top of page

INTERVIEW : MR.CHAN NGAI LIK

Updated: Jul 30, 2019


CEO / Taizhong Grain and Oil Co., Ltd.

“ຕົວເຮົາຕ້ອງຄິດບວກ ສ້າງພະລັງ ເປັນແຮງຂັບເຄື່ອນກ້າວສູ່ຄວາມສໍາເລັດໄດ້”

ຄວາມຄິດຂອງນັກການຕະຫຼາດ ແລະ ນັກລົງທຶນລະຫວ່າງປະເທດ Mr. CHAN NGAI LIK


“ตัวเราต้องคิดบวก สร้างพลัง เป็นแรงขับเคลื่อนก้าวสู่ความสำเร็จได้..”

ความคิดของนักการตลาด และ นักลงทุนระหว่างประเทส Mr. CHAN NGAI LIK


“ຂໍພຽງເຊື່ອໃນສິ່ງທີ່ເຮັດ ຈະປະສົບຄວາມສໍາເລັດ ຕ້ອງເບິ່ງໄປຂ້າງໜ້າຢ່າງມີຫຼັກການ ແລະ ເປົ້າໝາຍ”


“ขอเพียงเชื่อในสิ่งที่ทำ...จะประสบความสำเร็จ ต้องมองไปข้างหน้าอย่างมีหลักการ และมีเป้าหมาย...”


MR. CHAN NGAI LIK ໜຸ່ມນັກທຸລະກິດລຸ້ນໃໝ່ທີ່ໜ້າຈັບຕາເບິ່ງ ຮ່ວມທຶນເຮັດໂຄງການທຸລະກດິໂຮງແຮມ ແລະ ອະສັງຫາລິມະຊັບໃນປະເທດແຖບອາຊີເຊັ່ນ: ຍີ່ປຸ່ນ, ເກົາຫຼີ, ສິງກະໂປ, ຮ່ອງກົງ ແລະ ໄທ ລວມທັງຍັງເປັນທຸລະກິດນັກຄ້າຄໍາລະຫວ່າງປະເທດ ຮ່ວມກັບ JM ທີ່ຖືກຕ້ອງຕາມກົດໝາຍສາກົນໃນປະເທດຈີນ


MR. CHAN NGAI LIK หนุ่มนักธุรกิจรุ่นใหม่ ที่น่าจับตามอง ร่วมทุนทำโครงการธุรกิจโรงแรม และอสังหาริมทรัพย์ ในประเทศแถบเอเชีย ได้แก่ ญี่ปุ่น , เกาหลี , สิงคโปร์ , ฮ่องกง และไทย รวมทั้งยังเป็นนักธุรกิจค้าทองคำระหว่างประเทศ ร่วมกับ JM ที่ถูกต้องตามกฎหมายสากล ในประเทศจีน


ທ່ານເລີ່ມຄິດທີ່ຈະເປັນນັກທຸລະກິດມາຕັ້ງແຕ່ເມື່ອໃດ? ຂ້າພະເຈົ້າເຕີບໃຫຍ່ທີ່ປະເທດຈີນ ອາໄສຢູ່ທີ່ຮ່ອງກົງມາໄດ້ 45 ກວ່າປີມີອ້າຍເອື້ອຍນ້ອງຮ່ວມຄີງກັນທັງໝົດ 4 ຄົນ ຂ້າພະເຈົ້າເປັນລູກຄົນທີ 3 ຈົບການສຶກສາທີ່ມະຫາວິທະຍາໄລອັນດັບໜຶ່ງຂອງກຸງປັກກິ່ງ ມະຫາວິທະຍາໄລຊິງຫົວ (Qinghua University) ໂດຍພື້ນຖານຄອບຄົວຂອງຂ້າພະເຈົ້າຄ່ອນຂ້າງອົບອຸ່ນ ນິໄສລ່າເລີງ ຊ່ວງທີ່ຂ້າພະເຈົ້າຮຽນມະຫາວິທະຍາໄລ ຂ້າພະເຈົ້າສົນໃຈເລື່ອງທຸລະກິດການຕະຫຼາດ ເຄີຍຄິດຝັນເອົາໄວ້ວ່າຈັກມື້ໜຶ່ງ ຂ້າພະເຈົ້າຈະຕ້ອງເປັນນັກທຸລະກິດທີ່ປະສົບຄວາມສໍາເລັດໃຫ້ໄດ້


