top of page

INTERVIEW : Maria Clara Sosa Perdomo

Updated: Jul 30, 2019



Miss Grand International 2018

ຍ້ອນວ່າໂລກປ່ຽນໄປ ເປີດມຸມມອງທັດສະນະສ່ວນຕົວຂອງສາວງາມລະດັບໂລກກັບ “ການເຮັດສັນຍະກໍາໃນມື້ນີ້” ຄົງຕ້ອງຍອມຮັບວ່າໃນຍຸກສະໄໝນີ້ ເລື່ອງສັນຍາກໍາເປັນເລື່ອງທີ່ໃກ້ຕົວເຮົາຫຼາຍທີ່ສຸດ ຈົນບໍ່ສາມາດປະຕິເສດໄດ້ວ່າ ທຸກຄົນຕ່າງກໍມັກຄວາມສວຍຄວາມງາມ ຢາກໃຫ້ຕົນເອງອອກມາດູດີໃນສາຍຕາຂອງທຸກໆຄົນ WOW ໄດ້ມີໂອກາດລົມກັບສາວງາມລະດັບໂລກ ຄລ່າຣາ ໂຊຊາ (Clara Sosa) ເຈົ້າຂອງມົງກຸດ ເວທີ Miss Grand International 2018 ມຸມມອງຂອງລາວ ໜ້າສົນໃຈບໍ່ໜ້ອຍສຳຫຼັບຄົນທີ່ກໍາລັງຈະຕັດສິນໃຈເຮັດສັນຍາກໍາເພື່ອປ່ຽນແປງຕົວເອງ ທ່ານຕ້ອງເປີດໃຈ ແລະ ຈົ່ງກຽມຄວາມພ້ອມ.../ ຄລ່າຣາ ໂຊຊາ Miss Grand International 2018


เพราะโลกเปลี่ยนไป เปิดมุมมองทัศนะส่วนตัว ของคนสวยระดับนางงาม กับ “การทำศัลยกรรม ในวันนี้..” คงต้องยอมรับว่า ในยุคสมัยนี้ เรื่องศัลยกรรมเป็นเรื่องที่ใกล้ตัวเรามาก ๆ คงไม่มีใครปฏิเสธได้ว่า ทุกคนต่างก็ชอบความสวย ความงาม อยากให้ตัวเองออกมาดูดีในสายตาของทุกๆ คน WOW ได้มีโอกาสพูดคุยกับคนสวยระดับนางงาม คลาร่า โซซ่า (Clara Sosa) เจ้าของมงกุฎ เวที Miss Grand International 2018 มุมมองของเธอ น่าสนใจไม่น้อย สำหรับคนที่กำลังจะตัดสินใจทำศัลยกรรม เพื่อเปลี่ยนแปลงตัวเอง คุณต้องเปิดใจ และจงเตรียมความพร้อม... / คลาร่า โซซ่า Miss Grand International 2018


“ຄລ່າຣາ ຄິດວ່າ ການເຮັດສັນຍາກໍາໃນປັດຈຸບັນນີ້ ຖືເປັນສິ່ງທີ່ທຸກຄົນໃຫ້ຄວາມນິຍົມ ຄວາມສົນໃຈເປັນຢ່າງສູງຈົນກາຍເປັນເລື່ອງປົກກະຕິສໍາຫຼັບຜູ້ຄົນໃນສັງຄົມ ຕາບໃດທີ່ເລື່ອງຂອງການເຮັດສັນຍາກໍາ ເປັນເລື່ອງຄວາມພຶງພໍໃຈສະເພາະບຸກຄົນ ຖ້າເຮັດແລ້ວສົ່ງຜົນດີຕໍ່ບຸກຄະລິກກະພາບສ້າງຄວາມໝັ້ນໃຈໃນການດໍາເນີນຊີວິດ ຄລ່າຣ່າຄິດວ່າເປັນເລື່ອງທີ່ດີ ຖ້າເຮັດໃຫ້ຕົວເຮົາດູດີຂຶ້ນ ແລະ ບໍ່ເຮັດໃຫ້ໃຜເດືອດຮ້ອນ ແລະ ທີ່ສໍາຄັນອີກຢ່າງໜຶ່ງກໍຄື ຫຼັງຈາກທີ່ເຮົາຕັດສິນໃຈເຮັດສັນຍາກໍາໄປແລ້ວ ກໍຕ້ອງມີການດູແລຕົວເອງໃຫ້ຫຼາຍຂຶ້ນກວ້າເກົ່າ ແຕ່ທ່ານຢ່າລືມວ່າ ເມື່ອດູດີແລ້ວ ກໍຕ້ອງຫັນມາດູແລສຸຂະພາບຮ່າງກາຍໃຫ້ແຂງແຮງດ້ວຍການອອກກໍາລັງກາຍ ແລະ ຮັບປະທານອາຫານທີ່ມີຄຸນຄ່າ ມີປະໂຫຍດຕໍ່ຮ່າງກາຍ ກໍມີສ່ວນຊ່ວຍທີ່ຈະເຮັດໃຫ້ງາມອອກມາທັງພາຍໃນແລະພາຍນອກ” ຄລ່າຣາ ໂຊຊາ ເຈົ້າຂອງມົງກຸດ Miss Grand International 2018 ກ່າວດ້ວຍຄວາມສົນໃຈກັບຄວາມງາມທີ່ເຕີມແຕ່ງໃຫ້ສົມບູນແບບກັບສັນຍາກໍາຄວາມງາມດ້ວຍໃບໜ້າທີ່ຍິ້ມແຍ້ມ ແລະ ສົດໃສຢ່າງມີຄວາມສຸກ


