WOW With 35 Celebrity Of Love : Dalounny Phoummasak

Ms. Dalounny Phoummasak
Mr. Itthilit Phoummasak
Mr. Phanimit Phoummasak
ຫຼັກການໃນການດໍາເນີນຊີວິດ “ອອ່ນນອກ ແຂງໃນ” ເປັນຄໍາສັ່ງສອນຂອງພໍ່ ມັນຫຼໍ່ຫຼອມເປັນຂ້າພະເຈົ້າໃນວັນນີ້ ຄໍາວ່າ “ອ່ອນນອກ” ກໍຄືການມີກິລິຍາມາລະຍາດ ອອ່ນໂຍນ ເວົ້າຈາສຸພາບ ການກະທໍາທີ່ໃຫ້ກຽດຄົນອື່ນ ເປັນຄົນດີທີ່ຈິງໃຈ ຮູ້ຈັກໃຫ້ ແລະ ຮູ້ຈັກຮັບ “ແຂງໃນ” ເປັນຄົນທີ່ມີຈິດໃຈເຂັ້ມແຂງ ກ້າຄິດ ກ້າເຮັດ ກ້າຕັດສິນໃຈ ບໍ່ຍອມແພ້ຕໍ່ອຸປະສັກ ຫຼື ບັນຫາທີ່ເກີດຂຶ້ນ ແລະ ທັງໝົດນີ້ກໍ່ໃຫ້ເກີດການສ້າງຄວາມຮັກຂອງຄອບຄົວຂ້າພະເຈົ້າ
1 “ການໃຫ້” ໃຫ້ຄົນທີ່ເຮົາຮັກມີຮອຍຍິ້ມ ມີຄວາມສຸກ ອົບອຸ່ນ ໃຫ້ກຽດ ໃຫ້ອະໄພ
2 “ ການບໍລິການຢ່າງເຕັມໃຈ” ກັບຄອບຄົວຍ່ອມຢາກໃຫ້ພວກເຂົາໄດ້ຮັບແຕ່ສິ່ງທີ່ດີໆ ຢາກສ້າງ ຢາກເປັນທຸກຢ່າງທີ່ເຂົາຕ້ອງການ
3 “ການສື່ສານ” ການສະແດງອອກໃນຄວາມຕ້ອງການ ຫຼື ຄວາມຮູ້ສຶກຂອງຄົນທີ່ເຮົາຮັກ ແລະ ຮັກເຮົາດ້ວຍພາສາຄໍາເວົ້າ ພາສາກາຍ ແລະ ພາສາໃຈ