คุณเริ่มคิดที่จะเป็นนักธุรกิจมาตั้งแต่เมื่อไหร ? ผมเติบโตที่ประเทศจีน อาศัยอยู่ที่ฮ่องกงมาตั้งแต่แรก กว่า 45 ปี มีพี่น้องทั้งหมด 4 คน เป็นลูกคนที่ 3 จบการศึกษาที่มหาวิทยาลัยอันดับหนึ่งของกรุงปักกิ่ง มหาลัยชิงหัว (Qinghua University) โดยพื้นฐานครอบครัวของผมค่อนข้างอบอุ่น นิสัยร่าเริง ช่วงที่ผมเรียนมหาวิทยาลัย ผมเริ่มสนใจเรื่อง ธุรกิจการตลาด เคยคิดฝันเอาไว้สักวัน..ผมจะต้องเป็นนักธุรกิจที่ประสบความสำเร็จให้ได้


ເປັນຫຍັງທ່ານຈຶ່ງມັກວຽກດ້ານການບໍລິຫານ? ຂ້າພະເຈົ້າມັກງານດ້ານການບໍລິຫານ ມັກວາງແຜນງານລະບົບດ້ານການບໍລິຫານ ແລະ ມີຄວາມມຸ້ງໝັ້ນຢາກເປັນນັກທຸລະກິດ ຢາກເປັນນັກລົງທຶນທີ່ປະສົບຄວາມສໍາເລັດ


ทำไม? ถึงชอบงานด้านการ บริหาร ผมชอบงานด้านการบริหาร ชอบวางแผนงานระบบด้านการบริหาร และมีความมุ่งมั่นอยากเป็นนักธุรกิจ อยากเป็นนักลงทุนที่ประสบความสำเร็จ

ຕອນນີ້ທ່ານ ເສິນ ເຮັດທຸລະກິດດ້ານໃດແດ່? ຂ້າພະເຈົ້າເຮັດທຸລະກິດຢູ່ທີ່ຮ່ອງກົງ ແລະ ສິງກະໂປເປັນຫຼັກ ແລະ ຕອນນີ້ຂ້າພະເຈົ້າເປີດບໍລິສັດ ພາລາກອນລຽວເອັສເທດ ຈໍາກັດ ທີ່ປະເທດໄທ ໃນອານາຄົດຂ້າພະເຈົ້າຢາກຈະຂະຫຍາຍເຄືອຂ່າຍທຸລະກິດອອກໄປເຊັ່ນ: ທີ່ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ຕໍ່ໄປ ສ່ວນໃຫຍ່ຈະເປັນງານດ້ານພັດທະນາໂຄງການຕ່າງໆເຊັ່ນ: ໂຮງແຮມ, ຄອນໂດ ລວມທັງພັດທະນາດ້ານອະສັງຫາລິມະຊັບຄວບຄູ່ກັນໄປ


ตอนนี้คุณเฉิน ทำธุรกิจด้านไหน ? ผมทำธุรกิจอยู่ที่ฮ่องกงและสิงคโปร์เป็นหลัก และตอนนี้ผมเปิดบริษัท พารากอนเรียลเอสเทต จำกัด ที่ประเทศไทย ในอนาคตผมอยากจะขยายเครือข่ายธุรกิจออกไป เช่น ที่ สปป.ลาว ,กัมพูชา และเวียดนามต่อไป ส่วนใหญ่จะเป็นงานด้านพัฒนาโครงการต่างๆ เช่น โรงแรม ,คอนโด รวมทั้งพัฒนาด้านอสังหาริมทรัพย์ควบคู่กันไป

