
ແຜນລົງທຶນ 10 ຕື້ໂດລາ ຜະລິດລົດໄຟຟ້າຂອງ Xiaomi ຖືກກວດສອບໂດຍໜ່ວຍງານລັດຖະບານ.

Xiaomi, ບໍລິສັດເຕັກໂນໂລຢີຊັ້ນນໍາຂອງຈີນ ກໍາລັງເລັ່ງການພັດທະນາຍານພາຫະນະໄຟຟ້າເພື່ອເຈາະຕະຫຼາດຍານພາຫະນະໄຟຟ້າຢ່າງຈິງຈັງ ຕຽມເປີດຕົວລົດໄຟຟ້າຕົ້ນແບບໃນອາທິດທີ່ຈະມາເຖິງ ແຕ່ບໍ່ດົນມານີ້ Xiaomi ໄດ້ປະສົບເຫດຕິດຂັດທີ່ເຮັດໃຫ້ການລົງທຶນ 10 ຕື້ໂດລາ ຂອງບໍລິສັດເພື່ອເຂົ້າສູ່ຕະຫຼາດລົດຍົນນັ້ນຕ້ອງຖືກລະງັບໄປຢ່າງບໍ່ຄາດຄິດ.
ຂະນະທີ່ຈີນພວມຊຸກຍູ້ອຸດສາຫະກຳລົດຍົນໄຟຟ້າຢ່າງເຕັມກຳລັງ. ແຕ່ເມື່ອບໍ່ດົນມານີ້ ຫຼາຍບໍລິສັດປະສົບຄວາມລົ້ມເຫຼວແລະລົ້ມລະລາຍ ເຮັດໃຫ້ອຸດສາຫະກຳລົດຍົນໄຟຟ້າພາຍໃນປະເທດຊ້າລົງ.
ດັ່ງນັ້ນເຮັດໃຫ້ທາງການຈີນຕ້ອງໄດ້ເພີ່ມມາດຕະການທີ່ເຄັ່ງຄັດກວ່າໃນການອອກໃບອະນຸຍາດໃຫ້ບໍລິສັດໃໝ່.

ລ່າສຸດ Xiaomi ໄດ້ຖືກຮ້ອງຂໍໃຫ້ຈັດສົ່ງເອກະສານເພີ່ມເຕີມໃຫ້ແກ່ທາງການຈີນ. ເພື່ອພິສູດວ່າບໍລິສັດມີຄວາມສາມາດທາງດ້ານການເງິນແລະເຕັກໂນໂລຢີເພື່ອພັດທະນາອຸດສາຫະກໍາຍານພາຫະນະໄຟຟ້າຢ່າງພຽງພໍ. ເອກະສານເພີ່ມເຕີມດັ່ງກ່າວຈະຕ້ອງໄດ້ຮັບການທົບທວນຄືນເຊິ່ງອາດຈະໃຊ້ເວລາຫຼາຍເດືອນ. ນອກນັ້ນຍັງມີຄວາມເປັນໄປໄດ້ທີ່ທາງການຈີນຈະຮ້ອງຂໍເອກະສານຕື່ມອີກ.
ຖ້າຫາກການຍື່ນຂໍໃບອະນຸຍາດຂອງ Xiaomi ຖືກປະຕິເສດນັ້ນຈະເຮັດໃຫ້ Xiaomi ຕ້ອງດຳເນີນການຍື່ຂໍໃບອະນຸຍາດໃຫມ່ທັງຫມົດ ເຊິ່ງຈະເຮັດໃຫ້ Xiaomi ຕ້ອງລະງັບການຜະລິດຍານພາຫະນະໄຟຟ້າເປັນເວລາຫຼາຍເດືອນ.

ນັບເປັນເຫດທີ່ນ້າເສຍດາຍສຳລັບ Xiaomi ເນື່ອງຈາກຕະຫຼາດລົດໄຟຟ້າໃນທົ່ວໂລກກຳລັງມີການເຄື່ອນໄຫວຢ່າງວ່ອງໄວ.
Xiaomi ປະກາດລົງທຶນ 10 ຕື້ໂດລາ ໃນອີກ10 ປີຂ້າງໜ້າ ເພື່ອພັດທະນາລົດໄຟຟ້າເພື່ອເຈາະຕະຫຼາດລົດໄຟຟ້າທົ່ວໂລກ Xiaomi ໄດ້ພັດທະນາລົດໄຟຟ້າຕົ້ນແບບສຳເລັດແລ້ວ ແລະໄດ້ຊື້ທີ່ດິນເພື່ອສ້າງໂຮງງານຜະລິດລົດຍົນໄຟຟ້າຂອງຕົນທີ່ຈະເລີ່ມຂາຍໃນປີ 2024.