top of page

VIP-INTERVIEW: Suea Chittakone Phomphiphack



Suea Chittakone Phomphiphack

The Winner WOW 30 Hottest Project 3


ສໍາຫຼັບໃຜທີ່ເປັນແຟນຂອງ WOW 30 ໜຸ່ມໂສດ ຄົງຈະຈື່ໜ້າຂອງໜຸ່ມໜ້າເຂັ້ມ Body ເຕັມຮ້ອຍຂອງ ເສືອ ຈິດຕະກອນ ໄດ້ເພາະບໍ່ພຽງແຕ່ເປັນໜຸ່ມໂສດທີ່ຄວ້າໃຈຂອງສາວໆມາຄອງເທົ່ານັ້ນ ແຕ່ໜຸ່ມເສືອຍັງສາມາດຄວ້າໃຈກໍາມະການຈົນໄດ້ຮັບລາງວັນ The Winner ໄປຄອງອີກດ້ວຍ ໂດຍອາຍຸພຽງ 23 ປີ, ສູງ 1,78 ແມັດ, ນໍ້າໜັກ 67 ກິໂລກຣາມ WOW Magazine Society ສະບັບນີ້ຈຶ່ງບໍ່ຊ້າ ຮີບດຶງເອົາໜຸ່ມເສືອມານັ່ງເປີດໃຈໃຫ້ແຟນໆ WOW ໄດ້ຮູ້ຈັກກັນເລີຍ


สำหรับใครที่เป็นแฟนของ Wow 30 หนุ่มโสด คงจะจำหน้าของหนุ่มหน้าเข้ม บอดี้เต็มร้อย ของเสือ จิตรกรกันได้ เพราะไม่เพียงเป็นหนุ่มโสดที่คว้าใจของสาว ๆ มาครองเท่านั้น แต่หนุ่มเสือ ยังได้คว้าใจกรรมการจนได้รับรางวัล The Winner ไปครองอีกด้วย ด้วยวัยเพียง 23 ปีและมีส่วนสูง 178 เซนติเมตร หนัก 67 กิโลกรัม Wow Magazine Society ฉบับนี้จึงไม่รอช้า รีบคว้าตัวมานั่งเปิดอกเปิดใจ ให้แฟน ๆ ชาว Wow ได้รู้จักกันสักหน่อย


ສິ່ງໃດທີ່ເປັນແຮງບັນດານໃຈໃຫ້ເຂົ້າມາປະກວດ 30 ໜຸ່ມໂສດຂອງ WOW

ປີກ່ອນຂ້າພະເຈົ້າໄດ້ມີໂອກາດມາເດີນແບບໃຫ້ກັບ WOW Fashion Week ຈື່ໄດ້ວ່າຕອນທີ່ໄດ້ເດີນເທິງ Runway ຂ້າພະເຈົ້າຍັງຄິດໃນໃຈວ່າ ມັນກໍຄັກແບບໜຶ່ງ ຖ້າເຮົາໄດ້ເປັນນາຍແບບເຕັມຕົວກໍຄົງຈະດີ ແຕ່ຕອນນັ້ນບອກເລີຍວ່າ ຢາກເປັນ ແຕ່ຍັງຂາດຄວາມໝັ້ນໃຈ. ປີຕໍ່ມາ ຂ້າພະເຈົ້າເຫັນ WOW Magazine Society ປະກາດຮັບສະໝັກ 30 ໜຸ່ມໂສດ ແລະ ຕອນນັ້ນກໍຮູ້ສຶກຕື່ນເຕັ້ນ ເພາະຕົນເອງກໍເປັນຄົນທີ່ມັກລອງສິ່ງໃໝ່ໆໃຫ້ກັບຊີວິດ ເພື່ອເຮົາຈະໄດ້ມີຄວາມຮູ້ສຶກຄືຕອນເຮົາເດີນແບບເທິງ Runway ແບບນັ້ນອີກ ບາງທີອາດຈະໄດ້ຈັກຕໍາແໜ່ງກໍໄດ້ ກໍເລີຍຕັດສິນໃຈລອງມາຄັດຕົວເບິ່ງ


