WOW With 35 Celebrity Of Love : Manisone Sisombath

1. Mr. Vannaserm Sisombath
2. Mrs. Manisone Sisombath
ຄະຕິປະຈໍາໃຈໃນການດໍາເນີນຊີວິດ ຖ້າໂລກນີ້ບໍ່ມີອຸປະສັກ ເຮົາກໍຈະບໍ່ມີວັນຮຽນຮູ້ກັບຄໍາວ່າ “ການພັດທະນາ” ຖ້າລົ້ມແລ້ວບໍ່ກ້າໄປຕໍ່ ແລ້ວຈະຮູ້ໄດ້ແນວໃດວ່າ “ຍັງມີສິ່ງທີ່ດີກວ່າຢູ່ຂ້າງໜ້າ”
ນິຍາມຄວາມຮັກຂອງຄອບຄົວກໍຄື ສໍາຫຼັບຄອບຄົວເທເລີ້ແລ້ວ ຄວາມເຂົ້າໃຈປຽບ ເໝືອນກຸນແຈສໍາຄັນ ເມື່ອເຮົາມີຄວາມເຂົ້າໃຈກັນ ໃສ່ໃຈກັນ ມີຫຍັງກໍຕ້ອງລົມກັນ ມີບັນຫາໃຫ້ແກ້ໄຂ ເພາະຈະເຮັດໃຫ້ຄອບຄົວເຮົາອົບອຸ່ນຂຶ້ນມາຫຼາຍທັນທີ
ສໍາຫຼັບເທເລີ້ແລ້ວ ເວລາມີບັນຫາຫຼືເມື່ອຍລ້າຈາກເລື່ອງການງານ ກໍມີແມ່ທີ່ຄອຍເປັນຄົນທີ່ເຂົ້າໃຈເທເລີ້ຫຼາຍທີ່ສຸດ ເປັນຜູ້ຟັງທີ່ດີ ເປັນຜູ້ໃຫ້ຄໍາປຶກສາທີ່ດີ ເປັນຜູ້ຊີ້ນໍາທີ່ດີ ແລະ ເປັນແຮງຊຸກຍູ້ທີ່ດີ ໂດຍບໍ່ຫວັງຜົນຕອບແທນເລີຍ