“ดิฉันคิดว่า การทำศัลยกรรมในปัจจุบันนี้ ถือเป็นสิ่งที่ทุกคนให้ความนิยม ความสนใจเป็นอย่างมากจนกลายเป็นเรื่องปกติสำหรับผู้คนในสังคม ตราบใดที่เรื่องของการทำศัลยกรรม เป็นเรื่องความพึงพอใจเฉพาะบุคคล ถ้าทำแล้วส่งผลที่ดี ต่อบุคลิกภาพ สร้างความมั่นใจในการดำเนินชีวิต ดิฉันว่าเป็นเรื่องที่ดี ถ้าทำให้ตัวเราดูดีขึ้น และไม่ทำให้ใครเดือดร้อนค่ะ และที่สำคัญอีกอย่างก็คือ หลังจากที่เราตัดสินใจทำศัลยกรรมไปแล้ว ก็ต้องมีการดูแลตัวเองมากขึ้นกว่าเดิม แต่คุณอย่าลืม เมื่อสวยดูดีแล้ว ก็ต้องหันมาดูแลสุขภาพร่างกายให้แข็งแรง ด้วยการออกกำลังกาย และทานอาหารที่มีคุณค่า มีประโยชน์ต่อร่างกาย ก็มีส่วนช่วยอย่างมาก จะได้สวยออกมาทั้งภายใน และภายนอกค่ะ” คลาร่า โซซ่า เจ้าของมงกุฎ Miss Grand International 2018 กล่าวด้วยความสนใจกับความงามที่เติมแต่งให้สมบรูณ์แบบกับศัลยกรรมความงามด้วยใบหน้าที่ยิ้มแย้ม และสดใสอย่างมีความสุข


ການເຮັດສັນຍາກໍາຖືເປັນຈຸດປ່ຽນແປງຂອງຜູ້ຍິງເກືອບທຸກດ້ານເລີຍກໍວ່າໄດ້ ຈຶ່ງເປັນສິ່ງທີ່ປະຕິເສດບໍ່ໄດ້ກັບຜົນທີ່ໄດ້ຮັບຫຼັງຈາກເຮັດສັນຍາກໍາທີ່ອອກມາແລ້ວ ພໍໃຈກັບຮູບຮ່າງ ແລະ ໜ້າຕາທີ່ສວຍງາມ ແລະ ສົມບູນແບບ

