VIP INTERVIEW : DR PENLADA KRUTKOSA

ເຮົາຄົງປະຕິເສດບໍ່ໄດ້ວ່າ ໃນໂລກປັດຈຸບັນນີ້ ຄວາມງາມເປັນສິ່ງທີ່ເນລະມິດໄດ້ ບໍ່ວ່າທ່ານຢາກຈະໄດ້ໂຄງດັງແບບໃດ ຫຼຶ ຈະຊວນກັນໄປປັບຮູບໜ້າ ປັບຜີວປ້າມາເປັນຜີວສາວ ທັງຂາວ ທັງໃສກ້ຽງເປັນປະກາຍ ສະຫຼາຍໄຂມັນ ປັ້ນເອິກໃຫ້ຕູ້ມ ໃຫ້ Doom Doomກັນໄປເລີຍ. ທ່ານຈະຮູ້ຫຼືບໍ່ວ່າ ທ່ານໝໍຜູ້ຢູ່ເບື້ອງຫຼັງຄວາມງາມ ຄວາມຫຼໍ່ເຫຼົ່ານີ້ ກໍມີຊີວິດທີ່ໜ້າສົນໃຈຫຼາຍເຊັ່ນກັນ WOW Magazine Society ຂໍນໍາພາທຸກທ່ານມາຮູ້ຈັກກັບທ່ານໝໍຄົນງາມຄົນນີ້ ໝໍແຫວວ ເພັນລະດາ ຄຣຸດໂກສາ ແຫ່ງຄລີນິກເອເມ່ (Aime) ສູນດູແລຄວາມງາມຄົບວົງຈອນ ມາເບິ່ງກັນວ່າທ່ານໝໍຮູບຮ່າງນ້ອຍໆທ່ານນີ້ ຈະມີຊີວິດທີ່ຫວານມັນ ແລະ ມີສີສັນຫຼາກຫຼາຍປານໃດ
เราคงปฏิเสธไม่ได้ว่า ในโลกปัจจุบันนี้ ความสวยเป็นสิ่งที่เนรมิตได้ ไม่ว่าคุณจะอยากได้จมูกแบบไหน หรือจะชวนกันไปปรับรูปหน้า ปรับผิวป้ามาเป็นผิวสาว ทั้งขาว ทั้งใสวิ้งเป็นประกาย สลายไขมัน ปั้นอกให้ตู้ม ให้ดูม ๆ กันไป แต่…คุณจะรู้หรือไม่ว่า คุณหมอผู้อยู่เบื้องหลังความสวย ความหล่อเหล่านี้ ก็มีชีวิตที่น่าสนใจอยู่ไม่น้อย Wow Magazine Society ขอนำทุกท่าน มารู้จักกับคุณหมอสาวสวยสุดฮิปคุณหมอแหวว แพทย์หญิงเพ็ญลดา ครุธโกษา แห่งคลีนิกเอเม่ ( Aime ) ศูนย์ดูแลความงามครบวงจร มาดูว่าผู้หญิงตัวเล็ก ๆ คนนี้ จะมีชีวิตที่หวาน มันส์และหลากสีสันขนาดไหน

Q : ทราบว่าตอนนี้คลีนิก Aime กำลังเปิดสาขาใหม่
A : ใช่ค่ะ คือแต่ก่อนเรามี 6 สาขา คือสาขาอุดรธานี จันทบุรี เพชรบุรี ราชพฤกษ์ ลาดพร้าว และห้วยขวาง แต่ด้วยความที่สาขาห้วยขวางกับลาดพร้าวนั้นใกล้กัน และพอดีเราได้ที่ใหม่คือรัชดา หมอก็เลยเอาสาขาลาดพร้าวกับห้วยขวางมารวมกัน แล้วย้ายไปอยู่ตรงปากซอยรัชดา 