WINE &DINE : THATLUANG PLAZA VIENTIANE LAOS

WINE & DINE ສະບັບນີ້ ຈະຂໍແນະນໍາໄປທີ່ສູນການຄ້າເປີດໃໝ່ ກວ້າງ ສະດວກສະບາຍໃນການຊອບປິ້ງ
ພ້ອມບໍລິການຈອດລົດຟຣີ ຕ້ອງບແກເລີຍວ່າ ທີ່ນີ້ນອກຈາກຈະມີຮ້ານເສື້ອຜ້າ Shop ຮ້ານດັງຫຼາກຫຼາຍ
ຍັງມີຄາເຟ່ ຮ້ານອາຫານ ໄວ້ຄອຍຖ້າຕ້ອນຮັບທຸກໆທ່ານ WOW Magazine ຈະມາແນະນໍາ 3 ຮ້ານ ໃນ 3 Style
ທີ່ສູນການຄ້າທາດຫຼວງພຣາຊ່າ
WINE &DINE ฉบับนี้ จะขอแนะนำพาไปที่ศูนย์การค้าเปิดใหม่ โอ่โถง สะดวกสบายในการเดินช้อปปิ้ง พร้อมบริการที่จอดรถฟรี ต้องบอกเลยว่า ที่นี่ นอกจากจะมีร้านเสื้อผ้า ช้อปร้านดังมากมาย ยังมีคาเฟ่
ร้านอาหาร ไว้คอยต้อนรับทุกๆท่าน WOW Magazine จะมาแนะนำ 3 ร้าน ใน 3 สไตล์
ที่ THATLUANG PLAZA
Naked Espresso Premium Café Thatluang Plaza ຊັ້ນ 1


ໃຜທີ່ມັກນັ່ງຈິບກາເຟ ນັດພົບປະໂອ້ລົມ ກໍຕ້ອງມານັ່ງທີ່ຮ້ານນີ້ NAKED ESPRESSO PREMIUMN CAFÉ ນອກເໜືອຈາກກາເຟທີ່ຄັດສັນມາຢ່າງດີແລ້ວ ເມນູທີ່ຢາກແນະນໍາ Fried Vietnamese Spring Rolls
ໄສ້ລວມຜັກ ແລະ ຫໍ່ດ້ວຍແປ້ງ ກ່ອນນໍາໄປທອດຈົນເຫຼືອງ ເສີບພ້ອມເຂົ້າ ພ້ອມນໍາຈິ້ມຫວານ ໂຮຍດ້ວຍຖົ່ວດິນຂົ້ວ ເປັນອາຫານວ່າງ ໃນ Style ຫວຽດນາມ ແລະ ເມນູສະປາເກັດຕີ້ທີ່ມີໃຫ້ເລືອກຫຼາກຫຼາຍເມນູ Naked Espresso ຕັ້ງໜ້າສູນການຄ້າທາດຫຼວງພຣາຊ່າ ເປັນອີກຮ້ານກາເຟຍອດນິຍົມໃນວຽງຈັນ ແລະ ຖືເປັນຈຸດນັດພົບຂອງເຫຼົ່າຄົນດັງ ຮ້ານເປີດບໍລິການທຸກມື້ ຕັ້ງແຕ່ເວລາ 9:00 – 20:00 ໂມງ ໂທ: 020 5519 9898
ใครที่ชอบนั่งจิบกาแฟ นัดพบปะพูดคุย ก็ต้องมานั่งที่ร้านนี้ NAKED ESPRESSO PREMIUMN CAFÉ นอกเหนือจากกาแฟที่คัดสรรมาอย่างดีแล้ว เมนูที่อยากแนะนำ Fried Vietnamese Spring Rolls
ไส้รวมผัก และห่อด้วยแป้งก่อนนำไปทอดจนเหลือง เสริห์ฟพร้อมข้าวเส้น พร้อมน้ำจิ้มหวาน
โรยด้วยถั่วลิสงคั่ว เป็นอาหารทานเล่น ในไสตล์เวียดนาม และเมนูสปาเก็ตตี้ที่มีให้เลือกหลากหลายเมนู Naked Espresso.. ตั้งหน้าศูนย์การค้าธาตุหลวงพลาซ่า เป็นอีกร้านกาแฟยอดนิยมในเวียงจันทน์
และถือเป็น จุดนัดพบของเหล่าคนดังมากมาย
ร้านเปิดบริการทุกวัน ตั้งแต่เวลา 09.00-20.00 น. โทร 020-551-99898




