VIP-INTERVIEW: Jenny Tonkham Phonchanheuang




Jenny Tonkham Phonchanheuang
Miss World Laos 2017
ຫຼາຍຄົນເຄີຍບອກວ່າ “ນາຣີມີຮູບເປັນຊັບ” ແມ່ນຄວາມງາມຂອງຮູບຮ່າງໜ້າຕາ ແຕ່ຖ້າໃຜກໍຕາມທີ່ມີທັງຄວາມງາມ ຄວາມເກັ່ງ ແລະ ຍັງສະຫຼາດນໍາແລ້ວຮັບຮອງວ່າບໍ່ຕ້ອງຢ້າຫຍັງອີກ ເພາະປະຕູທຸກຊ່ອງໃນໂລກໜ່ວຍນີ້ເກືອບຈະເປີດໃຫ້ກັບຜູ້ທີ່ມີຄຸນສົມບັດດັ່ງກ່າວ ສາວງາມສຸດເກັ່ງຂອງເຮົາໃນມື້ນີ້ກໍຄື ນ້ອງເຈ່ນນີ້ ຕົ້ນຄໍາ ພົນຈັນເຮືອງ ສາວງາມຜູ້ທີ່ໄດ້ຮັບຕໍາແໜ່ງ Miss World Laos 2017 ແລະ ໄດ້ເປັນຕົວແທນຂອງນາງສາວລາວໄປປະກວດເວທີ Miss World ທີ່ ສປ ຈີນ ອີກດ້ວຍ
หลายคนเคยบอกว่า “นารีมีรูปเป็นทรัพย์” คือความสวยงามของรูปร่างหน้าตา แต่หากใครก็ตามที่มีทั้งความสวย ความเก่ง และยังฉลาดด้วยแล้ว รับรองว่าจะไม่ต้องกลัวอะไรอีก เพราะประตูทุกบานในโลกนี้แทบจะเปิดให้กับผู้ที่มีคุณสมบัติดังกล่าว สาวสวยสุดเก่งของเราในวันนี้ก็คือ น้องเจนนี่ ต้นคำ สาวงามผู้ที่ได้รับตำแหน่ง Miss World Laos 2017 และได้เป็นตัวแทนของสาวลาวไปประกวดเวที Miss World ที่ประเทศจีนอีกด้วย
เป็นคนเวียงจันทร์โดยกำเนิดเลยหรือเปล่า
เป็นคนเวียงจันทร์ค่ะ แต่ว่าคุณแม่เป็นลูกครึ่งเวียดนาม
ເປັນຄົນນະຄອນຫຼວງວຽງຈັນໂດຍກໍາເນີດເລີຍບໍ່?
ແມ່ນແລ້ວເປັນຄົນວຽງເຈົ້າ ແຕ່ວ່າແມ່ເປັນລູກຊອດຫວຽດນາມ
ແລ້ວເຈ່ນນີ້ເວົ້າພາສາຫວຽດໄດ້ບໍ່?
ກໍພໍຟັງໄດ້ ແລະກໍເວົ້າໄດ້ໜ້ອຍໜຶ່ງແຕ່ບໍ່ຖະໜັດປານໃດ ເພາະວ່າແມ່ເວົ້າພາສາລາວກັບເຮົາຕະຫຼອດ ແຕ່ກໍມີບາງຄັ້ງທີ່ເວລາແມ່ເວົ້າກັບແມ່ຕູ້ກໍພໍຈະເຂົ້າໃຈເຊັ່ນກັນ
แล้วเราก็พูดภาษาเวียดนามได้ด้วยไหม
พอฟังออกค่ะ พูดได้บ้างนิดหน่อยแต่พูดไม่คล่อง เพราะคุณแม่พูดลาวกับหนูตลอด แต่ก็ได้ฟังเวลาที่คุณแม่พูดกับคุณยาย ก็จะพอรู้เรื่องบ้างนิดหน่อย
ແມ່ນໃຜເປັນຄົນທີ່ນໍາພາເຂົ້າສູ່ວົງການໆປະກວດນາງງາມ?