13ซึ่งตรงนั้นนับเป็น Location ที่ดี ก็เลยกลายเป็นสาขาใหม่ แต่ว่านับเป็นสาขาที่ 5 เพราะเป็นการเอาสองสาขามารวมกันนั่นเองสำหรับสาขาใหม่นี้ก็เปิดมาสองเดือนแล้วอยู่ปากซอยรัชดา13 ถ้าขึ้นMRT ลงประตู4 เดินเข้าซอยไปอีก100 เมตรเท่านั้นค่ะ
Q : ຮູ້ວ່າຕອນນີ້ຄລີນິກ Aimeກໍາລັງເປີດສາຂາໃໝ່
ແມ່ນແລ້ວ ແຕ່ກ່ອນເຮົາມີ 6 ສາຂາ ກໍຄື: ສາຂາອຸດອນທານີ, ຈັນທະບູລີ, ເພັດບູລີ, ລາດຊະພຶກ, ລາດພ້າວ ແລະ ຫ້ວຍຂວາງ ແຕ່ດ້ວຍຄວາມທີ່ສາຂາຫ້ວຍຂວາງກັບລາດພ້າວນັ້ນໃກ້ກັນ ແລະ ພໍດີທີ່ເຮົາໄດ້ທີ່ໃໝ່ນັ້ນກໍຄື ຣັດຊະດາ ໝໍກໍເລີຍເອົາສາຂາລາດພ້າວກັບຫ້ວຍຂວາງມາລວມກັນ ແລ້ວຍ້າຍໄປຢູ່ໜ້າຮ່ອມຣັດຊະດາ 13 ເຊິ່ງຈຸດນັ້ນເປັນ Location ທີ່ດີ ກໍເລີຍກາຍເປັນສາຂາໃໝ່ ແຕ່ວ່ານັບເປັນສາຂາທີ 5 ເພາະເປັນການເອົາສອງສາຂາມາລວມກັນນັ້ນເອງ ສໍາລັບສາຂາໃໝ່ນີ້ກໍເປີດມາສອງເດືອນແລ້ວຢູ່ໜ້າຮ່ອມຣັດຊະດາ 13 ຖ້າຂຶ້ນ MRT ລົງປະຕູ 4 ຍາງເຂົ້າໄປໃນຮ່ອມອີກປະມານ 100 ແມັດເທົ່ານັ້ນ
Q : อะไรเป็นสิ่งที่ Aimeประสบความสำเร็จ คุณหมอมีวิธีบริหารให้ลูกค้ากลับมาอีกได้อย่างไร
A : เรามีการบริการที่ดี มีการดูแลลูกค้าทั้งก่อนและหลัง เรามีราคาที่เป็นมาตรฐานไม่สูงเกินไป คนเอื้อมถึงได้และมีการบริการที่ครบวงจร ทั้งให้คำปรึกษาทั้งทีมแพทย์ที่เชี่ยวชาญใช้ผลิตภัณฑ์ที่มีคุณภาพ แต่ก่อนเรามี Botox ร้อยไหม ปรับรูปหน้า ตอนหลังมีการใส่ศัลยกรรมขนาดเล็กเช่นบนใบหน้า ทำจมูก เติมปาก เสริมคาง และก็มีเพิ่มเป็นศัลยกรรมที่ใหญ่ขึ้นมาอีกหน่อยคือทำหน้าอก ตัดหน้าอก ดูดไขมัน มีการให้คำปรึกษาที่ตรงไปตรงมา ลูกค้าก็มักจะกลับมาและบอกต่อ ๆ กัน
Q : ສິ່ງໃດເປັນສິ່ງທີ່ Aimeປະສົບຄວາມສໍາເລັດ ທ່ານໝໍມີວິທີບໍລິຫານໃຫ້ລູກຄ້າກັບມາອີກຄັ້ງໄດ້ແນວໃດ?
