top of page

WOW Charity Gala Dinner 2018 “WOW ສື່ ສານ ສ້າງ ໂຮງຮຽນເພື່ອນ້ອງ"

Updated: Jul 31, 2019

ໂຄງການ WOW ສື່ສານສ້າງໂຮງຮຽນເພື່ອນ້ອງ 2018. ໃນວັນທີ່ 19 ຕຸລາ 2018 ທີ່ຜ່ານມານີ້ທີ່ຮ້ານອາຫານລາວເດີມ ວາລະສານ WOW Magazine Society ໄດ້ຈັດງານ WOW Charity Gala Dinner 2018 ທີ່ຍິ່ງໃຫຍ່ທີ່ສຸດໃນ ສປປລາວ ແລະ ເປັນຄັ້ງທຳອິດໃນການຮວບຮວມບຸກຄົນສຳຄັນທີ່ສຸດລະດັບແຖວໜ້າທຸກວົງການຂອງ ສປປລາວ ເພື່ອລະດົມທຶນສ້າງໂຮງຮຽນມຸ້ງຫວັງຍົກລະດັບການສຶກສາເດັກດ້ອຍໂອກາດ; ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳລາວ, ທ່ານ ສົມສະໜຸກ ມີໄຊ, ທ່ານນາງ ມະໄລທອງ ສິລິສັກດາ ປະທານການພັດທະນາການສຶກສາເຂດຊົນນະບົດຫ່າງໄກສອກຫລີກ, ທ່ານ ພູວົງ ພະມີສິດ, ທ່ານນາງ ແພນເຄັກ ເຂມມານິດ ຈາມິກອນ ນັກສະແດງດາລານາງແບບຊື່ດັງຈາກປະເທດໄທ, ພ້ອມດ້ວຍບັນດານັກທຸລະກິດ, ນັກບໍລິຫານ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ. ທ່ານ ສຸວັດ ເທດສາລີ ປະທານກຳມະການບໍລິຫານວາລະສານ WOW Magazine Society ກ່າວວ່າ : “ວາລະສານ WOW Society ຮ່ວມກັບ 5 Designers ລະດັບຊັ້ນນຳທີ່ມີຊື່ສຽງທີ່ສຸດໃນ ສປປລາວ ຮ່ວມຕັ້ງໂຄງການ “WOW ສື່ສານສ້າງໂຮງຮຽນເພື່ອນ້ອງ” ຂຶ້ນເພື່ອເປັນສື່ກາງເຊື່ອມຕໍ່ບຸກຄົນທີ່ມີສັກກະຍະພາບ ແລະ ພະລັງໃນການຊ່ວຍເຫລືອສັງຄົມກັບການສ້າງໂຮງຮຽນໃຫ້ເດັກທີ່ທຸກຍາກ ແລະ ດ້ອຍໂອກາດທາງດ້ານການສຶກສາໃນ ສປປລາວ. ວາລະສານ WOW Magazine Society ເປັນວາລະສານ 2 ພາສາ (ລາວ-ໄທ) ສະບັບທຳອິດໃນ ສປປລາວ ມີໜ້າທີ່ເຊື່ອມຄວາມສຳພັນອັນດີລະຫວ່າງປະເທດ, ເປັນວາລະສານທີ່ມີເນື້ອຫາໂດດເດັ່ນທາງດ້ານການສຳພາດບຸກຄົນທີ່ມີຊື່ສຽງໃນສັງຄົມແຕ່ລະສາຂາອາຊີບນຳດ້ວຍ. ໃນໂອກາດຈັດງານ WOW Charity Gala Dinner 2018 ໃນຄັ້ງນີ້ທາງວາລະສານ WOW Magazine Society ໄດ້ຮັບກຽດຈາກ 5 Designers ທີ່ມີຊື່ສຽງທີ່ສຸດໃນ ສປປລາວ ເຊັ່ນ : ຄຳເພົ້າ ສັ່ງໄດ້, ເມັນ ໂຟນ ເດີ້, ເອກ ໂພໄຊ, Taem By TYNA ແລະ ຮ້ານຄຳພູວົງ ມາຮ່ວມກັນເພື່ອເດີນແບບສະແດງຜົນງານ ແລະ ຈັດປະມູນສິນຄ້າເພື່ອລະດົມການບໍລິຈາກ ໂດຍມີນາງແບບ, ນາຍແບບຊັ້ນນຳຂອງ ສປປລາວ ແລະ ນາງແບບທີ່ມີຊື່ສຽງ ແພນເຄັກ ເຂມມານີດ ຈາມິກອນ ຈາກປະເທດໄທມາຮ່ວມສ້າງສີສັນພາຍໃນງານ; ລາຍໄດ້ທັງໝົດຂອງການຈັດງານແມ່ນຈະຮ່ວມສົມທົບທຶນສ້າງໂຮງຮຽນທີ່ບ້ານ ປ່າໄລ່, ເມືອງ ປາກລາຍ, ແຂວງ ໄຊຍະບູລີ.




107 views0 comments
bottom of page