อะไรเป็นแรงบันดาลใจให้เข้ามาประกวด 30 หนุ่มโสดของ Wow

ปีก่อนผมได้มีโอกาสมาเดินแบบให้กับ Wow Fashion Week ครับ ผมจำได้ว่า ตอนที่ผมเดินบนรันเวย์ ผมแอบคิดในใจเบา ๆ ว่า เฮ้ย มันสนุก ถ้าเราได้เป็นนายแบบเต็มตัว ก็คงจะดีนะ แต่ตอนนั้นผมบอกเลยว่า ผมมีความอยาก แต่ผมขาดความมั่นใจ ปีต่อมา ผมเห็น Wow Magazine Society โพสต์รับสมัคร 30 หนุ่มโสด และผมก็รู้สึกตื่นเต้นตั้งแต่เห็นประกาศ อยากลองอะไรใหม่ ๆ ในชีวิต เฮ้ย เผื่อเราจะได้มีความรู้สึกเหมือนตอนเราเดินบนรันเวย์แบบนั้นอีก เราเคยเดินแบบแล้วนี่นา อาจจะได้ตำแหน่งก็ได้นะ ก็ลองมา Cast ดูครับ


ການມາຄັດເລືອກຮູ້ສຶກແນວໃດແດ່?

ເມື່ອມາຕອນທໍາອິດກໍຮູ້ສຶກທໍ້ເລີຍ ເກືອບຈະໝົດຄວາມໝັ້ນໃຈ ເຫັນຄົນອື່ນໆທີ່ມາຄັດເລືອກຄືກັນ ແຕ່ລະຄົນຫຸ່ນດີໆ ໃຜໆກໍໜ້າຕາຫຼໍ່ໆ ຂາວໆ ກໍຄືຂ້າພະເຈົ້າເອງພັດຜີວຄໍ້າດໍາຫຼາຍຕອນນັ້ນ ພາຍຫຼັງທີ່ຄັດເລືອກແລ້ວໆ ຈຶ່ງຮູ້ວ່າເຮົາເປັນຄົນທີ່ຜີວດໍາທີ່ສຸດໃນບັນດາຄົນທີ່ມາປະກວດເລີຍ


มา Castingแล้วรู้สึกอย่างไรบ้าง

พอมาวันแรกก็ใจฝ่อ แทบจะหมดความมั่นใจไปเลย (หัวเราะ) เห็นคนอื่น ๆ ที่มา Cast เหมือนกัน แต่ละคนหุ่นดี ๆ หน้าตาหล่อ ๆ ขาว ๆ กันทั้งนั้น คือผมเนี่ยรู้สึกว่าผมผิวคล้ำออกดำมาก ตอนหลังพอเห็นเพื่อนทุกคนถึงมารู้ว่า เออเรานี่ดำที่สุดในบรรดาคนที่มาประกวดเลย


ແຕ່ເຮົາກໍໄດ້ຮັບລາງວັນຊະນະເລີດ ຄິດວ່າເປັນຫຍັງກໍາມະການຈຶ່ງໃຫ້ເຮົາເປັນຜູ້ຊະນະ?

ອາດຈະເປັນເພາະວ່າເຮົາມີຄວາມຕັ້ງໃຈ ເວລາເຮັດກິດຈະກໍາຫຼືເຮັດຫຍັງຕ່າງໆ ຂ້າພະເຈົ້າກໍມີຄວາມພະຍາຍາມສູງ ນັບຕັ້ງແຕ່ການເບິ່ງແຍງສຸຂະພາບຮ່າງກາຍ, ການເຂົ້າ Fitness, ການຮັບປະທານອາຫານທີ່ມີປະໂຫຍດ ແລະ ພະຍາຍາມເຕັມທີ່ກັບທຸກໆງານ


แต่เราก็ได้รางวัลชนะเลิศนะ คิดว่าทำไมกรรมการถึงให้เราชนะ

น่าจะเป็นเพราะว่า ผมตั้งใจทำทุกอย่างให้ดีที่สุด ผมพยายามมาก ตั้งแต่ดูแลสุขภาพร่างกาย เข้าฟิตเนส 5 ครั้งต่อสัปดาห์ รับประทานอาหารที่มีประโยชน์ และพยายามเต็มที่กับทุก ๆ กิจกรรม


ມີນາຍແບບຄົນໃດທີ່ເປັນ idol ຂອງເຮົາແດ່?

ໂຕໂນ້ ມັກຫຼາຍ ຂ້າພະເຈົ້າເຫັນວ່າ Body ລາວດີຫຼາຍ ແລະ ອີກທັງລາວຍັງເປັນຄົນສູ້ຊີວິດ ບໍ່ຍອມແພ້ຫຍັງງ່າຍໆ


มีนายแบบคนไหนที่เป็น Idol ของเรา

โตโน่ครับ ผมชอบเขามาก ผมเห็นว่า Body เขาสวยมาก และเขาก็ยังเป็นคนสู้ชีวิต ไม่ยอมแพ้อะไรง่าย ๆ


ແລ້ວຕອນນີ້ Body ຂອງເຮົາໃກ້ຄຽງກັບໂຕໂນ້ຫຼາຍປານໃດ?