ສິ່ງໃດທີ່ເປັນຈຸດເລີ່ມຕົ້ນຂອງການເຮັດທຸລະກິດດ້ານອະສັງຫາລິມະຊັບ? ຂ້າພະເຈົ້າຄິດວ່າເລີ່ມຈາກແຮງຊຸກຍູ້ ຂ້າພະເຈົ້າຢາກຈະເປັນຄົນທີ່ປະສົບຄວາມສໍາເລັດໃນທຸລະກິດມີເປົ້າໝາຍທີ່ຊັດເຈນ ຂ້າພະເຈົ້າສຶກສາເກັບກ່ຽວປະສົບການໄປເລື້ອຍໆ ຂ້າພະເຈົ້າຄ່ອນຂ້າງເປັນຄົນມັກໂອ້ລົມ ສື່ສານກັບຜູ້ຄົນຢູ່ແລ້ວ ມັກເຈລະຈາການຕິດຕໍ່ຕັ້ງແຕ່ຍັງຮຽນ ຂ້າພະເຈົ້າເຊື່ອວ່າ ການຕິດຕໍ່ສື່ສານເປັນເລື່ອງສໍາຄັນຫຼາຍ ເຮັດໃຫ້ຂ້າພະເຈົ້າມີເຄືອຂ່າຍທີ່ຈະຮ່ວມລົງທຶນເພີ່ມຫຼາຍຂຶ້ນ ເຮັດໃຫ້ທຸລະກິດເຕີບໂຕ ແລະ ຂະຫຍາຍອອກໄປໃນຫຼາຍປະເທດ


อะไร ? คือจุดเริ่มต้นของการทำธุรกิจด้านอสังหาริมทรัพย์ ผมคิดว่าเริ่มจากแรงผลักดัน ผมอยากจะเป็นคนที่ประสบความสำเร็จในธุรกิจ มีเป้าหมายที่ชัดเจน ผมจึงศึกษาเก็บประสบการณ์เรื่อยๆ มา ผมค่อนข้างเป็นคนชอบพูดคุย สื่อสารกับผู้คนอยู่แล้ว ชอบการเจรจาการติดต่อตั้งแต่ยังเรียน ผมเชื่อว่าการติดต่อสื่อสารเป็นเรื่องสำคัญมาก ทำให้ผมมีคอนเน้คชั่น ที่จะร่วมลงทุนเพิ่มมากขึ้น ทำให้ธุรกิจเติบโต และขยายออกไปในหลายประเทศ

ເປັນຫົວໜ້າຄອບຄົວ Family Man ຄອບຄົວຂອງຂ້າພະເຈົ້າມີຄວາມສຸກດີ ພັນລະຍາ ເປັນແຮງຊຸກຍູ້ໃຫ້ປະສົບຄວາມສໍາເລັດ ລາວຊື່ວ່າ Ms. Lee Fai ເຮົາມີລູກ 1 ຄົນຊື່ວ່າ ນ້ອງ ມາຄັສ (Marcus) ຂ້າພະເຈົ້າສອນລູກໃຫ້ເປັນຕົວຂອງຕົວເອງ ແລະ ພ້ອມສະໜັບສະໜູນໃນສິ່ງທີ່ລາວຮັກ ມີສິ່ງໜຶ່ງທີ່ມີນິໄສຄ້າຍໆຄືກັບຂ້າພະເຈົ້າ ກໍຄືມັກການແຂ່ງຂັນ ນ້ອງມາຄັສ ເປັນນັກລ່າລາງວັນ ຈົນຕິດອັນດັບ Top ລົງສະໜາມແຂ່ງຂັນແນວທາງວິຊາການທີ່ຮ່ອງກົງ ຂ້າພະເຈົ້າຜູ້ເປັນພໍ່ກໍຮູ້ສຶກພູມໃຈຫຼາຍ


