top of page

TRAVEL IN LAOS : KUANG SI WATERFALL



KUANG SI WATERFALL

Heavenly Waterfall of Luang Prabang


ນໍ້າຕົກຕາດກວາງຊີ ນັບວ່າເປັນສຸດຍອດນໍ້າຕົກຕາດແຫ່ງເມືອງຫຼວງພະບາງໂດຍແທ້ຈິງ ເພາະເປັນອີກຈຸດໝາຍປາຍທາງທ່ອງທ່ຽວຂອງນັກເດີນທາງທີ່ເຕັມໄປດ້ວຍຊັບພະຍາກອນທໍາມະຊາດອັນສວຍສົດງົດງາມເໝືອນຈິນຕະນາການ ແລະ ອຸດົມສົມບູນ ເມືອງຫຼວງພະບາງຍັງເປັນແຂວງທີ່ມີລັກສະນະເປັນເທືອກເຂົາສູງຊັນສະຫຼັບຊັບຊ້ອນ ອີກທັງຜູ້ຄົນຕ່າງກໍມີອັດທະຍາໄສໄມຕີດີຍິ້ມແຍ້ມແຈ່ມໃສ ແລະ ເຕັມປ່ຽມດ້ວຍມົນສະເໜ່ຂອງວັດທະນະທໍາປະເພນີອັນລຽບງ່າຍທີ່ສືບທອດກັນມາດົນນານ

น้ำตกตาดกวางชี นับว่าเป็นสุดยอดน้ำตกแห่งเมืองหลวงพระบางโดยแท้จริง เพราะเป็นอีกจุดหมายปลายทางท่องเที่ยวของนักเดินทาง ที่เต็มไปด้วยทรัพยากรธรรมชาติอันสวยสดงดงามดั่งจินตนาการ และอุดมสมบูรณ์ เมืองหลวงพระบางยังเป็นภูมิแขวงที่มีลักษณะเป็นเทือกเขาสูงชันสลับซับซ้อน อีกทั้งผู้คนต่างก็มีอัธยาศัยไมตรีดียิ้มแย้มแจ่มใส และเต็มเปี่ยมด้วยมนเสน่ห์ของวัฒนธรรมประเพนีอันเรียบง่ายที่สืบทอดกันมาแต่เนิ่นนาน

ນໍ້າຕົກຕາດກວາງຊີ ມີຈໍານວນຊັ້ນທັງໝົດ 4 ຊັ້ນ ມີຄວາມສູງໂດຍລວມປະມານ 75 ແມັດ ເຮົາຈະເຫັນໄດ້ວ່າໃນນໍ້າຕົກມີສີຂຽວມໍລະກົດ ເພາະວ່າເປັນນໍ້າຕົກຫີນປູນ ພາຍໃນນໍ້າຕົກມີການຈັດການທ່ອງທ່ຽວຢ່າງເປັນລະບຽບຮຽບຮ້ອຍ ເຮັດໃຫ້ນັກທ່ອງທ່ຽວທີ່ເດີນທາງໄປເຖິງແລ້ວສາມາດທ່ຽວໄດ້ຢ່າງສະດວກສະບາຍ ທັດສະນີຍະພາບຂອງຜືນປ່າມີຄວາມຮົ່ມຊື່ນຮົ່ມເຢັນ ເຈົ້າໜ້າທີ່ມີການເຮັດຂົວ ແລະ ເສັ້ນທາງຍ່າງຊົມຮອບໆນໍ້າຕົກ ແລະ ສາມາດລຽບຕາມຂ້າງໆນໍ້າຕົກໄປຊົມນໍ້າຕົກທາງດ້ານເທິງ ເຮັດໃຫ້ນັກທ່ອງທ່ຽວສາມາດຫຼິ້ນນໍ້າບໍລິເວນລໍາທານໄດ້ ເຊິ່ງໄລຍະທາງຈາກຕົວເມືອງຫຼວງພະບາງເຖິງນໍ້າຕົກຕາດກວາງຊີປະມານ 32 ກິໂລແມັດ ໃຊ້ເວລາເກືອບ 1 ຊົ່ວໂມງ ເນື່ອງຈາກຖະໜົນບໍ່ຄ່ອຍດີປານໃດ ສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດບໍລິເວນທາງເຂົ້ານໍ້າຕົກຈະມີສູນອານຸລັກໝີ ເຊິ່ງເປັນແຫຼ່ງລວບລວມໝີຈາກການຊ່ວຍເຫຼືອຈາກການຄ້າສັດປ່າໃນສະຖານທີ່ຕ່າງໆໃນປະເທດລາວ ນອກຈາກຈະຊື່ນຊົມຄວາມງາມຂອງນໍ້າຕົກແລ້ວ ທ່ານທີ່ເດີນທາງໄປທ່ອງທ່ຽວຍັງສາມາດຫາຊື້ຂອງທີ່ລະນຶກບໍລິເວນທາງເຂົ້ານໍ້າຕົກໄດ້ ເຊິ່ງເປັນສິນຄ້າພື້ນເມືອງ Handmade ທີ່ເຮັດມາຈາກໄມ້ໄຜ່ແປຮູບເປັນຂອງອຸປະໂພກຫຼາກຫຼາຍຊະນິດອີກດ້ວຍ