A : ເຮົາມີການບໍລິການທີ່ດີ ມີການເບິ່ງແຍງລູກຄ້າທັງກ່ອນ ແລະ ຫຼັງ ເຮົາມີລາຄາທີ່ເປັນມາດຕະຖານບໍ່ສູງເກີນໄປ ຄົນສາມາດເອື້ອມເຖິງໄດ້ ແລະ ມີການບໍລິຫານທີ່ຄົບວົງຈອນທັງໃຫ້ຄໍາປຶກສາ ທັງທີມໝໍທີ່ຊ່ຽວຊານ ໃຊ້ຜະລິດຕະພັນທີ່ມີຄຸນະພາບ ແຕ່ກ່ອນເຮົາມີ Botox ຮ້ອຍໄໝ ປັບຮູບໜ້າ ຕອນຫຼັງມີການໃສ່ສັນຍະກໍາຂະໜາດນ້ອຍເຊັ່ນ: ເທິງໃບໜ້າກໍມີສັນຍະກໍາດັງ, ເຕີມປາກ, ເສີມຄາງ ແລະ ກໍມີເພີ່ມເປັນສັນຍະກໍາທີ່ໃຫຍ່ຂຶ້ນມາອີກກໍຄື: ເຮັດໜ້າເອິກ, ຕັດໜ້າເອິກ, ດູດໄຂມັນ, ມີການໃຫ້ຄໍາປຶກສາທີ່ກົງໄປກົງມາ ລູກຄ້າກໍມັກຈະກັບມາ ແລະ ບອກຕໍ່ໆກັນ
Q : ทราบมาว่าคลีนิกของคุณหมอจะดังมากเรื่องทำจมูก
A :ใช่ค่ะ คือถ้าเป็นศัลยกรรมขนาดเล็ก หมอจะทำเอง คนจะรู้จักเยอะมากจากการทำจมูกเพราะจมูกเป็นสิ่งที่คนทำเยอะที่สุด เนื่องจากมันเป็นสิ่งที่ทำแล้วเห็นชัดเจน คนไทยส่วนใหญ่มีตาสองชั้นอยู่แล้ว ทำจมูกก็ฉีดยาชาแป๊บเดียว
Q : ຮູ້ມາວ່າຄລີນິກຂອງທ່ານໝໍຈະນິຍົມຫຼາຍໃນເລື່ອງການສັນຍະກໍາດັງ
A : ແມ່ນແລ້ວ ຖ້າເປັນສັນຍະກໍາຂະໜາດນ້ອຍ ໝໍກໍຈະເປັນຄົນເຮັດເອງ ສ່ວນໃຫຍ່ຄົນຈະຮູ້ຈັກຫຼາຍຈາກການເຮັດດັງ ເພາະວ່າດັງເປັນສິ່ງທີ່ຄົນເຮັດຫຼາຍທີ່ສຸດ ເນື່ອງຈາກມັນເປັນສິ່ງທີ່ເຮັດແລ້ວເຫັນໄດ້ຊັດເຈນ ຄົນໄທສ່ວນໃຫຍ່ມີີຕາສອງຊັ້ນຢູ່ແລ້ວ ເຮັດດັງກໍສີດຢາມຶນບຶດດຽວ
Q : หลักการทำงานหรือคติที่คุณหมอยึดถือมาตลอดคืออะไร
A : ไม่มีอะไรมาก ก็แค่ทำวันนี้ให้ดีที่สุดเท่านั้นค่ะ ทำให้เหมือนกับว่ามันเป็นวันสุดท้ายของชีวิต เราต้องเต็มที่กับทุกสิ่งค่ะ
Q : ຫຼັກການເຮັດວຽກ ຫຼື ຄະຕິທີ່ທ່ານໝໍຍຶດຖືມາຕະຫຼອດແມ່ນຫຍັງ
A : ທ່ານໝໍກໍບໍ່ມີຫຍັງຫຼາຍ ມີແຕ່ເຮັດມື້ນີ້ໃຫ້ດີທີ່ສຸດເທົ່ານັ້ນ ເຮັດໃຫ້ເໝືອນກັບວ່າເປັນມື້ສຸດທ້າຍຂອງຊີວິດ ເຮົາຕ້ອງເຕັມທີ່ກັບທຸກສິ່ງທີ່ເຂົ້າມາ
Q : ทราบมาว่ายามว่างคุณหมอชอบขี่บิ๊กไบค์และยังเป็นคุณหมอที่ชอบกีฬา Extreme ด้วย มันจะContrast กับอาชีพคุณหมอที่ทำเรื่องความสวยความงามไปไหม
