top of page

VIP-INTERVIEW : FONG VILAYSACK



ອອກແບບສົນທະນາກັບໜຸ່ມນັກອອກແບບສະຖາປັດ ທ່ານ ຟ່ອງ ວິໄລສັກ ຜູ້ຢູ່ເບື້ອງຫຼັງການນໍາພາ ແລະ ການຈະເລີນກ້າວໜ້າຂອງບໍລິສັດ ຈິດຈະເລີນ ຄວບຄຸມທຸລະກິດຫຼັກໆດ້ານການກໍ່ສ້າງ ດູແລການອອກແບບໂຄງສ້າງ ບໍລິຫານໂຮງແຮມ ແລະ ດ້ານພະລັງງານນ້າມັນ ເຊິ່ງເປັນທຸລະກິດທີ່ສໍາຄັນໃນ ສປປ ລາວ


ออกแบบคุยกับหนุ่มนักออกแบบสถาปัตย์ คุณฟ่อง วิไลศักดิ์ (Mr. Fong Vilaysack) คือผู้อยู่เบื้องหลังการขับเคลื่อนและการเจริญเติบโตของบริษัทจิตต์เจิรญ ควบคุมธุรกิจหลักๆด้านก่อสร้างดูแลการออกแบบโครงสร้าง บริหารโรงแรม และด้านพลังงานน้ำมัน ซึ่งเป็นธุรกิจที่สำคัญใน สปป ลาว


“ຂ້າພະເຈົ້າໃຫ້ຄວາມສໍາຄັນ ການແບ່ງເວລາໃນການເຮັດວຽກ ແຕ່ລະໜ້າທີ່ຂອງຄວາມຮັບຜິດຊອບຢ່າງມີປະສິດທິພາບທຸກໜ້າວຽກ ແລະ ເວລາສໍາຫຼັບຄອບຄົວເພື່ອຊີວິດທີ່ລົງຕົວ”

“ผมจะให้ความสำคัญ การแบ่งเวลาในการทำงาน แต่ละหน้าที่ของความรับผิดชอบอย่างมีประสิทธิภาพทุกงาน และ เวลาสำหรับครอบครัวเพื่อชีวิตที่ลงตัว”


“ຂ້າພະເຈົ້າເຫັນວ່າ ການດໍາເນີນຊີວິດຂອງຄົນເຮົາຕ້ອງມີເປົ້າໝາຍ ແລະ ມີຄວາມສຸກກັບວຽກທີ່ເຮົາເຮັດ” ເປັນປະໂຫຍກທໍາອິດໃນການສົນທະນາກັບ ທ່ານ ຟ່ອງ ຜູ້ບໍລິຫານໄວໜຸ່ມ ທີ່ບໍ່ໄດ້ເຮັັດວຽກໃນລະດັບຜູ້ບໍລິຫານ ແຕ່ຍັງເປັນ Family Man ອີກດ້ວຍ”


“ผมมองว่า การดำเนินชีวิต ของคนเราต้องมีเป้าหมาย และมีความสุขกับงานที่เราทำ...” คือประโยคแรกในการสนทนา

กับคุณฟ่อง ผู้บริหารหนุ่มที่ไม่ได้แค่ทำงานในระดับผู้บริหาร แต่ยังเป็น Family Man อีกด้วย..”


ຮູ້ມາວ່າ ທ່ານ ຟ່ອງ ຮຽນຈົບລະດັບການສຶກສາ ປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ

“ແມ່ນແລ້ວ ຂ້າພະເຈົ້າຮຽນຈົບທາງດ້ານສະຖາປັດ ສາຂາການອອກແບບ ທີ່ມະຫາວິທະຍາໄລແຫ່ງຊາດຂ້າພະເຈົ້າເກີດ ແລະ ໃຫຍ່ທີ່ຫຼວງພະບາງ ທີ່ຂ້າພະເຈົ້າເລືອກຮຽນສາຂານີ້ກໍຍ້ອນວ່າຄວາມມັກສ່ວນຕົວ ຫຼົງໄຫຼໃນງານດ້ານການອອກແບບມາຕັ້ງແຕ່ຍັງນ້ອຍໆ ຂ້າພະເຈົ້າວ່າການອອກແບບ ເຮົາຈະໄດ້ເຫັນຜົນງານທີ່ເຮົາອອກແບບ ອອກມາເປັນຊິ້ນເປັນອັນ ແລະ ສ່ວນຕົວຂ້າພະເຈົ້າກໍມັກງານທາງດ້ານສິນ (Arch) ອີກດ້ວຍ”


