
ແຫວນຫມັ້ນ 2 ແຫວນຂອງ 'Jennifer Lopez'ຈາກ 'Ben Affleck' ດ້ວຍເພັດສີຂຽວທີ່ຫາຍາກທີ່ສຸດ.

ໃນປີ 2002 Ben ໄດ້ຂໍ Jennifer ແຕ່ງດອງດ້ວຍແຫວນເພັດສີບົວທີ່ປ່ຽນແປງປະເພນີແຫວນແຕ່ງດອງຕະຫຼອດໄປ. ແລະ ຫຼັງຈາກ 18 ປີຂອງການແຍກກັນ, ເວລານີ້ Ben ໄດ້ຂໍແຕ່ງດອງອີກເທື່ອຫນຶ່ງດ້ວຍແຫວນເພັດສີຂຽວ. ມັນເປັນເພັດສີທີ່ຫາຍາກທີ່ສຸດ.
ຖືວ່າເປັນອີກຫນຶ່ງຄູ່ຮັກແຫ່ງປີກັບການກັບມາຂອງ Ben Affleck ແລະ Jennifer Lopez ຄູ່ຮັກທີ່ມີອິດທິພົນ 'Ben Affleck' ແລະ Jennifer Lopez' ທີ່ຄອບຄອງທັງວົງດົນຕີ ແລະ ຮູບເງົາ. ພາດຫົວຂໍ້ຂ່າວອີກເທື່ອຫນຶ່ງກັບການຂໍແຕ່ງດອງຄັ້ງທີສອງກັບແຫວນສີຂຽວທີ່ສວຍງາມ.ທີ່ມີຄວາມສົນໃຈຈາກ ທົ່ວໂລກ ກັບເສັ້ນທາງແຫ່ງຄວາມຮັກຂອງທັງສອງ ຫຼັງຈາກ 18 ປີຂອງການແຍກກັນ, Jennifer ໄດ້ກ່າວເຖິງຄວາມຮັກນີ້. “ພວກເຮົາມີອາຍຸສູງຂຶ້ນ, ສະຫຼາດຂຶ້ນ, ຜ່ານເຫດການຫຼາກຫຼາຍ. ແລະພວກເຮົາໄດ້ຍ່າງໄປຫາຈຸດອື່ນຂອງຊີວິດທີ່ແຕກຕ່າງກັນ. ລວມທັງການມີຄອບຄົວ ມັນເຮັດໃຫ້ພວກເຮົາກັບມາສົນໃຈກັນແລະກັນ.”

ທັງສອງໄດ້ພົບກັນໃນລະຫວ່າງຖ່າຍຮູບເງົາ Gigli ໃນປີ 2001.Ben ໄດ້ຂໍ Jennifer ແຕ່ງດອງທ້າຍປີຕໍ່ໄປ. ແຫວນເພັດສີບົວທີ່ຫາຍາກ Fancy Intense Pink ຂະໜາດ 6.1 ກະຣັດຂອງ Harry Winston ຢູ່ໃນຊຸດລັອກທີ່ຕັດດ້ວຍເຣດຽນດ້ວຍຄຳສີບົວ 18K, ຖັດໄປດ້ວຍເພັດສອງເມັດທີ່ຫຼູຫຼາໃນແຫວນ platinum ຊຶ່ງໄດ້ປ່ຽນຮີດຄອງປະເພນີຂອງແຫວນຫມັ້ນຕະຫຼອດໄປ. ເນື່ອງຈາກວ່າໃນອະດີດ, ແຫວນເພັດທີ່ມີສີສັນບໍ່ເປັນທີ່ນິຍົມໃນການຂໍແຕ່ງດອງ. ດັ່ງນັ້ນ, ຍີ່ຫໍ້ເຄື່ອງປະດັບໄດ້ນໍາເອົາເພັດສີບົວຈາກຄັງຂອງພວກເຂົາມາປະມູນຢ່າງຫລວງຫລາຍ. ເຮັດໃຫ້ລາຄາແຫວນນີ້ສູງເຖິງປະມານ 2.5 ລ້ານໂດລາສະຫະລັດ. ຈາກລາຄາເດີມ 1.2 ລ້ານໂດລາສະຫະລັດ

ທັງສອງໄດ້ເລີກກັນກ່ອນງານດອງໃນເວລາບໍ່ດົນໃນປີ 2004, ຫລັງຈາກນັ້ນເຂົາກໍ່ໄດ້ແຕ່ງດອງໃຫມ່ມີຄອບຄົວຂອງໃຜລາວ ເປັນເວລາຫຼາຍປີ. ຈົນໂຊກຊະຕາເຮັດໃຫ້ພວກເຂົາພົບກັນໃຫມ່ໃນຕົ້ນປີ 2021, ແລະ Ben ກໍ່ໄດ້ຂໍ Jennifer ແຕ່ງດອງອີກເທື່ອຫນຶ່ງໃນປີ 2022 ໃນຊ່ວງເທດສະການ Easter. ນັກສະແດງຍິງທີ່ມີພອນສະຫວັນໄດ້ປະກາດການແຕ່ງດອງຢ່າງເປັນທາງການໂດຍຜ່ານຈົດຫມາຍຂ່າວ 'On The J.Lo' ກ່ອນທີ່ຈະອວດແຫວນເພັດສີຂຽວເມັດໃຫຍ່ຕະການຕາທີ່ສວຍງາມຂອງລາວໃນ Instagram ໃນທ້າຍເດືອນເມສາຂອງປີນັ້ນ.

ແຫວນຫມັ້ນ 2.0 ເປັນແຫວນເພັດ 'ສີຂຽວທຳມະຊາດ' ເຊິ່ງເປັນເພັດສີທີ່ຫາຍາກທີ່ສຸດ. ດ້ວຍການຕັດ emerald ທີ່ມີນ້ໍາຫນັກ 8.5 ກະຣັດ, ລັອກດ້ວຍຂາຄໍາສີເຫຼືອງ. ຕັ້ງລະຫວ່າງເພັດ baguette 2 ເມັດທີ່ຊັດເຈນແລະ 2 ເພັດ trapezoid ຊັດເຈນຢູ່ໃນແຫວນຄໍາສີຂາວ. ເຊິ່ງຜູ້ຊ່ຽວຊານດ້ານເຄື່ອງປະດັບໄດ້ເປີດເຜີຍວ່າຝ່າຍຊາຍໄດ້ໃຊ້ເງິນຫຼາຍກວ່າ 10 ລ້ານໂດລາສະຫະລັດ ສໍາລັບແຫວນທີ່ເປັນສັນຍາລັກຂອງຄວາມຮັກຄັ້ງນີ້

ເປັນຫຍັງ Ben Affleck ຈຶ່ງເລືອກແຫວນແຕ່ງດອງສີຂຽວໃນຄັ້ງນີ້? ອາດຈະເປັນຍ້ອນ Jennifer ເວົ້າວ່າສີຂຽວແມ່ນສີໂຊກດີຂອງລາວ. ລາວໄດ້ສ້າງປະກົດການກັບຊຸດ Versace ສີຂຽວທີ່ລາວໃສ່ໃນງານ 2000 Grammys, ເຊັ່ນດຽວກັນກັບການກັບມາຂອງ Versace spring / summer 2022 runway. ແລະ ກາຍເປັນພາບຕິດຕາທີ່ເປັນເອກະລັກຂອງລາວ
