
SKIIN ເສື້ອຊ້ອນໃນເຊັກສຸຂະພາບ
ສາວໆຄົງຈະຄຸ້ນເຄີຍກັບສາຍຣັດຂໍ້ມືວັດອັດຕາການເຕັ້ນຂອງຫົວໃຈ ຫຼື ໂມງ Gadgetກັນດີແມ່ນບໍແຕ່ເປັນແນວໃດຖ້າອຸປະກອນເຊັກສຸຂະພາບເຫຼົ່ນັ້ນກາຍມາເປັນເສື້ອຊ້ອນຊັ້ນໃນທີ່ຈຳເປັນສຳຫຼັບສາວໆຫຼາຍກວ່າໂມງ SKIIN ຄືຊຸດຊ້ອນໃນທີ່ສາມາດຕິດຕາມເບີ່ງແຍງສຸຂະພາບ ແລະ ວິເຄາະຂໍ້ມູນຕ່າງໆໄດ້ໃຜຢາກຕິດຕາມວັດສຸຂະພາບ ແລະ ເບີງແຍງຕົວເອງໃຫ້ດີຂື້ນແຕ່ບັນຫາໂມງ Gadget ຫຼື ສາຍຮັດຂໍ້ມືບໍ່ເຂົ້າກັບຊຸດບອກເລີຍວ່າຄວນມີຊຸດຊ້ອນໃນ SKIIN ໄວ້ຈັກຕົວແລ້ວ
· ເຊື່ອມຕໍ່ກັບຂໍ້ມູນສຸຂະພາບຂອງເຮົາຢູ່ຕະຫຼອດເວລາ
· ສະແດງຜົນຜ່ານແອບພິເຄຊັນ
· ແຊຂໍ້ມູນໃຫ້ກັບຄົນໃກ້ຊິດເພື່ອໃຫ້ຮູ້ສຸຂະພາບຂອງເຮົາ ແລະ ຊ່ວຍເຮົາໄດ້ທັນເມື່ອເກີດຜົນສຸກເສີນ
· ເຮັດໃຫ້ເຮົາເຂົ້າໃຈສຸຂະພາບຕົວເອງໄດ້ຄົບຖ້ວນ