ອ້າຍອາກັບເອື້ອຍຝົນ ທັງສອງທ່ານເປັນຊ່າງແຕ່ງໜ້າມືໜຶ່ງຂອງ ສປປ ລາວ ແລະ ເຮົາກໍແຕ່ງໜ້ານໍາກັນເປັນປະຈໍາຢູ່ແລ້ວ ມື້ໜຶ່ງລາວກໍຊວນໃຫ້ມາປະກວດ ເຮົາກໍຕົກລົງ ເພາະຄວາມຝັນຕອນຍັງນ້ອຍ ກໍຄືຢາກເປັນນາງງາມ ແລະ ຢາກເປັນ Air Hostess ແຕ່ກ່ອນໜ້ານີ້ເຮົາກໍຄິດວ່າຢາກປະກວດຄືກັນ ແຕ່ເມື່ອກອ່ນປະເທດເຮົາຍັງບໍ່ສະໜັບສະໜູນໃຫ້ໄປປະກວດຕໍ່ທີ່ອື່ນ ກໍຄືເຮົາກໍຈະມີປະກວດນາງສາວລາວເຊິ່ງເປັນການປະກວດພາຍໃນປະເທດ ເຮົາມີຄວາມຝັນວ່າຖ້າເຮົາໄດ້ໄປປະກວດເວທີທີ່ໃຫຍ່ຂຶ້ນ ເປັນເວທີລະດັບໂລກຂຶ້ນມາກໍຄົງຈະດີ ເພາະເຮົາກໍຢາກໃຫ້ຄົນຕ່າງຊາດຮູ້ຈັກປະເທດຂອງເຮົາດ້ວຍ ແລ້ວອ້າຍອາກັບເອື້ອຍຝົນບອກວ່າຖ້າໄດ້ລາງວັນກໍຈະໄດ້ໄປປະກວດໃນເວທີລະດັບໂລກ ເຮົາກໍຢາກລອງ
ใครเป็นคนชักนำเข้าสู่วงการการประกวดนางงาม
พี่อาร์กับพี่ฝนค่ะ คือเขาเป็นช่างแต่งหน้าอันดับต้น ๆ ของ สปป ลาว และเราก็แต่งหน้ากันประจำอยู่แล้ว วันหนึ่งเขาก็ชวนให้มาประกวด เราก็ตกลง เพราะความฝันตอนเด็ก ๆ คืออยากเป็นนางงามและอยากเป็นแอร์โฮสเตส แต่ก่อนนี้เราก็คิดว่า อยากประกวดบ้างเหมือนกัน แต่ว่าปีก่อน ๆ นั้นประเทศเรายังไม่สนับสนุนให้ไปประกวดต่อที่อื่น คือเราก็จะมีประกวดนางสาวลาวซึ่งเป็นการประกวดภายในประเทศ เราก็มีความฝันว่าถ้าเราได้ไปประกวดเวทีที่ใหญ่ขึ้น เป็นเวทีระดับโลกขึ้นมาก็คงจะดี เพราะเราก็อยากให้คนต่างชาติรู้จักประเทศของเราด้วย แล้วพี่อาร์กับพี่ฝนบอกว่าถ้าได้รางวัลก็จะได้ไปประกวดในเวทีระดับโลก เราก็เออ อยากลอง
ສິ່ງໃດທີ່ເຮົາຄິດວ່າປະທັບໃຈທີ່ສຸດໃນການປະກວດຄັ້ງນີ້?
ປະທັບໃຈຫຼາຍຢ່າງເລີຍ ຕ້ອງບອກກ່ອນເລີຍວ່າເຮົາເດີນທາງໄປເອງຄົນດຽວເປັນຄັ້ງທໍາອິດຂອງເຮົາທີ່ໄປປະເທດຈີນ ບໍ່ມີຜູ້ຈັດການຫຍັງເລີຍກໍຄືໄປທົດລອງເອງທຸກຢ່າງ ຖ້າໃຫ້ປຽບທຽບກໍຄືການສອນເດັກນ້ອຍລອຍນໍ້າແບບໂຍນລົງໃນນໍ້າໃນສະໄໝກ່ອນ ແຕ່ຂໍ້ດີກໍຄື ເຮົາລອຍນໍ້າເປັນ ແລະ ຮູ້ຈັກເອົາຕົວລອດ ເຮົາຈະມີທັກສະຫຼາຍຢ່າງເກີດຂຶ້ນ ບໍ່ວ່າຈະເປັນການວາງຕົວ, ການເວົ້າ, ການຍ່າງ, ການຢືນ ການເຂົ້າສັງຄົມເຮົາຈະໄດ້ໝູ່ຫຼາຍຄົນ ໂລກຂອງເຮົາກໍຈະກວ້າງຂຶ້ນ ຍາວຂຶ້ນ ແລະ ເລິກລົງຢ່າງອັດຕະໂນມັດ
อะไรที่เราคิดว่าประทับใจที่สุดในการประกวดครั้งนี้
ประทับใจหลายอย่างมากค่ะ คือต้องบอกว่าเราเดินทางไปเองคนเดียว เป็นครั้งแรกของเราที่ไปประเทศจีน ไม่มีพี่เลี้ยงอะไรเลย คือไปทดลองเองทุกอย่าง มันเหมือนกับการสอนเด็กว่ายน้ำแบบโยนลงน้ำในสมัยก่อน แต่ข้อดีคือ เราก็ว่ายเป็นและรู้จักการเอาตัวรอด เราจะมีทักษะหลาย ๆ อย่างเกิดขึ้น ไม่ว่าจะเป็นการวางตัว การพูด การเดิน การยืน การเข้าสังคมเราจะได้เพื่อนมากมาย โลกของเราจะกว้างขึ้น ยาวขึ้น และลึกขึ้น อย่างอัตโนมัติ
ເມື່ອພາລະກິດການປະກວດສິ້ນສຸດແລ້ວ ນ້ອງເຈ່ນນີ້ໄດ້ນໍາຄວາມຮູ້ຫຍັງແດ່ມາຕໍ່ຍອດໃຫ້ກັບສັງຄົມ?
