WOW With 35 Celebrity Of Love : Alexia Sananikone

Lao Tobacco Limited
1. Mrs. Alexia Sananikone
2. Mr. Matteo Sihapanya
3. Ms. Leticia Sihapanya
ຄະຕິປະຈໍາໃຈໃນການດໍາເນີນຊີວິດຂອງຂ້າພະເຈົ້າແມ່ນຄວາມພະຍາຍາມ ບໍ່ທໍ້ຖອຍ ບໍ່ຢຸດ ມີອຸປະສັກຕ້ອງຜ່ານມັນໄປໃຫ້ໄດ້ ແລະ ຈະບໍ່ຍອມແພ້
ນິຍາມການສະແດງຄວາມຮັກກໍຄື ຂ້າພະເຈົ້າພະຍາຍາມລ້ຽງດູລູກໆ ຢ່າງອິດສະຫຼະ ສະບາຍໆ ບໍ່ວາງກອບໃຫ້ພວກເຂົາຫຼາຍຈົນເກີນໄປ ປ່ອຍໃຫ້ພວກເຂົາໄດ້ຄິດ ໄດ້ສ້າງສັນ ແລະ ໃຫ້ພວກເຂົາໄດ້ຮຽນຮູ້ໃນຂອບເຂດຂອງຕົວເອງ ສາມີ ແລະ ຂ້າພະເຈົ້າ ຢາກໃຫ້ພວກເຂົາໄດ້ເຕີບໂຕເປັນຄົນດີ ແລະ ມີນໍ້າໃຈ
ພວກເຮົາພະຍາຍາມບອກຮັກກັນທຸກໆຄັ້ງທີ່ນຶກຂຶ້ນໄດ້ ຫຼື ຮູ້ສຶກ ການທີ່ຈະບອກວ່າຂ້ອຍຮັກເຈົ້າມັນບໍ່ໄດ້ຍາກ ຂ້າພະເຈົ້າຈຶ່ງສອນລູກວ່າ ຢ່າໄປຢ້ານທີ່ຈະສະແດງຄວາມຮູ້ສຶກ ໂດຍສະເພາະຕໍ່ສິ່ງທີ່ຕົນເອງຮັກ