ทราบมาว่า... คุณฟอง เรียนจบ ระดับการศึกษา ปริญญาตรี ที่มหาวิทยาลัยแห่งชาติ

“ใช่ครับ ผมเรียนจบด้านสถาปัตย์ สาขาการออกแบบ ที่มหาวิทยาลัยแห่งชาติ ผมเกิด และเติบโตที่หลวงพระบาง ที่ผมเลือกเรียนสาขานี้ ก็เพราะชอบส่วนตัว หลงใหลในงานด้านการออกแบบ มาตั้งแต่เด็กๆ ผมว่าการออกแบบ เราจะได้เห็นผลงานที่เราออกแบบ ออกมาเป็นชิ้นงาน และส่วนตัว ผมก็ชอบงานด้านศิลป์ (Arch) ด้วย ”


Lifestyle ໃນການໃຊ້ຊີວິດ ແລະ ການນຸ່ງຖື ?

“ຂ້າພະເຈົ້າເປັນຄົນທີ່ໃຊ້ຊີວິດແບບລຽບງ່າຍ ຖ້າເວລາວ່າງກໍຈະມັກອອກເດີນທາງ ລຸຍປ່າ ເຂົ້າຫາທໍາມະຊາດ ພາພັນລະຍາ ແລະ ລູກໆ ໄປໃນທີ່ໆມີອາກາດດີໆ ສ່ວນໃຫຍ່ມັກທ່ອງທ່ຽວແນວທໍາມະຊາດ ປ່າເຂົາ ແບບລຸຍໆ ສ່ວນການນຸ່ງຖື ຂ້າພະເຈົ້າເນັ້ນເຄື່ອງນຸ່ງທີ່ລຽບງ່າຍ ສະບາຍໆ ”


ไลฟ์สไตล์ เช่น การใช้ชีวิต หรือการแต่งตัว

“ผมเป็นคนที่ใช้ชีวิตเรียบง่ายมาก ๆ ครับ ถ้าว่าง ผมชอบการเดินทาง ลุยป่า เข้าหาธรรมชาติ พาภรรยา และลูกๆ ไปในที่มีอากาศดีๆ ส่วนใหญ่ชอบลุยเที่ยวแนวธรรมชาติ ป่าเขา ส่วนสไตล์การแต่งตัว ผมเน้นเสื้อผ้าที่เรียบง่าย สบายๆ”


ໜ້າທີ່ຫຼັກໆໃນການບໍລິຫານທີ່ ບໍລິສັດຈິດຈະເລີນກໍ່ສ້າງ (CHITCHAREUNE CONSTRUCTION) ຄືວຽກງານດ້ານໃດ ?

“ຂ້າພະເຈົ້າຈະຮັບຜິດຊອບໃນງານດ້ານການກໍ່ສ້າງ ແລະ ການອອກແບບສະຖາປັດໂດຍລວມ ເປັນຫຼັກຕ້ອງເບິ່ງແຍງ ຄວບຄຸມວຽກຫຼາຍໆປະເພດ ແລະ ກໍໄດ້ໄປຖອດຖອນບົດຮຽນໃນຫຼາຍໆປະເທດເຊັ່ນ: ຫວຽດນາມ, ມຽນມາ, ກໍາປູເຈຍ, ເກົາຫຼີໃຕ້ ແລະ ສປປ ລາວ”


หน้าที่หลัก ๆ ในการบริหารที่ บริษัทจิตต์เจริญ (CHITCHAREUNE CONSTRUCTION) คืองานด้านไหน ?