ຫຼາຍຢ່າງເລີຍ ຖ້າໃນແຫງ່ຂອງການປະກວດ ເຮົາກໍກາຍເປັນລຸ້ນເອື້ອຍທີ່ຄອຍໃຫ້ຄໍາແນະນໍາແກ່ນ້ອງໆ ທີ່ກໍາລັງຝຶກຝົນໃນເວທີຕ່າງໆ. ໃນແຫງ່ຂອງສັງຄົມເຮົາກໍໄດ້ເຂົ້າຮ່ວມກິດຈະກໍາຫຼາຍຢ່າງ ໂດຍສະເພາະກິດຈະກໍາ Bike For Her ເຊິ່ງເປັນການຂີ່ລົດຖີບທີ່ເປັນການຊ່ວຍລະດົມທຶນເພື່ອຢຸດຄວາມຮຸນແຮງ ເປັນການຊ່ວຍເຫຼືອຜູ້ຍິງທີ່ຖືກກະທໍາຄວາມຮຸນແຮງຕ່າງໆ ໂລກຂອງພວກເຂົາຈະເປັນສີດໍາ ພວກເຂົາເຫຼົ່ານັ້ນຈະເກັບຕົວ ເຮົາກໍຈະມີກອງທຶນທີ່ຈະເຂົ້າໄປຊ່ວຍເຫຼືອ ແລະ ລົນນະລົງໃຫ້ສັງຄົມຢຸດຄວາມຮຸນແຮງຕ່າງໆທຸກຮູບແບບ
และเมื่อภารกิจการประกวดเสร็จสิ้นไปแล้ว เราได้นำองค์ความรู้อะไรมาต่อยอดให้กับสังคมบ้าง
มากมายค่ะ ถ้าในแง่ของการประกวด เราก็กลายเป็นรุ่นพี่ที่คอยให้คำแนะนำน้อง ๆ ที่กำลังฝึกฝนในเวทีต่าง ๆ ในแง่ของสังคมเราก็ได้เข้าร่วมกิจกรรมมากมาย โดยเฉพาะอย่างยิ่งกิจกรรม Bike for her ซึ่งเป็นการปั่นจักรยานที่เป็นการช่วยระดมทุนเพื่อหยุดความรุนแรง เป็นการช่วยเหลือผู้หญิงที่ถูกทำร้าย เพราะบางคนเมื่อถูกกระทำความรุนแรงต่าง ๆ โลกของเขาจะเป็นสีดำ เขาจะเก็บตัว เราก็จะมีกองทุนที่จะเข้าไปช่วยเหลือและรณรงค์ให้สังคมหยุดความรุนแรงต่าง ๆ ทุกรูปแบบ
ຖ້າເຮົາບໍ່ໄດ້ເປັນນາງງາມຄິດວ່າຕອນນີ້ກໍາລັງເຮັດຫຍັງຢູ່?
ເຮັດທຸລະກິດສ່ວນຕົວແທ້ໆເລີຍ ເພາະເປັນຄົນທີ່ບໍ່ມັກງານຫ້ອງການ ເຖິງແມ່ນວ່າຈະຮຽນຈົບການເງິນການທະນາຄານກໍຕາມ ແຕ່ເຮົາມັກງານທາງດ້ານວົງການບັນເທີງຫຼາຍກວ່າ ມັກເປັນພິທີກອນ ຖ່າຍແບບ ເດີນແບບ ຮັກສວຍຮັກງາມ ກໍຄິດວ່າໜ້າຈະເປັນຫຍັງທີ່ກ່ຽວກັບຄວາມສວຍຄວາມງາມແນ່ນອນ
ถ้าเราไม่ได้เป็นนางงามคิดว่าตอนนี้เราจะกำลังทำอะไรอยู่
ทำธุรกิจส่วนตัวแน่ ๆ เลยค่ะ เพราะเป็นคนที่ไม่ชอบงานออฟฟิศ แม้ว่าจะจบการเงินการธนาคารก็ตาม แต่ชอบงานด้านวงการบันเทิงมาก ชอบเป็นพิธีกร ถ่ายแบบ เดินแบบ รักสวยรักงาม ก็คิดว่าคงจะทำอะไรที่เกี่ยวกับความสวยความงามแน่นอนค่ะ
ແລ້ວຕອນນີ້ນອກຈາກຈະເປັນພິທີກອນແລ້ວ ເດີນແບບແລ້ວ ຖ່າຍແບບແລ້ວ ຍັງເຮັດຫຍັງເພີມອີກ?