เป็นหัวหน้าครอบครัว Family Man ครอบครัวของผมมีความสุขดี ภรรยาถือเป็นแรงผลักดันให้ประสบความสำเร็จ เธอชื่อ Ms. Lee Fai เรามีลูกด้วยกัน 1 คน น้องมาคัส (Marcus) ผมสอนลูก ให้เป็นตัวของตัวเอง และพร้อมสนับสนุนในสิ่งที่เค้ารัก มีสิ่งหนึ่งที่มีนิสัยคล้าย ๆ กับผม คือชอบการแข่งขัน น้องมาคัส เป็นนักล่ารางวัล (หัวเราะ) จนติดอันดับท็อปลงสนามแข่งขันเชิงวิชาการ ที่ฮ่องกง ในฐานะพ่อ รู้สึกภูมิใจมาก ๆ


ຮູ້ມາວ່າ ທ່ານກໍາລັງສົນໃຈທຸລະກິດດ້ານສື່ສານມວນຊົນ ແມ່ນແລ້ວ ເພາະວ່າໂລກທຸກວັນນີ້ມີການປ່ຽນແປງໄວຫຼາຍ ໂດຍສະເພາະໂລກຂອງດີຈີຕອນດ້ານການສື່ສານມວນຊົນ ເຊິ່ງຂ້າພະເຈົ້າກໍາລັງສົນໃຈທຸລະກິດດ້ານສື່ທີ່ປະເທດກໍາປູເຈຍ ແລະ ຫວຽດນາມ ຈາກທີ່ໄດ້ຮູ້ຈັກ ວາລະສານວ້າວ ເມກາຊີນ ໂຊໄຊຕີ 2 ພາສາໄທ - ລາວ ຄິດວ່າໜ້າຈະເອົາໄປຕໍ່ຍອດ ໄປປະເທດເພື່ອນບ້ານໄດ້ ຄາດວ່າອາດຈະໄດ້ມີໂອກາດຮ່ວມງານກັບ WOW ໄວໆນີ້


รู้มาว่า..กำลังสนใจธุรกิจสื่อสารมวลชน ใช่ครับ เพราะโลกทุกวันนี้เปลี่ยนแปลงเร็วมาก โดยเฉพาะโลกของดิจิทัลด้านการสื่อสารมวลชน ซึ่งผมกำลังสนใจทำธุรกิจด้านสื่อที่ประเทศกัมพูชา และที่เวียดนาม จากที่ได้รู้จัก WOW Magazine Society 2 ภาษา ไทย-ลาว คิดว่าน่าจะเอาไปต่อยอด ไปประเทศเพื่อนบ้านได้ คาดว่าคงได้มีโอกาสร่วมงานกับ WOW เร็ว ๆ นี้

ຄິດວ່າສິ່ງໃດທີ່ເຮັດໃຫ້ທ່ານ ເສິນ ປະສົບຄວາມສໍາເລັດໃນທຸລະກິດທີ່ເຮັດຢູ່? ຂ້າພະເຈົ້າເຊື່ອວ່າ ຂ້າພະເຈົ້າມີທີມງານທີ່ດີ ແລະ ຄອຍສະໜັບສະໜູນເພື່ອໃຫ້ງານອອກມາເປັນໄປຕາມແຜນການທີ່ກໍາໜົດ


คิดว่า อะไร ? ที่ทำให้คุณเฉิน ประสบความสำเร็จในธุรกิจที่ทำอยู่ ผมเชื่อว่า ผมมีทีมงานที่ดี และคอยสนับสนุนเพื่อให้งานออกมาเป็นไปตามแผนที่กำหนด


ຊ່ວງເວລາວ່າງຈາກການເຮັດວຽກ? ເມື່ອຮອດເວລາວັນພັກ ກໍຈະພາຄອບຄົວໄປທ່ອງທ່ຽວ ຂ້າພະເຈົ້າຮັກການເດີນທາງໄປໃນສະຖານທີ່ຕ່າງໆ ທີ່ຄິດວ່າໜ້າສົນໃຈໄດ້ເປີດໂລກກະທັດ ແລະ ໄດ້ພັກຜ່ອນ


