກເຂົ້າມະຫາວິທະຍາໄລແຫ່ງຊາດ DongdokUniversity Of Laos ສາຂາ Mathematics & Physics ເມື່ອປີ ຄ.ສ 1978, ຂ້າພະເຈົ້າເຮັດສອງຢ່າງໄປຄວບຄູ່ກັນເພື່ອໃຫ້ໄປເຖິງເປົ້າໝາຍກໍຄື ຮຽນຕີເງິນ - ຕີຄໍາ ໂດຍການໄປຮັບຈ້າງເຂົ້າເຮັດວຽກ ພ້ອມກັບການຮໍ່າຮຽນຄວາມຮູ້ໃນແນວທາງທິດສະດີທີ່ມະຫາວິທະຍາໄລ ກໍໄດ້ແບ່ງເວລາຕອນເຊົ້າແມ່ນເຂົ້າຮຽນ ພໍເວລາວ່າງ ຫຼື ຕອນແລງກໍຈະໄປຮັບຈ້າງຕີເງິນ -ຕີຄໍາ


ท่านภูวงศ์ : ใช่ครับ ผมเกิดเป็นลูกชายคนที่สี่ในเจ็ดคนของครอบครัวที่มีแม่เป็นผู้หาเลี้ยง เพราะพ่อได้เสียชีวิตไปตั้งแต่ยังอายุน้อย ที่บ้าน แม่เป็นแม่ค้าขายปลา พอเริ่มโตขึ้นมาหน่อยก็ช่วยแม่ทุกอย่าง ทั้งตกปลาเองด้วย ความคิดที่จะตั้งต้นธุรกิจร้านทอง เกิดเมื่อได้ไปอยู่กับญาติเพื่อช่วยลดภาระของแม่ และเรียนหนังสือที่แขวงไชยบุรีในตอนนั้นพี่โดเพื่อนบ้านที่สร้างตัวเองขึ้นมาจากความยากจน จากต้นกำเนิดคล้ายๆ กัน เขาสามารถก่อตั้งร้านขายทองร้านใหญ่ได้ ทั้งๆที่ไม่ได้รับการศึกษาในด้านนี้เลย ทำให้ผมซึ่งได้เล่าเรียนและมีความรู้เกิดความมุมานะที่จะต้องสร้างธุรกิจร้านขายทองเป็นของตัวเอง ด้วยความเชื่อมั่นว่าเราน่าจะทำได้ดีกว่าเขา พอเจอเป้าหมายของชีวิตแล้ว หลังจากที่จบมัธยมศึกษา จึงเลือกศึกษาต่อในปี ค.ศ.1978 ที่มหาวิทยาลัยแห่งชาติลาว Dongdok National University Of Laos สาขา Mathematics & Physics ผมทำสองอย่างไปด้วยกันเพื่อให้ไปถึงเป้าหมายคือเรียนขึ้นรูปทองคำ เงิน ด้วยการไปรับจ้างเขาทำงาน พร้อมกับเรียนความรู้ในเชิงทฤษฎีในมหาวิทยาลัย ก็แบ่งเวลากลางวันเรียน พอว่าง หรือช่วงเย็นก็จะไปรับจ้างขึ้นทอง ขึ้นเงิน


WMS: ຮູ້ມາວ່າຮ້ານທີ່ຕັ້ງຂຶ້ນຄັ້ງທໍາອິດກໍເກີດຄວາມລົ້ມເຫຼວເສຍເວລາໄປໜຶ່ງປີ ແຕ່ພໍມາປີທີສອງຈຶ່ງໄດ້ກໍ່ຕັ້ງຮ້ານຄໍາພູວົງ ແຕ່ກໍຍັງບໍ່ໄດ້ຮັບຄວາມນິຍົມເທົ່າທີ່ຄວນ ຕ້ອງໄດ້ໃຊ້ເວລາໃນການຢູ່ໃນທຸລະກິດຄໍາລວມສິບປີກວ່າທີ່ຈະປະຄັບປະຄອງເສົາຕົ້ນທໍາອິດຂອງຮ້ານຄໍາພູວົງໄດ້ສໍາເລັດໜຶ່ງໃນການຝ່າຝັນພົ້ນຈາກວິກິດມາໄດ້ກໍຄື ການປະຫຍັດມັດທະຍັດດ້ວຍຫົວໃຈອັນແຂງແກ່ນທີ່ຈະປະນິທານໃຫ້ສໍາເລັດ


WMS : ทราบมาว่าร้านที่ตั้งครั้งแรกก็ล้มเหลวเสียเวลาไปหนึ่งปี แต่พอปีที่สองจึงได้ก่อกำเนิดร้านทองคำภูวงศ์ แต่ก็ยังไม่ได้รับความนิยมเท่าที่ควร ต้องใช้เวลาในการอยู่ในธุรกิจทองร่วมสิบปีทีเดียวกว่าที่จะประคองเสาต้นแรกของทองคำภูวงศ์ได้สำเร็จ หนึ่งในการฝ่าฟันจนผ่านพ้นจากวิกฤติมาได้คือ การประหยัดมัธยัสถ์ ด้วยหัวใจอันแกร่งกล้าที่จะทำปณิธานให้สำเร็จ