“ผมจะรับผิดชอบในงานด้านการก่อสร้าง และการออกแบบสถาปัตย์โดยรวมเป็นหลัก ต้องดูแลควบคุมงานหลายๆ ประเภท และก็ได้ไปถอดถอนบทเรียนในหลายประเทศ เช่น เวียดนาม, พม่า, กัมพูชา, เกาหลีใต้ และ สปป.ลาว ครับ”


ຈາກ ຈິດຈະເລີນ ກໍ່ສ້າງ ສູ່ທຸລະກິດນໍ້າມັນ ປີໂຕຣລາວ

“ສ່ວນໃຫຍ່ ກໍມາຈາກພື້ນຖານງານດ້ານການກໍ່ສ້າງເປັນຫຼັກ ຕໍ່ມາທ່ານປະທານກໍເຫັນເຖິງການເຕີບໂຕທຸລະກິດທາງດ້ານພະລັງງານໃນ ສປປ ລາວ ທີ່ມີຄວາມຈະເລີນເຕີບໂຕສູງຂຶ້ນເລື້ອຍໆ ແລະ ຕ້ອງການດ້ານພະລັງງານຫຼາຍຂຶ້ນນັ້ນກໍຄື: ນໍ້າມັນ ຈົນເກີດມາເປັນບໍລິສັດ ປີໂຕຣລາວ ໃນວັນນີ້ ໄດ້ນໍາເຂົ້ານໍ້າມັນ ແລະ ກະຈາຍນໍ້າມັນໄປຍັງຜູ້ຄ້ານໍ້າມັນໃນ ສປປ ລາວ”


จาก CHITCHAREUNE CONSTRUCTION สู่ธุรกิจน้ำมัน PETRO LAO

“ส่วนใหญ่ ก็มาจากพื้นฐานด้านก่อสร้างเป็นหลัก ต่อมาท่านประธานก็เห็นถึงการเติบโตธุรกิจทางด้านพลังงานในสปป. ลาว ที่มีความเจริญเติบโตเร็วมาก และต้องการด้านพลังงานมากขึ้น นั่นก็คือ น้ำมัน จนเกิดมาเป็นบริษัท Petro Lao ในวันนี้...ได้นำเข้าน้ำมัน และกระจายน้ำมันไปยังผู้ค้าน้ำมันร่วม ใน สปป.ลาว”


ຈາກຜູ້ຄ້ານໍ້າມັນລາຍໃຫຍ່ ປີໂຕຣລາວ ສູ່ການຂະຫຍາຍທຸລະກິດໂຮງແຮມສຸດຫຼູຫຼາຍແຫ່ງ

“ເມື່ອເຮົາເຮັດວຽກດ້ານການກໍ່ສ້າງ ຈົນມີຊື່ສຽງ ຈົນເຮັດໃຫ້ບໍລິສັດມີຄວາມໜ້າເຊື່ອຖືເພີ່ມຫຼາຍຂຶ້ນ ຈຶ່ງມີ Connection ທີ່ດີຕາມມາ ແລະ ເຮັດໃຫ້ເຮົາໄດ້ມີໂອກາດໄປສ້າງໂຮງແຮມທັງໃນ ແລະ ຕ່າງປະເທດ ເມື່ອຕໍ່ມາ ບໍລິສັດເຮົາກໍສາມາດສ້າງໂຮງແຮມທີ່ເປັນຂອງເຮົາເອງ”


จากผู้ค้าน้ำมันรายใหญ่ Petro Lao สู่การขยายงาน สร้างโรงแรมสุดหรูมากมาย

“พอเราทำงานด้านการก่อสร้างจนมีชื่อเสียง จนทำให้บริษัทมีความน่าเชื่อถือเพิ่มมากขึ้น จึงมีคอนเน้คชั่นที่ดีตามมา และทำให้เราได้มีโอกาสไปสร้างโรงแรมทั้งในและต่างประเทศ พอต่อมา บริษัทเราก็สามารถสร้างโรงแรมที่เป็นของเราเอง”


ໜຶ່ງໂຮງແຮມໃນເຄືອ ທີ່ຫາກໍ່ເປີດໃຫ້ບໍລິການໄດ້ບໍ່ດົນນີ້ທີ່ນະຄອນຫຼວງວຽງຈັນ Aaron Hotel

