top of page

WOWGourmet : Sen Sen


ເສັ້ນ ເສັ້ນກັບ ສປປ ລາວ ໃນປັດຈຸບັນນີ້ເມື່ອເວົ້າເຖິງອາຫານປະເພດເສັ້ນ ຖືໄດ້ວ່າເປັນອາຫານຫຼັກຄູ່ກັບຄົນລາວໄປແລ້ວ ສະເພາະແຕ່ໃນນະຄອນຫຼວງວຽງຈັນກໍມີຢູ່ຫຼາຍຮ້ານ ບໍ່ວ່າຈະເປັນຮ້ານນ້ອຍໆໄປຈົນເຖິງຮ້ານໃຫຍ່ໆ ໜຶ່ງໃນນັ້ນກໍຕ້ອງມີເມນູເສັ້ນ ເຊິ່ງໃນແຕ່ລະຮ້ານນັ້ນກໍຈະມີການໃຊ້ວັດຖຸດິບໃນການປຸງລົດຊາດຕາມແບບ Signature ຂອງທາງຮ້ານເອງ ແຕ່ສຸດທ້າຍແລ້ວກໍບໍ່ແຕກຕ່າງກັນຫຼາຍປານໃດ


เส้น เส้น กับสปป.ลาว ในปัจจุบันนี้เมื่อพูดถึงอาหารประเภทเส้นถือได้ว่าเป็นอาหารหลักคู่กับคนลาวไปแล้ว เฉพาะแค่ในเวียงจันทน์ก็มีมากมายหลายร้านไม่ว่าจะเป็นร้านเล็กๆไปจนถึงร้านใหญ่ๆหนึ่งในนั้นก็ต้องมีเมนูเส้น ชึ่งในแต่ละร้านนั้นก็จะมีการใช้วัตถุดิบในการปรุงรสชาติตามแบบ Signature ของทางร้านเอง ท้ายที่สุดแล้วก็ไม่แตกต่างกันมากเท่าไหร่

ທ່ານໃດທີ່ກຳລັງຊອກຫາຮ້ານອາຫານເມນູເສັ້ນ ຫຼືໃຜທີ່ມັກຮັບປະທານປະເພດເສັ້ນຢູ່ແລ້ວແຕ່ຍັງບໍ່ເຄີຍຮັບປະທານອາຫານທີ່ນີ້ WOW ສະບັບນີ້ເຮົາຂໍນຳສະເໜີຮ້ານອາຫານ “SEN SEN” (ເສັ້ນ ເສັ້ນ) ພຽງແຕ່ຊື່ເຮົາກໍຈິນຕະນາການໄດ້ແລ້ວວ່າ Signature ຂອງຮ້ານນັ້ນຕ້ອງເປັນເມນູເສັ້ນຢ່າງແນ່ນອນ ດ້ວຍລົດຊາດຕົ້ນຕໍາລັບທີ່ຜ່ານການຄິດຄົ້ນຢ່າງພິຖິພິຖັນໃສ່ໃຈທຸກລາຍລະອຽດຂັ້ນຕອນ ຕັ້ງແຕ່ນ້ຳຊຸບຈາກກະດູກໝູທີ່ຜ່ານການຕົ້ມຂ້ຽວຈົນໄດ້ລົດຊາດທີ່ເຂັ້ມຂຸ້ນ ວັດຖຸດິບທີ່ໄດ້ຄຸນນະພາບລວມທັງສວ່ນປະສົມຕ່າງໆທີ່ຖືກຄັດສັນມາເປັນຢ່າງດີ ນອກຈາກນີ້ທາງຮ້ານຍັງເຮັດເສັ້ນຂຶ້ນມາເອງ ໝັ້ນໃຈໄດ້ວ່າໃໝ່ສົດທຸກໆວັນ ຈົນໄດ້ສູດເຄັດລັບສະເພາະ ເຊິ່ງມີແຕ່ທີ່ນີ້ທີ່ດຽວທີ່ຮ້ານ ເສັ້ນ ເສັ້ນ ແລະທີ່ສຳຄັນເມນູທຸກຢ່າງໃນທາງຮ້ານບໍ່ໃສ່ແປ້ງນົວອີກດ້ວຍ ໃສ່ໃຈເລື່ອງສຸຂະພາບຂະໜາດນີ້ ບໍ່ແປກໃຈເລີຍວ່າທັງຄົນລາວ ແລະ ຄົນຕ່າງປະເທດຕາງກໍຕ້ອງມາຮັບປະທານເສັ້ນ ເສັ້ນ ທີ່ນີ້


