top of page

VIP-INTERVIEW : Ms. Namphet

Updated: Jul 31, 2019




ໜຶ່ງດຽວໃນ ສປປ ລາວ ຜູ້ຍິງເກັ່ງ ທ່ານນາງ ເພັດມະນີພອນ ສິງຫາຣາຊ

CEO The LINE Laos ແລະ ຮອງປະທານບໍລິສັດ ລານທອງກໍ່ສ້າງ ຈຳກັດ


หนึ่งเดียว ใน สปป.ลาว...ผู้หญิงเก่ง เพชรมานีพร สิงหราช

CEO The LINE Laos และ รองประธานบริษัท ลานทองก่อสร้าง จำกัด

ຫາກເວົ້າເຖິງການເກີດໃໝ່ຂອງທຸລະກິດໃນ ສປປ ລາວ ທີ່ກໍາລັງເປັນທີ່ສົນໃຈຂອງນັກທຸລະກິດຄົນລຸ້ນໃໝ່ ແລະ ນັກລົງທຶນ ອີກໜຶ່ງທຸລະກິດດ້ານຄວາມງາມຄົບວົງຈອນຂອງ The LINE Anti-Aging ໜຶ່ງດຽວທີ່ຍັງຄົງຍືນຍົງກ້າວເຂົ້າສູ່ປີທີ 4 ກັບຄວາມສໍາເລັດທີ່ຕ້ອງໃຊ້ເວລາໃນການພິສູດ ຕະຫຼອດຈົນຄວາມມຸ້ງໝັ້ນ ແລະ ຄວາມຈິງໃຈ ເຮົາຈະໄປທໍາຄວາມຮູ້ຈັກກັບຜູ້ກໍ່ຕັ້ງ The LINE Laos ກັບຜູ້ຍິງເກັ່ງຄົນນີ້ກັນເລີຍ


หากพูดถึงการเกิดใหม่ของธุรกิจใน สปป. ลาว ที่กำลังเป็นที่สนใจ ของนักธุรกิจคนรุ่นใหม่ และนักลงทุนมากมาย และอีกหนึ่งธุรกิจด้านความงามครบวงจรของ The LINE Anti-Aging หนึ่งเดียว ที่ยังคงยืนหยัด ก้าวเข้าสู่ปีที่ 4 กับความสำเร็จ ที่ต้องใช้เวลาในการพิสูจน์ ตลอดจนความมุ่งมั่น และความจริงใจ เราจะไปทำความรู้จัก กับผู้ก่อตั้ง The LINE Laos กับผู้หญิงเก่งคนนี้กัน...

  • ຫາກຍ້ອນອະດີດກັບໄປໃນຊ່ວງຮຽນມະຫາວິທະຍາໄລຂອງ ທ່ານນາງ.ນໍ້າເພັດ

“ນໍ້າເພັດ ເປັນຄົນຮັກສວຍຮັກງາມມາຕັ້ງແຕ່ຕອນຍັງນ້ອຍ ມັກເຮັດໃຫ້ຕົວເອງດູດີ ງາມຕະຫຼອດເວລາ ນໍ້າເພັດເປັນຄົນທີ່ມັກສົນທະນາ ເຈລະຈາ ພົບປະຜູ້ຄົນ ຢາກມີໝູ່ຫຼາຍໆ / ແລ້ວເລືອກຮຽນສາຂາໃດ? / ນໍ້າເພັດເລືອກຮຽນຄະນະບໍລິຫານ ເພາະສົນໃຈ ຢາກມີທຸລະກິດເປັນຂອງຕົນເອງ ຢາກເປັນຜູ້ບໍລິຫານທີ່ດີ ໄດ້ຄິດມາຕັ້ງແຕ່ສະໄໝຮຽນແລ້ວ”

  • หากย้อนอดีตกลับไป ในช่วงเรียนมหาวิทยาลัย ของคุณน้ำเพชร

“น้ำเพชร..เป็นคนรักสวยรักงาม มาตั้งแต่เด็กแล้ว ชอบทำให้ตัวเองดูดี ดูสวยอยู่ตลอดเวลา เพชรเป็นคนชอบพูดคุย ชอบพบปะผู้คน อยากมีเพื่อนเยอะ ๆ ค่ะ / เลือกเรียนสาขาอะไร? / เพชร เลือกเรียนคณะบริหารค่ะ เพราะสนใจ อยากมีธุรกิจเป็นของตัวเอง อยากเป็นผู้บริหารที่ดี คิดมาตั้งแต่สมัยเรียนแล้วค่ะ..”