น้ำตกตาดกวางชี มีจำนวนชั้นทั้งหมด 4 ชั้น มีความสูงโดยรวมประมาณ 75 เมตร เราจะเห็นได้ว่าในน้ำตกมีสีเขียวมรกต เพราะว่าเป็นน้ำตกหินปูน ภายในน้ำตกมีการจัดการท่องเที่ยวอย่างเป็นระเบียบเรียบร้อย ทำให้นักท่องเที่ยวที่เดินทางไปถึงแล้ว สามารถเที่ยวได้อย่างสะดวกสบาย ทัศนียภาพของผืนป่ามีความร่มรื่นร่มเย็น เจ้าหน้าที่มีการทำสะพาน และเส้นทางเดินชมรอบๆน้ำตก และสามารถเลาะข้างน้ำตกไปชมน้ำตกชั้นบนทำให้นักท่องเที่ยวสามารถเล่นน้ำบริเวณลำธารได้ ชึ่งระยะทางจากตัวเมืองหลวงพระบางถึงน้ำตกตาดกวางชีประมาณ 32 กิโลเมตร ใช้เวลาเกือบ 1 ชั่วโมง เนื่องจากถนนไม่ค่อยดีนัก สิ่งที่หน้าตื่นเต้นที่สุดบริเวณทางเข้าน้ำตกจะมีศูนย์อนุรักษ์หมี ซึ่งเป็นแหล่งรวบรวมหมีจากการช่วยเหลือจากการค้าสัตว์ป่าในสถานที่ต่าง ๆ ในประเทศลาว นอกจากจะชื่นชมความงามของน้ำตกแล้ว ท่านที่เดินทางไปเที่ยวยังสามารถหาซื้อของที่ระลึกบริเวณทางเข้าน้ำตกได้ ซึ่งเป็นสินค้าพื้นเมือง Handmade ที่ทำมาจากไม้ไผ่แปรรูปเป็นของอุปโภคมากมายหลากหลายชนิดอีกด้วย


ສໍາຫຼັບນໍ້າຕົກຕາດກວາງຊີນັ້ນ ມີນໍ້າຕະຫຼອດທັງປີ ແຕ່ໃນຊ່ວງລະດູຮ້ອນນໍ້າຈະໜ້ອຍ WOW ຂໍແນະນໍາໃຫ້ມາທ່ຽວຊ່ວງເດືອນພຶດສະພາ - ກໍລະກົດ ຈະໄດ້ພາບທີ່ງາມທີ່ສຸດ ສະຖານທີ່ດັ່ງກ່າວເປີດໃຫ້ເຂົ້າຊົມໄດ້ຕັ້ງແຕ່ເວລາ 6:00 – 17:00 ໂມງ, ປີ້ເຂົ້າຊົມແມ່ນລາຄາ 20,000 ກີບ

สำหรับน้ำตกตาดกวางชีนั้น มีน้ำตลอดทั้งปี แต่ในช่วงฤดูร้อนน้ำจะน้อย WOW ขอแนะนำให้มาเที่ยวช่วงเดือนพฤษภาคม – กรกฎาคมจะได้ภาพที่สวยที่สุด เปิดให้เข้าชมได้ตั้งแต่เวลา 6.00-17.00 น. ตั๋วเข้าชมราคา 20,000 กีบ หรือประมาณ 80 บาทครับ




15 views0 comments
bottom of page