ທ່ານ ພູວົງ: ໃນຊ່ວງນັ້ນຖືວ່າເປັນຊ່ວງທີ່ສະຖານະການຂອງຊີວິດທຸກຍາກລໍາບາກຫຼາຍພໍສົມຄວນ ກວ່າຈະມາເຖິງມື້ນີ້ໄດ້ ຂ້າພະເຈົ້າຕ້ອງໃຊ້ທັງແຮງກາຍ ແຮງໃຈ ແລະ ຕົ້ນທຶນທັງໝົດຂອງຊີວິດ ຕອນນັ້ນຫຼັງຈາກຈົບຈາກມະຫາວິທະຍາໄລໃນປີ ຄ.ສ 1982 ລວມກັບເວລາທີ່ຄົບຄ້າສະມາຄົມຢູ່ໃນວົງການມາແລ້ວ 5 ປິຕັ້ງແຕ່ປີ ຄ.ສ 1978 ກໍມາລອງຫາປະສົບການໃນການຕັ້ງຮ້ານຕີຄໍາ ເປັນເວລາ 1 ປີທີ່ນະຄອນຫຼວງວຽງຈັນກ່ອນ ແຕ່ບໍ່ປະສົບຜົນສໍາເລັດ ເສຍເວລາໄປປະມານໜຶ່ງປີເຕັມໆ ຈົນເມື່ອປີ ຄ.ສ 1983 ກໍເລີຍຕັດສິນໃຈກັບໄປທີ່ແຂວງໄຊຍະບູລີ ແລະ ເລີ່ມຕັ້ງຕົ້ນໃໝ່ນັບຈາກສູນອີກຄັ້ງໜຶ່ງ ຮູ້ສຶກໄດ້ວ່າຄວາມຝັນມັນຍັງໄກເກີນເອື້ອມທີ່ຈະໄປເຖິງ ຄິດວ່າຍາກຫຼາຍແຕ່ກໍຍັງຄົງມຸ່ງໝັ້ນທີ່ຈະເຮັດ ເລີ່ມຕັ້ງຮ້ານຄໍານ້ອຍໆແຫ່ງໜຶ່ງ ແລະ ຖືເອົາປີ ຄ.ສ 1983 ເປັນປີທີ່ຕັ້ງຮ້ານ ແລະ ໃສ່ຊື່ວ່າ: ຮ້ານຄໍາພູງວົງ. ຂ້າພະເຈົ້າສຸມໃສ່ໃນການເຮັດວຽກມື້ລະ 14 – 15 ຊົ່ວໂມງ ຕົ້ນທຶນຂອງຊີວິດແມ່ນການໃຊ້ແຮງງານຫຼາຍທີ່ສຸດ ເຮັດວຽກຫຼາຍທີ່ສຸດ ໃນຕອນເຊົ້າກໍຂາຍຄໍາປົກກະຕິ ສ່ວນຕອນຄໍ່າກໍໄປຕີເງິນ - ຕີຄໍາເພື່ອທີ່ຈະນໍາເອົາມາຈໍາໜ່າຍ ພະຍາຍາມນໍາທິດສະດີທີ່ຮໍ່າຮຽນມາໃຊ້ໃນການພັດທະນາເງິນຄໍາໃນແບບຂອງຕົວເອງ ເຮົາໄດ້ນໍາໃຊ້ການຄິດໄລ່ຄໍານວນສັດສ່ວນຂອງຄໍາໃຫ້ຂຶ້ນຮູບຮ່າງອອກມາໄດ້ສວຍງາມ ແລະ ມີຄວາມບໍລິສຸດຫຼາຍທີ່ສຸດທີ່ຈະຄົງຮູບຮ່າງ ດ້ວຍທຶນບໍ່ຫຼາຍກໍຜະລິດຜົນງານຂຶ້ນມາເປັນອັນນ້ອຍໆເສຍກ່ອນ ແລ້ວຄ່ອຍໆໃຊ້ງົບໜ້ອຍ ເນັ້ນຄຸນະພາບສູງ. ໃນການສ້າງສະສົມຖານລູກຄ້າ ແລະ ເງິນທຶນຫຼືຄະຕິວ່າ ອົດທົນສູງ ເຮັດວຽກໜັກ ແລະ ເປີດຮັບຄວາມຮູ້ຮອບຕົວໃຫ້ຫຼາຍໆ ພ້ອມກັບຕ້ອງປະຫຍັດໃຫ້ໄດ້ຫຼາຍທີ່ສຸດ ແລະ ກໍຍັງມີຄະຕິປະຈໍາໃຈອີກຢ່າງໜຶ່ງກໍຄື: “ເມື່ອເຮົາມີ 10 ເຮົາຄວນຈ່າຍໄປ 3 ສ່ວນແລ້ວເອົາເກັບໄວ້ 7 ສ່ວນ” ເຊິ່ງຈະແຕກຕ່າງຈາກຄົນທົ່ວໄປທີ່ໄດ້ມາ 10 ຈ່າຍໄປ 7 ສ່ວນທີ່ເຫຼືອເກັບໄວ້ 3 ສ່ວນ ເພາະມີຄວາມຝັນທີ່ຢາກຈະພັດທະນາຮ້ານໃຫ້ເປັນຮ້ານຂາຍຄໍາທີ່ຍິ່ງໃຫຍ່ ພ້ອມກັບພະຍາຍາມເປີດຮັບຄວາມຮູ້ຮອບຕົວຫຼາຍໆ. ຫຼັງຈາກນັ້ນ 2 ປີຕໍ່ມາຄືປີ ຄ.ສ 1985 ຂ້າພະເຈົ້າກໍໄດ້ສົມຣົດກັບພັນລະຍາຄູ່ຊີວິດສ້າງຄອບຄົວໄປນໍາກັນມີບຸດສາມຄົນ ລູກສາວ 2 ຄົນ ແລະ ລູກຊາຍ 1 ຄົນ. ທຸລະກິດກໍພໍທີ່ຈະກ້າວໄປໜ້າເລື້ອຍໆ ນັບເວລາຕັ້ງແຕ່ມາຕັ້ງຮ້ານຮັບຕີເງິນ - ຕີຄໍາ ແລະ ຜະລິດເຄື່ອງປະດັບຄໍາອັນນ້ອຍໆ ເຊິ່ງເອີ້ນໄດ້ວ່າເປັນຈຸດກໍາເນີດຂອງ “ຮ້ານຄໍາພູວົງ” ໃນປັດຈຸບັນ ເມື່ອປີ ຄ.ສ 1983 – 1990 ລວມເປັນ 7 ປີ. ພໍສະສົມເງິນທຶນໄດ້ຈຶ່ງກັບມາທີ່ນະຄອນຫຼວງວຽງຈັນອີກຄັ້ງ ເພື່ອເຊົ່າຮ້ານຄໍາທີ່ຕະຫຼາດເຊົ້າ


ท่านภูวงศ์ : ช่วงนั้นเป็นสถานการณ์ที่ลำบากมากของชีวิตเลย กว่าจะถึงวันนี้ได้ ผมต้องใช้ทั้งแรงกาย แรงใจ และต้นทุนทั้งหมดของชีวิต ตอนนั้นพอจบมหาวิทยาลัย ในปี ค.ศ.1982 รวมเวลาที่คลุกคลีอยู่ในวงการมาแล้ว 5 ปี ตั้งแต่ 1978 ก็มาลองหาประสบการณ์ในการตั้งร้านขึ้นรูปทอง 1 ปีที่เวียงจันทน์ก่อน แต่ก็ไม่ประสบผลสำเร็จ เสียเวลาไปหนึ่งปีเต็มๆจน ในปี 1983 ก็เลยกลับไปที่ไชยบุรี และเริ่มใหม่จากศูนย์อีกครั้งรู้สึกว่าความฝันมันไกลเกินเอื้อมที่จะไปถึง คิดว่ายากมากที่สุด แต่ก็ยังคงมุ่งมั่นที่จะทำ ก็เริ่มจากการตั้งร้านทองเล็กๆ ชื่อภูวงศ์วันหนึ่งๆ ทำงาน 14-15 ชม ต้นทุนคือการใช้แรงงานมากที่สุด ทำงานมากที่สุด ตอนเช้าก็ขายทองปกติ ส่วนตอนค่ำก็ไปทำเครื่องเงิน-เครื่องทองเพื่อที่จะเอามาขาย พยายามนำทฤษฎีที่ร่ำเรียนมาใช้ในการพัฒนาทองคำในแบบของตัวเอง เราได้ใช้การคำนวณสัดส่วนของทองคำให้ขึ้นรูปออกมาได้สวยงาม และมีความบริสุทธิ์มากที่สุดที่จะคงรูปด้วย ทุนยังไม่มากก็ผลิตงานมาชิ้นเล็กๆ ก่อน ค่อยๆ ใช้งบน้อย เน้นคุณภาพสูง ในการสร้างสะสมฐานลูกค้าและเงินทุน ถือคติว่า อดทนสูง ทำงานหนัก และเปิดรับความรู้รอบตัวมากๆ พร้อมกับต้องประหยัดให้มากที่สุด มีคติประจำใจอีกอย่างคือ เมื่อเรามี 10 เราควรจ่ายไป 3 ส่วนแล้วเอาเก็บไว้ 7 ส่วนซึ่งต่างจากคนทั่วไป ที่ได้มา 10 จ่ายไป 7 ส่วน เหลือเก็บ 3 ส่วน เพราะมีความฝันอยากจะพัฒนาร้านให้เป็นร้านค้าทองที่ยิ่งใหญ่ พร้อมกับพยายามเปิดรับความรู้รอบตัวมากๆหลังจากนั้นอีก 2 ปี คือในปี 1985 ก็สมรสกับภรรยาคู่ชีวิต สร้างครอบครัวไปด้วย มีบุตรสามคน เป็นลูกสาว 2 คน และลูกชาย 1 คนธุรกิจก็พอไปได้เรื่อยๆ นับเวลาตั้งแต่มาตั้งร้านรับขึ้นรูปทอง และผลิตเครื่องประดับทองคำชิ้นเล็กๆ ซึ่งเรียกได้ว่า เป็น จุดกำเนิดของ ร้านทองคำภูวงศ์ในปัจจุบัน เมื่อปี 1983 -1990 รวม 7 ปี พอสะสมเงินทุนได้จึงกลับมาที่เวียงจันทน์อีกครั้ง เพื่อซื้อร้านทองที่ตลาดเช้า