  • ສິ່ງໃດທີ່ເປັນແຮງບັນດານໃຈໃນການເຮັດທຸລະກິດດ້ານຄວາມງາມ The LINE Laos

“ຄວາມຈິງແລ້ວ ເມື່ອກ່ອນນໍ້າເພັດເຄີຍເຮັດສັນຍາກໍາດັງມາກ່ອນ ປາກົດວ່າຕ້ອງແກ້ດັງໃໝ່ເຖິງ 6 ຄັ້ງ ແຕ່ວ່າເມື່ອແກ້ແລ້ວມັນຈະໂດ່ງ ແລະ ເປັນສັນເກີນໄປເຊິ່ງມັນຈະເຮັດໃຫ້ທະລຸ ບໍ່ເປັນທໍາມະຊາດ ແລະນໍ້າເພັດເອງກໍພະຍາຍາມສຶກສາຄົ້ນຄວ້າຈົນໄດ້ມາພົບກັບ ທ່ານໝໍສັນຍາກໍາຈາກເກົາຫຼີ ທ່ານໝໍ ຈອງ ຢູຊ໊ອກ ແລະ ໄດ້ສົນທະນາກັນຈົນຕັດສິນໃຈແກ້ດັງຄືນໃໝ່ເປັນຄັ້ງທີ 7 ກັບທ່ານໝໍ ຜົນອອກມາດີຫຼາຍ ພໍໃຈທີ່ສຸດ ເຮັດໃຫ້ເຮົາເຊື່ອໝັ້ນໃນສີມືຂອງທ່ານໝໍຈອງເລີຍ ຕໍ່ມານໍ້າເພັດກໍໄດ້ພາ ພໍ່ ແລະ ແມ່ໄປສັນຍະກຳທີ່ປະເທດເກົາຫລີກັບທ່ານໝໍຈອງ ເຊິ່ງຜົນທີ່ອອກມາທຸກຄົນຕ່າງກໍພໍໃຈໝົດ ແຕ່ຊ່ວງນັ້ນຍັງບໍ່ເຄີຍຄິດວ່າຈະສາມາດເຮັດເປັນທຸລະກິດໄດ້ ແລະ ທີ່ ສປປ ລາວ ກໍຍັງບໍ່ທັນມີທຸລະກິດທາງດ້ານທີ່ປຶກສາສັນຍາກໍາ ຫຼື ດູແລຄວາມງາມ ໃນຊ່ວງເວລາທີ່ກໍາລັງຕັດສິນໃຈ ນໍ້າເພັດກໍໄດ້ໄປແກ້ຕາໃຫ້ມັນງາມແລະຫວານຂຶ້ນ ຜົນອອກມາກໍດີ ແລະ ຮູ້ສຶກພໍໃຈຫຼາຍ. ຈາກນັ້ນນໍ້າເພັດກໍໄດ້ມາປຶກສາກັບທ່ານໝໍຈອງວ່າ ເຮົາຕ້ອງການຢາກເຮັດທຸລະກິດກັບທ່ານໝໍ ທ່ານໝໍສົນໃຈມາປຶກສາເຮັດສັນຍາກໍາທີ່ປະເທດລາວຫຼືບໍ່ ກໍໄດ້ຕິດຕໍ່ກັນມາເລື້ອຍໆ ໃນຊ່ວງທໍາອິດເຮົາເອົາຄົນລາວທີ່ຕ້ອງການເຮັດ ໄປເຮັດສັນຍາກໍາທີ່ປະເທດເກົາຫຼີກ່ອນ ໃນເວລາຕໍ່ມາ ທ່ານໝໍກໍບິນມາຮັບຄໍາປຶກສາທີ່ປະເທດລາວ ໃນຊ່ວງນັ້ນລູກຄ້າໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ເພາະວ່າບາງຄົນກໍບໍ່ສະດວກທັງເລື່ອງເວລາທີ່ຈະໄປເຮັດທີ່ປະເທດເກົາຫຼີ ຈົນເປັນທີ່ມາຂອງການກໍ່ຕັ້ງ The LINE Laos ແລະເປັນເຈົ້າດຽວໃນປະເທດລາວ ແລະ ໄດ້ພັນທະມິດທີ່ດີຈາກໂຮງໝໍໃນ ສປປ ລາວ ມາອໍານວຍຄວາມສະດວກໃນເລື່ອງສະຖານທີ່ ແຕ່ຖ້າມີເຄສຜ່າຕັດ ທ່ານໝໍຈອງ ກໍຈະນໍາເອົາອຸປະກອນການຜ່າຕັດທັງໝົດ ມາຈາກປະເທດເກົາຫຼີ ສິ່ງນີ້ຈຶ່ງເປັນສິ່ງທີ່ສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນຂອງລູກຄ້າທຸກຄົນທີ່ຮັບບໍລິການ ຈົນເຮັດໃຫ້ The LINE Laos ເລີ່ມເປັນທີ່ຮູ້ຈັກ ແລະ ມີຄົນສົນໃຈຕິດຕໍ່ເຂົ້າມາຢ່າງຫຼວງຫຼາຍ”

