The Italian Alps: Amazing Mountain

ເມືອງລູຕາໂກ້
เมืองลูทาโก้
ຫຼາຍທ່ານອາດຈະມີຄວາມຝັນທີ່ຢາກຈະໄປໃນສະຖານທີ່ໆມີທີວທັດລະຫວ່າງທາງທີ່ມີແບບເຮືອນໜ້າຮັກໆ ເໝືອນກັບເທບນິຍາຍໃນຫຸບຜາທີ່ມີດອກໄມ້ສວຍງາມ ມາເຖິງເມືອງນີ້ແລ້ວເຮົາຈະເຫັນເຮືອນໜ້າຮັກໆ ແບບນັ້ນເຕັມໄປໝົດເຫັນແລ້ວກໍຢາກເຂົ້າໄປນອນພັກຈັກຄືນສອງຄືນແທ້ໆ ແຕ່ຈະໃຫ້ຍ່າງໝົດມື້ໝົດຄືນຄົງຈະບໍ່ໄຫວ ເພາະເກງໃຈຂາ ເຮົາຈຶ່ງກົງໄປຂຶ້ນກະເຊົ້າທີ່ເມືອງລູຕາໂກ້ (Lutago cable car) ໄປເທິງພູເຂົາທີ່ບໍ່ສູງປານໃດ ປະມານ 2,000 ແມັດ ກະເຊົ້ານີ້ຖ້າເຮົາອາຍຸຫຼາຍກວ່າ 65 ຈະໄດ້ຫຼຸດລາຄາພ້ອມ ເພາະຖືວ່າເປັນ Senior ຫຼື ເອີ້ນງ່າຍໆແມ່ນ ຜູ້ສູງອາຍຸນັ້ນເອງ ຂະໜາດກະເຊົ້າບໍ່ໃຫຍ່ປານໃດນັ່ງໄດ້ເຕັມທີ່ປະມານ 6 ຄົນ.
หลายคนคงฝันอยากไปในที่ ๆ มีวิวระหว่างทางแบบที่มีบ้านน่ารัก ๆ ราวเทพนิยาย ในหุบเขาที่มีดอกไม้สวยงาม มาถึงเมืองนี้แล้วเราจะเห็นบ้านน่ารัก ๆ อย่างนั้นเต็มไปหมดเห็นแล้วก็อยากเข้าไปพักสักคืนสองคืนบ้างจริงๆ แต่จะให้เดินทั้งวันคงไม่ไหว เกรงใจขา เราจึงตรงไปขึ้นกระเช้าที่เมืองลูทาโก้ (Lutago cable car) ไปบนเขาที่ไม่สูงนัก ราว 2,000 เมตร กระเช้านี้ถ้าเราอายุมากกว่า 65 จะได้ลดราคาด้วยเพราะถือเป็น Senior หรือเรียกง่าย ๆ ว่าผู้สูงอายุนั่นเอง กระเช้าไม่ใหญ่มากนั่งได้ประมาณ 6 คน

ທາງດ້ານເທິງມີຮ້ານອາຫານສຸດ Cute ເປັນຕານັ່ງ Chill ເພາະບັນຍາກາດດີຫຼາຍ ເໝາະກັບການຈິບກາເຟຕອນເຊົ້າ ທີ່ແຫ່ງນີ້ຖ້າເປັນລະດູຮ້ອນຜູ້ຄົນຈະນິຍົມມາປີນຜາ ສ່ວນລະດູໜາວກໍຈະມາຫຼິ້ນສະກີ ຂາກັບນັກທ່ອງທ່ຽວກໍມັກຈະຍ່າງລົງມາຈາກໜ້າຜາເພື່ອຮັບຊົມທໍາມະຊາດລະຫວ່າງທາງຍ່າງ ແຕ່ພວກເຮົາຂຶ້ນກະເຊົ້າທັງຂາຂຶ້ນຂາລົງ ເບິ່ງລົງມາຈາກກະເຊົ້າເຫັນເຮືອນໜ້າຮັກຢູ່ຫຼາຍໆຫຼັງທ່າມກາງພູຜາ ແລະ ປ່າຫຍ້າຂຽວສົດງົດງາມ
ด้านบนมีร้านอาหารสุด cute น่านั่งชิลล์ บรรยากาศดีมากเหมาะกับการจิบกาแฟยามเช้า ที่นี่ถ้าเป็นฤดูร้อนผู้คนจะนิยมมาไต่เขา ส่วนฤดูหนาวก็จะมาเล่นสกีกัน ขากลับนักท่องเที่ยวมักจะเดินลงมาจากเขาเพื่อชมธรรมชาติระหว่างทางเดินแต่พวกเราขึ้นกระเช้าทั้งขาขึ้นขาลง มองลงมาจากกระเช้าเห็นบ้านน่าอยู่มากๆ อยู่ท่ามกลางขุนเขา และทุ่งหญ้าเขียวขจี