WMS: ການເລີ່ມຕົ້ນຮ້ານຂາຍຄໍາພູວົງໃນ 7 ປີທໍາອິດທີ່ວ່າໜັກໜາແລ້ວ ພໍເມື່ອມາເປີດຮ້ານເຊິ່ງເປັນສາຂາທໍາອິດຂອງຮ້ານຄໍາພູວົງທີ່ຕະຫຼາດເຊົ້າ ຍິ່ງໜັກຫຼາຍກວ່າ ເພາະຕ້ອງມາປະຊັນສະໜາມທີ່ລວມຜູ້ນໍາທາງດ້ານທຸລະກິດຄ້າຂາຍຄໍາຂອງປະເທດທັງຍັງບໍ່ໄດ້ມີພື້ນຖານດ້ານຄອບຄົວ ຫຼື ໝູ່ເພື່ອນໃນທຸລະກິດສາຍນີ້ເລີຍໃນຊ່ວງນີ້ສິ່ງທີ່ຊ່ວຍໃຫ້ເກີດການຍອມຮັບ ແລະ ພັດທະນາຕົວເອງຂຶ້ນມາໄດ້ ຕ້ອງອາໄສການຮຽນຮູ້ຈາກທຸກສິ່ງຢ່າງຮອບຕົວ


WMS : การเริ่มต้นร้านทองคำภูวงศ์ใน 7 ปีแรกว่าหนักแล้ว พอมาเปิดร้านซึ่งเป็นสาขาแรกของ ภูวงศ์ที่ตลาดเช้า ยิ่งหนักมากกว่า เพราะมาเจอสนามที่รวมผู้นำทางด้านธุรกิจค้าทองของประเทศ ทั้งยังไม่ได้มีพื้นฐานครอบครัว หรือเพื่อนฝูงในธุรกิจสายนี้เลย ในช่วงนี้สิ่งที่ช่วยให้เกิดการยอมรับและพัฒนาตัวเองขึ้นมาได้ ต้องอาศัยการเรียนรู้จากทุกสิ่งรอบตัว


ທ່ານ ພູວົງ: ຖືວ່າເປັນອີກຊ່ວງໜຶ່ງທີ່ລໍາບາກຫຼາຍທີ່ສຸດຂຶ້້ນໄປອີກ ເພາະທີ່ນີ້ເປັນສູນລວມຄົນເຮັດທຸລະກິດຄໍາຂອງປະເທດ ມີການແຂ່ງຂັນກັນສູງຫຼາຍ ປະກອບກັບຄອບຄົວ ແລະ ຕົວເອງບໍ່ໄດ້ມີພື້ນຖານການເຮັດທຸລະກິດຮ້ານຂາຍຄໍາມາກ່ອນ ຈຶ່ງບໍ່ມີທັງຜູ້ຊີ້ແນວທາງ ແລະ ຄວາມສໍາພັນກັບບຸກຄົນໃດໆໃນທຸລະກິດເລີຍ ເຊິ່ງທີ່ຈິງແລ້ວຄົນທີ່ເຮັດທຸລະກິດໃນສາຍນີ້ຈໍາເປັນຕ້ອງມີກໍເພື່ອໃຫ້ສາມາດຮັບຮູ້ຂໍ້ມູນ ເພື່ອປັບປ່ຽນ ພັດທະນາໃຫ້ສູ້ກັບຄົນອື່ນໄດ້ທັນສະຖານະການ. ໃນຕອນນັ້ນຂ້າພະເຈົ້າຄິດໜັກຫຼາຍກວ່າຈະຕັ້ງຕົວມາໄດ້ກໍໃຊ້ເວລາ 5 ປີ ຕອນນັ້ນທັງລົງມືເຮັດດ້ວຍຕົວເອງ ຈົນກະທັ່ງຂັ້ນຕອນໃນການຂາຍ ຕ້ອງກິນໜ້ອຍໆໃຊ້ສອຍຢ່າງປະຫຍັດ ເພື່ອສະສົມທຶນ ແລະ ສໍາຮອງສໍາລັບວິກິດຕ່າງໆ ໃນຂະນະທີ່ພັນລະຍາກໍຕ້ອງເບິ່ງແຍງລູກໆ ແລະ ຊ່ວຍໃນເລື່ອງການຂາຍ ຮອງຮັບລູກຄ້າທີ່ຢູ່ທາງໜ້າຮ້ານໄປນໍາ ຜ່ານຈຸດເວລານີ້ມາໄດ້ໂດຍການຄ່ອຍໆສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າກໍຄື ການເນັ້ນໃນເລື່ອງຄຸນະພາບສູງຂອງຊິ້ນງານ ຈະເປັນຕົວສື່ເຖິງຄວາມຊື່ສັດ ຄວາມຈິງໃຈ ແລະ ຄວາມຕັ້ງໃຈທີ່ເຮົາທຸ້ມເທລົງໄປໄດ້ຢ່າງດີທີ່ສຸດ ພ້ອມທັງສ້າງບໍລິການໃຫ້ມີຈຸດເດັ່ນເວລາຊື້ຂາຍໃຫ້ງ່າຍ ແລະ ສະດວກທີ່ສຸດສໍາລັບລູກຄ້າ ເວລາທີ່ລູກຄ້າຈະມາຂາຍກໍຊື້ກັບມາງ່າຍໆ ຂ້າພະເຈົ້າເອງບໍ່ເອົາປຽບລູກຄ້າ ບາງຄັ້ງກໍຍອມເສຍຜົນປະໂຫຍດ ເພື່ອໃຫ້ລູກຄ້າໄດ້ຫຼາຍກວ່າໜ້ອຍໜຶ່ງເພື່ອທີ່ຈະເຮັດໃຫ້ເກີດຄວາມຕິດໃຈ ແລະ ກັບມາໃໝ່. ໃນລະຫວ່າງນັ້ນກໍໄດ້ພະຍາຍາມໄປເຂົ້າຮ່ວມການສໍາມະນາ, ຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ພ້ອມກັບການຮ່ວມໃນສະມາຄົມຜູ້ປະກອບການຄ້າຂາຍຄໍາ, ໄດ້ມີໂອກາດໄປສຶກສາຜົນງານຈາກຕ່າງປະເທດເພື່ອນໍາເຕັກນິກການຜະລິດສະໄໝໃໝ່ຕະຫຼອດເວລາ ເພື່ອພັດທະນາຕົວເອງໃຫ້ຫຼາຍ ແລະ ໄດ້ໄວທີ່ສຸດ. ຕ້ອງຄົ້ນຫາສິ່ງໃໝ່ໆເພື່ອເອົາມາຕໍ່ຍອດພັດທະນາຄໍາທີ່ຮ້ານໃຫ້ກາຍເປັນຄໍາທີ່ມີຄຸນະພາບສູງຂຶ້ນ ຄິດຄົ້ນລວດລາຍການອອກແບບສິ່ງໃໝ່ໆ ໂດຍການເຂົ້າຮ່ວມສໍາມະນາ, ທັດສະນະສຶກສາ, ອອກງານວາງສະແດງສິນຄ້າ, ເຂົ້າເປັນສະມາຊິກໃນສະມາຄົມຕ່າງໆ ເພື່ອສ້າງການຍອມຮັບ ແລະ ຄວາມເຊື່ອໝັ້ນໃນ Brand ຂອງຂ້າພະເຈົ້າ