A : คือหมอชอบเล่นกีฬา ชอบขี่ม้า เดินป่า ปั่นจักรยานเสือภูเขา จริง ๆ สิ่งเหล่านี้ ผู้หญิงต่างชาติเล่นกันเป็นเรื่องปกตินะ แต่คนไทยอาจจะดูว่า โห แดดแรง หนักหนาสาหัสแต่ก่อนหมอจะขี่บิ๊กไบค์ด้วย คือถ้าย้อนไปเมื่อ 10 ปีที่แล้วก่อนเฟสบุ้คจะฮิต ตอนนั้นหมอจะเขียนในบล๊อก(Blogger) คนก็รู้จักมากขึ้น เหมือนแบบ อุ้ย! เป็นหมอผู้หญิงที่ขี่บิ๊กไบค์ แต่ตอนนี้ขี่น้อยลงเพราะทำงานมากขึ้น ตอนนั้นบางทีเราขี่ไปคนเดียวด้วยก็จะเอามาเขียน
Q : ຮູ້ມາຕື່ມອີກວ່າເວລາຍາມວ່າງທ່ານໝໍມັກຂີ່ Big Bike ແລະ ຍັງເປັນທ່ານໝໍທີ່ມັກຫຼິ້ນກີລາ Extreme ອີກດ້ວຍ ມັນຈະ Contrast ກັບອາຊີບທ່ານໝໍທີ່ເຮັດກ່ຽວກັບຄວາມສວຍຄວາມງາມບໍ່
A : ທ່ານໝໍມັກຫຼິ້ນກີລາ ມັກຂີ່ມ້າ, ທ່ຽວປ່າ ຂີ່ລົດຖີບ. ຄວາມເປັນຈິງແລ້ວ ກິດຈະກໍາເຫຼົ່ານີ້ ຜູ້ຍິງຕ່າງປະເທດຈະຫຼິ້ນເປັນເລື່ອງປົກກະຕິ ແຕ່ສໍາລັບຄົນໄທອາດຈະເບິ່ງແລ້ວວ່າ ໂອ້! ແດດແຮງ ໜັກໜາສາຫັດ. ແຕ່ກ່ອນໝໍຈະຂີ່ Big Bike ນໍາກໍຄື ຖ້າຍ້ອນໄປເມື່ອ 10 ປີກ່ອນ Facebook ຈະເປັນທີ່ນິຍົມ ຕອນນັ້ນໝໍກໍຈະຂຽນໃນ Blogger ຄົນກໍຮູ້ຈັກເຮົາຫຼາຍຂຶ້ນ ແບບວ່າ ເປັນໝໍຜູ້ຍິງທີ່ຂີ່ Big Bike ແຕ່ຕອນນີ້ບໍ່ຄ່ອຍຈະໄດ້ຂີ່ແລ້ວ ເພາະໝໍເຮັດວຽກຫຼາຍຂຶ້ນ
Q : ไปคนเดียว ?ขี่บิ๊กไบค์ไปซิ่งคนเดียว ?
A : ใช่ ๆ คือตอนแรกไปกันเป็นกรุ๊ป แต่ผู้ชายเนี่ยเวลาไปขี่มอเตอร์ไซค์กับเขา ตกเย็นเขาก็จะมีปาร์ตี้ เฮฮากันมากพอเช้าจะตื่นสาย ไอ้ที่คิดว่าจะไป พอตื่นสายก็จะ skip ไม่ไปละ ตรงนี้ ข้ามไปเลย แต่ถ้าหมอแพลนไปแล้ว และมันไม่เป็นไปตามแผน นึกออกมะ ? เราก็จะ ฮึ้ม! ไม่ได้นะ ก็เลยเป็นที่มาว่าทำไมเราชอบเดินทางคนเดียวแต่แน่นอนว่าเราก็ต้องเช็คสภาพรถ ต้องแจ้งเพื่อนว่าอยู่ที่ไหนต้องดูแลตัวเองพอสมควร
Q : ໄປຄົນດຽວ? ຂີ່ Big Bike ໄປຊິ້ງຄົນດຽວ