  • อะไร? คือแรงบันดาลใจ ในการทำธุรกิจด้านความงาม The LINE Laos

“ขอบอกตามตรง...เมื่อก่อน เพชรเคยทำศัลยกรรมเสริมจมูกก่อน ปรากฏว่าต้องแก้จมูกใหม่ ถึง 6 ครั้ง พอแก้แล้วมันจะโด่งมากเกินไปเหมือนจะทะลุ ไม่เป็นธรรมชาติ ตัวเพชรเองก็พยายามศึกษาค้นหา จนได้พบกับแพทย์ศัลยกรรมเกาหลี หมอจอง และได้พูดคุยกัน จนตัดสินใจแก้จมูกครั้งที่ 7 กับหมอคนนี้ ผลออกมาคือดี พอใจมาก ๆ เชื่อมั่นในฝีมือหมอจอง ต่อมา...เพชรก็พาคุณพ่อและคุณแม่ไปทำศัลยกรรมที่ประเทศเกาหลี กับหมอจอง ผลที่อออกมา ทุกคนพอใจหมด..แต่ช่วงนั้นยังไม่เคยคิดว่าจะสามารถทำเป็นธุรกิจได้ และที่ ลาว ก็ยังไม่มีธุรกิจด้านที่ปรึกษาศัลยกรรม หรือดูแลความงามเลย ช่วงเวลาที่กำลังตัดสินใจ เพชรก็ได้ไปแก้ตาให้สวยชัดขึ้น และหวานขึ้น ผลก็ออกมาดี พอใจ.. / เพชร ก็เลยได้คุยกับคุณหมอจอง ว่าเราอยากทำธุรกิจกับคุณหมอเลยได้คุยกับคุณหมอจอง ว่าสนใจมารับปรึกษาทำศัลยกรรมที่ประเทศลาวหรือไม่ ก็ติดต่อกันมาเรื่อย ๆ แต่ในช่วงแรกเราเอาคนลาวที่ต้องการทำ บินไปทำศัลกรรมที่ประเทศเกาหลีก่อน พอต่อมา..คุณหมอก็บินมารับปรึกษาที่ประเทศลาว ช่วงนั้นลูกค้าให้ความสนใจเยอะมาก ๆ ค่ะ เพราะบางคนไม่สะดวกทั้งเรื่องเวลา ที่จะไปทำที่ประเทศเกาหลี...จนเป็นที่มาของการก่อตั้ง The LINE Laos และเป็นเจ้าเดียว ในประเทศลาว และได้พันธมิตรที่ดีจากโรงพยาบาลในลาว มาอำนวยความสะดวกในเรื่องสถานที่ แต่ถ้ามีเคสผ่าตัด คุณหมอจอง ก็จะนำเอาอุปกรณ์การผ่าตัดทั้งหมด มาจาก

