top of page

Wine & Dine : Vieng Chic




ປີ້ງໄກ່ ຕໍາໝາກຫຸ່ງທີ່ວຽງຈິກ ກິນແລ້ວແຊບຈົນຕ້ອງກັບມາອີກຄັ້ງ

ໃນອານາຈັກ Art Avenue ແຫ່ງ ສປປ ລາວ ນີ້ທ່ານໃດທີ່ໄດ້ມາແລ້ວ ຖ້າບໍ່ໄດ້ມາທີ່ຮ້ານອາຫານໄກ່ວຽງ ຫຼື ທີ່ເຮົາເອີ້ນວ່າ: “Vieng Chic” ສະແດງວ່າມາບໍ່ຮອດແນ່ນອນ


ในอาณาจักร Art Avenue แห่งสปป ลาวนี้ ถ้าใครได้มาเยือนแล้วถ้าไม่ได้มาร้านอาหารไก่เวียง หรือที่เราเรียกว่า " Vieng Chic " ก็แสดงว่ามาไม่ถึงอย่างแน่นอน


ຮ້ານອາຫານແຫ່ງນີ້ ເປັນຮ້ານອາຫານສຸດ Chic & Chill ເປີດໃໝ່ຊາວ WOW ແບບເຮົາກໍຕ້ອງຮີບໄປ Check in ເພື່ອມາບອກກັບບັນດາ Fan ປະຈໍາຂອງເຮົາ


ร้านอาหารแห่งนี้ เป็นร้านอาหารสุดชิค สุดชิลล์ เปิดใหม่ ชาว wow อย่างเราก็ต้องรีบไปเช็กอิน เพื่อมาบอกกล่าวกับแฟน ๆ ประจำของเรา


ຮ້ານອາຫານໄກ່ວຽງ Vieng Chic ເປັນຮ້ານອາຫານຮູບແບບໃໝ່ບັນຍາກາດປອດໂປ່ງ ໂລ່ງສະບາຍດ້ວຍ Furniture ໄມ້ Wooden Tone & Natural theme ໂທນແນວທໍາມະຊາດ ເກ໋ໆ ຮົ່ມຊື່ນລຽນອ້ອມດ້ວຍຕົ້ນໄມ້ນ້ອຍໆ ສີຂຽວສົດຊື່ນຈັດລຽງວຽງຈິກ ຢູ່ຮອບໆ ບໍລິເວນຮ້ານ ທ່ານໃດທີ່ຍັງບໍ່ເຄີຍລອງ WOW Magazine Society ຂໍແນະນໍາເປັນພິເສດຢ່າງຍິ່ງ


ร้านอาหารไก่เวียง Vieng Chic เป็นร้านอาหารรูปแบบใหม่บรรยากาศปลอดโปร่งโล่ง สบายด้วยเฟอร์นิเจอร์ไม้ Wooden Tone and Natural theme โทนแนวธรรมชาติเก๋ ๆ ร่มรื่นรายล้อมด้วยต้นไม้เล็ก ๆ สีเขียวสดชื่นรายเรียงเวียงชิค อยู่รอบ ๆ บริเวณร้าน ท่านใดที่ยังไม่เคยลอง WOW Magazine Society ขอแนะนำเป็นพิเศษอย่างยิ่ง