ຈາກປີ 1990 – 1995 ເປັນເວລາ 5 ປີ ນັບຕັ້ງແຕ່ຕັ້ງສາຂາທີ່ຕະຫຼາດເຊົ້າ ຂ້າພະເຈົ້າຄິດວ່າມີຄວາມສໍາເລັດຂຶ້ນມາອີກລະດັບ ເຖິງແມ່ນວ່າຈະເປັນບາດກ້າວນ້ອຍໆ ແຕ່ກໍສາມາດສ້າງກໍາລັງໃຈອັນໃຫຍ່ຫຼວງສໍາລັບຕົວເອງ ແລະ ຄອບຄົວ ຍັງພະຍາຍາມຍຶດໝັ້ນໃນອຸດົມການ ແລະ ຈັນຍາບັນຂອງຕົວເອງມາໂດຍຕະຫຼອດ ຈົນມາເຫັນຄວາມປ່ຽນແປງຊັດເຈນ ແລະ ຖືວ່າໄດ້ລົງຫຼັກປັກຖານຄວາມໝັ້ນຄົງຂອງ ຄໍາພູວົງ ທີ່ເປັນຮາກແກ້ວຂອງຄວາມຈະເລີນເຕີບໂຕຂອງມື້ນີ້. 3 ປີຕໍ່ມາ ປີ ຄ.ສ 1998 ທີ່ຂ້າພະເຈົ້າໄດ້ຮັບການຍອມຮັບໃນຜົນງານ ແລະ ຄຸນສົມບັດຈາກຜູ້ປະກອບການຄ້າຂາຍຄໍາໄດ້ກໍ່ຕັ້ງສະມາຄົມ ແລະ ດໍາລົງຕໍາແໜ່ງປະທານສະມາຄົມກຸ່ມຊາວຄ້າຂາຍຕະຫຼາດເຊົ້າ ແລະ ໄດ້ເປັນໜຶ່ງໃນສະມາຊິກສະມາຄົມຫັດຖະກໍາລາວ, ການສ້າງຕັ້ງສະມາຄົມເຮັດໃຫ້ຂ້າພະເຈົ້າ ແລະ ຜູ້ປະກອບການສາມາດເຂົ້າເຖິງການຮຽນຮູ້ ສຶກສາງານໃນຕ່າງປະເທດໄດ້ເລິກເຊິ່ງຫຼາຍຂຶ້້ນ ໄດ້ເພີ່ມພູນທັງໃນແຫງ່ຂອງອົງຄວາມຮູ້ ການຕະຫຼາດ ການຜະລິດຊິ້ນງານ ການອອກແບບ ແລະ ການບໍລິຫານງານ ເພາະກ່ອນໜ້ານີ້ເມື່ອຕອນທີ່ເຮົາບໍ່ທັນມີສະມາຄົມ ເຮົາຖືກຈໍາກັດການເຂົ້າເຖິງຂໍ້ມູນໃນລະດັບສາກົນ ຈຶ່ງເຮັດໃຫ້ເຮົາ ແລະ ໝູ່ເພື່ອນໃນວິຊາຊີບທົ່ວປະເທດໄດ້ພັດທະນາສັກກາຍະພາບ ແລະ ວິໄສທັດໄດ້ຫຼາຍຂຶ້ນ


ท่านภูวงศ์: นับว่าเป็นอีกช่วงที่ลำบากมากที่สุดขึ้นไปอีก เพราะที่นี่เป็นศูนย์รวมคนทำธุรกิจทองคำของประเทศ เลยมีการแข่งขันสูงมาก ประกอบกับครอบครัว และตัวเองไม่ได้มีพื้นฐานการทำธุรกิจร้านทองมาก่อนเลย จึงไม่มีทั้งผู้แนะแนว และความสัมพันธ์กับบุคคลใดๆ ในธุรกิจเลย ซึ่งที่จริงแล้วคนทำธุรกิจในสายนี้จำเป็นจะต้องมีเพื่อให้สามารถรับรู้ข้อมูล เพื่อปรับเปลี่ยน พัฒนาให้สู้กับคนอื่นได้ทันสถานการณ์ เครียดมาก กว่าจะตั้งตัวได้ก็ 5 ปี ตอนนั้นทั้งทำเอง และยืนขายเอง กินก็ต้องกินน้อยๆ เพื่อสะสมทุนและสำรองสำหรับวิกฤติต่างๆ ในขณะที่ภรรยาก็ทั้งต้องดูแลลูกเล็กๆ และช่วยขายของ รับรองลูกค้าตรงหน้าร้านไปด้วย ผ่านจุดนั้นมาได้ ด้วยการค่อยๆ สร้างความเชื่อมั่นให้ลูกค้า คือเน้นในเรื่องคุณภาพและความซื่อสัตย์มาอันดับแรกเลย เพราะคุณภาพสูงของชิ้นงาน จะเป็นตัวสื่อถึงความซื่อสัตย์ ความจริงใจ และความตั้งใจที่เราทุ่มเทลงไป ได้อย่างดีที่สุด พร้อมทั้งสร้างบริการให้มีจุดเด่นเวลาซื้อขายให้ง่ายและสะดวกที่สุดสำหรับลูกค้า เวลาที่ลูกค้าจะมาขายก็ซื้อกลับมาง่ายๆ เราไม่เอาเปรียบลูกค้า บางทีก็ยอมเสียผลประโยชน์บ้าง เพื่อให้ลูกค้าได้มากกว่านิดหน่อย ทำให้ลูกค้าเกิดความติดใจและกลับมาใหม่ ระหว่างนั้นก็พยายามไปร่วมสัมมนา ร่วมวางแสดงสินค้าภายในและต่างประเทศ พร้อมกับการร่วมในสมาคมผู้ประกอบการทองคำมีไปดูงานต่างประเทศเพื่อไปร่ำเรียนเทคนิคการผลิตสมัยใหม่ตลอดเวลาเพื่อพัฒนาตัวเองให้มากและเร็วที่สุด ต้องค้นหาสิ่งใหม่ๆ เพื่อเอามาต่อยอดพัฒนาทองที่ร้านให้กลายเป็นทองที่มีคุณภาพสูงขึ้น คิดค้นลวดลายดีไชน์ใหม่ๆ โดยการเข้าร่วมการสัมมนา ทัศนศึกษาออกงานแสดงสินค้าทั้งภายในและต่างประเทศ เข้าเป็นสมาชิกในสมาคมต่างๆ เพื่อสร้างการยอมรับ และความเชื่อมั่นในแบรนด์