ຮ້ານແຊບອີ່ຫຼີ (Zapelee Restaurant) Thatluang Plaza ຊັ້ນ 2

ຮ້ານອາຫານຕາມສັ່ງ ຮ້ານແຊບອີ່ຫຼີ ລາຄາບໍ່ແພງ ແລະ ແຊບ ພ້ອມເມນູເດັດ ເຂົ້າປຽກ ສູດຕົ້ນຕໍາລັບ ແລະ ຍັງມີອາຫານຕາມສັ່ງ ດ້ວຍການຕົບແຕ່ງບັນຍາກາດເໝືອນກັບນັ່ງຮັບປະທານທີ່ບ້ານ ຮ້ານຕົບແຕ່ງດ້ວຍໂທນສີຂາວ ສະອາດຕາ ພິເສດ ຮ້ານອາຫານແຊບອີ່ຫຼີ ຊັ້ນ 2 ມີໂປຣພິເສດ ທຸກເມນູໃນຮ້ານລາຄາພຽງແຕ່ 10.000 ກີບ
ເທົ່ານັ້ນ ເປີດບໍລິການທຸກວັນ ຕັ້ງແຕ່ 10:00 – 21:00 ໂມງ
ร้านอาหารตามสั่ง ร้าน แซปอีหลี ราคาไม่แพง และอร่อย พร้อมเมนูเด็ด ข้าวเปียก สูตรต้นตำรับ และยังมีอาหารตามสั่ง ด้วยการตกแตกบรรยากาศเสมือนนั่งทานอาหารที่บ้าน ร้านตกแต่งด้วยโทนสีขาว
สะอาดตา พิเศษ ร้านอาหารแซปอีหลี ชั้น 2 มีโปรพิเศษ ทุกเทนูในร้านราคาเพียง 10,000 กีบเท่านั้น
เปิดบริการทุกวัน ตั้งแต่เวลา 10.00-21.00 น.
ຮ້ານໄກ່ທອດ Super Chicken Thatluang Plaza ຊັ້ນ 1


ສໍາຫຼັບທ່ານໃດທີ່ມັກໃນເມນູໄກ່ທອດ ກອບນອກນຸ້ມໃນ ຂໍແນະນໍາຕ້ອງຮ້ານນີ້ ກັບເມນູໄກ່ທອດສູດພິເສດ ທອດສົດໃໝ່ທຸກໆຊົ່ວໂມງ ແລະ ເມນູທີ່ບໍ່ຄວນພາດ ເມນູ ໝີ່ເຫຼືອງແບບນໍ້າ ແລະ ແບບແຫ້ງ ທີ່ມີໃຫ້ເລືອກຫຼາກຫຼາຍ
ທັງໝູອົບ ແລະ ເອັນງົວ ໃນລາຄາບໍ່ແພງ ເລີ່ມຕົ້ນ 15,000 ກີບ ຂຶ້ນໄປ
สำหรับใครที่ชื่นชอบเมนูไก่ทอด กรอบนอกนุ่มใน ขอแนะนำต้องร้านนี้ กับเมนูไก่ทอดสูตรพิเศษ ทอดสดใหม่ทุก ๆ ชั่วโมง และเมนูที่ไม่ควรพลาด เมนู บะหมี่น้ำ และแห้ง ที่มีให้เลือกหลากหลาย
ทั้งหมูอบ (Pork) และ เอ็นเนื้อ (Beef) ในราคาที่ไม่แพงเริ่มต้น 15,000 กีบขึ้นไป

ໄກ່ທອດທີ່ນີ້ ໝັກດ້ວຍສູດພິເສດ ແປ້ງກອບນອກນຸ້ມໃນ ແລະ ເມນູໝີ່ເຫຼືອງເສັ້ນໜຽວນຸ້ມ ນໍ້າ ທີ່ຕ້ອງລອງຊິມໃຫ້ໄດ້ ກໍຄື: ໝີ່ເຫຼືອງເອັນງົວ ຫວານ ກອບ ພ້ອມນໍ້າຊຸບລົດເຂັ້ມຂຸ້ນ ແລະ ເຄື່ອງດື່ມນາໆຊະນິດ ລອງແລ້ວຕ້ອງຕິດໃຈ ເມນູເຄື່ອງດື່ມ Blue Pen Flower ແລະ ຊາຂຽວ Green Tea ໃສ່ນົມສົດ ທ່ານໃດທີ່ດື່ມແລ້ວຕ້ອງຊື່ນໃຈ
ແລະ ດີຕໍ່ສຸຂະພາບ
ไก่ทอด ที่นี่ หมักด้วยสูตรพิเศษ แป้งกรอบนอกนุ่มใน และเมนูบะหมี่เส้นเหนียวนุ่ม น้ำ ที่ต้องลองชิมให้ได้ ก็คือ บะหมี่น้ำ เอ็นเนื้อวัว หวาน กรอบ พร้อมน้ำซุปรสเข้มข้น และเครื่องดื่มนานาชนิด ลองแล้วต้องติดใจ เมนูเครื่องดื่ม Blue Pen Flower และชาเขียว Green Tea ใส่นมสด ใครที่ดื่มแล้วต้องชื่นใจ
และดีต่อสุขภาพ