ສໍາລັບເມນູທໍາອິດ ເມນູເອກະລັກຂອງທາງຮ້ານນັ້ນກໍຄື ປີ້ງໄກ່ຊຸບຕາ ຫຼື ປີ້ງໄກ່ທາປາແດກ ທີ່ຄິດຄົ້ນສູດຈາກທາງຮ້ານ ແຊບຖືກໃຈ ເນື້ອໄກ່ນຸ່ມໆ ອົບອວນດ້ວຍກິ່ນຫອມປາແດກໜ້ອຍໜຶ່ງ ຕໍ່ດ້ວຍເມນູ ລວຍລາບ ຫຼື ລາບໝູ ອາຫານສູດເດັດທີ່ເຮັດມາຈາກຊີ້ນສັນນອກຢ່າງດີ ຮັບປະທານຄູ່ກັບເຂົ້າໜຽວຮ້ອນໆ ເຂົ້າກັນແບບບອກບໍ່ຖືກ ຕາມດ້ວຍຕໍາຫອຍແຄງ ແລະ ຕໍາປູມ້າ ໂຕປູສົດໆ ຂະໜາດໃຫຍ່ມີເສັ້ນໝາກຫຸ່ງຍວກໃຫ້ເຂົ້າກັບນໍ້າຕໍາລົດແຊບ ລ້າງປາກດ້ວຍ ແກງສາວບ້ານນອກ ຫຼື ແກງໜໍ່ໄມ້ ໃສ່ນໍ້າໃບຢານາງຄັ້ນສົດໆ ລວມກັບນໍ້າປາແດກ ຕາມ Style ພື້ນບ້ານ ປະກອບດ້ວຍຜັກສະໝຸນໄພນາໆ ຊະນິດ ຊົດນໍ້າແກງຮ້ອນໆ ລົດຊາດແຊບນົວຖືກປາກຢ່າງແນ່ນອນ ຍັງບໍ່ໝົດເທົ່ານີ້ ເຮົາຍັງມີປານິນລາດພິກ ທາງຮ້ານນໍາເອົາປານິນສົດໆ ໂຕໃຫຍ່ໄປທອດກອບ ລາດຊອດເຜັດສາມລົດລົງໄປຈົນເນື້ອປາຊຸ່ມ ຮຽງດ້ວຍໃບກະເພົາກອບໆ ຫອມໆ ອີ່ມແຊບໄດ້ໂປຣຕີນທີ່ສຸດ


สำหรับเมนูแรก เมนูเอกลักษณ์ของทางร้านนั้นก็คือ ไก่ย่างซุปตา หรือ ไก่ย่างทาปลาร้า ที่คิดค้นสูตรจากทางร้าน อร่อยโดนใจ เนื้อไก่นุ่ม ๆ อบอวลด้วยกลิ่นหอมปลาร้านิด ๆ ต่อด้วยเมนู รวยลาบ หรือ ลาบหมู อาหารสูตรเด็ดที่ทำมาจากเนื้อสันนอกอย่างดีรับประทานคู่กับข้าวเหนียวร้อน ๆ เข้ากันอย่างบอกไม่ถูก ต่อด้วยตำหอยแครง และตำปูม้า ปูตัวสด ๆ ไซส์ใหญ่มีเส้นมะละกอคลุกเคล้ากับน้ำส้มตำรสแซ่บ ล้างปากด้วย แกงสาวบ้านนอก หรือ แกงหน่อไม้ ใส่น้ำใบย่านางคั้นสด ๆ รวมกับน้ำปลาร้าตามสไตล์พื้นบ้าน ประกอบด้วยผักสมุนไพรนา ๆ ชนิดทานร้อน ๆ รสชาติกลมกล่อมถูกปากอย่างแน่นอน ยังไม่หมดเท่านี้ เรายังมีปลานิลราดพริก ทางร้านนำปลานิลสดตัวใหญ่ไปทอดกรอบ ราดซอสพริกสามรสลงไปจนเนื้อปลาชุ่มเรียงด้วยใบกระเพรากรอบ ๆ หอมอิ่มอร่อยได้โปรตีนเป็นที่สุด


ສໍາລັບເມນູປິດທາຍໃນມື້ນີ້ ເຫັນແລ້ວຊວນຢາກຈົນທ້ອງຮ້ອງຈອກໆ ສໍາລັບເມນູ ຜັດກະເພາະປາ ອາຫານຈານດຽວເຄື່ອງແໜ້ນ ຫຍໍ້າແຊບນຸ່ມກືນງ່າຍ ຕ້ອງຮີບໄປຮັບປະທານເລີຍ


สำหรับเมนูปิดท้ายวันนี้ เห็นแล้วชวนหิวจนท้องร้องจ๊อก ๆ สำหรับเมนู ผัดกระเพาะปลา อาหารจานเดียวเครื่องแน่น เคี้ยวอร่อยนุ่มลื่นคอต้องรีบไปทานกันเลยจ้าาาา


Open daily

Mon – Sun 10:00 – 24:00

Call: 020 55788557

020 28179998

LINE ID: Soukphaivanh

Facebook Page: ຮ້ານອາຫານໄກ່ວຽງ-vieng chic

Location: Art Avenue

(Kaysone Phomvihane Road, Phakhao Village, Xaythani District, Vientiane Capital)


18 views0 comments
bottom of page