A : ແມ່ນແລ້ວ ຕອນທໍາອິດກໍໄປນໍາກັນເປັນກຸ່ມ ແຕ່ຜູ້ຊາຍນີ້ ເວລາໄປຂີ່ລົດກັບພວກເຂົາແລ້ວ ແລງໆພວກເຂົາເຈົ້າມັກຈະມີປາຕີ້ ເຮຮາກັນ ເມື່ອເຊົ້າມາກໍຈະຕື່ນສວາຍ ສິ່ງທີ່ຄິດໄວ້ວ່າຈະໄປ ເມື່ອຕື່ນບໍ່ທັນກໍຈະSkip ບໍ່ໄປແລ້ວ ຈຸດນີ້ຂ້າມໄປເລີຍ ແຕ່ຖ້າໝໍວາງແຜນໄປແລ້ວ ແລະ ມັນພັດບໍ່ເປັນໄປຕາມແຜນ ຄິດອອກບໍ່? ເຮົາກໍຈະຄິດວ່າ ບໍ່ໄດ້ແລ້ວແບບນີ້ ກໍເລີຍເປັນທີ່ມາວ່າເປັນຫຍັງໝໍຈຶ່ງມັກເດີນທາງຄົນດຽວ ແຕ່ແນ່ນອນວ່າເຮົາກໍຕ້ອງກວດສອບສະພາບລົດ ຕ້ອງແຈ້ງໝູ່ວ່າຕົນເອງຢູ່ໃສ ຕ້ອງດູແລຕົນເອງພໍສົມຄວນ
Q : ถือว่าเป็นคุณหมอที่รักความสวยความงามแต่ว่าต้องท้าแดดท้าลมค่อนข้างมาก
A : นั่นเป็นส่วนหนึ่งที่ทำให้หมอหันมาทำงานด้านนี้ แต่ก่อนมีดำน้ำด้วย และผิวก็แพ้ง่ายมาก บางทีก็ผิวไหม้บางทีก็แพ้ดอกไม้ทะเล เราก็ต้องมาดูว่ามีอะไรทำให้เราแพ้น้อยลงไหม มีอะไรที่จะทำให้เราขาวเร็วขึ้นไหม หมอก็มาศึกษาจริงจัง เก็บประสบการณ์การทำงานกับคลีนิกต่าง ๆ นาน 5 -6 ปี
Q : ຖືວ່າເປັນທ່ານໝໍທີ່ຮັກຄວາມສວຍຄວາມງາມແຕ່ວ່າຕ້ອງທ້າແດດທ້າລົມຄ່ອນຂ້າງສູງ
A : ນີ້ແລະຈຶ່ງເປັນສ່ວນໜຶ່ງທີ່ເຮັດໃຫ້ໝໍຫັນມາເຮັດດ້ານນີ້ ແຕ່ກ່ອນກໍມີດໍານໍ້າອີກດ້ວຍ ແລະ ຜີວກໍແພ້ງ່າຍຫຼາຍ ບາງເທື່ອກໍຜີວໄໝ້ ບາງເທື່ອກໍແພ້ດອກໄມ້ທະເລ ເຮົາກໍຕ້ອງມາເບິ່ງວ່າມີຫຍັງທີ່ເຮັດໃຫ້ເຮົາແພ້ໜ້ອຍລົງ ມີສິ່ງໃດທີ່ເຮັດໃຫ້ເຮົາຂາວຂຶ້ນໄວ ໝໍກໍຈຶ່ງໄດ້ມາສຶກສາຢ່າງຈິງຈັງ ເກັບປະສົບການໆເຮັດວຽກກັບຄລີນິກຕ່າງໆດົນເຖິງ 5 – 6 ປີ
Q : วิธีดูแลผิวของคุณหมอให้ดูสุขภาพดีและดูดีตลอดเวลา
A : หมอเป็นคนผิวค่อนข้างคล้ำ เราต้องยอมรับว่าผิวสีของแต่ละคนจะเปลี่ยนแปลงไม่ได้ เราไม่อยากให้ผิวเรากระดำกระด่าง แต่อยากให้สีผิวสม่ำเสมอเรียบเนียน 1. ออกแดดต้องใส่เสื้อผ้าให้มิดชิด ทาSun block ต้องหาผลิตภัณฑ์ที่ให้เหมาะกับผิวของเรา บางทีเราแพ้ แต่คนอื่นไม่แพ้ ถามว่าเลือกยังไง หมอบอกได้เลยว่าต้องลองเองลองผิดลองถูกนี่แหละ แล้วเราจะรู้เองว่าครีมอันไหนที่เหมาะกับเรา 2. เตรียมตัวให้พร้อม เช่นหมอแพ้ง่าย เวลาไปไหน ก็จะมีการเตรียมยาทาแก้คัน ยาแก้แพ้ มีพกติดตัวไว้ตลอดทริป จริง ๆ ครีมแก้แพ้ ก็คือสเตียรอยด์ เราต้องใช้ให้เป็น ใช้ให้ถูกต้อง อย่าไปกลัว บางคนไปได้ยินมาว่า“ อย่าใช้นะ ใช้แล้วผิวจะติดสเตียรอยด์ ”คือถ้าคุณผิวปกติแล้วไปใช้สเตียรอยด์มันจะเป็นการกดภูมิคุ้มกันโดยไม่จำเป็น แต่ถ้าคุณมีอาการแพ้ การใช้สเตียรอยด์ มันจะไปกดบริเวณที่มีปฏิกริยาเยอะเกินไป ทำให้ไม่มีอาการคัน ไม่มีผื่นเกิดขึ้น ถ้าใช้เป็นมันจะช่วยลดปัญหาในขณะนั้น ซึ่งก็จะช่วยได้ อย่ากลัวจนเกินไป
Q : ວິທີໃນການເບິ່ງແຍງຜີວຂອງທ່ານໝໍໃຫ້ສຸຂະພາບດີ ແລະ ດູດີຕະຫຼອດເວລາ
A : ທ່ານໝໍເອງເປັນຄົນທີ່ຜີວຄ່ອນຂ້າງຄໍ້າ ເຮົາຕ້ອງຍອມຮັບວ່າຜີວສີຂອງແຕ່ລະຄົນຈະປ່ຽນແປງບໍ່ໄດ້ ທ່ານບໍ່ຢາກໃຫ້ຜີວຂອງທ່ານເປັນດໍາເປັນດ່າງ ແຕ່ຖ້າຢາກໃຫ້ສີຜີວສະໝ່ໍາສະເໝີລຽບນຽນ 1. ອອກແດດຕ້ອງນຸ່ງເຄື່ອງປົກປິດໃຫ້ສະໜິດ ທາຄຣີມກັນແດດ ແຕ່ຕ້ອງຫາຜະລິດຕະພັນທີ່ໃຫ້ເໝາະກັບຜີວຂອງເຮົາ ບາງທີເຮົາບໍ່ຖືກ ແຕ່ຄົນອື່ນຖືກ ຖ້າຖາມວ່າຕ້ອງເລືອກແນວໃດ ໝໍບອກໄວ້ເລີຍວ່າຕ້ອງລອງເອງລອງຜິດລອງຖືກນິແລະ ແລ້ວເຮົາກໍຈະຮູ້ເອງວ່າຄຣີມອັນໃດທີ່ເໝາະກັບເຮົາ 2. ກຽມຕົວໃຫ້ພ້ອມເຊັ່ນ ໝໍຈະເປັນຄົນທີ່ແພ້ງ່າຍ ເວລາໄປໃສກໍຈະມີການກຽມຢາທາແກ້ຄັນ ຢາແກ້ແພ້ຕ້ອງມີພົກພາຕິດໂຕໄວ້ຕະຫຼອດການເດີນທາງແທ້ໆ ຄຣີມແກ້ແພ້ແມ່ນ ສະເຕຍລອຍ ເຮົາຕ້ອງໃຊ້ໃຫ້ເປັນ ໃຊ້ໃຫ້ຖືກຕ້ອງຢ່າໄປຢ້ານ ບາງຄົນໄປໄດ້ຍິນມາວ່າ “ຢ່າໃຊ້ເດີ້ ໃຊ້ແລ້ວຜີວຈະຕິດສະເຕຍລອຍ” ກໍຄືຖ້າທ່ານຜີວປົກກະຕິແລ້ວໄປໃຊ້ສະເຕຍລອຍ ມັນກໍຈະເປັນການຄວບຄຸມພູມຄຸ້ມກັນໂດຍບໍ່ຈໍາເປັນ ແຕ່ຖ້າທ່ານມີອາການແພ້ ການໃຊ້ສະເຕຍລອຍມັນຈະໄປຄວບຄຸມບໍລິເວນທີ່ມີປະຕິກິລິຍາຫຼາຍເກີນໄປ ຈຶ່ງເຮັດໃຫ້ບໍ່ມີອາການຄັນ ບໍ່ເປັນຜື່ນເກີດຂຶ້ນ ຖ້າຫາກໃຊ້ເປັນມັນກໍຈະຊ່ວຍຫຼຸດປັນຫາໃນຂະນະນັ້ນ ເຊິ່ງກໍຈະຊ່ວຍໄດ້ ຢ່າຢ້ານຈົນເກີນໄປ