“ແມ່ນແລ້ວ ໂຮງແຮມນີ້ຖືກອອກແບບມາໃນຮູບແບບ Chic Modern ດ້ວຍສະຖານທີ່ຕັ້ງຂອງໂຮງແຮມໄປມາສະດວກ Walking Street ຮອງຮັບນັກທ່ອງທ່ຽວ, ຄູ່ຮັກທີ່ມາ Honey Moon ຫຼື ນັກທຸລະກິດທີ່ມາປະຊຸມ ສໍາມະນາທີ່ວຽງຈັນ ເປັນໂຮງແຮມຂະໜາດກາງ ແຕ່ມີສິ່ງທີ່ອໍານວຍຄວາມສະດວກຄົບວົງຈອນບໍ່ຕ່າງກັບໂຮງແຮມຂະໜາດໃຫຍ່ ສິ່ງທີ່ສໍາຄັນກໍຄື ເປັນໂຮງແຮມໃໝ່ ທຸກຢ່າງແມ່ນໃໝ່ທັງໝົດ”


หนึ่งในโรงแรมในเครือ ที่พึ่งเปิดให้บริการได้ไม่นาน ที่เวียงจันทร์ AARON VIENTIANE HOTEL

“ใช่ครับ..โรงแรมนี้ ถูกออกแบบมาในสไตล์ Chic Modern ด้วยสถานที่ตั้งโรงแรม ไปมาสะดวก Walking Street เพื่อรองรับนักท่องเที่ยว, คู่รักที่มาฮันนีมูน หรือนักธุรกิจที่มาประชุมสัมมนาที่เวียงจันทร์ เป็นโรงแรมขนาดกลาง แต่มีสิ่งอำนวยความสะดวกครบครัน ไม่แพ้โรงแรมขนาดใหญ่ สิ่งที่สำคัญ คือ เป็นโรงแรมใหม่ ทุกอย่างคือ ของใหม่หมด..”

ຄວາມໂດດເດັ່ນຂອງໂຮງແຮມ Aaron Hotel

“ເປັນເລື່ອງຂອງສະຖານທີ່ຕັ້ງ ທີ່ຢູ່ໃຈກາງຕົວເມືອງ ໄປມາສະດວກ ແລະ ມີຈຸດຊົມວິວຊັ່້ນດາດຟ້າ ພ້ອມສະລອຍນໍ້າທີ່ສາມາດເຫັນທັດສະນີຍະພາບຕົວເມືອງໄດ້ (Top Views) ສ່ວນຫ້ອງພັກ ກໍມີຫຼາຍປະເພດ ແລະ ທີີ່ສໍາຄັນກໍຄືລາຄາທີ່ບໍ່ແພງ”


ความโดดเด่นของ โรงแรม AARON VIENTIANE HOTEL

เป็นเรื่องทำเลที่ตั้ง อยู่ใจกลางเมืองเวียงจันทร์ไปมาสะดวก และมีจุดชมวิวส์ชั้นดาดฟ้า พร้อมสระว่ายน้ำ ที่สามารถมองเห็นเมืองได้โดยรอบ (TOP VIEWS) ส่วนห้องพัก ก็มีหลายประเภท และที่สำคัญคือราคาเป็นมิตรมาก ๆ ครับ”


ທ່ານ ຟ່ອງ ເຫັນອະນາຄົດ ທຸລະກິດຂອງການທ່ອງທ່ຽວ ແລະ ທີ່ພັກໂຮງແຮມໃນ ສປປ ລາວ ແນວໃດແດ່?