วันที่ว่างจากการทำงาน...เมื่อถึงเวลาวันหยุดพักผ่อน จะพาครอบครัวท่องเที่ยว ผมรักการเดินทางไปในสถานที่ต่าง ๆ ที่คิดว่าน่าสนใจได้เปิดโลกทัศน์ได้พักผ่อน


ເປັນນັກສະສົມທີ່ເຄື່ອງຫາຍາກ ເລີ່ມສະສົມເຄື່ອງທີ່ເຮົາຮູ້ສຶກມັກ ແລະ ຫຼົງຮັກມາຕັ້ງແຕ່ຕອນສະໄໝຮຽນຈົນເຖິງທຸກວັນນີ້ ສ່ວນຫຼາຍເປັນຂອງທີ່ຂ້າພະເຈົ້າສະສົມມາຕັ້ງແຕ່ສະໄໝຮຽນເຊັ່ນ ລົດໃຫຍ່, ໂມງ ລວມທັງງານສີລະປະ ຄິດວ່າຕໍ່ໄປອາດຈະເພີ່ມມູນຄ່າໄດ້


เป็นนักสะสมที่หาตัวจับยาก เริ่มสะสมของที่เรารู้สึกชอบและหลงรักมาตั้งแต่ตอนสมัยเรียนจนถึงทุกวันนี้ ส่วนมากเป็นของที่ผมสะสมมาตั้งแต่สมัยเรียนเช่น รถยนต์ ,นาฬิกา รวมทั้งงานศิลปะ คิดว่าต่อไปคงเพิ่มมูลค่าได้


ໃຫ້ທ່ານ ເສິນ ຝາກຂໍ້ຄິດໃນການດໍາເນີນຊີວິດ “ຂ້າພະເຈົ້າເຫັນວ່າ ທຸກຄວາມສໍາເລັດສາມາດເກີດຂຶ້ນໄດ້ ຈົ່ງເຮັດໃນສິ່ງທີ່ເຮົາຖະນັດ ແລະ ເຮັດໃຫ້ດີທີ່ສຸດ ເຮັດໃຫ້ເຕັມທີ່ ມີຄວາມຈິງໃຈ ແລະ ຄວາມຊື່ສັດ ທ່ານກໍຈະສາມາດເປັນຄົນທີ່ປະສົບຄວາມສໍາເລັດໄດ້”


อยากฝากข้อคิดในการดำเนินชีวิต “ผมมองว่า..ทุกความสำเร็จสามารถเกิดขึ้นได้ จงทำในสิ่งที่เราถนัด และทำให้ดีที่สุด ทำให้เต็มที่ มีความจริงใจ และความซื่อสัตย์ คุณ..ก็จะสามารถเป็นคนที่ประสบความสำเร็จได้...”

ຄວາມຄິດຂອງນັກທຸລະກິດທີ່ຮ່ວມລົງທຶນລະຫວ່າງປະເທດ ຈົນກ້າວສູ່ການເປັນນັກທຸລະກິດລະດັບແຖວໜ້າຂອງອາຊີໃນດ້ານອະສັງຫາລິມະຊັບ ຜູ້ບໍ່ຍອມຢຸດນິ້ງ ພ້ອມກ້າວຕໍ່ໄປໃນການຂະຫຍາຍທຸລະກິດ ກັບເລື່ອງລາວຂອງສຸພາບບູລຸດ Family Man MR. CHAN NGAI LIK (CEO / Taizhong Grain and Oil Co., Ltd.)


ความคิดของนักธุรกิจ ที่ร่วมลงทุนระหว่างประเทศ จนก้าวสู่การเป็นนักธุรกิจระดับแถวหน้าของเอเชียใน

ด้านอสังหาริมทรัพย์ ผู้ไม่ยอมหยุดนิ่ง พร้อมก้าวต่อไป ในการขยายธุรกิจ กับเรื่องราวของสุภาพบุรุษ Family Man MR. CHAN NGAI LIK (CEO / Taizhong Grain and Oil Co., Ltd.)

253 views0 comments
bottom of page