ประเทศเกาหลี สิ่งนี้แหละที่สร้างความมั่นใจ และความเชื่อมั่นของลูกค้าทุกคนที่รับบริการ จนทำให้ The LINE Laos เริ่มเป็นที่รู้จัก และมีคนที่สนใจติดต่อเข้ามามากมายค่ะ..”

  • ຖ້າຫາກໄປເຮັດສັນຍາກໍາທີ່ເກົາຫຼີກັບໃຫ້ທ່ານໝໍເກົາຫຼີມາເຮັດສັນຍາກໍາໃຫ້ທີ່ ສປປ ລາວ ແບບໃດທີ່ເປັນທາງເລືອກທີ່ດີກວ່າ

“ເທົ່າທີ່ນໍ້າເພັດໄດ້ມາເຮັດວຽກຈຸດນີ້ ແລະ ລູກຄ້າກໍບອກມາວ່າ ຖ້າພາໝໍເກົາຫຼີມາເຮັດໃຫ້ຢູ່ປະເທດເຮົາ ຈະຊ່ວຍໃຫ້ປະຫຍັດງົບປະມານຫຼາຍກວ່າໄປເຮັດທີ່ເກົາຫຼີ ອີກທັງຍັງປະຫຍັດໃນເລື່ອງຂອງເວລາ ສະດວກສະບາຍ ແລະ ມີເວລາໃນການພັກຟື້ນຫຼາຍຂຶ້ນ ”

  • ถ้าบินไปทำศัลยกรรมที่เกาหลี กับให้คุณหมอเกาหลี บินมาทำศัลยกรรมให้ที่ลาว อะไร? คือทางเลือกที่ดีกว่า

“เท่าที่เพชร ทำงานตรงนี้มา และลูกค้าก็บอกมาว่า ถ้านำหมอเกาหลีบินมาทำให้ที่นี่ จะทำให้ช่วยให้ประหยัดงบขึ้น

มากกว่าบินไปทำที่เกาหลี อีกทั้งยังประหยัดเรื่องเวลา สะดวกสบาย และมีเวลาในการพักฟื้น มากขึ้นด้วยค่ะ”

  • ກ້າວເຂົ້າສູ່ປີທີ 4 ຂອງ The LINE Laos ມີການປັບ ຫຼື ວາງແນວທາງການບໍລິຫານໄວ້ແນວໃດແດ່?

“ການທີ່ເຮົາຈະເຮັດທຸລະກິດໃຫ້ປະສົບຄວາມສໍາເລັດໄດ້ນັ້ນ ກໍຕ້ອງມີຄວາມມຸ້ງໝັ້ນ ຕັ້ງໃຈ ເລືອກສິ່ງທີ່ດີ ແລະ ຕ້ອງມີຄວາມຈິງໃຈ ແລະ ເຮັດໄດ້ຈິງ ຖ້າຄິດຈະຫວັງແຕ່ເງິນຢ່າງດຽວ ອາດຈະຢູ່ໄດ້ບໍ່ດົນ ເຮົາຕ້ອງເຮັດໃຫ້ສົມກັບຄວາມຕັ້ງໃຈ ເຊື່ອໃຈຂອງລູກຄ້າທີ່ເຂົ້າມາຫາເຮົາ ທຸກມື້ນີ້ ເຮັດທຸລະກິດຮ່ວມກັບທ່ານໝໍ ແລະ ລູກຄ້າ ເຮົາຕ້ອງເປັນຄອບຄົວດຽວກັນ ແລະ ເຮັດອອກມາໃຫ້ດີທີ່ສຸດ ຕະຫຼອດໄລຍະເວລາກວ່າ 3 ປີ ທີ່ຜ່ານມາ ນໍ້າເພັດເອງຮູ້ສຶກຕື່ນເຕັ້ນ ແລະ ຊ່ວຍເບິ່ງແຍງລູກຄ້າ ທີ່ຕ້ອງຜ່າຕັດ ເຮັດທຸກຢ່າງເພື່ອໃຫ້ປອດໄພ ແລະ ໃຫ້ອອກມາດີທີ່ສຸດ ຕ້ອງຂໍຂອບໃຈ DR. Chung Yosuk , DR. JO Jae Ho ທ່ານໝໍສັນຍາກໍາຈາກປະເທດເກົາຫຼີ ທີ່ຮ່ວມງານກັບເຮົາມາຕະຫຼອດ”