“ເຫັນແນວທາງການທ່ອງທ່ຽວທີ່ຈະຂະຫຍາຍຕົວດີ ຂ້າພະເຈົ້າຈຶ່ງເນັ້ນຈຸດຂາຍໃຫ້ຊາວຕ່າງຊາດໄດ້ຮັບຮູ້ເຖິງເລື່ອງຂອງສີລະປະວັດທະນະທໍາທີ່ບໍ່ຄືໃຜຂອງ ສປປ ລາວ ເພາະເຮົາມີເອກະລັກສະເພາະຕົວ ສ້າງຈຸດຂາຍເລື່ອງສະຖາປັດຕະຍາກໍາເຊັ່ນ: ຫຼວງພະບາງ ທີ່ເປັນເມືອງມໍລະດົກໂລກ ສາມາດດຶງດູດນັກທ່ອງທ່ຽວໄດ້”


มองธุรกิจอนาคต ของการท่องเที่ยว และที่พักโรงแรม อย่างไร ? ใน สปป.ลาว

มองเห็นแนวทางของการท่องเที่ยวจะขยายตัวดีผมจึงเน้นจุดขาย ให้ชาวต่างชาติได้รู้ คือเรื่องของศิลปวัฒนธรรมที่ไม่เหมือนใครของ สปป ลาว มีเอกลักษณ์เฉพาะตัว สร้างจุดขายเรื่องสถาปัตยกรรม เช่น หลวงพระบาง ที่เป็นเมืองมรดกโลก ดึงดูดนักท่องเที่ยวได้


ສິ່ງໃດທີ່ຄິດວ່າເປັນມົນສະເໜ່ຂອງ ສປປ ລາວ ໃນຖານະທີ່ເປັນຄົນລາວ

“ຂ້າພະເຈົ້າເຫັນວ່າມົນສະເໜ່ຂອງ ສປປ ລາວ ກໍຄື ສີລະປະວັດທະນະທໍາ, ວິຖີການດໍາລົງຊີວິດແບບອ່ອນນ້ອມຖ່ອມຕົນ, ສະຖາປັດຕະຍາກໍາ ແລະ ທໍາມະຊາດ ທີ່ຍັງຄົງສວຍສົດງົດງາມເຊັ່ນ: ທີ່ຫຼວງພະບາງ (ເມືອງມໍລະດົກໂລກ) ຂ້າພະເຈົ້າວ່າສະຖານທີ່ແຫ່ງນີ້ ເປັນຄວາມພາກພູມໃຈຂອງຄົນລາວທຸກໆຄົນ”


อะไร ที่คิดว่า คือมนต์เสน่ห์ของ ลาว ในฐานะที่เป็นคนลาว

“ผมมองไปที่ เสน่ห์ของลาว ก็คือ ศิลปวัฒนธรรม , วิถีการดำลงชีวิตแบบอ่อนน้อมถ่อมตน, สถาปัตยกรรม และ ธรรมชาติ ที่ยังคงสวยงาม อย่างเช่น ที่หลวงพระบาง (เมืองมรดกโลก) ผมว่าสถานที่แห่งนี้ คือความภาคภูมิใจของคนลาว ทุก ๆ คน


ເຫັນວ່າ ທ່ານ ຟ່ອງ ມີທີ່ພັກໂຮງແຮມໃນເຄືອທີ່ແຂວງຫຼວງພະບາງອີກດ້ວຍ

“ແມ່ນແລ້ວ ທີ່ແຂວງຫຼວງພະບາງເຮົາມີທີ່ພັກແບບ Villa ມີຫ້ອງພັກຫຼາຍຫ້ອງ, ມີຫ້ອງຮັບແຂກ ທີ່ກວ້າງໃຫຍ່ມີຫຼາຍຂະໜາດຊື່ວ່າ: Villa Chitchareune Boutique Hotel (Ban Phoneheuang, Kounxoa Rd, Luangprabang, Lao PDR) ທີ່ພັກແຫ່ງນີ້ຖືກອອກແບບໃຫ້ເໝືອນກັບຣີສອດ ມີບ່ອນຍ່າງຫຼິ້ນ ແລະ ມີຮົ່ມໄມ້”


เห็นว่า มีที่พักโรงแรม ในเครือ ที่ หลวงพระบางด้วย..”

