WOW With 35 Celebrity Of Love : Dalouni Secret

Mrs. Phimphilay Inthavong
Ms. Dalouni Inthavong
ຄະຕິປະຈໍາໃຈໃນການດໍາເນີນຊີວິດຂອງຂ້າພະເຈົ້າ ຈົ່ງຮຽນຮູ້ກັບຊີວິດ ແລະ ຫາປະສົບການ ແລ້ວນໍາມາປັບໃຊ້ໃນແບບຂອງຂ້າພະເຈົ້າ ນິຍາມຄວາມຮັກຂອງຄອບຄົວກໍເຊັ່ນກັນ ຂ້າພະເຈົ້າຮຽນຮູ້ຈາກຄວາມເປັນຈິງ ແລ້ວມາສ້າງຄອບຄົວໃຫ້ເກີດຄວາມແໜ້ນແຟ້ນ ສອນໃຫ້ລູກໆດໍາເນີນຊີວິດດ້ວຍເຫດຜົນ ພໍ່ແລະແມ່ຄືຜູ້ໃຫ້ກໍາລັງໃຈລູກໆ ໃຫ້ຄວາມຮັກ ຄວາມຫ່ວງໃຍ ໃສ່ໃຈກັນທຸກເລື່ອງ ຄວາມຮັກບໍ່ຈໍາເປັນຕ້ອງບອກຫຼືອະທິບາຍກໍໄດ້ ຍ້ອນວ່າຄວາມຮັກເປັນຄວາມຜູກພັນທີ່ຫາສິ່ງປຽບທຽບບໍ່ໄດ້ ຮັກບໍ່ຕ້ອງໃຊ້ປັນຍາ ຮັກບໍ່ຕ້ອງມີຂໍ້ສົງໄສ ແລະ ບໍ່ມີເງື່ອນໄຂຄືຮັກທີ່ບໍລິສຸດສໍາຫຼັບລູກໆທຸກຄົນ