จากปี 1990-1995 รวม 5 ปี นับตั้งแต่ตั้งสาขาในตลาดเช้า เราเริ่มมีความสำเร็จขึ้นมาอีกระดับ แม้จะเป็นก้าวเล็กๆ แต่ก็สร้างกำลังใจใหญ่หลวงสำหรับตัวเองและครอบครัว ก็พยายามยึดมั่นในอุดมการณ์ และจรรยาบรรณของตัวเองมาโดยตลอด จนมาเห็นความเปลี่ยนแปลงชัดเจนและถือว่าได้ลงหลักปักฐานความมั่นคงของ ทองคำภูวงศ์ ที่เป็นรากแก้วของความเจริญเติบโตของวันนี้ ในอีก 3 ปีถัดมา เมื่อในปี 1998 ที่ผมได้รับการยอมรับในผลงานและคุณสมบัติจากผู้ประกอบธุรกิจในตลาดเช้า ได้ก่อตั้งสมาคม และดำรงตำแหน่งประธานสมาคมธุรกิจแห่งตลาดเช้า และได้เป็นหนึ่งในสมาชิกสมาคมหัตถกรรมลาว การตั้งสมาคมทำให้เราและผู้ประกอบการสามารถเข้าถึงการเรียนรู้ ดูงานในต่างประเทศได้ลึกซึ้งมากขึ้น ได้เพิ่มพูนทั้งในแง่ขององค์ความรู้ การตลาด การผลิตชิ้นงาน การออกแบบ และการบริหารงาน เพราะก่อนหน้านี้เมื่อตอนที่เราไม่มีสมาคม เราถูกจำกัดการเข้าถึงข้อมูลในระดับสากล ทำให้เราและเพื่อนในวิชาชีพทั่วประเทศได้พัฒนาศักยภาพและวิสัยทัศน์ไปได้มาก


WMS: ນັບລວມກວ່າສອງທົດສະວັດ ຈົນກວ່າທີ່ຮ້ານຄໍາພູວົງຈະກ້າວຂຶ້ນມາເປັນຮ້ານຄໍາອັນດັບໜຶ່ງຂອງ ສປປ ລາວ ເຊິ່ງຈະເກີດຂຶ້ນບໍ່ໄດ້ຖ້າບໍ່ມີຄວາມມຸ່ງໝັ້ນສັດທາໃນປະນິທານທີ່ໄດ້ຜ່ານບົດພິສູດມາຢ່າງເຂັ້ມຂົ້ນ ຂຸ້ນຂ້ຽວຈົນ ຄໍາພູວົງ ມີຄວາມແຂງແກ່ນ ແລະ ສວຍງາມຊົງຄຸນຄ່າ ຈົນເປັນສີສະຫງ່າທີ່ປະຊາຊົນລາວຜູກພັນ ແລະ ພາກພູມໃຈຢາກໃຫ້ທ່ານຍ້ອນລະນຶກເຖິງຈຸດເລີ່ມຕົ້ນຂອງປາກົດການຄວາມສໍາເລັດໃນຄັ້ງນັ້ນ


WMS : นับรวมกว่าสองทศวรรษ กว่าที่ร้านทองคำภูวงศ์ จะขึ้นมาเป็นร้านทองอันดับหนึ่งของ สปป ลาว ซึ่งจะเกิดขึ้นไม่ได้ ถ้าไม่มี ความมุ่งมั่นศรัทธาในปณิธาน ที่ได้ผ่านบทพิสูจน์มาอย่างเข้มข้น เคี่ยวกรำจน ภูวงศ์ มีความแกร่งและสวยงามทรงคุณค่า จนเป็นศรีสง่าที่ประชาชนลาวผูกพัน และภาคภูมิใจอยากให้ท่านย้อนรำลึกถึงจุดเริ่มต้นของปรากฏการณ์ความสำเร็จในครั้งนั้น


ທ່ານ ພູວົງ: ໃນປີ ຄ.ສ 1998 ຂະນະທີ່ຕົວຂ້າພະເຈົ້າເອງໄດ້ຮັບການຍອມຮັບຢ່າງສູງຈາກການກໍ່ຕັ້ງ ແລະ ເປັນປະທານສະມາຄົມກຸ່ມຊາວຄ້າຂາຍຕະຫຼາດເຊົ້າ ຮ້ານຄໍາພູວົງເອງກໍເຊັ່ນດຽວກັນ Brand ຂອງເຮົາໄດ້ສ້າງຄວາມເຊື່ອໝັ້ນ ແລະ ສັດທາາຢ່າງສູງທີ່ສຸດນັບຕັ້ງແຕ່ການກໍ່ຕັ້ງຂຶ້ນມາໃນຮອບ 15 ປີກ່ອນໜ້ານີ້. ກໍຖືວ່າເປັນຈຸດເລີ່ມຕົ້ນຍຸກຄໍຂອງຍີ່ຫໍ້ພູວົງ ແລະ ຍິ່ງດີຂຶ້ນເລື້ອຍໆ ຈົນມາຮອດປີ 2005 ເມື່ອຂ້າພະເຈົ້າໄດ້ກໍ່ຕັ້ງ ແລະ ເປັນປະທານສະມາຄົມຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບແຫ່ງ ສປປ ລາວ. ສິ່ງນີ້ຍິ່ງເຮັດໃຫ້ພວກເຮົາມີສ່ວນຮ່ວມໃນອົງຄວາມຮູ້ໃນລະດັບໂລກຫຼາຍຂຶ້ນ ແລະ ໄດ້ເຫັນຊັດເຈນກໍຄືການເຂົ້າເຖິງເຕັກໂນໂລຊີການພັດທະນາຜົນງານໃຫ້ມີຄຸນະພາບສູງຂຶ້ນໄປອີກ ສາມາດສ້າງສັນການອອກແບບໄດ້ເກີນຂີດຈໍາກັດ ທັງຍັງມີຄວາມວ່ອງໄວຫຼາຍຂຶ້ນ ຜະລິດສິນຄ້າໄດ້ຈໍານວນຫຼາຍຂຶ້ນ ຄວາມກ້າວໜ້າທີ່ພວກເຮົາໄດ້ຮໍ່າຮຽນຢູ່ເປັນປະຈໍາ ຖ້າຫາກຢຸດການສຶກສາຮໍ່າຮຽນ ຢຸດການພັດທະນາມື້ໃດກໍຈະເປັນການຖອຍຫຼັງ ດ້ວຍແນວຄິດນີ້ຈຶ່ງເຮັດໃຫ້ພວກເຮົາໄປເຖິງອີກມາດຕະຖານທີ່ເໜືອກວ່າໃນອາດີດ ແມ່ນຄໍາພູວົງ ສາມາດຜະລິດຜົນງານເຄື່ອງປະດັບທີ່ມີຄວາມເປັນຄໍາທີ່ບໍລິສຸດຫຼາຍຂຶ້ນກວ່າເກົ່າ ຮູບແບບແປກຕາສວຍງາມທັນສະໄໝຫຼາຍຂຶ້ນໂດຍທີ່ເຮົາຍັງເນັ້ນເອກະລັກທີ່ໂດດເດັ່ນຈາກການນໍາເອົາລາຍຕ່າງໆທີ່ເປັນສີລະປະບູຮານດັ້ງເດີມຂອງລາວເຊັ່ນ: ລວດລາຍຕ່າງໆທີ່ມາຈາກວັດວາອາຮາມ, ເຄື່ອງປະດັບຊັ້ນສູງໃນອາດີດນໍາມາປະຍຸກໃໝ່ໃຫ້ມີຄວາມຮ່ວມສະໄໝ ຈຶ່ງເຮັດໃຫ້ຮ້ານມີສິນຄ້າທີ່ໂດດເດັ່ນຫຼາກ ທັງສໍາລັບສຸພາບສະຕີ ແລະ ສຸພາບບູລຸດ, ທີ່ສໍາຄັນກໍຄືເຄື່ອງປະດັບຄໍາຂອງເຮົາໃຊ້ຄໍາທີ່ມີຄຸນະພາບສູງ ປະລິມານເທົ່າເດີມແຕ່ມີຄວາມໂປ່ງ ເຮັດໃຫ້ຊິ້ນງານໄດ້ເຫັນແລ້ວອະລັງການເກີນລາຄາ ໃນຂະນະທີ່ຕົ້ນທຶນຖືກລົງ ລູກຄ້າຊື້ໄດ້ໃນລາຄາທີ່ຍ່ອມເຍົາ ເພາະລາຄາຖືກລົງ ຈຶ່ງເຮັດໃຫ້ທາງຮ້ານໄດ້ຮັບການຕອບຮັບທີ່ດີຫຼາຍຈົນສາມາດຂະຫຍາຍຕະຫຼາດ ແລະ ສ້າງມູນຄ່າໄດ້ດີຂຶ້ນ ຈົນເປັນທີ່ມາຂອງຄໍາຂວັນຮ້ານຄໍາພູວົງວ່າ: “ຄໍາງົດງາມ ສິນຄ້າດີ ມີຄວາມທົນທານ”