  • ก้าวสู่ปีที่ 4 ของ The LINE Laos มีการปรับหรือวางแนวทางการบริหาร ไว้อย่างไรบ้าง?

“การที่เราจะทำธุรกิจให้ประสบความสำเร็จได้นั้น ก็ต้องมีความมุ่งมั่น ตั้งใจ เลือกสิ่งที่ดี และต้องมีความ

จริงใจ และทำได้จริง ถ้าคิดจะทำแค่เงินอย่างเดียว คงอยู่ได้ไม่นาน เราต้องทำให้สมกับตั้งใจ เชื่อใจของลูกค้าที่เข้ามาหาเราทุกวันนี้ ทำธุรกิจกับคุณหมอ หรือลูกค้าให้เหมือนเราเป็นครอบครัวเดียวกัน และทำให้ดีที่สุด ตลอดระยะเวลากว่า 3 ปีที่ผ่าน มา ตัวน้ำเพชรเองรู้สึกตื่นเต้น และช่วยดูแลลูกค้า ที่ต้องผ่าตัด ทำทุกอย่างเพื่อให้ปลอดภัย และให้ออกมาดีที่สุดค่ะ ก็ต้องขอขอบคุณ DR. Chung Yosuk , DR. JO Jae Ho คุณหมอศัลยกรรมจากเกาหลี ที่ร่วมงานกับเรามาตลอดค่ะ..”

  • ອາດຈະເວົ້າໄດ້ເຕັມປາກວ່າ The LINE Laos ເປັນ Content ດ້ານຄວາມງາມໜຶ່ງດຽວໃນ ສປປ ລາວ ໃນປີ 2019 ມີການວາງແຜນ ຫຼື ເປົ້າໝາຍໄວ້ແນວໃດ?

“ ໃນສ່ວນຕົວຂອງນໍ້າເພັດເອງ ຢາກຈະເຮັດໃຫ້ດີກວ່າມື້ນີ້ ແລະ ເສາະຫານະວັດຕະກໍາໃໝ່ທີ່ມີຄຸນະພາບ ແລະ ຍັງໄດ້ຄູ່ຄິດທີ່ດີ ຈາກທ່ານໝໍ ຈອງ ແລະ ໝໍໂຈ ອະນາຄົດຈະມີການນໍາເຂົ້າຜະລິດຕະພັນດ້ານການເບິ່ງແຍງຜິວ ພັດທະນາດ້ານ Treatment ທີ່ມີຢູ່ແລ້ວໃຫ້ດີຂຶ້ນເລື້ອຍໆ ຕ້ອງເລືອກແຕ່ສິ່ງດີໆ ຂອງດີໆ ໃຫ້ກັບລູກຄ້າ ລາຄາຜະລິດຕະພັນ ແລະ ການບໍລິຫານກໍຕ້ອງເໝາະສົມກັບຄຸນະພາບເຊັ່ນກັນ”

  • คงพูดได้เต็มปากว่า The LINE Laos คือคอนเท้นท์ด้านความงาม หนึ่งเดียวใน สปป.ลาว ในปี 2019 มีการวางแผนงาน หรือเป้าหมายไว้อย่างไร?