ນອກຈາກນັ້ນແລ້ວເຈ່ນນີ້ກໍຍັງໄດ້ເປີດ Modeling ຊື່ວ່າ: ຕົ້ນຄໍາ ກໍຄືໃຊ້ຊື່ຂອງຕົນເອງເລີຍ ເຮົາກໍຮັບຈັດຫານາຍແບບ ນາງແບບ ພິທີກອນ ແລ້ວກໍມີທຸລະກິດທີ່ກໍາລັງຈະເປີດໄວໆນີ້ທີ່ເປັນ Brand ຂອງຕົນເອງ
แล้วตอนนี้นอกจากจะเป็นพิธีกร เดินแบบ ถ่ายแบบแล้วทำอะไรอีก
ก็ยังมีเปิดโมเดลลิ่งชื่อว่าต้นคำ คือใช้ชื่อของตัวเองเลย เราก็รับจัดหานายแบบ นางแบบ พิธีกร แล้วก็มีไลน์ธุรกิจที่กำลังจะเปิดเร็ว ๆ นี้ในแบรนด์ของตัวเองด้วยค่ะ
ສະຖານທີ່ໆມັກໄປ Hang out ເວລາເລີກວຽກ ຫຼື ຍາມວ່າງ?
ເຈ່ນນີ້ກໍຈະໄປທີ່ Art Avenue ເພາະມີຮ້ານອາຫານໃຫ້ເລືອກຕັ້ງຫຼາຍຮ້ານ ສະຖານທີ່ຈອດລົດກໍສະດວກສະບາຍ ຄວາມຈິງແລ້ວທີ່ Art Avenue ຖືວ່າເປັນ Community Mall ທີ່ໃໝ່ຫຼາຍ ແຕ່ຄ່ອນຂ້າງຕອບໂຈດຊີວິດຄົນເມືອງ ໂດຍສະເພາະຢ່າງຍິ່ງຖ້າມັກຄວາມຫຼາກຫຼາຍຂອງຮ້ານອາຫານ ມີເກືອບທຸກຢ່າງເລີຍ ແລະ ບັນຍາກາດກໍດີສຸດໆ
สถานที่ที่มักจะไป Hang Out เวลาเลิกงานหรือยามว่าง
ก็จะไปที่ Art Avenue เพราะมีร้านอาหารให้เลือกเยอะมาก ที่จอดรถสะดวกสบาย จริง ๆ ที่ Art Avenue นับว่ายังเป็น Community mall ที่ใหม่มาก แต่ค่อนข้างตอบโจทย์ชีวิตคนเมือง โดยเฉพาะอย่างยิ่งถ้าชอบความหลากหลายของร้านอาหาร มีแทบจะทุกอย่างเลย และบรรยากาศก็ดีมาก ๆ ค่ะ
ฝากอะไรให้น้อง ๆ ที่อยากเป็นนางงามหรือทำ งานในวงการแบบเรา
ก็อยากให้มีความพยายาม มีศรัทธาในความฝันของตัวเอง เราจะไม่มีวันท้อ ถ้าใจเราสู้ อย่ายอมแพ้ง่าย ๆ ถ้าเราตั้งใจจริง เดินหน้า คว้าความฝันให้มาอยู่ในมือเราให้ได้
ຝາກເຖິງນ້ອງໆທີ່ຢາກເປັນນາງງາມຫຼືຢາກເຮັດວຽກທາງດ້ານວົງການແບບເຮົາ?
ກໍຢາກໃຫ້ມີຄວາມພະຍາຍາມ ມີສັດທາໃນຄວາມຝັນຂອງຕົນເອງ ເຮົາຈະບໍ່ມີມື້ຫຍໍ້ທໍ້ ຖ້າໃຈເຮົາສູ້ ຢ່າຍອມແພ້ງ່າຍໆ ຖ້າເຮົາຕັ້ງໃຈແທ້ ກ້າວໄປຂ້າງໜ້າ ຄວ້າຄວາມຝັນໃຫ້ມາຢູ່ກໍາມືເຮົາໃຫ້ໄດ້
……………………………………………………………………………….