WOW With 35 Celebrity Of Love : Phailavanh Vongthachan

SPS Constuction & Design Company.,Ltd
1. Mrs. Phailavanh Vongthachan
2. Mr. Sompasong Chansina
3. Mr. Thavisok Chansina
ຄະຕິປະຈໍາໃຈໃນການດໍາເນີນຊີວິດທີ່ມີສາມີ ແລະ ພັນລະຍາແມ່ນການໄວ້ວາງໃຈ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ຍິ່ງເມື່ອມີລູກເຂົ້າມາໃນຊີວິດຄູ່ ເຮົາຍິ່ງຕ້ອງເຮັດຕົວເອງໃຫ້ເປັນແບບຢ່າງທີ່ດີໃຫ້ລູກເຫັນ ແລະ ມອບເວລາໃຫ້ລູກຫຼາຍໆ ເພື່ອໃຫ້ພວກເຂົາໄດ້ມີຄວາມສຸກ ແລະ ຄວາມອົບອຸ່ນ ເພື່ອການເຕີບໃຫຍ່ໃນວັນຂ້າງໜ້າ ຢ່າງມີຄຸນນະພາບ ແລະ ສົມບູນແບບ
ຂ້າພະເຈົ້າສະແດງຄວາມຮັກທີ່ສ້າງຄວາມຜູກພັນຂອງຄອບຄົວແມ່ນການໃຊ້ເວລາຢູ່ຮ່ວມກັນໃຫ້ຫຼາຍທີ່ສຸດ ໝັ່ນເຮັດກິດຈະກໍາພາຍໃນຄອບຄົວເຊັ່ນ ວັນຂອງຄອບຄົວ ກໍຮັບປະທານອາຫານກັນພ້ອມໜ້າ ພາລູກໆປຸງແຕ່ງອາຫານຮ່ວມກັນ ຫຼື ຫຼິ້ນນໍາກັນ ຂ້າພະເຈົ້າຈະໃຫ້ຄວາມສໍາຄັນທີ່ສຸດໃນການສະແດງຄວາມຮັກໂດຍການກອດ ຫອມແກ້ມລູກໆແລະ ສາມີສະເໝີ