“ใช่ครับ ที่หลวงพระบาง เรามีที่พักแบบ Villa มีห้องพักหลายห้อง, มีห้องรับแขก โอ่โถงใหญ่โต มีหลายขนาด ชื่อ VILLA CHITCHAREUNE Boutique Hotel (Ban Phoneheuang, Kounxoa Rd, Luang Prabang, Laos) คือที่พักที่นี่ ถูกออกแบบให้เหมือนรีสอร์ท มีที่เดินเล่น มีร่มไม้”


ສິ່ງໃດທີ່ເປັນແຮງບັນດານໃຈໃນການເຮັດວຽກໃຫ້ປະສົບຜົນສໍາເລັດຄຽງຄູ່ກັບບໍລິສັດທີ່ດໍາລົງຢູ່

“ຂ້າພະເຈົ້າຈະໃຫ້ຄວາມສໍາຄັນໃນເລື່ອງຄວາມເອົາໃຈໃສ່ທາງດ້ານເວລາ ແລະ ຢຶດໝັ້ນໃນຄໍາໝັ້ນສັນຍາ ຄວາມຊື່ສັດ ແລະ ສິ່ງທີ່ສໍາຄັນກໍຄື Connection ທີ່ດີອີກດ້ວຍ ທຸກຢ່າງທີ່ຂ້າພະເຈົ້າໄດ້ກ່າວມານັ້ນຕ້ອງມີຄວບຄູ່ນໍາກັນ”


คุณฟ่อง มีอะไร ? ที่เป็นแรงบันดาลใจ ในการทำงานให้ประสบความสำเร็จ เคียงคู่กับบริษัทฯ ที่ทำงานอยู่

“ผม..จะให้ความสำคัญในเรื่องความเอาใจใส่ทางด้านเวลา และยึดมั่นในคำมั่นสัญญา ,ความซื่อสัตย์ และสิ่งที่สำคัญ ก็คือ..คอนเน้คชั่นที่ดี ด้วย ทุกอย่างที่พูดมาต้องมีพร้อม ๆ กันครับ”


ກັບມຸມມອງໃນການເຮັດວຽກຂອງຜູ້ຊາຍຄົນນີ້ແມ່ນຄວາມຕັ້ງໃຈ ຄວາມມຸ້ງໝັ້ນ ແລະ ຮັກສາເວລາເພື່ອເຮັດໃຫ້ວຽກອອກມາໃຫ້ດີທີ່ສຸດ ຖ້າເຮົາເຮັດວຽກດ້ວຍຄວາມຮັກ ແລະ ຄວາມໃສ່ໃຈ ຜົນງານກໍຈະອອກມາດີຢ່າງແນ່ນອນ

กับมุมมองในการทำงาน ของผู้ชายคนนี้ คือความตั้งใจ ความมุ่งมั่น และ รักษาเวลาเพื่อทำงานออกมาให้ดีที่สุด ถ้าเราทำงานด้วยความรัก และความใส่ใจ ผลงานก็จะออกมาดี อย่างแน่นอน

“ຂ້າພະເຈົ້າຕ້ອງຂໍຂອບໃຈທ່ານປະທານບໍລິສັດ ຈິດຈະເລີນກໍ່ສ້າງ ຈໍາກັດ ທີ່ໃຫ້ໂອກາດ ແລະ ໄວ້ວາງໃຈໃຫ້ຂ້າພະເຈົ້າໄດ້ບໍລິຫານດູແລອົງກອນ ພ້ອມທັງບຸກຄົນທີ່ຢູ່ເບື້ອງຫຼັງທີ່ຄອຍໃຫ້ກໍາລັງໃຈ ແລະ ສົ່ງເສີມສະໜັບສະໜູນເປັນຢ່າງດີເຊັ່ນ: ຄອບຄົວ, ທີມງານ, ພະນັກງານທຸກຄົນ ເຊື່ອໝັ້ນໃນຄວາມສາມາດຂອງຂ້າພະເຈົ້າ ແລະ ຮ່ວມມືຮ່ວມຄິດໃນການເຮັດວຽກດ້ວຍດີມາຕະຫຼອດ ສຸດທ້າຍຂໍຂອບໃຈໝູ່ເພື່ອນທຸກຄົນທີ່ເປັນທີ່ປຶກສາທີ່ດີສະເໝີມາ”





41 views0 comments
bottom of page