ท่านภูวงศ์ : ในปี 1998 ขณะที่ตัวผมเองได้รับการยอมรับอย่างสูงจากการก่อตั้งและเป็นประธานสมาคมธุรกิจของตลาดเช้า ร้านทองคำภูวงศ์เองก็เช่นเดียวกัน แบรนด์ของเราได้สร้างความเชื่อมั่นและศรัทธาอย่างสูงที่สุดนับตั้งแต่ก่อตั้งขึ้นมาในรอบ 15 ปีที่ผ่านมา ถือว่าเป็นจุดเริ่มต้นยุคทองของแบรนด์ ภูวงศ์ และยิ่งดีมากขึ้นไปอีกในปี 2005 เมื่อผมได้ก่อตั้งและเป็นประธานสมาคมอัญมณีและเครื่องประดับของประเทศลาว อันนี้ยิ่งทำให้เราได้มีส่วนร่วมในองค์ความรู้ในระดับโลกมากขึ้น ที่เห็นได้ชัดคือเราเข้าถึงเทคโนโลยีการพัฒนาผลงานให้มีคุณภาพสูงยิ่งขึ้นไปอีก สามารถสร้างสรรค์ดีไซน์ได้เหนือขีดจำกัด ทั้งยังมีความว่องไวมากยิ่งขึ้น ผลิตได้จำนวนมากขึ้น ความก้าวหน้าที่พวกเราได้ร่ำเรียนอยู่เป็นประจำ ถ้าหากหยุดการร่ำเรียน หยุดการพัฒนาการวันใดก็จะเป็นการถอยหลัง ด้วยแนวคิดนี้จึงทำให้เราไปถึงอีกมาตรฐานที่เหนือกว่าในอดีตคือ ทองคำภูวงศ์ สามารถผลิตผลงานเครื่องประดับที่มีความเป็นทองคำบริสุทธิ์มากขึ้นกว่าเดิม รูปแบบแปลกตา สวยงามทันสมัยมากขึ้นโดยที่เรายังเน้นเอกลักษณ์ที่โดดเด่นจากการนำเอาลายต่างๆ ที่เป็นศิลปะโบราณดั้งเดิมของคนลาว เช่นลวดลายต่างๆ ที่มาจากวัดวาอาราม เครื่องประดับชั้นสูงในอดีต มาประยุกต์ใหม่ให้มีความร่วมสมัย ทำให้ร้านมีสินค้าที่โดดเด่นหลากหลาย ทั้งสำหรับสุภาพสตรี และสุภาพบุรุษ ที่สำคัญคือเครื่องประดับทองของเราใช้เนื้อทองคุณภาพสูงในปริมาณเท่าเดิมแต่มีความโปร่ง ทำให้ชิ้นงานดูอลังการเกินราคา ในขณะที่ต้นทุนถูกลง ลูกค้าซื้อได้ในราคาที่ย่อมเยามากขึ้น เพราะราคาถูกลง ทำให้เราได้รับการตอบรับที่ดีมากจนสามารถขยายตลาด และสร้างมูลค่าได้มาก จนเป็นที่มาของคำขวัญทองคำภูวงศ์ “ งาม ดี ทน”


WMS: ຄວາມນິຍົມ ແລະ ຄວາມໄວ້ວາງໃຈທີ່ມີພື້ນຖານມາຈາກຄວາມຈິງໃຈ, ຊື່ສັດ ການໃຫ້ຄວາມສໍາຄັນສູງສຸດຂອງຄວາມບໍລິສຸດຂອງຄໍາ ງານອອກແບບ ຂະບວນການຜະລິດ ແລະ ມາດຕະຖານບໍລິການລະດັບສູງທີ່ອໍານວຍຄວາມສະດວກໃຫ້ລູກຄ້າທຸກຄົນຢ່າງສະເໝີຕົ້ນສະເໝີປາຍ ໄດ້ກໍ່ໃຫ້ເກີດຜົນລັບອັນຍິ່ງໃຫຍ່ຈົນມີຄໍາເວົ້າຕິດປາກ “ຄິດເຖິງຄໍາພູວົງ ຄິດເຖິງຄຸນະພາບ” ຄວາມປະທັບໃຈທີ່ສົ່ງຈາກປາກຕໍ່ປາກໄດ້ໝູນນໍາໃຫ້ໃນປີ 2008 ຄໍາພູວົງໄດ້ຮັບຄວາມນິຍົມສູງສຸດຈົນຂຶ້ນມາເປັນ Brand ຄໍາອັນດັບ 1 ຂອງ ສປປ ລາວ ແລະ ຍັງຮັກສາຄວາມເປັນສຸດຍອດລວມ 10 ປີມາຈົນເຖິງປັດຈຸບັນໃນປີ ຄ.ສ 2017 ທ່ານໄດ້ມາເຖິງຈຸດສໍາເລັດຂອງຄວາມຕັ້ງໃຈໄວ້ແລ້ວຫຼືບໍ່?