“ในส่วนตัวน้ำเพชร อยากจะทำให้ดีขึ้นกว่าวันนี้ และเสาะหานวัตกรรมใหม่ ที่มีคุณภาพ และยังได้คู่คิดที่ดี จากคุณหมอจองและหมอโจ อนาคตของมีการนำเข้าผลิตภัณฑ์ด้านดูแลผิว พัฒนาด้านทรีเม้นท์ ที่มีอยู่แล้ว ให้ดีขึ้นเรื่อยๆ ต้องเลือกแต่สิ่งดีๆ ของดีๆ ให้กับลูกค้า ราคาผลิตภัณฑ์ และการบริหาร ก็ต้องเหมาะสมกับคุณภาพด้วยค่ะ”

  • ດ້ວຍອາຍຸທີ່ເຂົ້າສູ່ 36 ປີ ແລ້ວມີລູກ 3 ຄົນ ມີເຕັກນິກໃນການເບິ່ງແຍງສຸຂະພາບແລະຜິວພັນແນວໃດ?

“ຕ້ອງໃສ່ໃຈໃນເລື່ອງການຮັບປະທານອາຫານທີ່ມີປະໂຫຍດ ມີສານອາຫານຄົບຖ້ວນ ຜັກສົດ ໝາກໄມ້ ຕ້ອງບໍ່ຂາດ ແລະ ການພັກຜ່ອນອອກກໍາລັງກາຍບາງຄັ້ງ ກໍຈະເຮັດໃຫ້ຮ່າງກາຍຂອງເຮົາສົດຊື່ນ ທັງສຸຂະພາບແຂງແຮງ ແລະ ໃຫ້ໝໍຈອງ, ໝໍໂຈຊ່ວຍດູແລຮ່າງກາຍຂອງນໍ້າເພັດອີກທາງໜຶ່ງນຳ”

  • ด้วยวัยย่างเข้า 36 และมีลูก 3 มีเทคนิคในการดูแลสุขภาพ แลผิวพรรณอย่างไร?

“ต้องใส่ใจในเรื่องการรับประทานอาหารที่มีประโยชน์ มีสารอาหารครบ ผักสด ผลไม้ ต้องไม่ขาด และการพักผ่อนออกกำลังกายบ้าง ก็จะทำให้ร่างกายของเราสดชื่น สุขภาพแข็งแรง และให้หมอจอง หมอโจช่วยดูแลร่างกายของน้ำเพชรอีกทางหนึ่งค่ะ”

  • ໃນຄວາມເປັນ The LINE Laos ແລະ ຍັງຄົງເປັນໜຶ່ງດຽວໃນ ສປປ ລາວ

“ເຮົາຍິນດີທີ່ຈະໃຫ້ທຸກຄົນທີ່ສົນໃຈ ແລະ ເຂົ້າມາໂອ້ລົມ ຫຼື ປຶກສາ ບໍ່ຈໍາເປັນຕ້ອງມາເຮັດສັນຍາກໍາເຊັ່ນ ບາງຄົນເຄີຍເຂົ້າມາປຶກສານໍ້າເພັດວ່າຢາກເຮັດຕາ ເຮັດດັງ ແຕ່ຖ້າເຮົາເບິ່ງວ່າດວງຕາງາມ ເຂົ້າຮູບກັບໃບໜ້າແລ້ວ ເຮົາກໍຈະບອກໄປກົງໆເລີຍວ່າ ງາມຢູ່ແລ້ວ ບໍ່ຈໍາເປັນຕ້ອງເຮັດ / ແລ້ວບໍ່ຮູ້ສຶກເສຍດາຍບໍ່ທີ່ໄດ້ປະຕິເສດໄປ / ນໍ້າເພັດ ບໍ່ຮູ້ສຶກເສຍດາຍເລີຍ ເພາະເຮົາຕ້ອງບອກຄວາມຈິງ ໃຊ້ຄວາມຈິງໃຈ ເພາະວ່າບໍ່ດົນລູກຄ້າຄົນນີ້ຕ້ອງກັບມາຫາເຮົາ ແຕ່ອາດຈະມາເຮັດຢ່າງອື່ນ ນີ້ແມ່ນຜົນຂອງຄວາມຈິງໃຈທີ່ເຮົາໄດ້ເປັນສ່ວນໜຶ່ງທີ່ເຮັດໃຫ້ຄົນທີ່ມາໃຊ້ບໍລິການກັບເຮົາ ດູດີຂຶ້ນ ງາມຂຶ້ນ ເທົ່ານີ້ກໍມີຄວາມສຸກແລ້ວ ( ຍິ້ມ ) ”