ຕອນນີ້ຮູ້ສຶກວ່າເກືອບຄືໆກັນແລ້ວ (ສະແດງອາລົມຫົວ)


แล้วตอนนี้ Body ของเราใกล้เคียงพี่โตโน่ไหม

(หัวเราะ) ตอนนี้ใกล้เคียงมากแล้วครับ


ຍ້ອນກັບໄປໃນອາດີດ ຖ້າເສືອບໍ່ໄດ້ເປັນນາຍແບບ ບໍ່ໄດ້ເຮັດວຽກທາງດ້ານວົງການບັນເທີງ ຄິດວ່າຕອນນີ້ຈະເຮັດຫຍັງ?

ຂ້າພະເຈົ້າຮຽນຈົບໄຟຟ້າ ກໍອາດຈະເປັນຊ່າງໄຟກໍໄດ້ (ສະແດງອາລົມຫົວ). ແຕ່ຂ້າພະເຈົ້າເຊື່ອວ່າເຮົາທຸກຄົນຈະພົບຈຸດຫັກເຫຂອງຊີວິດ ເມື່ອເຮົາເດີນທາງມາຢູ່ຈຸດໃດຈຸດໜຶ່ງໃນຊ່ວງຊີວິດສະເໝີ ມັນຢູ່ທີ່ວ່າ ເຈົ້ານັ້ນຈະຄວ້າໂອກາດດີໆຂອງຊີວິດໄວ້ໄດ້ຫຼືບໍ່ ເຮົາຈະສາມາດປ່ຽນວິກິດເປັນໂອກາດໄດ້ຫຼືບໍ່ ເຖິງແມ່ນວ່າຕົ້ນທຶນໃນຊີວິດຂອງແຕ່ລະຄົນຈະບໍ່ເທົ່າກັນ ແຕ່ຂ້າພະເຈົ້າໝັ້ນໃຈວ່າມັນສາມາດສ້າງມູນຄ່າເພີ່ມໃຫ້ກັບຊີວິດຂອງເຈົ້າໄດ້


ย้อนไปในอดีต ถ้าคุณไม่ได้เป็นนายแบบ ไม่ได้ทำงานในวงการ คุณคิดว่าตอนนี้คุณจะทำอะไรอยู่

ผมเรียนจบช่างไฟฟ้า ผมก็อาจเป็นช่างไฟฟ้าก็เป็นได้ครับ (หัวเราะ) แต่ผมเชื่อว่าเราทุกคนจะพบจุดหักเหของชีวิต เมื่อเราเดินทางมาอยู่จุดใดจุดหนึ่งในช่วงชีวิตเสมอ มันอยู่ที่ว่า คุณจะคว้าโอกาสทองของชีวิตไว้ได้หรือเปล่า เราจะสามารถเปลี่ยนวิกฤตเป็นโอกาสได้หรือเปล่า แม้ต้นทุนชีวิตของแต่ละคนจะไม่เท่ากัน แต่ผมมั่นใจว่าคุณสร้างมูลค่าเพิ่มให้กับชีวิตของคุณได้


ຄົນທີ່ຈະເປັນ The Winner ໃນ 30 ໜຸ່ມໂສດນີ້ຕ້ອງມີຄຸນສົມບັດຫຍັງທີ່ສໍາຄັນທີ່ສຸດໃນທັດສະນະຂອງເຮົາ?

ຕ້ອງເປັນຄົນທີ່ມີຄວາມຕັ້ງໃຈ ແນ່ນອນວ່າມື້ໜຶ່ງຕ້ອງມີໜ້າຕາ ບຸກຄະລິກ ຮູບຮ່າງໃຫ້ດູດີ ສົມສ່ວນ ແຂງແຮງ ແຕ່ເໜືອສິ່ງອື່ນໃດທ່ານຈະຕ້ອງມີໃຈທີ່ຢາກຈະໄດ້ມັນແທ້ໆ ຕ້ອງມາດ້ວຍໃຈ ຢ່າມາແບບຫຼິ້ນໆ ເພາະເມື່ອໃດທີ່ເຈົ້າຕັ້ງໃຈລົງມືເຮັດກັບມັນຈິງຈັງ ເຈົ້າຈະເປັນໜ້າຈື່ຈໍາ.