WMS : ความนิยมและความไว้วางใจที่มีพื้นฐานมาจากความจริงใจซื่อสัตย์ การให้ความสำคัญสูงสุดของความบริสุทธิ์เนื้อทอง งานออกแบบ กระบวนการผลิต และมาตรฐานบริการระดับสูงที่อำนวยความสะดวกให้ลูกค้าทุกคนอย่างเสมอต้นเสมอปลาย ได้ก่อให้เกิดผลลัพธ์อันยิ่งใหญ่ จนมีคำพูดติดปาก “คิดถึงคำภูวงศ์ คิดถึงคุณภาพ” ความประทับใจที่ส่งต่อจากปากต่อปากได้หนุนนำให้ในปี 2008 ทองคำภูวงศ์ได้รับความนิยมสูงสุดจนขึ้นมาเป็น แบรนด์ทองคำ อันดับ 1 ของประเทศลาวและยังรักษาความเป็น สุดยอดร่วม 10 ปีมา จนถึงในปัจจุบันใน ค.ศ.2017 ท่านได้มาถึงจุดสำเร็จของความตั้งใจไว้หรือยัง


ທ່ານ ພູວົງ: ຈາກພື້ນຖານທີ່ຄົນລາວຊື້ຄໍາ ນອກຈາກຈະເປັນເຄື່ອງປະດັບແລ້ວ ຍັງເປັນການສະສົມທຶນ ຂ້າພະເຈົ້າພູມໃຈຫຼາຍທີ່ເຮົາສາມາດເປັນໜຶ່ງໃນຜູ້ຜະລິດທີ່ສ້າງ ແລະ ຮັກສາຄວາມເຊື່ອໝັ້ນ ສັດທາ ແລະ ຄວາມໝັ້ນຄົງຂອງລູກຄ້າມາຕະຫຼອດຕັ້ງແຕ່ການກໍ່ຕັ້ງ ປັດຈຸບັນຮ້ານຄໍາພູວົງນັບຕັ້ງແຕ່ມື້ເລີ່ມຕົ້ນກໍ່ຕັ້ງຮ້ານໃນປີ ຄ.ສ 1983 – 2017 ດໍາເນີນການມາເປັນເວລາ 34 ປີແລ້ວ ພວກເຮົາສາມາດສ້າງສັດທາ ຄວາມເຊື່ອໝັ້ນ ຜູກພັນໃນວິຖີຊີວິດຂອງຄົນລາວທົ່ວປະເທດຢ່າງໜຽວແໜ້ນຫຼາຍຂຶ້ນຕາມວັນເວລາ ຂ້າພະເຈົ້າຖືວ່າເປັນການປະສົບຜົນສໍາເລັດເກີນຄາດໝາຍ ພວກເຮົາມີຮາກຖານທີ່ແຂງແຮງທີ່ກໍາລັງຈະສົ່ງຜ່ານໄປທີ່ Generation ທີສອງເຊິ່ງເປັນລູກໆທີ່ຜູກພັນຄຸ້ນເຄີຍ ແລະ ເຂົ້າໃຈໃນປັດຊະຍາອັນເປັນພື້ນຖານທີ່ຈະຢູ່ຄູ່ກັບປະຊາຊົນລາວຢ່າງດີ ຢາກຈະຝາກເຖິງຄົນລຸ້ນໃໝ່ທີ່ກໍາລັງປະກອບທຸລະກິດວ່າ: ຕ້ອງມີຄວາມໂປ່ງໃສ ຊື່ສັດສຸດຈະລິດ ຈິງໃຈ ມີຄວາມອົດທົນ ມີຄວາມຂະຫຍັນປະຫຍັດມັດທະຍັດ, ຕ້ອງຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ແລະ ຢາກໃຫ້ຮ້ານຄໍາທົ່ວປະເທດບໍ່ສະເພາະແຕ່ຮ້ານຄໍາພູວົງເທົ່ານັ້ນ ໃຫ້ເນັ້ນໃສ່ໃຈທີ່ການພັດທະນາຄຸນພາບຢ່າງບໍ່ຢຸດຢັ້ງ

ເປົ້າໝາຍອີກຢ່າງໜຶ່ງທີ່ຂ້າພະເຈົ້າເຮັດມາຫຼາຍປີກໍຄື ການພັດທະນາຄຸນະພາບຊີວິດ ການຊ່ວຍເຫຼືອສັງຄົມເມື່ອເຮົາມີຖານະດີແລ້ວຕ້ອງຊ່ວຍເຫຼືອສັງຄົມ ຊ່ວຍເຫຼືອການສຶກສາ ຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດຄົນທຸກຍາກ ເຊິ່ງຂ້າພະເຈົ້າເນັ້ນໃນເລື່ອງນີ້ ແລະ ເດີນທາງລົງພື້ນທີ່ດ້ວຍຕົວເອງມາໂດຍຕະຫຼອດເຊັ່ນ: ສ້າງສາທາລະນະສະຖານ ໂຮງຮຽນ ຕຶກຄໍາພູວົງປິ່ນປົວຕາໃນໂຮງໝໍ, ການຊ່ວຍເຫຼືອຄົນທຸກຍາກຫ່າງໄກສອກຫຼີກ ບໍລິຈາກເຄື່ອງອຸປະໂພກ ແລະ ບໍລິໂພກ. ໃນດ້ານການສ້າງສັນສັງຄົມກໍໄດ້ຮ່ວມກໍ່ຕັ້ງການປະກວດເຊັ່ນ: ການປະກວດນາງສາວອາພອນລາວ, ນາງສາວລາວ, ນາງສັງຂານ, ໂຄງການນາງສາວນະຄອນຫຼວງວຽງຈັນທີ່ເປັນງານລະດັບປະເທດມາຮ່ວມກວ່າ 10 ປີ ເພື່ອພັດທະນາໃຫ້ປະເທດມີກິດຈະກໍາດຶງດູດນັກທ່ອງທ່ຽວ, ໃຫ້ແມ່ຍິງລາວມີຄວາມກ້າສະແດງອອກ ມີຄວາມກ້າຫານ ພຽບພ້ອມດ້ວຍວັດທະນະທໍາໃນດ້ານກິລິຍາມາລະຍາດ, ວາຈາ, ການແຕ່ງຕົວຕາມຮີດຄອງວັດທະນະທໍາ ແລະ ປະເພນີລາວ

