
ລວມ 5 ວິທີປິ່ນປົວສິວແຕ່ລະຊະນິດ ຫຼຸດຜ່ອນບັນຫາສິວ ປັບຜິວໃຫ້ລຽບນຽນຂຶ້ນ ທີ່ທາງ WOW Beauty ມາແນະນຳ
ທາງເລືອກໜຶ່ງທີ່ຈະຊ່ວຍບອກລາກັບບັນຫາສິວຕ່າງໆ ຂັດເຊວຜິວໜັງຢ່າງອ່ອນໂຍນ ແລະເພີ່ມຄວາມສະຫວ່າງໃຫ້ກັບໃບຫນ້າດູສົດໄສຂື້ນ
“ສິວ” ເປັນບັນຫາຜິວທີ່ລົບກວນໃຈ ເຊີ່ງເກີດຂຶ້ນຍ້ອນຫຼາຍປັດໃຈ ທັງພາຍນອກແລະພາຍໃນ ບໍ່ວ່າຈະເປັນຮໍໂມນ, ອາຫານ, ສະພາບອາກາດຫຼືມົນລະພິດ ນອກຈາກການບຳລຸງຮັກສາດ້ວຍສະກີນແຄທີ່ຖືກຕ້ອງແລະການຮັບປະທານອາຫານທີ່ເປັນປະໂຫຍດແລ້ວ ຍັງມີອີກທາງເລືອກໜຶ່ງທີ່ຊ່ວຍເຮັດໃຫ້ສິວຫາຍໄວ ແລະ ມີປະສິດທິພາບຫຼາຍຂຶ້ນ ຄືນະວັດຕະກໍາການປິ່ນປົວໃບຫນ້າທິດເມັ້ນ ເຊິ່ງແຕ່ລະຊະນິດຕອບສະໜອງຕໍ່ກັບສິວທີ່ແຕກຕ່າງກັນ WOW Beauty ນຳເອົາທຳຄວາມຮູ້ຈັກ 5 ວິທີຮັກສາສິວທີ່ຫຼາຍຄົນບໍ່ຄວນພາດ
ສິວຂະຫນາດນ້ອຍ

ສິວຂະຫນາດນ້ອຍ
ນະວັດຕະກຳທີ່ແນະນຳ: Homeopathy (The Face Aesthetic)
ລາຍລະອຽດນະວັດຕະກຳ: ສັກວິຕາມິນ ຫຼື ສານສະກັດຈາກຈຸດຝັງເຂັມ 16 ຈຸດ, ຫຼາຍໆທີ່ມັກຈະໃຊ້ MADE Collagen ຫຼື C-Cell ເຊິ່ງສະກັດມາຈາກພືດຫຼາຍກວ່າ 50 ຊະນິດ (ບາງຊະນິດເອີ້ນວ່າຄໍລາເຈນຈາກພືດ) ເພື່ອຫຼຸດບັນຫາສິວ ແລະ ຜິວແຫ້ງໄປໃນຕົວ ຊ່ວຍກໍາຈັດສິ່ງເສດເຫຼືອທີ່ຕົກຄ້າງ ກະຕຸ້ນການໄຫຼວຽນ ແລະ ປັບສົມດຸນຂອງຜິວ ມີສູດແບບປະສົມພາເຊນຕາ (Placenta) ຊ່ວຍໃຫ້ຄວາມຊຸ່ມຊື່ນ ແລະ ຟື້ນຟູຜິວດ້ວຍ
ຜົນລັບທີ່ໄດ້ຮັບ : ເລີ່ມເຫັນຜົນຫຼັງຈາກການປິ່ນປົວ 2-3 ມື້.

ນະວັດຕະກໍາທີ່ແນະນຳ: I-Clear (Apex Profound Beauty Center)
ລາຍລະອຽດຂອງນະວັດຕະກໍາ: ການປິ່ນປົວສິວໂດຍໃຊ້ພະລັງງານແສງສີຟ້າທີ່ປອດໄພສໍາລັບຜິວ ຫຼຸດຜ່ອນການອັກເສບຂອງສິວໄດ້ຫຼາຍກວ່າ 70%, ມີພະລັງງານໃນການຫຼຸດຜ່ອນເຊື້ອແບັກທີເຣັຍ P.acnes ຈະເຂົ້າໄປທໍາລາຍວົງຈອນຂອງສິວແລະຊ່ວຍຫຼຸດການລັບຂອງນໍ້າມັນຂອງຕ່ອມໄຂມັນ ໃຊ້ເວລາພຽງແຕ່ເຄິ່ງຊົ່ວໂມງຕໍ່ຄັ້ງ ໂດຍຕ້ອງໃຫ້ແພດວິເຄາະຈໍານວນຄັ້ງໃນການປິ່ນປົວຕໍ່ໄປແມ່ນໂດຍອີງຕາມປະລິມານຂອງສິວ
ຜົນໄດ້ຮັບ: ສິວຫາຍໄວ ຫຼຸດຜ່ອນການອັກເສບ ບໍ່ມີຮອຍແປ້ວຕາມມາ ສໍາລັບຄົນທີ່ເປັນສິວຮຸນແຮງຄວນເຮັດ 3 ຄັ້ງຕໍ່ອາທິດເພື່ອເຫັນຜົນໄວ