ท่านใดที่กำลังมองหาร้านอาหารเมนูเส้น หรือคนที่ชอบทานเส้นอยู่แล้วแต่ยังไม่เคยรับประทานที่นี่ WOW ฉบับนี้เราขอนำเสนอร้านอาหาร “SEN SEN” (เส้น เส้น) แค่ชื่อก็จินตนาการได้แล้วว่า Signature ของร้านนั้นต้องเป็นเมนูเส้นอย่างแน่นอน ด้วยรสชาติต้นตำหรับที่ผ่านการคิดค้นอย่างพิถีพิถันใส่ใจทุกรายละเอียดขั้นตอน ตั้งแต่น้ำชุบจากกระดูกหมูที่ผ่านการต้มเขี้ยวจนได้รสชาติที่เข้มข้น วัตถุดิบที่ได้คุณภาพรวมทั้งส่วนผสมต่างๆที่ถูกคัดสรรมาเป็นอย่างดี นอกจากนี้ทางร้านยังทำเส้นขึ้นมาเองมั่นใจได้ว่าใหม่สดทุกวัน จนได้สูตรเคล็ดลับเฉพาะชึ่งมีแค่ที่นี่ที่เดียวที่ร้าน เส้น เส้น และที่สำคัญเมนูทุกอย่างของทางร้านไม่ใส่ผงชูรสด้วย ใส่ใจเรื่องสุขภาพขนาดนี้ไม่แปลกใจเลยว่าทั้งคนลาวและชาวต่างชาติต่างก็ต้องมารับประทานเส้น เส้น ที่นี่


ສຳຫຼັບເມນູທຳອິດທີ່່ຖືວ່າເປັນເມນູຍອດນິຍົມຂອງທາງຮ້ານນັ້ນກໍຄື “ໝີ່ກະທິໝູລາດ” ເຮັດຈາກນ້ຳຊຸບກະດູກໝູຂ້ຽວກັບກະທິໝາກພ້າວສົດ ຫອມ ຫວານ ມັນ ເສີບຄູ່ກັບຜັກປອດສານພິດພ້ອມກັບແຈ່ວກະປິປຸງລົດໃໝ່ທີ່ຕ່າງຈາກຮ້ານອື່ນ ຕາມມາດ້ວຍ“ເຂົ້າປຽກໄກ່ລາດ” “ໝີ່ເຫຼືອງໄກ່ລາດ” ທີເດັດຢູ່ທີ່ນ້ຳຊຸບເພາະທາງຮ້ານນຳເອົານ້ຳຊຸບຈາກກະດູກໝູທີ່ຂ້ຽວແລ້ວ ມາຕົ້ມໃສ່ກັບໄກ່ລາດ ຈຶ່ງເຮັດໃຫ້ລົດຊາດຂອງນ້ຳຊຸບແຊບເຖິງໃຈ ຊົດຄຳໃດຟິນຄຳນັ້ນ ແລະທີ່ເດັດໄປກ່ວານັ້ນ ເສັ້ນເຂົ້າປຽກ ແລະ ເສັ້ນໝີ່ເຫຼື່ອງ ທາງຮ້ານເຮັດຂຶ້ນເອງກັບມື ຈຶ່ງເຮັດໃຫ້ເສັ້ນນຸ້ມ ໜຽວ ແຊບ “ເຂົ້າປຸ້ນນໍ້າງົວ” ນໍ້າຊຸບຕົ້ມຈາກກະດູກ ແລະ ພື້ນທ້ອງງົວ ລົດຊາດກົມກ່ອມ ຫອມແຊບ ທີ່ສຳຄັນທາງຮ້ານບໍ່ໄດ້ໃສ່ປາແດກ “ເຂົ້າປຸ້ນກະຫຼີ່ໄກ່ລາດ” ນ້ຳຊຸບເຮັດຈາກໄກ່ລາດໝັກຕົ້ມກັບນ້ຳກະທິໝາກພ້າວສົດ ຫອມມັນກໍາລັງດີ ແລະ ເປັນເມນູດຽວທີ່ມີຢູ່ໃນນະຄອນຫຼວງວຽງຈັນ ນອກຈາກເມນູເສັ້ນແລ້ວທາງຮ້ານກໍຍັງມີ Appetizer ທີ່ແຊບບໍ່ແພ້ກັນເລີຍບໍ່ວ່າຈະເປັນ “ເຂົ້າໜົມຄົກໄສ້ເຄັມ” “ເຂົ້າໜົມຄົກກະຫຼີ່ກຸ້ງ” “ບັນກວນ” “ບັນໂບລັອກ” “ເຂົ້າຈີ່ເນື້ອຕຸນ” “ເຂົ້າຈີ່ຊີ້ນມາຍ” “ຢໍ່ຂາວກຸ້ງ”