Q : ฝีมือหมอไทยจะสู้หมอเกาหลีได้ไหม
A : แต่ละประเทศมีความชำนาญแตกต่างกัน โครงหน้าไทยกับเกาหลีก็ต่างกันชัดเจนมาก ถ้าเดินมาสองคน คน คนไหนเกาหลี คนไหนไทย เราจะแยกออก ไม่ว่าเราอยากจะปรับรูปหน้าหรือทำศัลยกรรมก็ขึ้นอยู่กับสไตล์ที่เราชอบ ว่าเราชอบลักษณะไหน แต่ท้ายที่สุดแล้ว มันจะเหมาะกับรูปหน้าเราหรือเปล่า ด้วยธรรมชาติ โครงหน้าคนไทยจะมีมิติมากกว่า เช่นมีโหนกหน้าผากสูงกว่า มีเบ้าตาลึกกว่า มีโหนกแก้มสูงกว่า ลักษณะของจมูกมันก็ควรจะโด่งกว่าเกาหลี ส่วนเรื่องนวัตกรรม เราต้องยอมรับว่าเรื่องของความงามที่นั่นบูมมาก เขาจะเอาเทคนิคจากยุโรปจากอเมริกาไปต่อยอด และเขาก็พัฒนาไปเร็วมาก รวมทั้งรัฐบาลให้การสนับสนุนมาก หลายครั้งหมอก็มีเคสที่ต้องแก้งานจากเกาหลี แต่ที่เกาหลีก็คงมีหลายเคสที่ต้องแก้งานจากไทยเช่นกัน ก็ขึ้นอยู่กับว่าเราชอบแบบไหน ความมั่นใจของเราอยู่ตรงไหนมากกว่า
Q : ສີມືໝໍໄທຈະສູ້ໝໍເກົາຫຼີໄດ້ບໍ່
A : ແຕ່ລະປະເທດມີຄວາມຊໍານານແຕກຕ່າງກັນ ໂຄງໜ້າຄົນໄທກັບຄົນເກົາຫຼີກໍຕ່າງກັນເຫັນໄດ້ຊັດເຈນ ຖ້າຍ່າງມາສອງຄົນ ໃຜເປັນຄົນໄທ ໃຜເປັນຄົນເກົາຫຼີ ເຮົາຈະແຍກອອກ ບໍ່ວ່າຈະປັບຮູບໜ້າ ຫຼື ເຮັດສັນຍະກໍາ ກໍຂຶ້ນຢູ່ກັບ Style ທີ່ເຮົາມັກ ວ່າເຮົາມັກລັກສະນະໃດ ແຕ່ທ້າຍທີ່ສຸດແລ້ວມັນຈະເໝາະກັບຮູບໜ້າເຮົາຫຼືບໍ່ ໂດຍທໍາມະຊາດໂຄງໜ້າຂອງຄົນໄທຈະມີມິຕິຫຼາຍກວ່າເຊັ່ນ: ມີໂໜກໜ້າຜາກສູງກວ່າ, ມີຂຸມຕາເລິກກວ່າ, ລັກສະນະຂອງດັງກໍຈະໂດ່ງກວ່າຄົນເກົາຫຼີ ສ່ວນເລື່ອງຂອງນະວັດຕະກໍາ ເຮົາກໍຕ້ອງຍອມຮັບວ່າເລື່ອງຂອງຄວາມງາມທີ່ນັ້ນນິຍົມຫຼາຍ ເພາະພວກເຂົາຈະເອົາເຕັກນິກຈາກເອີຣົບ ຈາກອາເມຣິກາໄປຕໍ່ຍອດ ແລະ ພວກເຂົາກໍພັດທະນາໄປໄວຫຼາຍ ລວມທັງລັດຖະບານໃຫ້ການສະໜັບສະໜູນຫຼາຍ ຫຼາຍຄັ້ງໝໍກໍມີກໍລະນີທີ່ຕ້ອງແກ້ງານຈາກເກົາຫຼີ ແຕ່ທີ່ເກົາຫຼີກໍມີຫຼາຍງານທີ່ຕ້ອງແກ້ຈາກໄທເຊັ່ນກັນ ກໍຂຶ້ນຢູ່ກັບວ່າເຮົາມັກແບບໃດ ຄວາມໝັ້ນໃຈຂອງເຮົາຢູ່ຈຸດໃດຫຼາຍກວ່າ