“ແມ່ນແລ້ວ ຄລ່າຣາຮູ້ມາວ່າ ທຸກວັນນີ້ມີຜູ້ຍິງຈໍານວນຫຼວງຫຼາຍທີ່ຫຼັງຈາກເຮັດສັນຍາກໍາແລ້ວເຮັດໃຫ້ພວກເຂົາເຫຼົ່ານັ້ນຮູ້ສຶກດີຂຶ້ນ ໝັ້ນໃຈຂຶ້ນ ແລະ ພຶງພໍໃຈກັບຮູບຮ່າງ ຫຼື ໜ້າຕາ ຫຼັງເຮັດສັນຍາກໍາ ເພາະການເຮັດສັນຍາກໍາ ຖືໄດ້ວ່າເປັນອີກໜຶ່ງທາງເລືອກທີ່ຈະເຮັດໃຫ້ມີບຸກຄະລິກກະພາບທີ່ດີຂຶ້ນ ສາມາດນໍາພາໄປສູ່ຄວາມປະສົບຜົນສໍາເລັດໃນຊີວິດຫຼາຍໆດ້ານໄດ້ ຫາກເຮັດາັນຍາກໍາມັນຈະເປັນອີກໜຶ່ງຕົວຊ່ວຍ ຄວນມີການສຶກສາຂໍ້ມູນຕ່າງໆ ກ່ອນຕັດສິນໃຈເຮັດສັນຍາກໍ່ໃນເບື້ອງຕົ້ນ ເພື່ອໃຫ້ເກີດຄວາມຮູ້ ຄວາມເຂົ້າໃຈໃນທິດທາງທີ່ຖືກຕ້ອງ ລວມເຖິງລາຍລະອຽດຂອງໝໍ ແລະ ສະຖານທີ່ໆທ່ານຈະໄປເຮັດສັນຍາກໍາກ່ອນ ເພື່ອຫຼຸດຄວາມຄວາມຜິດພາດທີ່ອາດຈະເກີດຂຶ້ນໄດ້ ລວມທັງການຫາຂໍ້ມູນກ່ອນຕັດສິນໃຈເຮັດສັນຍາກໍາ ແລະ ຄລ່າຣາໃຫ້ຄວາມສໍາຄັນອີກຢ່າງກໍຄື ການເບິ່ງແຍງຜິວພັນບຸກຄະລິກກະພາບການວາງຕົວ ແລະ ການເລືອກເສື້ອຜ້າໃຫ້ເໝາະສົມ ຕ້ອງໃຫ້ຄວາມສໍາຄັນໃນເລື່ອງນີ້ດ້ວຍ ເພາະຈະເຮັດໃຫ້ເຮົາງາມສົມບູນແບບບໍ່ມີບ່ອນຕໍານິ”


การทำศัลยกรรมถือเป็นจุดเปลี่ยนแปลงของผู้หญิงเกือบทุกด้านเลยก็ว่าได้ จึงเป็นสิ่งที่ปฎิเสธไม่ได้กับผลที่ได้รับหลังทำศัลยกรรมที่ออกมาแล้ว พอใจกับรูปร่างและหน้าตาที่สวยงาม และสมบรูณ์แบบ

“ใช่คะ ฉันทราบมาว่า ทุกวันนี้มีผู้หญิง จำนวนมากที่หลังจากการทำศัลยกรรมแล้วทำให้พวกเขารู้สึกดีขึ้น มั่นใจขึ้นและพึงพอใจกับรูปร่าง หรือหน้าตา หลังทำศัลยกรรม เพราะการทำศัลยกรรม ถือได้ว่าเป็นอีกหนึ่งทางเลือก ที่จะทำให้มีบุคลิกภาพที่ดีขึ้น สามารถนำพาไปสู่ความประสบผลสำเร็จในชีวิตหลาย ๆ ด้านได้ หากการทำศัลยกรรมมันจะเป็นอีกหนึ่งตัวช่วย ควรมีการศึกษาข้อมูลต่าง ๆ ก่อนตัดสินใจทำศัลยกรรมในเบื้องต้น เพื่อให้เกิดความรู้ ความเข้าใจในทิศทางที่ถูกต้อง รวมถึงรายละเอียดของหมอ และสถานที่ที่คุณจะไปทำศัลยกรรมก่อน เพื่อลดความผิดพลาด ที่อาจเกิดขึ้นได้ รวมทั้งการหาข้อมูล ก่อนตัดสินใจทำศัลยกรรม และดิฉันให้ความสำคัญอีกอย่าง ก็คือการดูแลผิวพรรณบุคลิกภาพการวางตัว และการเลือกเสื้อผ้าให้เหมาะสม ต้องให้ความสำคัญในเรื่องนี้ด้วยค่ะ เพราะจะทำให้เราสวยสมบรูณ์แบบไม่มีที่ติ”







28 views0 comments
bottom of page