WOW With 35 Celebrity Of Love : Men Folder

1. Mrs. Khambay Bounkeoket
2. Mr. Bandid Lasavong
ຄະຕິປະຈໍາໃຈໃນການໃຊ້ຊີວິດຕ້ອງໃຊ້ໃຫ້ຄຸ້ມຄ່າ ມີຄຸນນະທໍາ ເວລາລົງມືກະທໍາສິ່ງໃດກໍຕ້ອງເຮັດໃຫ້ເຕັມທີ່ ເຮັດໃຫ້ສຸດ ຖ້າຕັດສິນໃຈແລ້ວຕ້ອງຍອມຮັບຜົນຂອງມັນ ບໍ່ວ່າຈະດີຫຼືບໍ່ ແລະ ບໍ່ຕ້ອງກັບໄປເສຍດາຍກັບມັນ ຕ້ອງເຊື່ອໝັ້ນໃນຕົນເອງ ແລະ ລົງມືເຮັດ ຢ່າຄິດວ່າຕົນເອງບໍ່ພ້ອມ ຖ້າໂອກາດເຂົ້າມາຫາເຮົາແລ້ວ ຕ້ອງຮີບຄວ້າເອົາໄວ້ ຍ້ອນໂອກາດອາດຈະບໍ່ໄດ້ມາຫາເຮົາເລື້ອຍໆ
ນິຍາມຄວາມຮັກຂອງຄອບຄົວກໍຄື ຄອບຄົວເປັນສິ່ງທີ່ຄວນທະນຸຖະໜອມ ແລະ ເອົາເປັນອັນດັບໜຶ່ງ ຍ້ອນຄວາມຮັກເປັນຄວາມສໍາພັນແບບບໍ່ມີເງື່ອນໄຂ ບໍ່ວ່າຈະວຽກຫຼາຍເທົ່າໃດ ກໍຕ້ອງຫາເວລາທີ່ຈະຢູ່ກັບຄອບຄົວ ຢູ່ກັບຄົນທີ່ເຮົາຮັກ ແລະ ຮັກເຮົາ ເພາະສຸດທ້າຍແລ້ວຄົນກຸ່ມນີ້ຈະເປັນຄົນທີ່ຢູ່ຄຽງຂ້າງເຮົາສະເໝີ ບໍ່ວ່າຈະເປັນຍາມທີ່ເຮົາທຸກຫຼືສຸກ