ฝากอะไรให้กับแฟน ๆ Wow ทั้งฝั่ง สปป ลาวและไทย
ความงามไม่ใช่เรื่องแค่ภายนอกเป็นเรื่องของภายในด้วยการจะเดินเข้าคลีนิกเพื่อทำอะไรสักอย่างหมออยากให้ค่อยๆเป็นค่อยๆไปแล้วอยากให้เราก็มีการดูแลตัวเองอย่างสม่ำเสมออยากให้ดูแลจากภายในจริงๆแล้วความสวยจะคงอยู่ยาวนาน สำหรับชาว สปป ลาว สามารถเข้ามาปรึกษาและใช้บริการได้ทั้งสองที่ สาขาอุดรเรามีที่ UDTOWN สำหรับสาขากรุงเทพ ก็เป็นรัชดา 13 มีบริการรับส่งให้ด้วย หากใครต้องการบริการรับส่งก็สามารถแจ้งได้เลยค่ะ
ຝາກຫຍັງໃຫ້ກັບແຟນໆ WOW ທັງຝັ່ງ ສປປ ລາວ ແລະ ໄທ
ຄວາມງາມບໍ່ແມ່ນພຽງແຕ່ເລື່ອງພາຍນອກ ແຕ່ເປັນເລື່ອງຂອງພາຍໃນພ້ອມ ການທີ່ຈະຍ່າງກ້າວເຂົ້າຄລີນິກເພື່ອເຮັດສັນຍະກໍາຈັກຢ່າງ ໝໍຢາກໃຫ້ຄ່ອຍໆເປັນຄ່ອຍໆໄປ ແລ້ວຢາກໃຫ້ເຮົາມີການເບິ່ງແຍງຕົນເອງຢ່າງສະໝໍ່າສະເໝີ ຢາກໃຫ້ເບິ່ງຈາກພາຍໃນແທ້ໆ ແລ້ວຄວາມງາມຈະຄົງຢູ່ກັບເຮົາດົນນານ. ສໍາລັບຊາວ ສປປ ລາວ ສາມາດເຂົ້າມາປຶກສາ ແລະ ໃຊ້ບໍລິການໄດ້ທັງສອງສະຖານທີ່ເຊັ່ນ: ສາຂາອຸດອນເຮົາມີທີ່ UDTOWN, ສໍາລັບສາຂາກຸງເທບກໍເປັນຣັດຊະດາ 13 ມີບໍລິການຮັບສົ່ງອີກດ້ວຍ ຫາກທ່ານໃດຕ້ອງການບໍລິການຮັບ - ສົ່ງກໍສາມາດແຈ້ງໄວ້ໄດ້ເລີຍ
Q : คุณหมอประจำอยู่สาขาไหนเราจะเจอคุณหมอไหม
A : หมออยู่ทุกที่เลยเปิดทุกที่ ไปทุกที่ หมอไปอุดรฯสัปดาห์ละครั้ง สามารถสอบถามตารางได้ว่าหมอเข้าวันไหน ยินดีต้อนรับทุกท่าน แล้วพบกันที่ความสวยนะคะ
Q : ທ່ານໝໍປະຈໍາຢູ່ສາຂາໃດ ແລ້ວເຮົາຈະພົບທ່ານໝໍບໍ່?
A : ທ່ານໝໍກໍຢູ່ທຸກບ່ອນເລີຍ ເປີດທຸກບ່ອນ ໝໍໄປອຸດອນອາທິດລະເທື່ອ ສາມາດສອບຖາມຕາຕະລາງໄດ້ວ່າໝໍຈະມາເຂົ້າມື້ໃດ
ຍິນດີຕ້ອນຮັບທຸກທ່ານ ແລ້ວພົບກັນທີ່ຄວາມງາມ