  • ในความเป็น The LINE Laos และยังคงเป็นหนึ่งเดียว ใน สปป.ลาว

“เรายินดีที่จะให้ทุกคนที่สนใจ แวะเข้ามาพูดคุยหรือปรึกษา ไม่จำเป็นต้องมาทำศัลยกรรม อย่างบางคน เคยเข้ามา ปรึกษาน้ำเพชร ว่าอยากทำตา ทำจมูก แต่ถ้าเรามองเห็นว่าดวงตา สวยเข้ารูปกับใบหน้าแล้ว เราก็จะพูดไปตามตรงว่าสวยอยู่แล้ว ไม่จำเป็นต้องทำก็จะบอกตรงๆ / ถาม.. แล้วไม่รู้สึกเสียดายที่ปฏิเสธไป นำเพชร... “ไม่รู้สึกเสียดายเลยค่ะ เพราะเราต้องพูดความจริง ใช้ความจริงใจ พอไม่นานลูกค้าคนนี้ก็กลับมาหาเรา แต่มาทำอย่างอื่น นี่คือผลของความจริงใจที่เราได้เป็นส่วนหนึ่งที่ทำให้คนที่มาใช้บริการกับเรา ดูดีขึ้น สวยขึ้น แค่นี้ก็มีความสุขแล้วค่ะ..” (หัวเราะ)

ນີ້ແມ່ນການຢໍ້າຄືນ ເຖິງຄວາມມຸ້ງໝັ້ນ ແລະ ຕັ້ງໃຈ ໃຊ້ຄວາມຈິງໃຈ ເສາະຫາໃນສິ່ງທີ່ຄິດວ່າແມ່ນໃນການເຮັດທຸລະກິດໃຫ້ປະສົບຄວາມສໍາເລັດ ແລະ ເປັນທີ່ຍອມຮັບ “ The LINE Laos ທີ່ນີ້ ເຮົາເນັ້ນເລື່ອງການເຮັດສັນຍາກໍາທົ່ວຮ່າງກາຍ ແລະ ຮັບປຶກສາດ້ານຄວາມງາມເນັ້ນການເຮັດສັນຍາກໍາຄົບວົງຈອນ ກັບສາວນັກທຸລະກິດ ຄົນລຸ້ນໃໝ່ ຜູ້ບຸກເບີກເປັນຄົນທໍາອິດ ແລະ ໜຶ່ງດຽວເປັນແຫ່ງທໍາອິດ ແລະ ແຫ່ງດຽວໃນ ສປປ ລາວ ກັບຄວາມສໍາເລັດຂອງຜູ້ຍິງແຖວໜ້າຄົນນີ້ ທ່ານນາງ ເພັດມະນີພອນ ສິງຫາຣາຊ CEO The LINE Laos


คงเป็นการตอกย้ำ ถึงความมุ่งมั่น และตั้งใจ ใช้ความจริงใจ เสาะหาในสิ่งที่คิดว่าใช่ ในการทำธุรกิจให้ประสบความสำเร็จ และเป็นที่ยอมรับ “The LINE Laos ที่นี่..เราเน้นเรื่องการทำศัลยกรรมทั้งเรือนร่าง และรับปรึกษาด้านความงามเน้นการทำศัลยกรรมครบวงจร กับสาวนักธุรกิจ คนรุ่นใหม่ ผู้บุกเบิกเป็นคนแรก และหนึ่งเดียวเป็นแห่งแรก และแห่งเดียวใน สปป.ลาว กับความสำเร็จของผู้หญิงแถวหน้า คนนี้...เพชรมานีพร สิงหราช CEO The LINE Laos



18 views0 comments
bottom of page