ສິວຊຳເຮື້ອ ບັນຫາຫຼຸມສິວເລິກ
ນະວັດຕະກໍາທີ່ແນະນໍາ: Arctic Peel (Dermaster)
ລາຍລະອຽດຂອງນະວັດຕະກໍາ: ເປັນການປິ່ນປົວຮັກສາຫຼຸມສິວໂດຍການນໍາໃຊ້ MicroLaserPeel ຫຼື ເລເຊີລຳແສງຂະໜາດນ້ອຍ (beam laser) ເຊິ່ງມີຄວາມແນ່ນອນສູງ ສາມາດປັບລະດັບຄວາມເລິກຕື້ນໄດ້ຕາມຄວາມຕ້ອງການຂອງແຕ່ລະປະເພດຜິວ ຫຼັກການຂອງການດໍາເນີນງານຄືການລອກຜິດໜ້າຊັ້ນເທິງໂດຍເຮັດຜິດລະຄາຍເຄືອງໃນລະດັບຕ່ຳທີ່ສຸດ ເພື່ອກະຕຸ້ນການສ້າງຄໍລາເຈນ ແລະ ພັດເຊວຜິວເກົ່າອອກຢ່າງລ້ຳລຶກແຕ່ອ່ອນໂຍນ ຈັດການກັບບັນຫາສີຜິວບໍ່ສະໝ່ຳສະເໝີ, ຮອຍແດງ, ຈຸດດ່າງດຳຈາກສິວ ແລະ ຫຼຸມສິວ
ຜົນໄດ້ຮັບ : ຫຼັງຈາກເຮັດແລ້ວຜິວໜັງອາດຈະແດງ ມັນຂຶ້ນກັບການປັບແສງຄວາມແຮງ ຂອງແພດ ອາດມີເລືອດອອກຕາມຫຼຸມສິວເລິກໆ ຄວນຫລີກລ້ຽງແສງແດດປະມານ 1 ອາທິດ ແລະ ອາດມີອາການຜິວລອກ ແຕ່ຫຼັງຈາກນັ້ນ, ທ່ານສາມາດເຫັນໄດ້ວ່າຜິວຫນັງເບິ່ງຕື້ນ ແລະ ລຽບນຽນຂື້ນ ທັງຍັງຊ່ວຍໃຫ້ຮູຂຸມຂົນນ້ອຍລົງ ດັ່ງນັ້ນ, ຜິວຈຶ່ງເບີ່ງລະອຽດກະຈ່າງໄສ ຜົນໄດ້ຮັບນີ້ຈະຍັງຄົງຢູ່ຕໍ່ເນື່ອງເປັນເວລາເຖິງ 6 ເດືອນ

ສິວຕ້ານຢາ ສິວທີ່ເກີດຈາກການແພ້ເຄື່ອງສໍາອາງ
ນະວັດຕະກໍາທີ່ແນະນໍາ: Acne Light Therapy (Bangkok Skin & Laser Clinic)
ລາຍລະອຽດນະວັດຕະກຳ : ຮັກສາສິວ ດ້ວຍແສງສີແດງຄວາມຍາວຄື້ນທີ່ 633 ນາໂນແມັດ ເຊິ່ງເປັນຄື້ນທີ່ສາມາດຕ້ານເຊື້ອແບັກທີເຣັຍ P.acnes ຫຼຸດການອັກເສບຂອງສິວ ແລະ ຄວາມມັນຂອງຜິວໜ້າໄດ້ເປັນຢ່າງດີ ອີກທັງຍັງກະຕຸ້ນການສ້າງ ຄໍລາເຈນ (collagen) ຊ່ວຍໃຫ້ເຊລຜິວຫາຍດີເອງ ແສງສີແດງແມ່ນເໝາະກັບການຮັກສາສິວທີ່ມີແຜເປັນ ຫຼືສິວທີ່ເປັນຊໍາເຮື້ອເປັນເວລາດົນນານ ສິວຕ້ານຢາເມື່ອປິ່ນປົວເປັນປົກກະຕິ ນອກຈາກບັນຫາສິວດີຂື້ນແລ້ວຍັງຊ່ວຍຟື້ນຟູໃຫ້ຜິວແຂງແຮງອີກດ້ວຍ
ຜົນໄດ້ຮັບ: ສິວອຸດຕັນຮູຂຸມຂົນຫຼຸດລົງ ແຕ່ອາດຫຼົງເຫຼືອຮອຍແດງຢູ່ແດ່ ຄວາມມັນຂອງຜິວຫນັງຈະຫຼຸດລົງຈຶ່ງເຮັດໃຫ້ຜິວແຂງແຮງ ທັງນີ້ ອາດຕ້ອງກີນຢາປິ່ນປົວສິວຄວາມຄູ່ກັນໄປພ້ອມ
ວິທີການປິ່ນປົວສິວອາດຈະບໍ່ແມ່ນແຕ່ເລື່ອງຢາຫຼືສະກີນແຄແຕ່ພຽງຢ່າງດຽວ ຫາກຍັງຕ້ອງເສີມດ້ວຍນະວັດຕະກໍາໃໝ່ໆ ທີ່ແນະນໍາຂ້າງເທິງນີ້ຈະຊ່ວຍໃຫ້ປິ່ນປົວສິວໄດ້ຢ່າງມີປະສິດທິພາບແລະເຫັນຜົນໄວ