top of page

The CityCoffee and Restaurant

ດ້ວຍ Concept ການ Design & Decorating ສຸດພິເສດຈາກມືອາຊີບ ຄືກັບເອົາບັນຍາກາດຈາກຫຼາຍໆ ບັນຍາກາດມາລວມກັນໄວ້ແຫ່ງນີ້ແຫ່ງດຽວ ຕ້ອງໄປເບິ່ງດ້ວຍຕາເທົ່ານັ້ນທ່ານເຖິງຈະເຊື່ອວ່າເປັນແນວໃດ ມຸມເກ໋ໆຫຼາຍ Style ບໍ່ຊໍ້າແບບໃຜ ໃຫ້ລູກຄ້າໄດ້ຖ່າຍຮູບ ຫຼື Selfie ໃນໂລກ Social ກັນຢ່າງຄຶກຄັກ ສໍາຫຼັບ WOW Magazine Society ສະບັບນີ້ ເຮົາຂໍອັບເດດຮ້ານ Chic ເກ໋ໆມີມຸມຖ່າຍຮູບ ແຖມຍັງມີເມນູແຊບໆໃຫ້ທ່ານໄດ້ເລືອກຮັບປະທານໄດ້ຢ່າງເຕັມອີ່ມ ຮ້ານທີ່ວ່ານີ້ແມ່ນ The City Coffee and Restaurant...!!!!

























ເມນູອາຫານກໍເດັດເກີນຫ້າມໃຈ ເມນູທໍາອິດທີ່ WOW ຂໍເລືອກແນະນໍາມາກໍຄື: ຜັດໄທກຸ້ງສົດ ທາງຮ້ານຈະນໍາເສັ້ນໄປຜັດກັບຊອດສູດພິເສດ, ແຊບຄົບເຄື່ອງພິເສດຂະໜາດທີ່ວ່າທ່ານອາດຈະບໍ່ຕ້ອງໃສ່ເຄື່ອງປຸງເພີ່ມອີກເລີຍ. ເມນູຈານຕໍ່ໄປກໍຄື: ສະເຕັກດູກຂ້າງໝູບາບີຄິວ ທີ່ມີຄວາມນຸ້ມຂອງຊີ້ນຫຍໍ້າສຸດເພີນເກີນບັນຍາຍ ຄວາມນຸ້ມທີ່ວ່າ

ນີ້ບໍ່ໄດ້ໝາຍຄວາມວ່າ ນຸ້ມຈົນຊີ້ນເປື່ອຍອອກຈາກກະດູກ ແຕ່ນຸ້ມໃນແບບທີ່ເຮົາສາມາດຈີ້ມອອກມາຈາກກະດູກໄດ້ບໍ່ຍາກ ເພາະເຈົ້າຂອງຕົ້ນຕໍາລັບຕ້ອງການໃຫ້ Pork Lovers ໄດ້ລົດຊາດຂອງຊີ້ນກັບກະດູດທີ່ຊຸ່ມໄປດ້ວຍຊອດ ແລະ Calcium ໄດ້ຢ່າງເຕັມທີ່ ຊອດບາບີຄິວສູດເດັດພິເສດນີ້ຈະເຮັດໃຫ້ຊີ້ນໝູລົດຊາດດີຊະນິດແບບບໍ່ເຄີຍຮັບປະທານທີ່ໃດມາກ່ອນ








ສຸດທ້າຍ ພາດບໍ່ໄດ້ກັບເມນູຂອງຫວານ Matcha Green tea Frappe ຊາຂຽວປັ່ນສຸດຮິດດື່ມແລ້ວໄດ້ລົດຊາດຊາຂຽວເຂັ້ມຂຸ້ນ ຫຼື ຈະເປັນ Matcha Red Frappe ລົດຊາດຄ້າຍໆກັນ ແຕ່ສໍາຜັດໄດ້ເຖິງຄວາມມັນຂອງຊາສຸດພິເສດເຖິງສອງເທົ່າ









2 views0 comments
bottom of page