ອີກໜຶ່ງໂຄງການທີ່ກໍາລັງຈະສໍາເລັດໃນອານາຄົດອັນໃກ້ນີ້ກໍຄື: “ສວນພຶກສາ”ທີ່ຈະເປັນແຫຼ່ງທ່ອງທ່ຽວແນວທາງນິເວດວິທະຍາໃກ້ເມືອງຫຼວງ ເພື່ອໃຫ້ເປັນສະຖານທີ່ພັກຜ່ອນພ້ອມຄວາມຮູ້ເລື່ອງແນວພັນພືດຂອງຄົນລາວ ແລະ ຕ່າງຊາດ ເທິງພື້ນທີ່ສ່ວນຕົວກວ່າ 100 ໄຮ່. ເພື່ອສ້າງຈິດສໍານຶກຮັກທໍາມະຊາດ ແລະ ການສ້າງຄວາມສໍາພັນພາຍໃນຄອບຄົວທີ່ດີອັນເປັນພື້ນຖານຂອງປະເທດຈາກການສ້າງຕົວໃນເມື່ອກ່ອນ ຂ້າພະເຈົ້າໃຊ້ເງິນ 3 ສ່ວນ ໃນ 10 ທຸກມື້ນີ້ກໍຍັງໃຊ້ເທົ່າເດີມ ຊັບສິນເຮົາມີພໍກິນພໍໃຊ້ແລ້ວ ທີ່ເຫຼືອຕ້ອງເອົາອອກມາຄືນສູ່ສັງຄົມ


ท่านภูวงศ์ : จากพื้นฐานที่คนลาวซื้อทองคำ นอกจากจะเป็นเครื่องประดับแล้ว ยังเป็นการสะสมทุน ผมภาคภูมิใจมากที่เราสามารถเป็นหนึ่งในผู้ผลิตที่สร้างและรักษาความเชื่อมั่น ศรัทธา และความมั่นคงของลูกค้ามาตลอดตั้งแต่การก่อตั้งปัจจุบันร้านคำภูวงศ์นับตั้งแต่วันเริ่มต้นก่อตั้งร้านในปี ค.ศ 1983 จนมาถึง 2017 ดำเนินการมาเป็นเวลา 34 ปี เราสามารถสร้างศรัทธา ความเชื่อมั่น ผูกพันในวิถีชีวิตของคนลาวทั่วประเทศอย่างเหนียวแน่นมากขึ้นตามวันเวลา ผมถือว่าเป็นการประสบความสำเร็จเกินคาดหมาย เรามีรากฐานที่แข็งแรงมากที่กำลังจะส่งผ่านไปที่ Generation ที่สอง ซึ่งเป็นลูกๆ ที่ผูกพันคลุกคลีและเข้าใจปรัชญาอันเป็นพื้นฐานที่จะอยู่คู่กับประชาชนลาวอย่างดี อยากจะฝากถึงคนรุ่นใหม่ที่กำลังประกอบธุรกิจว่าต้องมีความโปร่งใส ซื่อสัตย์ จริงใจ มีความอดทน มีความขยันประหยัดมัธยัสถ์ ต้องศึกษาเรียนรู้สิ่งใหม่ๆ อยู่เสมอและอยากให้ร้านทองทั่วประเทศไม่เฉพาะแต่คำภูวงศ์ ให้เน้นใส่ใจที่การพัฒนาคุณภาพอย่าหยุดยั้ง

เป้าหมายอีกอย่างที่ผมทำมานานหลายปี คือการพัฒนาคุณภาพชีวิต ช่วยเหลือสังคมเมื่อเรามีสถานะดีแล้วก็ต้องช่วยเหลือสังคม ช่วยเหลือการศึกษา ช่วยเหลือผู้ที่ด้อยโอกาสคนยากจนซึ่งผมเน้นในเรื่องนี้และเดินทางลงพื้นที่ด้วยตัวเองมาโดยตลอด เช่น สร้างสาธารณสถาน โรงเรียน ตึกคำภูวงศ์รักษาดวงตาในโรงพยาบาลการช่วยเหลือคนยากไร้ คนชนบทห่างไกล บริจาคเครื่องอุปโภคและบริโภค ในด้านสร้างสรรค์สังคมก็ได้ร่วมก่อตั้งการประกวดสาวงามอาทิ การประกวดนางสาวอาภรณ์ลาว นางสาวลาว นางสังขาร โครงการนางสาวนครหลวงเวียงจันทน์ที่เป็นงานระดับประเทศมาร่วม 10 กว่าปี เพื่อพัฒนาให้ประเทศมีกิจกรรมดึงดูดนักท่องเที่ยว ให้หญิงลาวมีความกล้าแสดงออก มีความกล้าหาญ เพียบพร้อมด้วยวัฒนธรรมในด้านมารยาทวาจา การแต่งตัวตามประเพณี

อีกหนึ่งโครงการที่กำลังจะสำเร็จในอนาคตอันใกล้คือสวนพฤกษชาติ ที่จะเป็นแหล่งท่องเที่ยวเชิงนิเวศวิทยาใกล้เมืองหลวง เพื่อให้เป็นสถานที่พักผ่อนพร้อมความรู้เรื่องพืชพันธุ์ของครอบครัวคนลาวและต่างชาติ บนพื้นที่ส่วนตัวกว่า 100 ไร่ เพื่อสร้างจิตสำนึกรักธรรมชาติ และการสร้างความสัมพันธ์ภายในครอบครัวที่ดีอันเป็นพื้นฐานของประเทศจากวัยสร้างตัวเมื่อก่อน ผมใช้เงิน 3 ส่วน ใน 10 วันนี้ก็ยังใช้เท่าเดิม เงินเรามีพอกินพอใช้แล้ว ที่เหลือต้องเอาออกมาคืนสู่สังคม


WOW Magazine Society ມີຄວາມເຊື່ອໝັ້ນເປັນຢ່າງສູງວ່າ ຄໍພູວົງ ຈະຍັງຢູ່ຄຽງຄູ່ປະຊາຊົນລາວໃນຖານະຮ້ານຈໍາໜ່າຍເຄື່ອງປະດັບ ຄໍາ ອັນດັບ 1 ຂອງ ສປປ ລາວ ໄປອີກຍາວນານ ທັງນີ້ກໍເພາະໄດ້ຮັບການກໍ່ຕັ້ງສ້າງສັນ ແລະ ສືບທອດດ້ວຍທາຍາດທີ່ຈະຍຶດໝັ້ນໃນອຸດົມການ ແລະ ເປັນເຊັ່ນດຽວກັນກັບ ທ່ານ ພູວົງ ພະມີສິດ ສັດຈະບູລຸດ ຜູ້ທີ່ເຕັມໄປດ້ວຍປະນິທານອັນສູງສົ່ງ ແລະ ສັດທາອັນກ້າແກ່ນ ທີ່ຊົງຄຸນຄ່າເໜືອການເວລາ ເໝືອນກັບຫົວໃຈແຫ່ງບໍ່ຄໍາ ທີ່ເຕັ້ນຢູ່ພາຍໃນ.


Wow Magazine Society มีความเชื่อมั่นเป็นอย่างสูงว่า ทองคำภูวงศ์ จะยังอยู่คู่ประชาชนลาว ในฐานะร้านจำหน่ายเครื่องประดับทองคำ อันดับ 1 ของ สปป ลาว ไปอีกแสนนาน ทั้งนี้เพราะได้รับการก่อตั้งสร้างสรรค์ และสืบทอดด้วยทายาท ที่จะยึดมั่นในอุดมการณ์ และเป็นเช่นเดียวกับท่านภูวงศ์ พะมีสิทธิ์ สัจจะบุรุษผู้ ผู้มากด้วยปณิธานอันสูงส่ง และศรัทธาอันกล้าแกร่ง ที่ทรงคุณค่าเหนือกาลเวลา ดุจเดียวกับหัวใจทองคำ ที่เต้นอยู่ภายใน


190 views0 comments
bottom of page