ຂັບລົດໄປຕໍ່ທາງທິດຕາເວັນຕົກສຽງໃຕ້ຜ່ານເມືອງອໍຕິເຊ (Ortesei) ໄປແວ່ທີ່ເມືອງເຊວວ່າຫຸບຜາ ກາດິນ່າ (Selva city, Val Gardina valley) ເປັນເມືອງນ້ອຍໆ ໜ້າຮັກໆ ທີ່ຕົບແຕ່ງໂດຍລົດຖີບພົ່ນສີສັນສວຍງາມທັງເມືອງ ພ້ອມທັງດອກໄມ້ງາມໆ ແລະ ຂອງທີ່ລະນຶກທີ່ເປັນຕາຈັບໝົດທຸກອັນ ແຕ່ຕ້ອງຫ້າມມືຫ້າມໃຈໄວ້ ເພາະດ້ວຍລາຄາທີ່ຄ່ອນຂ້າງແພງ
ขับรถต่อไปยังตะวันตกเฉียงใต้ผ่านเมืองออร์ทิเซ (Ortesei) ไปแวะที่เมืองเซลว่า ในหุบเขา การ์ดินา (Selva city, Val Gardina valley) เป็นเมืองเล็กๆ น่ารักๆ ที่ตกแต่งด้วยจักรยานพ่นสีสวยงามทั้งเมือง อีกทั้งดอกไม้งามๆ และของที่ระลึกที่น่าหยิบจับไปหมด แต่ต้องยั้งมือยั้งใจไว้ด้วยราคาที่ค่อนข้างแพง


ຈາກນັ້ນເຮົາຂັບລົດຈາກ Val Gardena ພາຂຶ້ນຜາຕາມທາງຄົດຄ້ຽວ ຜ່ານພູເຂົາຮູບຮ່າງແປກໆ ແວ່ຖ່າຍຮູບ Panorama ງາມໆໄປຕະຫຼອດທາງເພື່ອເຂົ້າສູ່ ພາສໂຊ່ ເຊວລ່າ (Passosella)ແລະ ພາສໂຊ່ ປໍດອຍ (PassoPordoi)Passoເປັນພາສາອີຕາລີ ມີຄວາມໝາຍກົງກັບພາສາອັງກິດທີ່ວ່າ “Pass” ໃນທີ່ນີ້ໜ້າຈະໝາຍເຖິງຊ່ອງທາງ ຊ່ອງພູພາສໂຊ່ ເຊວລ່າ ເປັນທາງຜ່ານຂອງເທືອກເຂົາທີ່ສູງ 2,244 ແມັດຢູ່ລະຫວ່າງແຄວ້ນ Trentino and South Tyrol ມີກະເຊົ້າພານັກທ່ອງທ່ຽວຂຶ້ນໄປຍ່າງຕາມໜ້າຜາ ໄຕ່ໜ້າຜາ ແລະ ຫຼິ້ນສະກີໃນລະດູໜ່ວ ພວກເຮົາມີເວລາໜ້ອຍກໍເລີຍຕ້ອງຈໍາຍອມຜ່ານໄປຢ່າງໜ້າເສຍດາຍ
จากนั้นเราขับรถจากVal Gardena พาขึ้นเขาตามทางคดเคี้ยว ผ่านภูเขารูปร่างแปลกๆ แวะถ่ายรูปพาโนราม่าสวยๆไปตลอดทางเพื่อสู่ พาโซ่เซลล่า (Passosella) และ พาโซ่ปอร์ดอย(PassoPordoi) Passoเป็นภาษาอิตาลี มีความหมายตรงกับภาษาอังกฤษว่า "Pass" ในที่นี้น่าจะหมายถึงช่องทาง ช่องเขาPassoSellaเป็นทางผ่านของเทือกเขาที่สูงราว 2244 เมตรอยู่ระหว่างแคว้น Trentino and South Tyrolมีกระเช้าพานักท่องเที่ยวขึ้นไปเดินเขาไต่เขาและเล่นสกีในฤดูหนาว พวกเรามีเวลาน้อยเลยต้องจำยอม ผ่านไปอย่างน่าเสียดาย

ເຖິງແນວໃດກໍຄວນເກັບວີວທີວທັດງາມໆ ລະຫວ່າງທາງມາຝາກເພາະ PassoPordoi ກໍເປັນອີກໜຶ່ງທາງຜ່ານຂອງເທືອກເຂົາ Alps ເຊິ່ງຢູ່ລະຫວ່າງ ກຸ່ມພູເຂົາເຊວລ່າທາງຕອນເໜືອ ແລະ ກຸ່ມພູເຂົາມາໂມລາດາທາງຕອນໃຕ້ມີຄວາມສູງ 2,239 ແມັດ ມີຖະໜົນຄົດຄ້ຽວງົດງາມເໝາະແກ່ການຂີ່ລົດຖີບ ຫຼື ລົດຈັກໃນທ່ຽວຊົມ. ມາຮອດຈຸດນີ້ກໍເມື່ອຍເຕັມທີ່ແລ້ວ ດຽວກັບໄປພັກຜ່ອນກ່ອນແລ້ວມື້ອື່ນຈຶ່ງກຽມລຸຍນໍາກັນຕໍ່
ถึงอย่างไรก็เก็บวิวทิวทัศน์งามๆ ระหว่างทางมาฝากกันPassoPordoiเป็นอีกหนึ่งทางผ่านของเทือกเขาแอล์ปซึ่งอยู่ระหว่าง Sella group ทางเหนือและ Marmolada group ทางใต้มีความสูงที่ 2,239 เมตรมีถนนคดเคี้ยวงดงามเหมาะแก่การขี่จักรยานหรือมอเตอร์ไซด์เที่ยวกัน มาถึงตรงนี้ก็เหนื่อยแล้ว เย็นนี้กลับไปพักผ่อนก่อนแล้วค่อยเตรียมลุยพรุ่งนี้กันต่อดีกว่า
เรื่องและภาพ: กิติมา ธรรมรักษ์