คนที่จะเป็น The Winner ใน 30 หนุ่มโสดนี้ต้องมีคุณสมบัติอะไรที่สำคัญที่สุด ในทรรศนะของเรา

ต้องเป็นคนที่มีความตั้งใจ แน่นอนว่าหนึ่งต้องมีหน้าตา บุคลิค รูปร่างให้ดูดี สมส่วน แข็งแรง แต่เหนือสิ่งอื่นใดคุณต้องมีใจ ที่อยากจะได้มันจริง ๆ ต้องมาจริง ๆ อย่ามาเล่น ๆ เพราะเมื่อไหร่ที่คุณเอาจริงเอาจังกับมัน คุณจะเป็นที่จดจำ โลกจะจำคุณได้


ປົກກະຕິເສືອມັກຈະໄປ Hang Out ທີ່ໃດແດ່?

ຕອນນີ້ຂ້າພະເຈົ້າມັກໄປທີ່ Beer Factory ຢູ່ Art Avenue ທີ່ຫາກໍເປີດໃໝ່ບໍ່ດົນນີ້ ດ້ວຍຄວາມທີ່ມີຄວາມໃໝ່, ຄວາມມັນ, ຄວາມແຊບ, ຄວາມສະໜຸກສະໜານ ທຸກຢ່າງຈະລວມຢູ່ທີ່ນີ້ທັງໝົດ ເຈົ້າຈະເຫັນຄົນລຸ້ນໃໝ່ໄຟແຮງ ແລະ ບໍ່ຕ້ອງຢູ່ບຽດກັນຈົນແອອັດ ເວົ້າງ່າຍໆກໍຄືເປັນສະຖານທີ່ໆມີຊ່ອງວ່າງໃຫ້ເຈົ້າໄດ້ມ່ວນຊື່ນແບບຫາຍໃຈໄດ້ ເປັນສະຖານທີ່ໆຂ້າພະເຈົ້າມັກຫຼາຍ


ปกติคุณจะไป Hang out ที่ไหนบ้าง

ตอนนี้ผมชอบที่ Beer Factory ตรง Art Avenue ที่เพิ่งเปิดใหม่ไม่นานนี้ครับ ด้วยความที่มีความใหม่ ความมันส์ ความอร่อย ความสนุกสนาน ทุกอย่างจะรวมอยู่ที่นั้นทั้งหมด คุณจะเจอคนรุ่นใหม่ไฟแรง และไม่ต้องเบียดเสียดกันจนแออัด พูดง่าย ๆ คือเป็นสถานที่ ๆ มีช่องว่างให้คุณสนุกสนานแบบหายใจได้ ผมชอบมาก ๆ ครับ


ຄະຕິປະຈໍາໃຈຂອງເສືອແມ່ນຫຍັງ?

ຢ່າໄປຕັດສິນໃຜພຽງແຕ່ພາຍນອກ ຖ້າເຮົາຍັງບໍ່ຮູ້ຈັກເຂົາດີພໍ


คติประจำใจของคุณคือ

อย่าตัดสินใครแค่เพียงภายนอก ถ้าเรายังไม่รู้จักเขาดีพอ


ຝາກຕິດຕາມຜົນງານຂອງຂ້າພະເຈົ້າແດ່ເດີ້ ເຊິ່ງຂໍສັນຍາວ່າຈະເຮັດໃຫ້ດີທີ່ສຸດ ແລະ ຈະພະຍາຍາມພັດທະນາຕົນເອງຢູ່ສະເໝີ ເຖິງແມ່ນວ່າມື້ນີ້ຂ້າພະເຈົ້າອາດຈະຍັງບໍ່ໄດ້ເຂົ້ານັ່ງຢູ່ໃນໃຈຂອງທ່ານ ແຕ່ຂ້າພະເຈົ້າເອງກໍບໍ່ຫຍໍ້ທໍ້ ແລະ ຈະຕັ້ງໃຈເຮັດທຸກຢ່າງໃຫ້ດີທີ່ສຸດ


ฝากอะไรให้กับแฟน ๆ Wow Magazine Society บ้าง

ฝากติดตามผลงานของผม ซึ่งผมสัญญาว่าจะทำให้ดีที่สุด และจะพยายามพัฒนาตัวเองอยู่เสมอ แม้ว่าวันนี้ผมอาจยังไม่ได้เข้าไปนั่งในใจของทุกท่าน แต่ผมก็จะไม่ย่อท้อ และตั้งใจทำทุกอย่างให้ดีที่สุดครับ

ຝາກເຖິງແຟນໆ WOW Magazine Society ແດ່?


………………………………………………….

11 views0 comments
bottom of page