TOP 5 WOMAN’S PERFUME

ສາວໆຄົນໃດທີ່ຢາກໃສ່ນໍ້າຫອມເພື່ອເອົາໃຈຄົນອ້ອມຂ້າງ ແຕ່ຈະເລືອກກິ່ນໃດໃຫ້ຖືກກິ່ນ ຖືກໃຈ ແລະ ຖືກຄົນ ນໍ້າຫອມທີ່ເຮັດໃຫ້ຫຼາຍໆຄົນຕິດຕາຕິດໃຈເໝືອນກັບມົນສະກົດ ເອີ້ນໄດ້ວ່າເປັນສະເໜ່ລໍ້ໃຈສະເພາະຕົວເລີຍ ບາງຄັ້ງໜ້າພ້ອມ ຜົມພ້ອມ ກໍຍັງບໍ່ເທົ່າກັບ ຄວາມຫອມຕ້ອງພ້ອມ ຍິ່ງຖ້າສາວໆມີໂອກາດພິເສດທີ່ຢາກໃຫ້ອີກຝ່າຍປະທັບໃຈ ຕ້ອງຫານໍ້າຫອມຜູ້ຍິງທີ່ມີກິ່ນຫອມແບບໜ້າຄົ້ນຫາ

1. Versace Bright Crystal Absolu EDP
ເປັນນໍ້າຫອມອີກໜຶ່ງອັນທີ່ໄດ້ຮັບຄວາມນິຍົມຫຼາຍສໍາຫຼັບແມ່ຍິງ ດ້ວຍກິ່ນຄວາມຫອມຂອງກິ່ນດອກໄມ້ ປະສົມກັນຢ່າງລົງຕົວກັບຄວາມສົດຊື່ນຂອງໝາກກ້ຽງ Yuzu ແລະ Raspberry ໃຫ້ກິ່ນຫອມສົດໃສຈາງໆຂອງໝາກພິລາ ແລະ ກິ່ນຂອງ Musk ບາງໆ

2. Jo Malone Osmanthus Blossom Belle
ດອກໄມ້ສີຂາວອັນໂດດເດັ່ນ ກິ່ນຫອມຫວານຂອງແອັບປຣີຄອັດ layer ດ້ວຍກິ່ນໜັງ ບາງເບົາ ສ້າງຄວາມໜ້າສົນໃຈ ໃຫ້ໜ້າສົນໃຈ ໜ້າຄົ້ນຫາ ຊວນໃຫ້ລອງ

3. Lanvin Eclat D'Arpege EDP
ນໍ້າຫອມຜູ້ຍິງທີ່ເຕີມເຕັມຄວາມອ່ອນຫວານຄືກັບສາວນ້ອຍຂຶ້ນໃໝ່ ດ້ວຍກິ່ນຫອມລະມຸນບາງເບົາຈາກດອກພີໂອນີ ດອກໄລແລັກ ແລະ ດອກໄມ້ນາໆພັນ ປະສານກິ່ນຫອມສະອາດສົດຊື່ນຈາກໃບຊາ ໃຫ້ຄວາມຜ່ອນຄາຍສະບາຍຕົວຕະຫຼອດວັນ

4. Eternity Flame for Women จาก Calvin Klein
ນໍ້າຫອມລຸ້ນໃໝ່ທີ່ສື່ເຖິງການສະແດງຢ່າງເລິກເຊິ່ງ ສັນຍາລັກຂອງຄວາມພັກດີ ແລະ ຄວາມສະເໜ່ຫາອັນແຮງກ້າ Eternity Flame for Women ເປັນການປະສົມກັນຂອງໝາກໄມ້ທີ່ຫອມສົດໃສ ແລະ ດອກ sweet pea ແຫ່ງລະດູໃບໄມ້ປົ່ງອັນອ່ອນໂຍນພ້ອມເຕີມຄວາມມີມິຕິ ໜ້າຄົນຫາຍິ່ງຂຶ້ນດ້ວຍກິ່ນໂທນ oriental ຈາກຢາງໄມ້ຫອມ

5. L’Eau d’Issey Pure Pétale de Nectar EDT
ກິ່ນຫອມຂອງນໍ້າໝາກໂປມ ປະສານກັບກິ່ນຫອມຂອງເກສອນດອກໄມ້ນານາພັນ ທີ່ໃຫ້ຄວາມສົດຊື່ນ ແລະ ລໍ້ໃຈໃຫ້ຄວາມລະມຸນຂອງລະດູໃບໄມ້ປົ່ງ