สำหรับเมนูแรกที่ถือว่าเป็นเมนูยอดนิยมของทางร้านนั้นก็คือ “หมี่กระทิหมูลาด” ทำจากน้ำชุบจากกระดูกหมูเคี้ยวกับกับกระทิมะพร้าวสด หอม หวาน มัน เสริฟคู่กับผัก Organic พร้อมกับน้ำจิ้มกระปิปรุงรสใหม่ที่ไม่เหมือนที่อื่น ตามมาด้วย “ข้าวเปียกไก่ลาด” “หมี่เหลืองไก่ลาด” ทีเด็ดอยู่ที่น้ำชุบเพราะทางร้านนำเอาน้ำชุบจากกระดูกหมูที่เคี้ยวแล้ว มาต้มกับไก่ลาดจึงทำให้รสชาติของน้ำชุบแซ่บถึงใจ ชดคำไหนฟินคำนั้น และที่เด็ดไปกว่านั้น เส้นข้าวเปียก และเส้นหมี่เหลือง ทางร้านทำขึ้นเองกับมือ จึ่งทำให้เส้นนุ่ม เหนียว เคี้ยวอร่อย “ขนมจีนน้ำเนื้อ” น้ำชุบต้มจากกระดูกและท้องวัว รสชาติกรมกร่อม หอมอร่อย ที่สำคัญทางร้านไม่ใส่ปลาร้า “ขนมจีนกระหลี่ไก่ลาด” น้ำชุบทำจากไก่ลาดหมักต้มกับน้ำกระทิมะพร้าวสด หอมมันกำลังดี และเป็นเมนูเดียวที่มีในเวียงจันทน์ นอกจากเมนูเส้นแล้วทางร้านก็ยังมี Appetizer ที่อร่อยไม่แพ้กันเลยทีเดียวไม่ว่าจะเป็น “ขนมครกไส้เค็ม” “ขนมครกกระหลี่กุ้ง” “บันกวน” “บันโบล็อก” “ข้าวจี่เนื้อตุ๋น” “ข้าวจี่ชี้นมาย” “หย่อขาวกุ้ง

ทุกความตั้งใจที่เสริฟออกไป เปรียบเสมือนงานศิลปะโดยมีเซฟของเราเป็นผู้ถ่ายทอดสร้างสรรค์

ທຸກຄວາມຕັ້ງໃຈທີ່ເສີບອອກໄປ ປຽບເໝືອນງານສີລະປະໂດຍມີພໍ່ຄົວແມ່ຄົວຂອງເຮົາເປັນຜູ້ຖ່າຍທອດສ້າງສັນ


Open Daily

ສາຂາຫາຍໂສກ 08:00 – 23:00

030 9850789

ສາຂາໜອງບອນ 08:00 – 20:00

030 5777377

Facebook: Sensen Restaurant

SEN SEN Delivery สั่งอาหารครบ 100,000 กีบ ขึ้นไปส่งฟรีในตัวเมืองนครหลวงเวียงจันทน์

SEN SEN Delivery ສັ່ງອາຫານຄົບ 100,000 ກີບ ຂຶ້ນໄປສົ່ງຟຣີໃນຕົວເມືອງນະຄອນຫຼວງວຽງຈັນ

24 views0 comments
bottom of page